ຟຸກ ເສກສັນ ໜຸ່ມຫລໍ່ຈາກໄຊຍະບູລີ ທີ່ຈະມາສ້າງຄວາມຊຸ່ມຊື່ນຫົວໃຈ ໃຫ້ສາວໆ

ຟຸກ ເສກສັນ ໄຊສະນັ່ນ ໜຸ່ມນ້ອຍອາຍຸ 20 ປີ ຜູ້ທີ່ມີໃຈມັກຮັກກິລາ, ວົງການບັນເທີງ ແລະ ຄວາມໄຝ່ຟັນອັນສູງສຸດກໍ່ຄືຢາກເປັນນັກບິນ. ຟຸກເປັນຄົນມາຈາກເມືອງຫົງສາ, ແຂວງໄຊຍະບູລີ. ຈຸດເລີ່ມຕົ້ນຂອງຟຸກແມ່ນມາຈາກການເປັນນັກກິລາຟຸດຊໍທີມຊາດ AFF Championship ຈາກນັ້ນ, ມີແມວມອງຈາກ First Modeling ເລັງເຫັນຄວາມສາມາດຫລາກຫລາຍຂອງຟຸກຈຶ່ງໄດ້ຊັກຊວນຟຸກເຂົ້າມາຢູ່ໃນສັງກັດ ແລະ ປ້ອນງານໃນວົງການບັນເທີງໃຫ້. ຜົນງານຂອງຟຸກແມ່ນມີຢ່າງຫລວງຫລາຍເລີຍ
• ເລີ່ມຕົ້ນຈາກການຖ່າຍປົກວາລະສານຊາໂດ້ວ 2015
• ເຂົ້າຮ່ວມປະກວດ Lao Super Model 2015 ໄດ້ຕຳແໜ່ງ ຂັວນໃຈຊ່າງພາບ (Best Photogenic)
• ພິທິກອນລາຍການ Hot Beat Music / TVLAO 2015
• ຮ່ວມປະກວດ 30 ໜຸ່ມຮັອດຂອງວາລະສາວວ້າວ 2016
• ຖ່າຍປົກ ວາລະສາວວ້າວ ສະບັບເດືອນ ກໍລະກົດ 2016
• ຮ່ວມປະກວດຂັວນໃຈສາວໆ 2016 ຂອງວາລະສານຂັວນໃຈ ໄດ້ຮັບລາງວັນ Charming Guy 2016
• ແລະ ນອກນັ້ນຍັງເດີນແບບງານຕ່າງໆ ທັງພາຍໃນ ແລະ ຕ່າງປະເທດອີກດ້ວຍ
ແຕ່ຄວາມຝັນອັນສູງສຸດຄືການຢາກເປັນນັກບິນ, ຟຸກຮຽນຮູ້ສຶກສາກ່ຽວກັບການບິນ ແລະ ລົງສະໜາມຮຽນບິນຕົວຈິງດ້ວຍຕົນເອງ. ຕັ້ງແຕ່ ຟຸກ ເກີດມາກໍ່ຮູ້ສຶກວ່າມັກເຮືອບິນມາແຕ່ນ້ອຍ ແລະ ໃຫ່ຍມາເມື່ອມີໂອກາດກໍ່ໄດ້ຮຽນຮູ້ ແລະພະຍາຍາມສູ້ຊົນຕາມຫາຝັນຂອງໂຕເອງ. ປັດຈຸບັນ ຟຸກ ເອງກໍ່ໄດ້ເຮັດວຽກຢູ່ການບິນລາວຢ່າງຕັ້ງໃຈໄວ້ ແລະ ຍັງສຶກສາຢູ່ວິທະຍາໄລຄອມເຊັນເຕີ ແລະ ຮັບງານໃນວົງການບັນເທີງໄປນຳ. ຈັ່ງໃດກໍ່ຟາກຕິດຕາມ ແລະ ໃຫ້ກຳລັງໃຈ ໜຸ່ມ ຟຸກ ກັນແດ່ເດີ.
ຂໍຂອບໃຈ
ພາບ : Firstmodelinglao , Fook Seksanh