ວິທີຕິດຕາມ ແລະ ຈຳກັດການໃຊ້ອິນເຕີເນັດສຳລັບມືຖື Android ເພື່ອປ້ອງກັນການໃຊ້ເນັດເກີນ

ຫຼາຍທ່ານຄົງຈະເຄີຍພົບປັນຫາເລື່ອງການໃຊ້ອິນເຕີເນັດເກີນ ແລ້ວຖືກຕັດເງິນຄ່າໂທໄປຈົນກ້ຽງບັນຊີ ແລະ ບໍ່ຮູ້ວ່າຈະຈັດການກັບປັນຫານີ້ແນວໃດ. ໃນປະເທດລາວເຮົາ ເຄືອຂ່າຍຜູ້ໃຫ້ບໍລິການໂທລະສັບມືຖືບາງເຈົ້າກໍມີລະບົບແຈ້ງເຕືອນລູກຄ້າຜ່ານຂໍ້ຄວາມກ່ອນທີ່ແພັກເກັດອິນເຕີເນັດຈະໝົດ, ບາງເຄືອຂ່າຍກໍຈະຈຳກັດການນຳໃຊ້ຈົນກວ່າຈະສະໝັກແພັກເກັດໃໝ່ ແລະ ບາງເຄືອຂ່າຍກໍບໍ່ມີການແຈ້ງເຕືອນໃດໆເລີຍ ກວ່າຈະຮູ້ສຶກໂຕວ່າອິນເຕີເນັດກິນເງິນໄປຈົນໝົດກໍຊ້າສວາຍໄປເສຍແລ້ວ. ສະນັ້ນມື້ນີ້ພວກເຮົາທີມງານມ່ວນເລີຍມີວິທີຕິດຕາມ ແລະ ຈຳກັດປະລິມານການໃຊ້ອິນເຕີເນັດສຳລັບຜູ້ໃຊ້ມືຖືລະບົບ Android ໂດຍບໍ່ຕ້ອງຕິດຕັ້ງແອັບໃດໆ ມາໃຫ້ທ່ານຜູ້ອ່ານໄດ້ຮູ້ກັນ.
ໃນມືຖືລະບົບ Android ຈະມີຄຸນສົມບັດຕິດຕາມ ແລະ ຈຳກັດປະລິມານການໃຊ້ງານອິນເຕີເນັດເພື່ອປ້ອງກັນບໍ່ໃຫ້ໃຊ້ເກີນມາກັບຕົວລະບົບເອງຢູ່ແລ້ວ ຄຸນສົມບັດນີ້ຈະເຮັດໃຫ້ເຮົາສາມາດກຳນົດວ່າຈະຈຳກັດປະລິມານການນຳໃຊ້ເນັດເທົ່າໃດ ແລະ ເມື່ອໃຊ້ງານໃກ້ຈະຮອດປະລິມານທີ່ກຳນົດໄວ້ ລະບົບກໍຈະແຈ້ງເຕືອນ. ພ້ອມກັນນັ້ນ ເມື່ອໃຊ້ງານຈົນຮອດປະລິມານທີ່ກຳນົດໄວ້ແລ້ວ ລະບົບກໍຈະຕັດການເຊື່ອມຕໍ່ອິນເຕີເນັດທັນທີ ເຮັດໃຫ້ເຮົາບໍ່ຕ້ອງກັງວົນວ່າຈະຖືກດູດເງິນໄປຈົນໝົດ.
ວິທີການຕັ້ງຄ່າ
1. ເຂົ້າໄປທີ່ເມນູການຕັ້ງຄ່າ ແລ້ວແນມຫາຫົວຂໍ້ ເຄືອຂ່າຍໄຮ້ສາຍ ແລະ ເຄືອຂ່າຍ ຫຼື Wireless & networks
2. ຈາກນັ້ນກົດເຂົ້າໄປທີ່ ການນຳໃຊ້ຂໍ້ມູນ ຫຼື Data traffic management ຫຼຶ Data usage
3. ຫຼັງຈາກນັ້ນແນມຫາ Limit data usage, package settings ຫຼື ຈຳກັດການນຳໃຊ້ຂໍ້ມູນ ແລ້ວປ້ອນປະລິມານທີ່ຕ້ອງການຈຳກັດເຊັ່ນ: ຖ້າສະໝັກແພັກເກັດ 1,000 MB ກໍອາດຈະກຳນົດໃຫ້ຕ່ຳກວ່ານີ້ຈັກໜ້ອຍໜຶ່ງເຊັ່ນ 975 MB ເປັນຕົ້ນ.
ຂ້າງເທິງນັ້ນແມ່ນວິທີການຕິດຕາມ ແລະ ຈຳກັດປະລິມານການນຳໃຊ້ຂໍ້ມູນອິນເຕີເນັດໃນມືຖື Android ທີ່ເຮົານຳເອົາມາຝາກມາຕ້ອນທ່ານຜູ້ອ່ານທຸກຄົນ. ແນວໃດກໍຕາມການຕັ້ງຄ່າອາດຈະມີຄວາມແຕກຕ່າງກັນອອກໄປຕາມແຕ່ລະຍີ່ຫໍ້ມືຖື ແຕ່ກໍບໍ່ແຕກຕ່າງກັນຫຼາຍ.