ວັນອັງຄານ ທີ 6 ມິຖຸນາ 2023

ສປປ ລາວ ມີ PEUGEOT ແລ້ວ! ຮ່ວມສຳຜັດ ແລະ ທົດລອງຂັບໄດ້ແລ້ວ ແຕ່ມື້ນີ້ເຖິງ 21/5/2023

ສປປ ລາວ ມີ PEUGEOT ແລ້ວ! ຮ່ວມສຳຜັດ ແລະ ທົດລອງຂັບໄດ້ແລ້ວ ແຕ່ມື້ນີ້ເຖິງ 21/5/2023
S! Muan

ສະໜັບສະໜູນເນື້ອຫາ

ໃນວັນທີ 18 ພຶດສະພາ 2023 | ວຽງຈັນ, ສປປ ລາວ – ກຸ່ມບໍລິສັດລາວທານີ, ຕົວແທນຈໍາໜ່າຍລົດຍີ່ຫໍ້ເປີໂຢ (PEUGEOT) ປະຈໍາລາວ, ໄດ້ຈັດງານທົດລອງຂັບຂີ່ “PEUGEOT EXPERIENCE DAY” ເພື່ອແນະນຳຍີ່ຫໍ້ສິງໂຕໃຫ້ແກ່ປະຊາຊົນລາວ.

ງານ PEUGEOT EXPERIENCE ແມ່ນຈັດຂຶ້ນເປັນເວລາ 4 ມື້ ໃນຫົວຂໍ້ “ໂລກທີ່ດີກວ່າດ້ວຍ Allure”  ເຊິ່ງມີຈຸດປະສົງເພື່ອແນະນຳຍີ່ຫໍ້ໃຫ້ແກ່ລູກຄ້າໄດ້ຮູ້ຈັກ. ເປີໂຍລາວ ຍັງໄດ້ປະກາດກຸ່ມຜະລິດຕະພັນເບື້ອງຕົ້ນປະກອບມີ ລົດ SUV NEW 2008, NEW 3008, NEW 5008, ລົດກະບະ NEW LANDTREK 4x4 ແລະ 4x2. ກຸ່ມຜະລິດຕະພັນ ທີ່ແຂງແກ່ນນີ້  ນຳສະເໜີລົດທີ່ເໝາະກັບ Lifestyle ແລະຄວາມຕ້ອງການທີ່ຫຼາກຫຼາຍຂອງລູກຄ້າໃນ ສປປ ລາວ ພ້ອມດ້ວຍການອອກແບບ ເຕັກໂນໂລຊີ ແລະປະສິດທິພາບທີ່ເໜືອກວ່າ.

ໃຫ້ກຽດເຂົ້າຮ່ວມງານ PEUGEOT EXPERIENCE DAY, ໄດ້ແກ່ ທ່ານນາງ Siv-Leng Chhuor ເອກອັກຄະລັດຖະທູດ ຝະລັ່ງ ປະຈຳລາວ, ທ່ານ ລັດສະສີພົນ ພິມພະຈັນ ຜູ້ອໍານວຍການບໍລິຫານຂອງບໍລິສັດ ເປີໂຢລາວ ກ່າວວ່າ: “ພວກເຮົາຮູ້ສຶກເປັນກຽດທີ່ໄດ້ນຳສະເໜີຍີ່ຫໍ້ PEUGEOT ສູ່ ສປປ ລາວ ໂດຍຜ່ານການຈັດງານ PEUGEOT EXPERIENCE DAY. ກຸ່ມບໍລິສັດ ລາວທານີ ມີຄວາມຕື່ນເຕັ້ນທີ່ຈະນໍາສະເໜີຜະລິດຕະພັນເບື້ອງຕົ້ນຂອງ PEUGEOT ເຊິ່ງປະກອບດ້ວຍລົດລຸ້ນ NEW 2008, NEW 3008, NEW 5008 ແລະ ລົດກະບະ NEW LANDTREK ທີ່ຈະຕອບສະໜອງຄວາມຕ້ອງການທີ່ຫຼາກຫຼາຍຂອງລູກຄ້າໃນທົ່ວປະເທດ.”

ເລີ່ມແຕ່ວັນທີ 18 ມິຖຸນາ 2023 ເປັນຕົ້ນໄປ, ລູກຄ້າສາມາດຊື້ ຫຼື ຈອງລົດໄດ້ໂດຍການເຂົ້າໄປທີ່:

  • ຫ້ອງຂາຍ ລາວທາມີ ສາຂາໂພນໄຊ LAOTHANI PHONXAY SHOWROOM (ຂ້າງປ້ຳນ້ຳມັນ ໂພນໄຊ PV) ບ້ານໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ. ໂທ: 021-412391
  • ຫ້ອງຂາຍ ລາວທາ ສາຂາຫຼັກ 7 (LAOTHANI KM7 SHOWROOM) ບ້ານສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ສປປ ລາວ ໂທ: 020-5596 8188
  • ສູນບໍລິການລູກຄ້າ PEUGEOT ໂທ: 020-57382111

