ອ່ານດວງລາຍວັນປະຈໍາວັນພຸດ ທີ 3 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ການເຈລະຈາຕໍ່ລອງ ຫຼື ທຸລະກິດປະສົບຄວາມສຳເລັດ ດວງຊາຕາຢູ່ໃນເກນທີ່ດີ ຈະເຮັດວຽກງານຫຍັງກໍເປັນເງິນເປັນຄຳໄປທຸກຢ່າງ
ການເງິນ ມີໂຊກຈະໄດ້ເງິນເຂົ້າມາຢ່າງຫຼາຍກວ່າໜຶ່ງເທື່ອ ດວງດີຫຼາຍຢ່າງເຫັນໄດ້ແຈ້ງ
ຄວາມຮັກ ມີໂອກາດພົບຄູ່ ພົບຄົນທີ່ຖືກໃຈໃນໄລຍະນີ້ ແຕ່ກໍຂຶ້ນຢູ່ກັບລາວວ່າຈະເລືອກທ່ານ ຫຼື ບໍ່
ເຄື່ອງມຸງຄຸນ ເພັດ
ສີມຸງຄຸນ ສີຟ້າອ່ອນ
ເລກນຳໂຊກ 1
ຄົນເກີດວັນຈັນ
ການງານ ພົບອຸປະສັກ ແຕ່ກໍມີຄວາມສຳເລັດທີ່ວາງແຜນ ແລະ ພະຍາຍາມທີ່ມີມາດົນ ໄລຍະນີ້ເຮັດໜ້າທີ່ໃຫ້ດີທີ່ສຸດກໍຈະເປັນໂຊກດີ
ການເງິນ ມີໂຊກຈະໄດ້ເງິນ ແຕ່ຕ້ອງລະວັງໃຜບາງຄົນທີ່ຈະເຂົ້າມາຢິບຢືມເງິນຂອງທ່ານໃນໄລຍະນີ້ແລ້ວຈະບໍ່ໄດ້ຄືນ
ຄວາມຮັກ ຍັງຢູ່ໃນເກນຊົງຕົວຫຼາຍກວ່າ ບໍ່ມີເລື່ອງກັງວົນໃດໆ ຄວາມສຳພັນເປັນໄປແບບຢ່າງທີ່ເຄີຍເປັນຄືວັນທີຜ່ານມາ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 4
ຄົນເກີດວັນອັງຄານ
ການງານ ຈະເຮັດສິ່ງໃດໃນໄລຍະນີ້ກໍຈະປະສົບຄວາມສຳເລັດໄດ້ດີຖ້າໄດ້ເຮັດໃນສິ່ງທີ່ຖະໜັດ ຫຼືໃນສິ່ງທີ່ມັກ ກໍຂະເຮັດໃຫ້ວຽກງານດີຂື້ນເລື້ອຍໆ
ການເງິນ ບໍລິຫານຈັດການໄດ້ຢ່າງດີ ແມ່ນຈະບໍ່ໂດດເດັ່ນ ແຕ່ກໍບໍ່ໄດ້ເດືອດຮ້ອນຫຼວງຫຼາຍ
ຄວາມຮັກ ຜູ້ຊາຍຜິວຂາວ ມີສະເໜ່ຈະເຂົ້າມາໃນຊີວິດຂອງທ່ານໃນໄລຍະນີ້ ແຕ່ລະວັງຄວາມໃຈຮ້ອນຈະສົ່ງຜົນຕໍ່ຄວາມສຳພັນ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີມ້ວງ
ເລກນຳໂຊກ 2
ຄົນເກີດວັນພຸດ
ການງານ ລະວັງຄຳເວົ້າທີ່ກົງເກີນໄປ ແລະ ຄວາມໃຈຮ້ອນເຮັດໃຫ້ເສຍວຽກງານ ການເພີ່ມທັກສະໃນການເຮັດວຽກງານຈະເຮັດໃຫ້ການງານສຳເລັດໄປໄດ້ດີ
ການເງິນ ມີເງິນໃຊ້ຈ່າຍຕະຫຼອດໃນໄລຍະນີ້ ດ້ວຍຄວາມສະຫຼຽວສະຫຼາດຂອງທ່ານຈະສາມາດຫາເຂົ້າມາໄດ້ເພີ່ມເຕີມ
