
ກະຊວງການຕ່າງປະເທດຫວນຄືນມູນເຊື້ອວັນ ລັດຖະທຳມະນູນ ຄົບຮອບ 25 ປີ
ວັນທີ 23 ກັນຍາ 2016 ນີ້, ກະຊວງການຕ່າງປະເທດໄດ້ຈັດພິທີປາຖະກະຖາວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 25 ປີ ແລະ ເອກະສານຂໍ້ມູນນຳພາແນວຄິດກ່ຽວກັບການສ້າງທາງລົດໄຟ ລາວ-ຈີນ ທັງນີ້, ແນໃສ່ເຮັດໃຫ້ພະນັກງານ-ລັດຖະກອນ ພາຍໃນກະຊວງການຕ່າງປະເທດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວັນດັ່ງກ່າວ, ໂດຍການເຜີຍແຜ່ຂອງທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ.