ພາສີ 10% ເປັນເຫດ! ຊາຍແດນລາວ-ໄທ ງຽບເຫງົາ

ເປັນເວລາ 1 ເດືອນແລ້ວໃນການປະກາດການໃຊ້ຂໍ້ກຳນົດກະຊວງການເງິນຂອງ ສປປ ລາວ ລົງວັນທີ 30 ສິງຫາ 2016 ເພື່ອເກັບພາສີມູນຄ່າເພີ່ມ 10% ຂອງສິນຄ້າທີ່ມີມູນຄ່າເກີນ 50 ໂດລາສະຫະລັດ ເຊິ່ງເຮັດໃຫ້ຜົນກະທົບໃນທາງດ້ານການຄ້າເລີ່ມເກີດຂຶ້ນກັບຊາຍແດນ ລາວ-ໄທ ທຸກພື້ນທີ່ ລວມໄປເຖິງເກີດຜົນກະທົບກັບຄ່າຄອງຊີບຂອງຄົນລາວເຊັ່ນດຽວກັນ.
ຈໍານວນນັກທ່ອງທ່ຽວ ແລະ ພໍ່ຄ້າ ແມ່ຄ້າລາວທີ່ເຄີຍຂ້າມໄປຊື້ສິນຄ້າມີຈໍານວນໜ້ອຍລົງຢ່າງຊັດເຈນ ທັງໝົດແມ່ນໄດ້ສະແດງອອກໂດຍຈາກການທີ່ເຄີຍເຫັນບັນດານັກຊື້ທັງຫຼາຍທີ່ຂ້າມໄປຝັ່ງນັ້ນ ແມ່ນສ່ວນໃຫຍ່ກັບມາມືເປົ່າ ຫຼື ຊື້ແຕ່ບາງສິ່ງຂອງທີ່ຂໍາເປັນເທົ່ານັ້ນ ແລະ ມີການລາຍງານໂຕເລກຂອງຍອດຂາຍສິນຄ້າໃນຫ້າງສັບພະສິນຄ້າໃນແຂວງທີ່ມີຊາຍແດນຕິດກັບລາວຫຼຸດລົງ ແລະ ຫຼາຍຄົນກໍ່ມີການລາຍງານວ່າຍອດຂາຍບໍ່ເຖິງເປົ້າດັ່ງທີ່ຕັ້ງໄວ ນັບຕັ້ງແຕ່ອາຫານການກິນ, ເຄື່ອງໃຊ້ສ້ອຍ, ເຄື່ອງອຸປະໂພກ - ບໍລິໂພກ.
ສ່ວນໃນ ສປປ ລາວ ກໍເລີ່ມມີຜົນກະທົບບາງຢ່າງ ເນື່ອງຈາກການຊື້ຂາຍສິນຄ້າມີມູນຄ່າເພີ່ມຂຶ້ນ ແລະ ຄາດການວ່າລາຄາສິນຄ້າ ແລະ ເຄື່ອງບໍລິໂພກ ອາດຈະໄດ້ມີການປັບຕົວຂຶ້ນເພາະມີການແບກຮັບລາຄາຕົ້ນທຶນທີ່ເພີ່ມສູງຂຶ້ນໃນໄລຍະອີກ 2-3 ເດືອນຕໍ່ໜ້າ.
