ອ່ານດວງລາຍວັນປະຈໍາວັນຈັນ ທີ 22 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ຈະເຮັດວຽກງານຫຍັງໃນໄລຍະນີ້ກໍຈະເປັນເງິນເປັນຄຳໄປທຸກຢ່າງ ເພາະມີຄວາມສາມາດ ໃຊ້ຄວາມສາມາດເພື່ອໃຫ້ເກີດປະໂຫຍດແກ່ຕົນເອງຫຼາຍທີ່ສຸດ
ການເງິນ ໄດ້ເຂົ້າມາກໍຈ່າຍອອກໄປຫຼາຍໃນໄລຍະນີ້ ເປັນການຊື້ເຄື່ອງທີ່ທ່ານຢາກໄດ້ມາດົນກໍເປັນໄປໄດ້
ຄວາມຮັກ ຍັງບໍ່ໂດດເດັ່ນໃນເລື່ອງຄວາມຮັກ ເພາະມຸ່ງໝັ້ນໃນເລື່ອງວຽກງານຫຼາຍກວ່າ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສິຂາວ
ເລກນຳໂຊກ 0
ຄົນເກີດວັນຈັນ
ການງານ ເຮັດສິ່ງໃດເຮັດດ້ວຍຄວາມໝັ້ນໃຈ ແລະ ຢ່າລັງເລ ຖ້າບໍ່ຮູ້ວ່າຈະຕ້ອງເຮັດແນວໃດ ຄວນມີທີ່ປຶກສາທີ່ດີ ທີ່ມີປະສົບການຊ່ວຍຕັດສິນໃຈກໍຈະກໍ່ໃຫ້ເກີດໂຊກ
ການເງິນ ມີໂຊກຈະໄດ້ເງິນເຂົ້າມາໃນໄລຍະນີ້ ເປັນມື້ໂຊກດີຂອງທ່ານທີ່ຈະມີການປ່ຽນແປງທາງດ້ານຖານະດີ
ຄວາມຮັກ ຍັງບໍ່ມີເວລາປານໃດ ເພາະຍັງມີວຽກ ຫຼື ຕ້ອງເດີນທາງຕະຫຼອດເລີຍບໍ່ມີເວລາໃຫ້ເລື່ອງຄວາມຮັກນັ້ນເອງ
ເຄື່ອງມຸງຄຸນ ເພັດສີສົ້ມ
ສີມຸງຄຸນ ສີບົວ
ເລກນຳໂຊກ 6
ຄົນເກີດວັນອັງຄານ
ການງານ ໄລຍະນີ້ຈະມີຄວາມສຳເລັດຢ່າງທີ່ຄາດຫວັງ ແຕ່ກໍຕ້ອງສຶກສາຄວາມຮູ້ໃໝ່ໆ ຫຼືທຸລະກິດຕ່າງໆ ທີ່ຈະ ສາມາດອົດທົນໄປໄດ້
ການເງິນ ໄລຍະນີ້ລະວັງຄົົນທີ່ຈະເຂົ້າມາເພື່ອຢິບຢືມເງິນທ່ານ ເພາະຈະໄດ້ຄືນຊ້າ ໄດ້ບໍ່ເຕັມຈຳນວນ ຫຼືບໍ່ໄດ້ຄືນເລີຍກໍເປັນໄປໄດ້
ຄວາມຮັກ ຖ້າຄົບຫາໃຜບາງຄົນຢູ່ ໃນເລື່ອງຄຳເວົ້າຕ້ອງເບິ່ງນ້ຳໃຈກັນ ໃຊ້ເຫດຜົນ ແລະຄວາມເຂົ້າໃຈກັນ ຈະສົ່ງຜົນດີຕໍ່ຄວາມສຳພັນ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 3
ຄົນເກີດວັນພຸດ
ການງານ ຄວາມມຸ່ງໝັ້ນໃນການໃຊ້ເທັກນິກເພື່ອແກ້ບັນຫາການງານຕ່າງໆ ຈະສາມາດສ້າງຜົນງານໄດ້ຢ່າງຕໍ່ເນື່ອງ
ການເງິນ ມີຄວາມກັງວົນໃຈໃນການໃຊ້ຈ່າຍເງິນ ຄວນທີ່ຈະເຮັດບັນຊີລາຍຮັບ ລາຍຈ່າຍເພື່ອໃຫ້ເຫັນຕົວເລກທີ່ແທ້ຈິງ
