ອ່ານດວງລາຍວັນປະຈໍາວັນພະຫັດ ທີ 1 ມິຖຸນາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ເດີນທາງຕິດຕໍ່ວຽກເລື້ອຍຫຼາຍໃນໄລຍະນີ້ ຈົນບໍ່ຄ່ອຍມີເວລາພັກຜ່ອນປານໃດ
ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫຼອດ ບໍ່ສາມາດຫຼີກເວັ້ນລາຍຈ່າຍໃດໆ ໄດ້ເລີຍ
ຄວາມຮັກ ຢູ່ໃນເກນທີ່ດີ ມີຄວາມສຸກໃຈ ຄວາມຮັກສົມຫວັງດັ່ງທີ່ທ່ານນັ້ນປາຖະໜາ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 7
ຄົນເກີດວັນຈັນ
ການງານ ງານປະດິດ ວຽກງານທີ່ກ່ຽວຂ້ອງກັບສິລະປະ ແລະ ຄວາມສວຍງາມ ແຟຊັ່ນຕ່າງໆ ປະສົບຄວາມສຳເລັດດີ
ການເງິນ ຈະໄດ້ຂອງຖືກໃຈທີ່ຕັດສິນໃຈຊື້ດ້ວຍເງິນທີ່ຕົນເອງນັ້ນເກັບອອມມາພໍສົມຄວນ
ຄວາມຮັກ ຈະພົບຄົນເກັ່ງທີ່ບໍ່ຄືໃຜ ເຂົາເປັນຄົນທີ່ມີຄວາມໝັ້ນຄົງ ຂະຫຍັນ ແລະ ມີຊື່ສຽງໃນແບບຂອງເຂົາ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີຂາວ
ເລກນຳໂຊກ 2
ຄົນເກີດວັນອັງຄານ
ການງານ ການເຈລະຈາຕໍ່ລອງທາງດ້ານຜົນປະໂຫຍດຕ່າງໆ ໄດ້ຮັບໂອກາດທີ່ດີແລະ ເກີດຂໍ້ຕົກລົງທີ່ໜ້າພໍໃຈ
ການເງິນ ໂຊກດີ ມີໂຊກຈະໄດ້ເງິນເຂົ້າມາ ໃນໄລຍະນີ້ດວງດີຂຶ້ນຫຼາຍກວ່າແຕ່ກ່ອນ
ຄວາມຮັກ ຄົນຜິວຂາວມີອິດທິພົນຕໍ່ທ່ານ ເຂົາເປັນຄົນທີ່ເກັ່ງ ແລະ ມີຄວາມສາມາດຫຼາຍໆ
ເຄື່ອງມຸງຄຸນ ສາຍແຂນ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 1
ຄົນເກີດວັນພຸດ
ການງານ ເຮັດທຸລະກິດການງານໃດໆ ກໍຕ້ອງມີການປັບແກ້ ຫຼື ເດີນທາງຕິດຕໍ່ງານຂ້ອນຂ້າງຫຼາຍໃນໄລຍະນີ້ ແຕ່ກໍເຮັດໄດ້ດີເພາະຄວາມຕັ້ງໃຈ ແລະ ສ້າງຜົນງານໄດ້ຢ່າງຕໍ່ເນື່ອງ
ການເງິນ ມີຄວາມກັງວົນໃຈແດ່ ແຕ່ກໍຫາເຂົ້າມາໄດ້ດ້ວຍຄວາມສາມາດຂອງຕົນເອງ ໃນໄລຍະນີ້ຈະສັງເກດໄດ້ວ່າເງິນເກັບນັ້ນຄ່ອຍໆ ເພີ່ມຂຶ້ນຫຼາຍກວ່າແຕ່ກ່ອນ
ຄວາມຮັກ ບໍ່ຄ່ອຍມີເວລາທຸ້ມເທດ້ານຄວາມຮັກ ແຕ່ກໍບໍ່ມີບັນຫາໃດໆ ເພາະແມ່ນພາລະກິດໃນເລື່ອງຂອງການງານນັ້ນຈະຂ້ອນຂ້າງວຸ່ນຫຼາຍ ແຕ່ຄົນຮັກກໍເຂົ້າໃຈທ່ານສະເໝີ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີມ່ວງ
ເລກນຳໂຊກ 5
ຄົນເກີດວັນພະຫັດ
ການງານ ສ້າງຜົນງານຕ່າງໆ ໃຫ້ເກີດຄວາມສຳເລັດໄດ້ດ້ວຍການມີບໍລິວານ ຮຸ້ນສ່ວນ ຫຼືທີມງານທີ່ດີ
ການເງິນ ມີດວງສ່ຽງໂຊກໃນໄລຍະນີ້ ຈະໄດ້ເງິນແບບຟຸກໆ ເຂົ້າມາເລື້ອຍໆ ຢ່າງເປັນໂຊກດີ
ຄວາມຮັກ ຈະພົບຄົນທີ່ສະຫຼຽວສະຫຼາດ ຊ່າງເວົ້າ ມີເກນອາຍຸນ້ອຍກວ່າ ໂດຍໝູ່ເພື່ອນຈະແນະນຳໃຫ້ໄດ້ຮູ້ຈັກກັນ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 4
ຄົນເກີດວັນສຸກ
ການງານ ໄລຍະນີ້ເດີນທາງຕິດຕໍ່ງານເລື້ອຍໆ ເພື່ອເຈລະຈາກັບຮຸ້ນສ່ວນ ຫຼືບໍລິວານ ເຖິງຂໍ້ຕົກລົງບາງຢ່າງ
ການເງິນ ຍັງບໍ່ຄ່ອຍໜ້າໄວ້ໃຈປານໃດ ໃນເລື່ອງຂອງການເງິນຍັງບໍ່ຄ່ອຍດີ ມີເລື່ອງຈ່າຍຕະຫຼອດ
ຄວາມຮັກ ຍັງບໍ່ຕັດສິນໃຈໃນເລື່ອງຂອງຄວາມຮັກ ເພາະຍັງບໍ່ໄດ້ຮັບຂ່າວສານຂໍ້ມູນທີ່ຊັດເຈນຈາກຝ່າຍຄົນຮັກ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 2
ຄົນເກີດວັນເສົາ
ການງານ ເດີນທາງຫຼາຍໃນໄລຍະນີ້ອາດຈະເມື່ອຍ ແຕ່ກໍວາງແຜນໃນເລື່ອງຂອງການເຮັດວຽກງານຢ່າງລະອຽດຮອບຄອບສະເໝີ ເພາະມີຄວາມມຸ່ງໝັ້ນຕັ້ງໃຈໃນການສ້າງຜົນງານ
ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປຕະຫຼອດ ແຕ່ກໍໂຊກດີທີ່ວ່າມີເພດກົງກັນຂ້າມຄອຍຖ້າອຸປະຖຳທາງດ້ານການເງິນ
ຄວາມຮັກ ຄົນຜິວຂາວຍັງໂດດເດັ່ນທີ່ຈະພົບດວງກໍເຂົ້າກັນດີ ເພາະຄົນລັກສະນະນີ້ຈະເຂົ້າມາຊ່ວຍເຫຼືອອຸປະຖຳທ່ານໄດ້ສະເໝີ
ເຄື່ອງມຸງຄຸນ ເພັດສີບົວ
ສີມຸງຄຸນ ສີເທົາ
ເລກນຳໂຊກ 2