ໃນໂອກາດສະເຫຼີມສະຫຼອງດັ່ງກ່າວ, PEUGEOT Laos ຍັງຈັດໂປຣໂມຊັນພິເສດ ເລີ່ມແຕ່ວັນທີ 18-31 ພຶດສະພາ 2023 ສຳຫຼັບລົດPEUGEOT ທຸກໆລຸ້ນ ໃຫ້ກັບລູກຄ້າ ແລະຍັງກົງກັບໂອກາດ ສະເຫຼີມສະຫຼອງສາຍພົວພັນລາວ-ຝຣັ່ງ ຄົບຮອບ 70 ປີນຳອີກ. ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ງານ PEUGEOT EXPERIENCE DAY ທີ່ບຶງທາດຫຼວງ, ນະຄອນຫຼວງວຽງຈັນ ຕັ້ງແຕ່ມື້ນີ້ ຈົນເຖິງ 21 ພຶດສະພາ 2023 ຫຼື ເຂົ້າມາເບິ່ງທີ່ຫ້ອງວາງຂາຍຂອງ ລາວທານີ.

ມາຮູ້ຈັກກຸ່ມຜະລິດຕະພັນ PEUGEOT: NEW PEUGEOT LANDTREK ເປັນທາງເລືອກໃໝ່ຂອງລົດກະບະຂະໜາດກາງ ທີ່ອອກແບບມາເພື່ອຮັບມືກັບຖະໜົນຫົນທາງໃນເມືອງ ແລະພູມສັນຖານທີ່ຍາກລຳບາກ, ໃນຂະນະທີ່ທ່ານອອກໄປເຮັດກິດຈະກຳພັກຜ່ອນກາງແຈ້ງ. ປະສົມປະສານກັບການຕົບແຕ່ງພາຍໃນທີ່ທັນສະໄໝ ກວ້າງຂວາງ ແລະສະດວກສະບາຍ, ລົດກະບະ LANDTREK ຍັງມີເຕັກໂນໂລຊີໃນລົດທີ່ທັນສະໄໝ, ຄວາມສາມາດໃນການປັບຕົວຂັ້ນສູງ ແລະ ຄວາມພຶງພໍໃຈໃນການຂັບຂີ່ລົດແບບ SUV ໂດຍຈະວາງຈຳໜ່າຍທັງໝົດ 2 ລຸ້ນ ສໍາລັບລູກຄ້າໃນ ສປປ ລາວ.

NEW PEUGEOT 2008 ເປັນລົດ SUV ຂະໜາດກະທັດຮັດທີ່ອອກແບບມາເພື່ອການດຳລົງຊີວິດແບບທັນສະໄໝ ໂດຍເນັ້ນໃສ່ຮູບແບບສະປອດ, ສະຫງ່າງາມ. ຄຸນສົມບັດທີ່ສໍາຄັນຂອງມັນປະກອບມີ ເຕັກໂນໂລຊີຄວາມປອດໄພກ້າວໜ້າ, ຫ້ອງໂດຍສານທີ່ມີເຕັກໂນໂລຊີຂັ້ນສູງ, ແລະຫ້ອງໂດຍສານທີ່ກວ້າງຂວາງ. ມີຫຼາກຫຼາຍສີໃຫ້ເລືອກ ໄດ້ແກ່: Amazonite Grey, Pearl White ແລະ Perla Nera Black, ມັນດີເລີດສຳລັບຜູ້ຂັບຂີ່ທີ່ມັກການຜະຈົນໄພ ແລະ ເປັນຄົນມີ style.

ປະສົມປະສານຮູບແບບທີ່ໂດດເດັ່ນ ກັບການໃຊ້ງານຕົວຈິງ ແລະຄວາມຄ່ອງແຄ້ວ, NEW PEUGEOT 3008 ເປັນລົດ SUV ຂະຫນາດກາງ ທີ່ສ້າງສັນຂຶ້ນສໍາລັບຜູ້ຂັບຂີ່ ທີ່ໃຫ້ຄຸນຄ່າກັບຄວາມສະດວກສະບາຍ ແລະມີເອກະລັກ. ການອອກແບບທີ່ຄ່ອງແຄ້ວ ແລະ ທັນສະໄໝຂອງມັນ ແມ່ນປະກອບໄປດ້ວຍເຕັກໂນໂລຊີນະວັດຕະກໍາ, ລວມທັງລະບົບການຊ່ວຍເຫຼືອຜູ້ຂັບຂີ່, ລະບົບຂໍ້ມູນຄວາມບັນເທີງ (infotainment) ​ທີ່​ຕອບ​ສະ​ຫນອງ​ວ່ອງໄວ, ແລະ ຊ່ອງຫຼັງຄາທີ່ເປີດໄດ້ກວ້າງ (Sunroof Panoramic)​. ລົດລຸ້ນ NEW 3008 ມີຫຼາຍສີໃຫ້ເລືອກ ໄດ້ແກ່: Perla Nera Black, Pearl White, Amazonite Grey ແລະ Cuprite Brown. 

