ອ່ານດວງລາຍວັນປະຈໍາວັນພຸດ ທີ 22 ມີນາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ລະມັດລະວັງກ່ຽວກັບການລົງທຶນໃນຊ່ວງນີ້ ຄວນມີທີ່ປຶກສາທີ່ດີ ຫລືຢ່າຮີບຮ້ອນໃນການລົງທຶນ ຄວນສຶກສາໃຫ້ດີກ່ອນ
ການເງິນ ເມື່ອມີເລື່ອງທີ່ຕ້ອງຈ່າຍອອກໄປ ແຕ່ກໍຈະສາມາດຫາເຂົ້າມາໄດ້ທຸກທີ ຫລືຜູ້ໃຫຍ່ຈະໃຫ້ການຊ່ວຍເຫລືອອຸປະຖຳດ້ານການເງິນແກ່ທ່ານ
ຄວາມຮັກ ຍັງບໍ່ລົງຕົວທາງດ້ານຄວາມສຳພັນທາງດ້ານຄວາມຮັກ ເພາະຈະມີຄວາມຂັດແຍ້ງຈາກພາວະຮັກຊ້ອນ ຫລືຄວາມຮັກທີ່ບໍ່ເປີດເຜີຍ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີມ້ວງ
ເລກນຳໂຊກ 9
ຄົນເກີດວັນຈັນ
ການງານ ມີຄວາມພະຍາຍາມໃນເລື່ອງຂອງການທີ່ຈະແກ້ບັນຫາຕ່າງ ໆ ທີ່ຈະຜ່ານພົ້ນໄປໄດ້ຢ່າງເປັນໂຊກ ແລະການເລີ່ມທຸລະກິດໃໝ່ ໂປຣເຈັກໃໝ່ໆ ເມື່ອມີຄວາມຕັ້ງໃຈຈິງກໍຈະປະສົບຄວາມສຳເລັດທີ່ດີ
ການເງິນ ຫາເຂົ້າມາໄດ້ຢ່າງຕໍ່ເນື່ອງດ້ວຍຄວາມສາມາດ ແລະປະສົບການຂອງຕົນເອງ ໃນຊ່ວງນີ້ມີຄວາມຄອງຕົວທາງດ້ານການເງິນດີຂຶ້ນເປັນຢ່າງຫລາຍ
ຄວາມຮັກ ຍັງບໍ່ລົງຕົວທາງດ້ານຄວາມສຳພັນດ້ານຄວາມຮັກ ເພາະທ່ານຕ້ອງໃຊ້ເວລາໃຫ້ການງານຫລາຍກວ່າທີ່ຈະທຸ້ມເທໃຫ້ເລື່ອງຄວາມຮັກ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີແດງ
ເລກນຳໂຊກ 5
ຄົນເກີດວັນອັງຄານ
ການງານ ຈະພົບອຸປະສັກບາງຢ່າງກ່ຽວກັບເລື່ອງການງານທີ່ທ່ານຕ້ອງວາງແຜນ ຊ່ວງນີ້ພະຍາຍາມຢ່າຂັດແຍ້ງກັບຜູ້ໃຫຍ່ທີ່ມີຕຳແໜ່ງສູງກວ່າ
ການເງິນ ຫາເຂົ້າມາໄດ້ຢ່າງຕໍ່ເນື່ອງ ແຕ່ໃນຊ່ວງນີ້ມີເລື່ອງກັງວົນໃຈກ່ອນຈຶ່ງຈະຫາເຂົ້າມາໄດ້ເພິ່ມເຕິມ ເພີ່ມຂຶ້ນຢ່າງເປັນໂຊກດີ
ຄວາມຮັກ ຮັບຮູ້ຂ່າວສານບາງຢ່າງກ່ຽວກັບຄວາມຊັດເຈນດ້ານຄວາມຮັກທີ່ຈະເຮັດໃຫ້ເກີດຄວາມສຸກໃຈ ເປັນເລື່ອງທີ່ທ່ານບໍ່ເຄີຍຮູ້ມາກ່ອນ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີເທົາ
ເລກນຳໂຊກ 2
ຄົນເກີດວັນພຸດ
ການງານ ເມື່ອຍກ່ຽວກັບເລື່ອງການງານ ຊ່ວງນີ້ເປັນຊ່ວງເວລາຂອງການຢຸດພັກຜ່ອນ ພັກຮ້ອນ ຫລືຫັນກັບມາມີບົດບາດໃນເລື່ອງຂອງວິທີການເຮັດວຽກງານແນວໃໝ່