ຄວາມຮັກ ຕ້ອງລະວັງຄວາມໃຈຮ້ອນ ການບໍ່ໃຊ້ອາລົມ ແລະການໃຊ້ເຫດຕໍ່ກັນໃຫ້ຫຼາຍ ເວົ້າກັນຢ່າງເປັນເຫດເປັນຜົນ ແລະ ປັບຕົວເຂົ້າຫາກັນກໍຈະເຮັດໃຫ້ຄວາມສຳພັນດີຂຶ້ນ
ເຄື່ອງມຸງຄຸນ ຫິນນໍາໂຊກສີຄຳ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 0
ຄົນເກີດວັນພະຫັດ
ການງານ ຄວາມມຸ້ງໜັ່ນ ຄວາມສ້າງສັນ ແລະຄວາມພະຍາຍາມ ໃນການຕິດຕໍ່ເຈລະຈາຈະສົ່ງຜົນດີ ເຮັດໃຫ້ເກີດຄວາມສຳເລັດເກີນຄວາມຄາດຫວັງ
ການເງິນ ໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງໃນໄລຍະນີ້ຕາມທີ່ຄາດຫວັງ ແຕ່ຕ້ອງພົບຄວາມກົດດັນ ແລ້ວຈຶ່ງຈະໄດ້ເງິນເຂົ້າມາເພິ່ມເຕິມ
ຄວາມຮັກ ຖ້າຈະພົບໃຜໃນໄລຍະນີ້ທີ່ຈະມີເຂົ້າມາ ຢູ່ໃນເກນຜິວສອງສີ ຮູບຮ່າງທ້ວມໆ ການງານເຮັດໃຫ້ໄດ້ພົບກັນ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີດໍາ
ເລກນຳໂຊກ 1
ຄົນເກີດວັນສຸກ
ການງານ ຍັງບໍ່ແນ່ໃຈຕໍ່ຫຼັກປະຕິບັດ ຫຼື ແນວທາງບາງຢ່າງກ່ຽວກັບເລື່ອງຂອງວຽກງານ ແຕ່ກໍຄວນໃຊ້ຄວາມອົດທົນເພື່ອໃຫ້ຜ່ານໄປໄດ້ຢ່າງເປັນໂຊກ
ການເງິນ ໄລຍະນີ້ຢູ່ໃນເກນຊົງຕົວ ບໍ່ມີເລື່ອງເດືອດຮ້ອນ ຫຼື ເລື່ອງກັງວົນໃດໆ ເຮັດໃຫ້ທຸກໃຈນັ້ນເອງ
ຄວາມຮັກ ໂດດເດັ່ນໃນຄວາມສຳພັນກັບຄົນຜິວສອງສີ ໄລຍະທໍາອິດ ຈະໄດ້ພົບກັນ ແຕ່ຫຼັງໆຈະໄດ້ພົບກັນນ້ອຍລົງ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີແດງ
ເລກນຳໂຊກ 7
ຄົນເກີດວັນເສົາ
ການງານ ພະຍາຍາມເຮັດວຽກໃຫ້ໄດ້ຕາມມາດຕະຖານ ພະຍາຍາມເຮັດໃຫ້ດີທີ່ສຸດເທົ່າທີ່ເຮັດໄດ້ໃນໄລຍະນີ້ ແຕ່ກໍບໍ່ຄວນທີ່ຈະ ເຮັດເກີນເວລາພັກຜ່ອນຂອງຕົນເອງ
ການເງິນ ວາງແຜນການໃຊ້ຈ່າຍໃຫ້ມີຄວາມປະຫຢັດ ຊຶ່ງຈະເປັນຜົນດີກັບຕົນເອງໃນໄລຍະນີ້
ຄວາມຮັກ ບໍ່ມີເວລາໃຫ້ເລື່ອງຄວາມຮັກ ແລະຍັງບໍ່ຕັດສິນໃຈກັບຄວາມສຳພັນໃນຕອນນີ້
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີມ່ວງ
ເລກນຳໂຊກ 3