ລູກນຳ້ ທິດາລັດ Samsung Brand Ambassador ຢ່າງເປັນທາງການຂອງ Samsung Galaxy S8 ແລະ S8(Plus)

ລູກນຳ້ ທິດາລັດ ວົງສິຣິ ນາງສາວລາວ 2011 ດາລາ ນັກສະແດງຊື່ດັງ ທີ່ໄດ້ຮັບໜ້າທີ່ເປັນ Samsung Brand Ambassador ຢ່າງເປັນທາງການຂອງ Samsung Galaxy S8 ແລະ S8(plus) ທີ່ຫາກໍ່ເປີດໂຕຢ່າງເປັນທາງການໃນປະເທດລາວໃນຄຳ່ຄືນວັນທີ 26 ເມສາ 2017 ທີ່ຜ່ານມາ ໂດຍສາວລູກນ້ຳໄດ້ປາກົດຕົວເທິງເວທີໃນຊຸດລາຕີຍາວສີຟ້າ ພ້ອມກັບການເປີດໂຕໂທລະສັບມືຖືລຸ້ນໃໝ່ຂອງ Samsung Galaxy ທີ່ສະກົດສາຍຕາທຸກຄົນໃນງານທັງໂທລະສັບ ທັງຄົນກັນເລີຍ ຂໍບອກວ່າງານນີ້ສາວລູກນຳ້ງາມສະຫງ່າຫລາຍໆສົມກັບເປັນ Brand Ambassador ແທ້ໆເລີຍ ແລະ ພວກເຮົາກໍບໍ່ພາດທີ່ຈະເອົາຮູບງາມໆຂອງສາວລູກນຳ້ມາໃຫ້ທຸກຄົນໄດ້ເບິ່ງກັນ ເອົາເປັນວ່າເຮົາໄປເບິ່ງຮູບກັນເລີຍດີກວ່າ.
ຂໍຂອບໃຈ
ພາບ : Jean-Christophe Olry , Louknum Vongsili