ການເງິນ ໃນຊ່ວງນີ້ວາງແຜນໃນເລື່ອງຂອງການໃຊ່ຈ່າຍຢ່າງເປັນເຫດເປັນຜົນ ແລະລະມັດລະວັງໃນເລື່ອງລາຍຈ່າຍທີ່ບໍ່ຄາດຝັນ
ຄວາມຮັກ ຍັງບໍ່ມີເວລາໃຫ້ເລື່ອງຄວາມຮັກ ເພາະທ່ານມຸ້ງເນັ້ນກ່ຽວກັບເລື່ອງຂອງການຂະຫຍາຍທຸລະກິດ ຫລືການສ້າງຄວາມສຳເລັດ ຄວາມຫມັ້ນຄົງໃຫ້ຊີວິດຫລາຍກວ່າ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີຂາວ
ເລກນຳໂຊກ 1
ຄົນເກີດວັນພະຫັດ
ການງານ ລະວັງຈະຂັດແຍ້ງກັບບໍລິວານກັບ ຜູ້ຮ່ວມງານ ຫລືຫຸ້ນສ່ວນ
ການເງິນ ມີເລື່ອງທີ່ຕ້ອງຈ່າຍເລັ່ງດ່ວນຢ່າງບໍ່ຄາດຝັນສະເໝີໃນຊ່ວງນີ້ ຫລືຕ້ອງເສຍເງິນໄປກັບການຊ່ອມແຊມເຄື່ອງມື ຫລືອຸປະກອນທີ່ເສຍ ຫລືຕ້ອງຊື້ຂອງໃໝ່
ຄວາມຮັກ ມີຄວາມສຸກດີ ແຕ່ກໍມີເລື່ອງກວນໃຈຢູ່ ຫລືມີໂອກາດພົບຄົົນທີ່ຖືກໃຈ ເປັນຄົົນທີ່ມີສະເນ່ ອາລົມດີ
ເຄື່ອງມຸງຄຸນ ເພັດສິຂຽວ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 4
ຄົນເກີດວັນສຸກ
ການງານ ລະມັດລະວັງໃນເລື່ອງຂອງການເຮັດວຽກງານໃຫ້ດີ ໃນຊ່ວງນີ້ຕ້ອງສຸຂຸມຮອບຄອບໃນການເຮັດວຽກງານ ຫລືກ່ອນຕັດສິນໃຈໃດ ໆ ລົງໄປ
ການເງິນ ມີໂຊກ ແລະມີຄວາມສຳເລັດກ່ຽວກັບເລື່ອງການເງິນທີ່ເຮັດໃຫ້ທ່ານມີຄວາມສຸກຂຶ້ນມາໄດ້
ຄວາມຮັກ ມີໂອກາດສົມຫວັງໃນເລື່ອງຂອງຄວາມຮັກ ແລະຄວາມສຸກ ເພາະຈະໄດ້ພົບຄູ່ ພົບຄົົນທີ່ຖືກໃຈ ເວົ້າກັນໄດ້ທຸກເລື່ອງ
ເຄື່ອງມຸງຄຸນ ເພັດສີເຫຼືອງ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 7
ຄົນເກີດວັນເສົາ
ການງານ ເຮັດສິ່ງໃດໃນຊ່ວງນີ້ມີຄວາມສຳເລັດດີຂຶ້ນ ແຕ່ທ່ານກໍຍັງບໍ່ມັກກັບຄວາມວຸ້ນວາຍໃນການເຂົ້າສັງຄົມ ຈຶ່ງຈຳເປັນຕ້ອງວາງຕົວທາງສັງຄົມໃໝ່
ການເງິນ ຫາເຂົ້າມາໄດ້ຢ່າງຕໍ່ເນື່ອງໃນຊ່ວງນີ້ ມີຄວາມກັງວົນໃຈເມື່ອໃດກໍສາມາດຫາເງິນເຂົ້າມາໄດ້ທຸກເທື່ອ
ຄວາມຮັກ ທ່ານຢາກຈະສ້າງຄວາມຫມັ້ນຄົງໃຫ້ຊີວິດຫລາຍກວ່າທີ່ຈະໃຫ້ຄວາມສຳຄັນເລື່ອງຄວາມຮັກ ແຕ່ຈະໄດ້ຮັບຂ່າວບາງຢ່າງເລື່ອງຄວາມຮັກທີ່ຈະເຮັດໃຫ້ເກີດຄວາມຮູ້ສຶກສົນໃຈໃຜບາງຄົນ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີດໍາ
ເລກນຳໂຊກ 6