ທາງການລາວ ມີການຄາດຄະເນວ່າ ການຈັດເກັບພາສີດັ່ງກ່າວຈະສາມາດຊ່ວຍໃຫ້ເງິນພາຍໃນປະເທດບໍ່ມີການຮົ່ວໄຫນອອກນອກປະເທດ ແລະ ຍັງສາມາດເພີ່ມລາຍຮັບໃຫ້ແກ່ລັດຖະບານໄດ້ຫຼາຍຂຶ້ນ ບໍ່ຕໍ່າກວ່າ 300.000 ລ້ານກີບ ຕໍ່ປີ ໂດຍການຄິດໄລ່ຈາກຍອດການຊື້ສິນຄ້າຂ້າມແດນ (ບໍ່ນັບສິນຄ້າທີ່ເສຍພາສີຢ່າງຖືກຕ້ອງ) ທີ່ຜ່ານມາ, ເຊິ່ງຈະສາມາດຊ່ວຍແກ້ໄຂການຂາດດຸ່ນ ແລະ ແກ້ໄຂການສູນເສຍເງິນຕາຕ່າງປະເທດໄດ້ ລວມໄປເຖິງການຄຸ້ມຄອງທຸລະກິດພາຍໃນປະເທດທີ່ເສຍພາສີມູນຄ່າເພີ່ມໃຫ້ແກ່ລັດຖະບານ, ການເກັບພາສີດັ່ງກ່າວອາດມີສ່ວນດີໃນດ້ານການສົ່ງເສີມທຸລະກິດພາຍໃນ ແຕ່ວ່າປັດຈຸບັນການຜະລິດສິນຄ້າ ແລະ ອຸດສະຫະກຳພາຍໃນເອງແມ່ນຍັງບໍ່ມີຄວາມເຂົ້ມແຂງພຽງພໍ ແລະ ຍັງບໍ່ສາມາດຜະລິດສິນຄ້າເພື່ອຕອບສະໜອງຕໍ່ຄວາມຕ້ອງການຂອງປະຊາກອນໃນປະເທດ, ການໃຊ້ນະໂຍບາຍທາງດ້ານການເງິນຈຶ່ງອາດເຮັດໃຫ້ຄ່າຄອງຊີບສູງຂຶ້ນ ແລະ ອາດຈະເຮັດໃຫ້ປະຊາຊົນປັບໂຕນໍາບໍ່ທັນ. ນອກຈາກນັ້ນ, ນັກວິເຕາະທາງດ້ານເສດຖະກິດຍັງເບິ່ງໄປອີກແງ່ມູມໜຶ່ງວ່າ ທາງດ້ານອຸດສະຫະກຳໃນປະເທດກໍອາດຈະບໍ່ໄດ້ຮັບຜົນດີຢ່າງທີ່ຄາດຄະເນໄວ້ ເພາະເລື່ອງລາຄາສິນຄ້າຕາມທ້່ອງຕະຫຼາດຈະປັບໂຕເຂົ້າສູ່ພາວະໃໝ່ ແລະ ລາຄາສິນຄ້າກໍຍິ່ງເພີ່ມສູງຂຶ້ນໄປນໍາ ຈົນເຮັດໃຫ້ອຸດສະຫະກຳການຜະລິດໃນປະເທດຍັງແຂ່ງຂັນດ້ານລາຄາກັບສິນຄ້ານໍາເຂົ້າບໍ່ໄດ້ຄືເກົ່າ.
ຈາກການວິເຄາະສະພາບດັ່ງກ່າວເຫັນວ່າ ເທື່ອນີ້ອາດຈະເປັນວຽກໜັກຂອງພາກລັດຂອງ ສປປ ລາວ ທີ່ຈະກະຕຸກຊຸກຍູ້ການຜະລິດ ແລະ ສົ່ງເສີມອຸດສະຫະກຳໃນປະເທດ ລວມໄປຮອດການດຶງເງີນລົງທຶນຈາກຕ່າງປະເທດເພື່ອສ້າງຖານການຜະລິດໃຫ້ໄວຂຶ້ນ ເພື່ອຕອບສະໜອງຄວາມຕ້ອງການສິນຄ້າໃນຄົວເຮືອນ ແລະ ເຄື່ອງບໍລິໂພກ, ສ້າງຄວາມເຂັ້ມແຂງໃນເສດຖະກິດປະເທດຕາມແຜນທີ່ຕັ້ງເປົ້າໄວ.
ເຖິງຢ່າງໃດກໍຕາມ, ກໍລະນີການເກັບພາສີດັ່ງກ່າວ ເຮັດໃຫ້ການຄ້າໃນເມືອງຊາຍແດນຕ້ອງຢຸດສະງັດລົງ ການຄາດການທາງທຸລະກິດຕ່າງໆກໍຕ້ອງປ່ຽນໄປຕາມຮູບການ ໂດຍນໍາປັດໄຈດັ່ງກ່າວມາຄຳນວນໃຫ້ດີ. ສະນັ້ນ, ບັນດານັກທຸລະກິດ, ແມ່ຄ້າຊາຍຂາຍຝັ່ງເພື່ອນບ້ານກໍ່ຕ້ອງໄດ້ປັບປ່ຽນກົນບະຍຸດການຄ້າໃນຮູບແບບໃໝ່ ຫຼື ອາດຈະຕ້ອງປ່ຽນຮູບແບບການຂາຍສິນຄ້າ ມາເປັນການຂາຍວຽກໃນດ້ານການບໍລິການຈະເປັນການດີກວ່າ.
ຂໍຂອບໃຈ
ຂໍ້ມູນ : Colum ເດືອນຫງາຍທີ່ຊາຍໂຂງ ມະຕິຊົນລາຍວັນ
ພາບ : Colum ເດືອນຫງາຍທີ່ຊາຍໂຂງ ມະຕິຊົນລາຍວັນ