NEW PEUGEOT 5008 ເປັນລົດ SUV ເຈັດບ່ອນນັ່ງທີ່ກວ້າງຂວາງ ແລະໃຊ້ງານຈິງໄດ້ ພ້ອມທັງມອບປະສົບການການຂັບຂີ່ທີ່ຫຼູຫຼາ. ການ​ອອກ​ແບບ​ທີ່​ປານີດ ​ແລະ​ສະ​ຫງ່າ​ງາມ ຈຶ່ງ​ຖືກ​ຈັບ​ຄູ່​ກັບ​ຄຸນ​ສົມ​ບັດ​ທີ່ສຸດປະທັບໃຈ, ລວມ​ທັງ​ປະຕູທ້າຍລົດແບບ Hand-Free, ຊ່ອງຫຼັງຄາທີ່ເປີດໄດ້ກວ້າງ (Sunroof Panoramic)​, ແລະ​ລະ​ບົບ​ສຽງ​ລະດັບພຣີມ້ຽມ​. ລົດລຸ້ນ NEW 5008 ແມ່ນສົມບູນແບບສໍາລັບຄອບຄົວ ແລະຜູ້ທີ່ຕ້ອງການພື້ນທີ່ກວ້າງຂວາງ ແລະສະດວກສະບາຍໃນການເດີນທາງ. ມີຫຼາກສີໃຫ້ເລືອກ ໄດ້ແກ່: Emerald Crystal, Pearl White, Amazonite Grey ແລະ Perla Nera Black.


ກ່ຽວກັບ PEUGEOT: PEUGEOT ເປັນຍີ່ຫໍ້ອັນດັບຕົ້ນໆຂອງໂລກທີ່ມີສ້າງສັນ ແລະເປັນສາກົນ. ຄຸນ​ຄ່າ​ຂອງ​ຍີ່ຫໍ້​ແມ່ນອາລົວ (Allure​), ຄວາມເປັນເລີດ ​ແລະ​ຄວາມຮູ້ສຶກ​. ປະຈຸບັນ ແມ່ນມີວາງຂາຍໃນຫຼາຍກວ່າ 130 ປະເທດ, PEUGEOT ຂາຍລົດໄປແລ້ວຫຼາຍກວ່າ 1.200.000 ຄັນໃນທົ່ວໂລກໃນປີ 2021. ຫຼັງຈາກການສະເຫຼີມສະຫຼອງຄົບຮອບ 211 ປີຂອງຍີ່ຫໍ້, ປະຈຸບັນ PEUGEOT ໄດ້ສະແດງຕົວຕົນໃໝ່ດ້ວຍໂລໂກ້ ທີ່ເນັ້ນໜັກເຖິງບຸກຄະລິກ ແລະ ຄວາມບໍ່ສິ້ນສຸດ. ດ້ວຍກຸ່ມລົດທີ່ນຳໃຊ້ໄຟຟ້າ 80% ແລະກຸ່ມລົດເພື່ອການຄ້າທີ່ໃຊ້ພະລັງງານໄຟຟ້າ 100%, ຍີ່ຫໍ້ PEUGEOT ພວມສືບຕໍ່ຫັນປ່ຽນພະລັງງານຂອງຕົນ. ຈາກປີ 2022, PEUGEOTຈະແຂ່ງຂັນໃນງານ World Endurance Championship (WEC) ດ້ວຍລົດລຸ້ນ 9X8 hybrid Hypercar.

ຕິດຕໍ່ໃຫ້ເບີ ສູນບໍລິການ PEUGEOT Laos ໂທ: 020 57382111

Advertisement Replay Ad
ອ່ານດວງລາຍວັນປະຈໍາວັນອັງຄານ ທີ 6 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 6 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 5 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 5 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 2 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 2 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 1 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 1 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 31 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 31 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 30 ພຶດສະພາ ປີ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 30 ພຶດສະພາ ປີ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 29 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 29 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 26 ພືດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 26 ພືດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 25 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 25 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 24 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 24 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 23 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 23 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 22 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 22 ພຶດສະພາ 2023 ຕາມແຕ່ລະວັນເກີດ

ສປປ ລາວ ມີ PEUGEOT ແລ້ວ! ຮ່ວມສຳຜັດ ແລະ ທົດລອງຂັບໄດ້ແລ້ວ ແຕ່ມື້ນີ້ເຖິງ 21/5/2023

ສປປ ລາວ ມີ PEUGEOT ແລ້ວ! ຮ່ວມສຳຜັດ ແລະ ທົດລອງຂັບໄດ້ແລ້ວ ແຕ່ມື້ນີ້ເຖິງ 21/5/2023

ອ່ານດວງລາຍວັນປະຈໍາວັນສຸກ 19 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ 19 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 18 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 18 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ 17 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ 17 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 16 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 16 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 15 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 15 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 12 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 12 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 11 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 11 ພຶດສະພາ 2023 ຕາມແຕ່ລະວັນເກີດ

ສົ່ງອີເມວຫາໝູ່

ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)

ສົ່ງອີເມວ