ອ່ານດວງລາຍວັນປະຈໍາວັນພຸດ ທີ 25 ຕຸລາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ພາລະກິດຫຼາຍເປັນພິເສດ ຈະເຮັດທຸລະກິດຫຍັງກໍເປັນເງິນເປັນຄຳໄປທຸກຢ່າງ
ການເງິນ ມີໂອກາດໃຊ້ເງິນຊື້ເສື້ອຜ້າໃໝ່ ຫຼືມີເລື່ອງຈຳເປັນທີ່ຕ້ອງໃຊ້ຈ່າຍເງິນອອກໄປໃນໄລຍະນີ້
ຄວາມຮັກ ລະວັງຄຳເວົ້າທີ່ສົ່ງຜົນຕໍ່ຄວາມສຳພັນລະຫວ່າງກັນໃນໄລຍະນີ້ ຄວນໃຊ້ເຫດຜົນໃຫ້ຫຼາຍ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີແດງ
ເລກນຳໂຊກ 3
ຄົນເກີດວັນຈັນ
ການງານ ກຽມສະຫຼອງຄວາມສຳເລັດໄດ້ເລີຍ ເພາະວຽກງານທີ່ພະຍາຍາມເຮັດມາດົນແລ້ວຈະເກີດຄວາມສຳເລັດອັນຍິ່ງໃຫຍ່
ການເງິນ ພົບຄວາມໝັ້ນຄົງດີຂຶ້ນທາງດ້ານການເງິນ ມີໂຊກເພີ່ມເຕີມຫຼາຍຂຶ້ນ
ຄວາມຮັກ ຈະພົບຮັກ ພົບຄູ່ຄອງ ຄົນຄົນນີ້ເປັນຄົນເກັ່ງ ແລະ ມີຄວາມສາມາດ ທ່ານເປັນຄົນຈິງຈັງ ແລະ ຈິງໃຈ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີບົວ
ເລກນຳໂຊກ 1
ຄົນເກີດວັນອັງຄານ
ການງານ ລະມັດລະວັງຄວາມຜິດພາດໃນການເຮັດວຽກງານ ແຕ່ຈະສາມາດສ້າງຜົນກຳໄລຈາກທຸລະກິດທີ່ຕົນເອງກະທຳຢູ່
ການເງິນ ລາຍຈ່າຍຍັງມີອີກຫຼາຍໃນໄລຍະນີ້ ແຕ່ກໍບໍ່ກະທົບທາງດ້ານການເງິນ
ຄວາມຮັກ ກຳລັງພິຈາລະນາເລື່ອງຕ່າງໆ ທາງດ້ານຄວາມຮັກ ແຕ່ກໍຍັງບໍ່ຕັດສິນໃຈໃດໆ
ເຄື່ອງມຸງຄຸນ ສາຍແຂນຄໍາ
ສີມຸງຄຸນ ສີຂາວ
ເລກນຳໂຊກ 8
ຄົນເກີດວັນພຸດ
ການງານ ໃຊ້ເທັກນິກ ແລະ ຄວາມສາມາດໃນການສ້າງສັນຜົນງານ ເຮັດໃຫ້ຕົນເອງປະສົບຄວາມສຳເລັດ
ການເງິນ ຈະໄດ້ເງິນເຂົ້າມາເລື້ອຍໆ ແລະ ຄົນຮັກ ຫຼືເພດກົງກັນຂ້າມ ຈະຖ້າອຸປະຖຳທາງດ້ານການເງິນ
ຄວາມຮັກ ມີເກນທີ່ຈະພົບຄົນມີອາຢຸນ້ອຍກວ່າ ແລະມີນິໄສທີ່ຕ່າງກັນຫຼາຍ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 4
ຄົນເກີດວັນພະຫັດ
ການງານ ລະວັງຄວາມເລັ່ງຮີບ ຮີບຮ້ອນຈົນເກີນໄປ ຈະກໍ່ໃຫ້ເກີດຄວາມຜິດພາດທາງດ້ານການງານ
ການເງິນ ຈະໄດ້ເງິນເຂົ້າມາເລື້ອຍໆ ໃນໄລຍະນີ້ ມີຄວາມໝັ້ນຄົງທາງດ້ານການເງິນດີຂຶ້ນ
ຄວາມຮັກ ຄວນສື່ສານກັນໃຫ້ຫຼາຍຂຶ້ນ ກໍຈະມີໂອກາດສົມຫວັງດ້ານຄວາມຮັກຫຼາຍຂຶ້ນ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 0
ຄົນເກີດວັນສຸກ
ການງານ ຈະເຮັດທຸນກິດຈະການງານໃດໆ ໃນໄລຍະນີ້ ຕ້ອງມີທີ່ປຶກສາທີ່ດີຄອຍຖ້າໃຫ້ຄຳແນະນຳ ຄອຍຖ້າໃຫ້ການສະໜັບສະໜຸນ ຈຶ່ງຈະເກີດຄວາມສຳເລັດ
ການເງິນ ຈະໄດ້ເງິນເຂົ້າມາໄລຍະນີ້ ແລະ ເກີດຄວາມຮູ້ສຶກດີໃຈຫຼາຍໆ
ຄວາມຮັກ ບໍ່ມີເວລາທຸ້ມເທໃນເລື່ອງຄວາມຮັກເລີຍ ເພາະຕົນເອງນັ້ນມີພາລະກິດຫຼາຍເປັນພິເສດ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 7
ຄົນເກີດວັນເສົາ
ການງານ ຊ່ວງນີ້ງານເຂົ້າມາຫຼາຍ ມີການຕິດຕໍ່ປະສານງານທີ່ຂ້ອນຂ້າງຫຼາຍເປັນພິເສດ
ການເງິນ ຫາເງິນເຂົ້າມາໄດ້ເພີ່ມເຕີມຢ່າງຕໍ່ເນື່ອງ ແລະ ເປັນໂຊກດີ ມີຄວາມຈະເລີນຮຸ່ງເຮືອງ
ຄວາມຮັກ ຈະພົບໃຜບາງຄົນທີ່ຈະເຂົ້າມາໃຫ້ຄວາມຮັກແທ້ ແລະ ຄວາມຈິງໃຈ ພ້ອມມອບສິ່ງດີໆໃຫ້
ເຄື່ອງມຸງຄຸນ ເພັດສີຂາວ
ສີມຸງຄຸນ ສີບົວ
ເລກນຳໂຊກ 3