ອ່ານດວງລາຍວັນປະຈໍາວັນສຸກ ທີ 10 ກໍລະກົດ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ບໍ່ເຄີຍທໍ້ຕໍ່ອຸປະສັກ ຈຶ່ງເຮັດວຽກໃຫ້ເກີດຄວາມສຳເລັດໄດ້ໃນທີ່ສຸດ
ການເງິນ ມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງໃນຊ່ວງນີ້ກໍເປັນໄປໄດ້
ຄວາມຮັກ ຈະພົບຄົນເກັ່ງທີ່ມີຄວາມສາມາດ ລັກສະນະຜິວສອງສີ ມີໂອກາດພົບຮັກແບບບໍ່ຄາດຝັນ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີມ້ວງ
ເລກນຳໂຊກ 1
ຄົນເກີດວັນຈັນ
ການງານ ມີໂອກາດປ່ຽນແປງ ຍົກຍ້າຍວຽກງານໃໝ່ກໍເປັນໄປໄດ້ໃນຊ່ວງນີ້
ການເງິນ ໂຊກດີຫລາຍໆ ໃນຊ່ວງນີ້ ເພດກົງກັນຂ້າມຈະຖ້າອຸປະຖຳທາງດ້ານການເງິນກັບທ່ານ
ຄວາມຮັກ ເບິ່ງຄືຢາກຈະມີຄວາມຫມັ້ນຄົງໃນຊີວິດຫລາຍກວ່າທີ່ຈະທຸ້ມເທດ້ານຄວາມຮັກ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 3
ຄົນເກີດວັນອັງຄານ
ການງານ ເຮັດວຽກເມື່ອຍຫລາຍໃນຊ່ວງນີ້ ພາລະກິດຈະການງານຫລາຍເປັນພິເສດ ລະວັງຄວາມຜິດພາດເພາະເລັ່ງຈົນເກີນໄປ
ການເງິນ ມີຄວາມຫມັ້ນຄົງທາງດ້ານການເງິນຄ່ອນຂ້າງດີ ມີໂອກາດໃຊ້ເງິນຫຼາຍເພາະຊື້ສິ່ງຂອງທີ່ຖືກໃຈມອບເປັນລາງວັນຊີວິດໃຫ້ແກ່ຕົນເອງ
ຄວາມຮັກ ໄດ້ຮັບຮູ້ຂ່າວສານດ້ານຄວາມຮັກແບບບໍ່ທັນຕັ້ງໂຕ ມີໂອກາດພົບຮັກແບບວ່ອງໄວ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 1
ຄົນເກີດວັນພຸດ
ການງານ ສາມາດສ້າງຄວາມສຳເລັດທາງດ້ານການງານໄດ້ແບບໜ້າພໍໃຈ
ການເງິນ ມີເງິນໃຊ້ຕະຫລອດ ໃນຊ່ວງນີ້ໂຊກດີຫລາຍໆ ຈະຊື້ເຄື່ອງປະດັບຫລືເສື້ອຜ້າໃໝ່ ມີຄວາມສຸກໃຈໃນເລື່ອງຂອງການໃຊ້ຈ່າຍ
ຄວາມຮັກ ຖ້າໃຈຮ້ອນຈົນເກີນໄປຈະກະທົບໃນເລື່ອງຂອງຄວາມສຳພັນກັບຄົນຮັກ ໃນຊ່ວງນີ້ຕ້ອງໃຊ້ເຫດຜົນແລະຄວາມໃຈເຢັນ
ເຄື່ອງມຸງຄຸນ ສາຍຄໍຄໍາ
ສີມຸງຄຸນ ສີດໍາ
ເລກນຳໂຊກ 0
ຄົນເກີດວັນພະຫັດ
ການງານ ຈະເຮັດວຽກໃດໆ ກໍປະສົບໂຊກດີ ປະສົບຄວາມສຳເລັດດີຂຶ້ນເປັນຢ່າງຫລາຍ
ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງໃນຊ່ວງນີ້ ມີຄົນອຸປະຖຳທາງດ້ານການເງິນກັບທ່ານ
ຄວາມຮັກ ສຸກສົມຫວັງລົງຕົວໃນເລື່ອງຂອງຄວາມຮັກ ມີໂອກາດພົບຮັກ ພົບຄົົນທີ່ຖືກໃຈ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 6
ຄົນເກີດວັນສຸກ
ການງານ ມີໂອກາດເຮັດວຽກຮ່ວມກັບຫຸ້ນສ່ວນ ການເຈລະຈາເປັນໄປໄດ້ດ້ວຍດີ ປະສົບຄວາມສຳເລັດ
ການເງິນ ໂຊກດີຈະໄດ້ເງິນເຂົ້າມາເພີ່ມຂຶ້ນ ດວງດ້ານການເງິນດີຂຶ້ນກວ່າແຕ່ກ່ອນ
ຄວາມຮັກ ຄືຈະດີແຕ່ກໍຍັງບໍ່ແມ່ນ ຈະໄດ້ພົບຄົົນທີ່ຖືກໃຈໃນໄວມື້ນີ້
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີເທົາ
ເລກນຳໂຊກ 8
ຄົນເກີດວັນເສົາ
ການງານ ມີໂອກາດປັບປ່ຽນຕຳແໜ່ງງານ ໄດ້ຮັບຕຳແໜ່ງໃໝ່ ມີໂອກາດທີ່ຈະໄດ້ຮັບຫນ້າທີ່ເປັນທີ່ປຶກສາກໍເປັນໄປໄດ້
ການເງິນ ໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ດ້ວຍຄວາມສະຫລຽວສະຫລາດແລະສິນລະປະໃນການເຈລະຈາ
ຄວາມຮັກ ສຸກສົມຫວັງລົງຕົວ ມີໂອກາດພົບຮັກ ພົບຄູ່ ພົບຄົົນທີ່ຖືກໃຈໃນແບບທີ່ທ່ານນັ້ນປາດຖະຫນາ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີແດງ
ເລກນຳໂຊກ 6