ເຈົ້າໜ້າທີ່ລະດັບສູງຈີນ ເຊື່ອໝັ້ນທາງລົດໄຟ ລາວ-ຈີນ ຈະສຳເລັດພາຍໃນປີ 2021 ຫວ່າງບໍ່ດົນມານີ້ເຈົ້າໜ້າທີ່ລະດັບສູງຂອງບໍລິສັດ ທາງລົດໄຟຈີນ ໄດ້ເປີດເຜີຍຕໍ່ສື່ມວນຊົນລາວ ແລະ ສາກົນວ່າ: ໂຄງການທາງລົດໄຟ ລາວ-ຈີນ ທີ່ມີມູນຄ່າຫລາຍຕື້ໂດລາສະຫະລັດ ຈະສຳເລັດ ແລະ ເປີດໃຊ້ບໍລິການພາຍໃນປີ 2021.