ອ່ານດວງລາຍວັນປະຈໍາວັນອັງຄານ ທີ 9 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ດຸໝັ່ນໃນການເຮັດວຽກງານ ທ່ານໃສ່ໃຈໃນວຽກງານທີ່ທ່ານໄດ້ເຮັດຢູ່ສະເໝີ
ການເງິນ ມີລາຍຈ່າຍຕະຫຼອດໃນໄລຍະນີ້ ລະວັງເຂົ້າສູ່ພາວະຕິດລົບທາງດ້ານການເງິນ
ຄວາມຮັກ ຖ້າຈະພົບໃຜໃນໄລຍະນີ້ ອາດຈະມີເຂົ້າມາຫຼາຍກວ່າ 1 ຄົນໃຫ້ທ່ານໄດ້ເລືອກ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີມ່ວງ
ເລກນຳໂຊກ 2
ຄົນເກີດວັນຈັນ
ການງານ ຂະຫຍັນ ແລະ ເຮັດວຽກຢ່າງລະອຽດຮອບຄອບຫຼາຍໆ ໃນໄລຍະນີ້ ມີໂອກາດທີ່ຈະຫາງານພິເສດ ເພື່ອທີ່ຈະເຮັດໃຫ້ມີລາຍໄດ້ເພີ່ມຂຶ້ນ
ການເງິນ ມີໂຊກດີ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງໃນໄລຍະນີ້ກໍເປັນໄປໄດ້
ຄວາມຮັກ ຍັງພິຈາລະນາເລືອກຫົນທາງທີ່ຈະນຳພາຕົນເອງໄປສູ່ຄວາມກ້າວໜ້າ ຫຼາຍກວ່າທີ່ຈະມຸ່ງເນັ້ນດ້ານຄວາມຮັກໂດຍກົງໃນໄລຍະນີ້
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 6
ຄົນເກີດວັນອັງຄານ
ການງານ ຈະເຮັດທຸລະກິດການງານໃດໆ ຈະເລີນຮຸ່ງເຮືອງດີຂຶ້ນໄປທຸກຢ່າງ
ການເງິນ ມີໂຊກທີ່ຈະໄດ້ເງິນເຂົ້າມາເລື້ອຍໆ ໃນໄລຍະນີ້ ເປັນໂຊກນ້ອຍໆ ທີ່ເຮັດໃຫ້ທ່ານຮູ້ສຶກດີໃຈ
ຄວາມຮັກ ມີໂອກາດລອງເວົ້າ ສຶກສາເບິ່ງໃຈກັບຄົນຜິວຂາວທີ່ໄດ້ພົບໃນໄລຍະນີ້
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີບົວ
ເລກນຳໂຊກ 2
ຄົນເກີດວັນພຸດ
ການງານ ຕ້ອງແກ້ໄຂບັນຫາຕ່າງໆ ຄ່ອນຂ້າງເມື່ອຍໃນໄລຍະນີ້ ອາດຕ້ອງໃຊ້ຄວາມສະຫຼາດໃນເລື່ອງການຕໍ່ລອງເຈລະຈາເພື່ອແກ້ບັນຫາທີ່ເກີດຂຶ້ນ
ການເງິນ ມີໂຊກຈະໄດ້ເງິນເຂົ້າມາເລື້ອຍໆ ໃນໄລຍະນີ້ ບໍລິວານຫຼືໃຜບາງຄົນທີ່ຄອຍຖ້າອຸປະຖຳ ຊ່ວຍເຫຼືອທ່ານຢູ່
ຄວາມຮັກ ມີໂອກາດພົບຮັກແບບບໍ່ທັນຕັ້ງຕົວ ທ່ານເປັນຄົນເກັ່ງ ມີຄວາມສາມາດຫຼາຍໆ ມີຊື່ສຽງ ແລະ ເປັນຄົນຖືຮັກສາຄຳໝັ້ນສັນຍາ
ເຄື່ອງມຸງຄຸນ ຄໍາຝຣັ່ງ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 8
ຄົນເກີດວັນພະຫັດ
ການງານ ຈະເຮັດທຸລະກິດການງານໃດໆ ຈະໂຊກດີ ໄດ້ຜົນກຳໄລທີ່ດີ ເກີດຄວາມກ້າວໜ້າ
ການເງິນ ໃຊ້ອອກໄປຫຼາຍໃນໄລຍະນີ້ ບໍ່ສາມາດຄວບຄຸມລາຍຈ່າຍໃດໆ ໄດ້ເລີຍ
ຄວາມຮັກ ຄືຈະດີແຕ່ກໍຍັງບໍ່ແມ່ນ ເພາະຄົນທີ່ເຂົ້າມານັ້ນຈະບໍ່ໃຫ້ຄວາມຊັດເຈນກັບທ່ານ
ເຄື່ອງມຸງຄຸນ ສາຍຄໍຄໍາ
ສີມຸງຄຸນ ສີແດງ
ເລກນຳໂຊກ 8
ຄົນເກີດວັນສຸກ
ການງານ ເດີນທາງຕິດຕໍ່ງານຕະຫຼອດ ຕ້ອງໃຊ້ຄວາມພະຍາຍາມ ແລະ ຄວາມສາມາດໃນການລະດົມທຶນເຮັດທຸລະກິດ
ການເງິນ ໝຸນຫາໃຊ້ຈ່າຍໄດ້ຢ່າງຄ່ອງຕົວ ມື້ນີ້ມີໂຊກດີຈະໄດ້ເງິນເຂົ້າມາເພີ່ມເຕີມ
ຄວາມຮັກ ໄລຍະນີ້ມີໂອກາດພົບກັບສະພາວະຮັກຊ້ອນກໍເປັນໄປໄດ້
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີບົວ
ເລກນຳໂຊກ 3
ຄົນເກີດວັນເສົາ
ການງານ ໄລຍະນີ້ເປັນໄລຍະທີ່ຈະຕ້ອງຢຸດເພື່ອເບິ່ງ ແລະ ວາງແຜນ ເພາະຍັງບໍ່ແມ່ນຈັງຫວະທີ່ດີດ້ານການງານ
ການເງິນ ມີໂຊກຈະໄດ້ເງິນເຂົ້າມາໃນໄລຍະນີ້ ເພາະເປັນຄົນໃຈບຸນ ເຮັດດີ ເຮັດບຸນຢ່າງຕໍ່ເນື່ອງຈຶ່ງມີຄົນຄອຍຖ້າຊ່ວຍເຫຼືອສະເໝີ
ຄວາມຮັກ ຈະພົບຄົນມີສະເໜ່ແບບບໍ່ທັນຕັ້ງໂຕ ມີຜິວສອງສີ ຫຼືມີເກນອາຍຸຫຼາຍກວ່າ ຫຼືເປັນຄົນທີ່ຢູ່ຫ່າງກັນແລ້ວມີໂອກາດໄດ້ຕິດຕໍ່ກັນອີກເທື່ອໜຶ່ງ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີເທົາ
ເລກນຳໂຊກ 5