ຄວາມຮັກ ດ້ວຍບຸນເກົ່າຈະນຳໃຫ້ໄດ້ພົບກັນ ຊຶ່ງທ່ານເປັນຄົນເກັ່ງ ມີຄວາມສາມາດ ມີຖານະ ໄດ້ພົບຮັກແທ້ທີ່ຈະເຮັດໃຫ້ຄວາມສຳພັນຢັ່ງຢືນ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີແດງ
ເລກນຳໂຊກ 7
ຄົນເກີດວັນພະຫັດ
ການງານ ພົບອຸປະສັກ ແຕ່ມີການປ່ຽນແປງທາງດ້ານການງານໄປໃນທິດທາງທີ່ດີຂຶ້ນ ແມ່ນບໍ່ມີຄວາມຫມັ້ນໃຈ ເມື່ອໃຊ້ຄວາມພະຍາຍາມ ແລະ ທຸ້ມເທຢ່າງເຕັມທີ່ກໍຈະປະສົບຄວາມສຳເລັດຢ່າງທີ່ຄາດຫວັງ
ການເງິນ ຍັງຢູ່ໃນເກນຊົງຕົວ ບໍ່ມີເລື່ອງກັງວົນ ຫຼືບໍ່ມີເລື່ອງເດືອດຮ້ອນໃດໆ ໃນໄລຍະນີ້
ຄວາມຮັກ ຖ້າຈະພົບໃຜໃນໄລຍະນີ້ທີ່ຈະມີເຂົ້າມາ ລາວຈະເປັນຄົນຮູບຮ່າງທ້ວມໆ ເກັ່ງ ມີຄວາມສາມາດ ມີຊື່ສຽງໃນແວດວົງຂອງທ່ານ
ເຄື່ອງມຸງຄຸນ ເພັດ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 5
ຄົນເກີດວັນສຸກ
ການງານ ຈະເຮັດສິ່ງໃດໃນໄລຍະນີ້ຈະມີຄວາມສຳເລັດ ເພາະມີຄົນຄອຍຖ້າຊ່ວຍເຫຼືອ
ການເງິນ ພະຍາຍາມບໍລິຫານຈັດການດ້ານການເງິນ ການໃຊ້ຈ່າຍໃຫ້ຜ່ານໄປໃຫ້ໄດ້ ໄລຍະນີ້ຈະຕິດຂັດແດ່ໜ້ອຍໜຶ່ງຈຶ່ງຕ້ອງວາງແຜນການໃຊ້ຈ່າຍໃຫ້ດີ
ຄວາມຮັກ ຍັງບໍ່ລົງຕົວທາງດ້ານຄວາມສຳພັນດ້ານຄວາມຮັກ ເພາະໃນເລື່ອງຂອງໄລຍະທາງເຮັດໃຫ້ເກີດຄວາມຫ່າງເຫີນ ແລະບໍ່ເຂົ້າໃຈກັນ ຫຼືກຳລັງທົບທວນຄວາມສຳພັນຢູ່ນັ້ນເອງ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 8
ຄົນເກີດວັນເສົາ
ການງານ ຈະເຮັດສິ່ງໃດ ຫຼືທຸລະກິດໃດໃນໄລຍະນີ້ ແມ່ນບໍ່ອອກແຮງຫຼາຍ ແຕ່ກໍຈະປະສົບຄວາມສຳເລັດທີ່ດີ
ການເງິນ ມີໂຊກຈະໄດ້ເງິນ ມີທັງຮັບທັງຈ່າຍ ແຕ່ກໍຈະຫາເງິນໄດ້ຫຼາຍຂຶ້ນ ມີຄວາມຄ່ອງຕົວພໍສົມຄວາມ
ຄວາມຮັກ ຍັງເບິ່ງໆ ຢູ່ຫຼາຍກວ່າ ຍັງບໍ່ຕັດສິນໃຈເລືອກໃຜ ເພາະມີຄົນເຂົ້າມາຫຼາຍກວ່າໜຶ່ງຄົນນັ້ນເອງ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີບົວ
ເລກນຳໂຊກ 3