ອ່ານດວງລາຍວັນປະຈໍາວັນພຸດ ທີ 8 ພະຈິກ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ວາງແຜນໃນເລື່ອງຂອງທຸລະກິດການງານຢ່າງລະອຽດຮອບຄອບ
ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ມີໂຊກດີໃນໄລຍະນີ້
ຄວາມຮັກ ຈະພົບຄົນທີ່ມີອາຍຸຫຼາຍກວ່າ ແຕ່ກໍຍັງບໍ່ຖືກໃຈ
ເຄື່ອງມຸງຄຸນ ຄໍາຝຣັ່ງ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 0
ຄົນເກີດວັນຈັນ
ການງານ ເຮັດວຽກປະດິດ ວຽກງານທີ່ໃຊ້ຄວາມລະອຽດຮອບຄອບ ຫລືເຮັດວຽກທີ່ມັກຈະໄດ້ດີສະເໝີໃນໄລຍະນີ້
ການເງິນ ຄິດທົບທວນໃນເລື່ອງຂອງການໃຊ້ຈ່າຍ ແຕ່ຈະໃຊ້ເງິນຊື້ຂອງທີ່ຖືກໃຈເຂົ້າມາເປັນຂອງທີ່ຢາກໄດ້ແທ້ໆ
ຄວາມຮັກ ບໍ່ມີເວລາໃຫ້ກັບຄວາມຮັກທີ່ຈະທຸ້ມເທ ເພາະໄປໂຟກັດໃນເລື່ອງຂອງການງານຫຼາຍກວ່າ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 3
ຄົນເກີດວັນອັງຄານ
ການງານ ລະວັງເອກະສານສັນຍາສົ່ງຜົນຕໍ່ຄວາມຊ້າ ແລະ ຄວາມຜິດພາດ
ການເງິນ ຢູ່ໃນເກນຊົງຕົວໃນໄລຍະນີ້ ລະວັງຈະຖືກຢືມເງິນແລ້ວບໍ່ໄດ້ຄືນ
ຄວາມຮັກ ສຸກສົມຫວັງລົງຕົວໃນເລື່ອງຂອງຄວາມຮັກ ພົບຄົນທີ່ຕົນເອງນັ້ນປາດຖະຫນາໂດຍບໍ່ທັນຕັ້ງໂຕ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 9
ຄົນເກີດວັນພຸດ
ການງານ ທຸລະກິດທີ່ກ່ຽວຂ້ອງກັບການຂາຍເສື້ອຜ້າ ແຟຊັ່ນ ຫລືດ້ານອາຫານ ຈະປະສົບຄວາມສຳເລັດ
ການເງິນ ມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງໃນໄລຍະນີ້ດວງທາງດ້ານການເງິນດີຂຶ້ນຫຼາຍໆ ຢ່າງເຫັນໄດ້ແຈ້ງ
ຄວາມຮັກ ມີຄວາມເຂົ້າໃຈ ແລະ ເຫັນໃຈຊຶ່ງກັນ ແລະ ກັນກັບຄົນຮັກໃນໄລຍະນີ້
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີແດງ
ເລກນຳໂຊກ 2
ຄົນເກີດວັນພະຫັດ
ການງານ ຕ້ອງມີທີມງານ ແລະ ທີ່ປຶກສາທີ່ດີຄອຍຖ້າໃຫ້ຄຳແນະນຳ ຈຶ່ງຈະເກີດຄວາມສຳເລັດ ແລະ ຄວາມກ້າວຫນ້າທີ່ດີໄດ້
ການເງິນ ໄລຍະນີ້ລາຍຈ່າຍມີມາຕະຫລອດ ບໍ່ສາມາດຫຼີກເວັ້ນໄດ້ເລີຍ
ຄວາມຮັກ ລະວັງການໃຊ້ອາລົມ ແລະ ຄວາມໃຈຮ້ອນລະຫວ່າງກັນກັບຄົນຮັກ
ເຄື່ອງມຸງຄຸນ ຕຸ້ມຫູຄໍາ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 7
ຄົນເກີດວັນສຸກ
ການງານ ເລັ່ງໃນເລື່ອງຂອງການສ້າງສັນຜົນງານ ຫລື ເຮັດທຸລະກິດໃຫ້ໄດ້ກຳໄລດີຂຶ້ນຢ່າງຕໍ່ເນື່ອງ
ການເງິນ ຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ໂຊກດີຫຼາຍໆ ໃນໄລຍະນີ້ ຈະໃຊ້ເງິນໃນການເດີນທາງທ່ອງທ່ຽວ ຫຼື ຊື້ເຄື່ອງທີ່ຖືກໃຈໃຫ້ກັບຕົນເອງ
ຄວາມຮັກ ມີບັນຫາໃນເລື່ອງຂອງໄລຍະທາງທີ່ຢູ່ຫ່າງໄກກັນກັບຄູ່ຄອງ ຫລືຄົນທີ່ສຶກສາເບິ່ງໃຈກັນຢູ່
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີບົວ
ເລກນຳໂຊກ 5
ຄົນເກີດວັນເສົາ
ການງານ ທົບທວນລະບົບການເຮັດວຽກງານ ເພື່ອທີ່ຈະເຮັດໃຫ້ໄດ້ປະສິດທິພາບຫຼາຍທີ່ສຸດ
ການເງິນ ເພດກົງກັນຂ້າມຈະຄອຍຖ້າອຸປະຖຳທາງດ້ານການເງິນ
ຄວາມຮັກ ມີໂອກາດພົບຄົນທີ່ມີສະເໜ່ຫລາຍໆ ໃນໄລຍະນີ້
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີເທົາ
ເລກນຳໂຊກ 2