ອ່ານດວງລາຍວັນປະຈໍາວັນພະຫັດ ທີ 16 ພະຈິກ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ຈະພົບອຸປະສັກຕ່າງໆ ຕ້ອງວາງແຜນກ່ຽວກັບເລື່ອງຂອງວຽກງານໃຫ້ຜ່ານພົ້ນໄປໃຫ້ໄດ້
ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫຼອດ ບໍ່ສາມາດຫຼີກເວັ້ນລາຍຈ່າຍໃດໆ ໄດ້ເລີຍໃນໄລຍະນີ້
ຄວາມຮັກ ຈະພົບຄົນທີ່ມີສະເໜ່ຫຼາຍໆ ແຕ່ຍັງບໍ່ຄ່ອຍມີເວລາໃຫ້ກັນປານໃດນັ້ນເອງ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີດໍາ
ເລກນຳໂຊກ 3
ຄົນເກີດວັນຈັນ
ການງານ ບາງເທື່ອກໍຕ້ອງເຮັດວຽກໃນແບບທີ່ຕົນເອງບໍ່ມັກ ແຕ່ກໍພະຍາຍາມທີ່ຈະຮັບຜິດຊອບໃຫ້ດີທີ່ສຸດ
ການເງິນ ໂຊກດີ ມີໂຊກຈະໄດ້ເງິນເຂົ້າມາເພີ່ມເຕີມເພີ່ມຂຶ້ນໃນໄລຍະນີ້ກໍເປັນໄປໄດ້ນັ້ນເອງ
ຄວາມຮັກ ຈະພົບຄົນທີ່ມີເກນອາຍຸຕ່າງກັນ ທ່ານເປັນຄົນເກັ່ງ ມີຄວາມສາມາດ ແລະ ເປັນຄົນທີ່ມີຄວາມຈິງຈັງ
ເຄື່ອງມຸງຄຸນ ຫິນນໍາໂຊກສີຄຳ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 7
ຄົນເກີດວັນອັງຄານ
ການງານ ຈະພົບອຸປະສັກ ຕ້ອງຄ່ອຍໆ ແກ້ໄຂບັນຫາສະເພາະໜ້າຕ່າງໆ ດ້ວຍສະຕິ ຄວາມສາມາດ ແລະ ຄວາມຕັ້ງໃຈ
ການເງິນ ໄລຍະນີ້ຍັງຢູ່ໃນເກນຊົງຕົວ ບໍ່ມີເຫດການໃດໆ ທີ່ຈະເຮັດໃຫ້ຮູ້ສຶກກັງວົນໃຈດ້ານການເງິນ
ຄວາມຮັກ ສຸກສົມຫວັງ ລົງຕົວໃນເລື່ອງຂອງຄວາມຮັກຢ່າງທີ່ຕົນເອງນັ້ນປາຖະໜາ ມີໂອກາດພັດທະນາຄວາມສຳພັນກັບຄົນຮັກໃນໄລຍະນີ້
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 0
ຄົນເກີດວັນພຸດ
ການງານ ຈະເຮັດທຸລະກິດວຽກງານໃດໆ ກໍຈະເກີດຄວາມສຳເລັດ ແລະ ຄວາມກ້າວໜ້າທີ່ດີຂຶ້ນ ໃນໄລຍະນີ້ຈະໄດ້ຮັບຄຳຊົມເຊີຍຈາກຜູ້ໃຫຍ່
ການເງິນ ຍັງຢູ່ໃນເກນທີ່ໝັ້ນຄົງຫຼືຈະໄດ້ຂອງຖືກໃຈເຂົ້າມາເພີ່ມເຕີມຢ່າງເປັນໂຊກດີສຳລັບຕົນເອງສະເໝີ
ຄວາມຮັກ ຈະພົບຄົນທີ່ເກັ່ງ ມີຄວາມສາມາດ ມີຄວາມເປັນຜູ້ນຳສູງ ຫຼືມີໂອກາດຈະຖືກໃຈໃຜບາງຄົນທີ່ເຂົ້າມາໃນໄລຍະນີ້
ເຄື່ອງມຸງຄຸນ ຕ່າງຫູ
ສີມຸງຄຸນ ສີດໍາ
ເລກນຳໂຊກ 1
ຄົນເກີດວັນພະຫັດ
ການງານ ມີຄວາມຕັ້ງໃຈທີ່ຈະສ້າງຄວາມສຳເລັດ ຫຼື ສ້າງທຸລະກິດໃຫ້ເກີດຜົນກຳໄລທີ່ດີຂຶ້ນ
ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ແຕ່ກໍຕ້ອງຈ່າຍອອກໄປຢ່າງວ່ອງໄວນັ້ນເອງ
ຄວາມຮັກ ສຸກສົມຫວັງໃນເລື່ອງຂອງຄວາມຮັກໄດ້ດີຂຶ້ນ ຈະພົບຄົນເກັ່ງ ແລະ ມີຄວາມສາມາດຫຼາຍໆ
ເຄື່ອງມຸງຄຸນ ຕຸ້ມຫູຄໍາ
ສີມຸງຄຸນ ສີຂາວ
ເລກນຳໂຊກ 7
ຄົນເກີດວັນສຸກ
ການງານ ລະວັງຄວາມເລັ່ງ ທີ່ຈະກໍ່ໃຫ້ເກີດຄວາມຜິດພາດໄດ້ໃນໄລຍະນີ້ ຈະເຮັດຫຍັງຕ້ອງມີສະຕິ ແລະ ໃຈເຢັນ
ການເງິນ ຫາເງິນມາໄດ້ຫຼາຍປານໃດກໍຕ້ອງຈ່າຍອອກໄປ ໃນໄລຍະນີ້ບໍ່ສາມາດຄວບຄຸມລາຍຈ່າຍໃດໆ ໄດ້ດີພໍ
ຄວາມຮັກ ບາງເທື່ອຄວາມຮັກກໍມັກຈະຕາມມາດ້ວຍເລື່ອງຂອງຜົນປະໂຫຍດຕ່າງໆ ທີ່ແອບແຝງ ສະນັ້ນຄວນຈະເລືອກຄົນທີ່ຈິງໃຈ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 4
ຄົນເກີດວັນເສົາ
ການງານ ເຮັດຕາມໜ້າທີ່ໃຫ້ດີທີ່ສຸດກໍພໍ ແລະ ຊື່ສຽງຂອງທ່ານຈະຖືກເວົ້າເຖິງໃນທາງທີ່ດີສະເໝີ
ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ເພາະຄວາມເກັ່ງ ແລະ ຄວາມສາມາດຂອງຕົນເອງ
ຄວາມຮັກ ຈະພົບຄົນທີ່ສາມາດເປັນທີ່ປຶກສາໄດ້ ທ່ານເປັນຄົນທີ່ມີເຫດຜົນ ແລະ ຊ່ວຍເຫຼືອທ່ານໄດ້ສະເໝີ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 3