
ນັກທ່ອງທ່ຽວເຂົ້າ ຫຼວງພະບາງ ເພີ່ມຂຶ້ນ 16% ຕໍ່ປີ
ຫຼວງພະບາງນັບແຕ່ໄດ້ນາມມະ ຍົດເມືອງມໍລະດົກໂລກສະເໜ່ຍັງມາ ແຮງບໍ່ມີຕົກ ເພາະນອກຈາກຄວາມເອົາ ໃຈໃສ່ຮັກສາສິ່ງເກົ່າແລ້ວຍັງມີການ ພັດທະນາເສດຖະກິດ-ສັງຄົມ ແລະວຽກ ງານການທ່ອງທ່ຽວ ນັບມື້ມີຄວາມກ້າວໜ້າ ຂະຫຍາຍຕົວດີຂື້ນເລື້ອຍໆ. ຈິ່ງສາ ມາດດຶງດູດຄວາມສົນໃຈຂອງແຂກພາຍ ໃນ ແລະຕ່າງປະເທດ ກໍຄືນັກທ່ອງທ່ຽວ ຈາກທຸກມູມໂລກ, ມາທ່ຽວຊົມຫຼວງພະ ບາງເພີ່ມຂຶ້ນດ້ວຍອັດຕາສະເລ່ຍ 16% ຕໍ່ປີ, ຊຶ່ງໄດ້ສ້າງເງື່ອນໄຂ ແລະສົ່ງເສີມໃຫ້ປະຊາຊົນມີ ວຽກເຮັດງານທຳ, ມີການຜະລິດ ແລະ ລາຍຮັບທີ່ຫຼາຍຂຶ້ນໃນແຕ່ລະປີ.