ອ່ານດວງລາຍວັນປະຈໍາວັນສຸກ ທີ 24 ມີນາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ການເດີນທາງຕິດຕໍ່ທາງດ້ານການງານປະສົບຄວາມສຳເລັດດີເລີດ ໄດ້ຮັບຜົນປະໂຫຍດເຕັມທີ່
ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ໄລຍະນີ້ມີໂຊກດີ ຫຼື ມີດວງໃນການສ່ຽງໂຊກກໍເປັນໄປໄດ້
ຄວາມຮັກ ຈະພົບຄົນທີ່ສະຫຼຽວສະຫຼາດ ເວົ້າເກັ່ງມີໂອກາດພົບຮັກ ສຸກສົມຫວັງໃນໄລຍະນີ້
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີເທົາ
ເລກນຳໂຊກ 3
ຄົນເກີດວັນຈັນ
ການງານ ເຕັມໄປດ້ວຍຄວາມຂະຫຍັນ ແລະ ຄວາມກະຕືລືລົ້ນ ໃນເລື່ອງຂອງການສ້າງຜົນງານໃຫ້ເກີດຄວາມສຳເລັດ
ການເງິນ ມີຄວາມກັງວົນໃຈແຕ່ກໍສາມາດຫາເງິນເຂົ້າມາໄດ້ທຸກຄັ້້ງໃນໄລຍະນີ້
ຄວາມຮັກ ຕັດສິນໃຈທີ່ຈະເລືອກລົມ ຫຼື ຄົບຫາໃຜບາງຄົນຢູ່ ມີໂອກາດພົບຄົນທີ່ຖືກໃຈ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 6
ຄົນເກີດວັນອັງຄານ
ການງານ ບາງເທື່ອບໍ່ຕ້ອງເຮັດວຽກເມື່ອຍຫຼາຍເກີນໄປ ເພາະມີບໍລິວານທີ່ເກັ່ງ ແລະ ມີຄວາມສາມາດລໍຖ້າຊ່ວຍເຫຼືອຢູ່ສະເໝີ
ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ມີໂອກາດໄດ້ເງິນກ້ອນໃຫຍ່ ໂຊກດີຂຶ້ນຫຼາຍໆ
ຄວາມຮັກ ຖ້າພົບໃຜໃນໄລຍະນີ້ ທ່ານຈະເປັນຄົນເວົ້າຈາດີ ມາລະຍາດດີ ເປັນຄົນຊ່າງຝັນ ມີສະເໜ່ໃນຕົນເອງ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີບົວອ່ອນ
ເລກນຳໂຊກ 2
ຄົນເກີດວັນພຸດ
ການງານ ເຮັດທຸລະກິດຫຍັງກໍຈະໂຊກດີ ປະສົບຄວາມສຳເລັດດີເລີດ ການຕິດຕໍ່ເຈລະຈາປະສົບຄວາມສຳເລັດກ້າວໜ້າ
ການເງິນ ມີຈ່າຍອອກໄປແຕ່ກໍມີເຫຼືອເກັບ ເພາະໄລຍະນີ້ຖານະການເງິນຈະຄ່ອຍໆ ດີຂຶ້ນ
ຄວາມຮັກ ມີໂອກາດພົບຮັກແບບບໍ່ທັນຕັ້ງໂຕ ແຕ່ຖ້າເລີ່ມຄວາມສຳພັນຈະເປັນການຄົບຫາກັນແບບບໍ່ເປີດເຜີຍ
ເຄື່ອງມຸງຄຸນ ສາຍແຂນຄໍາ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 6
ຄົນເກີດວັນພະຫັດ
ການງານ ຈະເຮັດທຸລະກິດຈະການງານໃດໆ ກໍຈະປະສົບຄວາມສຳເລັດດີຢ້ຽມໃນໄລຍະນີ້ ການຕິດຕໍ່ ການເດີນທາງ ບໍ່ວ່າຈະເປັນໃກ້ ຫຼື ໄກຈະເກີດຄວາມສຳເລັດທີ່ດີ
ການເງິນ ມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງ ດວງດ້ານການເງິນດີຫຼາຍໆ ມີໂອກາດສ່ຽງໂຊກ ແລ້ວຈະໄດ້ເງິນເຂົ້າມາເພີ່ມເຕີມແບບບໍ່ຄາດຄິດ
ຄວາມຮັກ ຈະພົບຄົນທີ່ມີອາຍຸຕ່າງກັນ ສະຫຼຽວສະຫຼາດ ໃຈຮ້ອນ ທ່ານມີສະເໜ່ຫຼາຍໆ ໜ້າຄົບຫາ
ເຄື່ອງມຸງຄຸນ ສາຍຄໍຄໍາ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 4
ຄົນເກີດວັນສຸກ
ການງານ ເມື່ອຍແຕ່ກໍຕ້ອງສູ້ ເພາະມີໃຈຮັກໃນການທີ່ຢາກຈະສ້າງຄວາມສຳເລັດ
ການເງິນ ລະວັງຈະຖືກເອົາປຽບທາງດ້ານການເງິນ ຈາກເຫດຜິດພາດຂອງຕົນເອງ ເຊັ່ນ ກວດກາເບິ່ງເອກະສານທາງດ້ານການເງິນບໍ່ລະອຽດ
ຄວາມຮັກ ໂດດເດັ່ນກ່ຽວກັບເລື່ອງຂອງຄວາມຮັກໃນໄລຍະນີ້ ມີສະເໜ່ຫຼາຍໆ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 0
ຄົນເກີດວັນເສົາ
ການງານ ພະຍາຍາມສ້າງຜົນງານໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ແລະ ຜູ້ໃຫຍ່ກໍຍອມຮັບໃນການທີ່ທ່ານທຸ້ມເທໃນເລື່ອງຂອງການສ້າງຜົນງານ
ການເງິນ ຢູ່ໃນເກນທີ່ດີ ເຖິງແມ່ນວ່າຈະຈ່າຍອອກໄປຫຼາຍ ແຕ່ກໍຫາໄດ້ຫຼາຍກວ່າລາຍຈ່າຍໃນໄລຍະນີ້
ຄວາມຮັກ ໃນໄລຍະນີ້ມີສະເໜ່ຫຼາຍໆ ຈຶ່ງມີຄົນຢາກຈະເຂົ້າມາທັກທາຍ ເຮັດຄວາມຮູ້ຈັກ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີຂາວ
ເລກນຳໂຊກ 2