ອ່ານດວງລາຍວັນປະຈໍາວັນອັງຄານ ທີ 21 ມີນາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ພົບອຸປະສັກເປັນທຳມະດາ ແກ້ໄຂບັນຫາຕ່າງໆ ໃຫ້ຜ່ານພົ້ນໄປໄດ້ຢ່າງວ່ອງໄວ
ການເງິນ ຢູ່ໃນເກນທີ່ຊົງຕົວ ບໍ່ມີເລື່ອງເດືອດຮ້ອນໃດໆ
ຄວາມຮັກ ມີໂອກາດພົບຮັກ ການງານເປັນເຫດນຳພາໃຫ້ຕ້ອງພົບກັນກໍເປັນໄປໄດ້
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 8
ຄົນເກີດວັນຈັນ
ການງານ ຈະພົບການປ່ຽນແປງດ້ານການງານທີ່ດີຂຶ້ນໃນໄລຍະນີ້
ການເງິນ ມີໂຊກຈະສາມາດຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ
ຄວາມຮັກ ຈະພົບຮັກກັບຄົນທີ່ມີລັກສະນະຜິວສອງສີ ຊຶ່ງລາວມີສະເໜ່ຫຼາຍໆ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີບົວ
ເລກນຳໂຊກ 1
ຄົນເກີດວັນອັງຄານ
ການງານ ທຸລະກິດກ່ຽວຂ້ອງກັບດ້ານທີ່ດິນ ທຸລະກິດຈະການເງິນ ຈະເກີດຄວາມປ່ຽນແປງໃນທາງທີ່ດີຂຶ້ນ
ການເງິນ ໃນໄລຍະນີ້ຕ້ອງລະວັງກ່ຽວກັບເລື່ອງຂອງເອກະສານສັນຍາທີ່ສົ່ງຜົນຕໍ່ຄວາມເປັນໂມຄະ ຕ້ອງພິຈາລະນາໃຫ້ຮອບ
ຄວາມຮັກ ຈະພົບຄົນຜິວຂາວທີ່ທ່ານມີນິໄສໃຈຄໍຄ້າຍໆ ກັບທ່ານ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີແດງ
ເລກນຳໂຊກ 2
ຄົນເກີດວັນພຸດ
ການງານ ຖ້າມີການເຈລະຈາແບບລັບໆ ກັບຜູ້ໃຫຍ່ຈະສົ່ງຜົນດີີຕໍ່ຄວາມສຳເລັດ
ການເງິນ ມີໂຊກຈະໄດ້ເງິນເຂົ້າມາຢ່າງຕໍ່ເນື່ອງດວງທາງດ້ານການເງິນດີຂຶ້ນຫຼາຍໆ ມີດວງໃນການສ່ຽງໂຊກ
ຄວາມຮັກ ງົດໃຊ້ອາລົມໃນການເຈລະຈາກັບຄົນຮັກໃນໄລຍະນີ້ ບໍ່ຢ່າງນັ້ນຈະເກີດການຂັດແຍ້ງກັນ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 2
ຄົນເກີດວັນພະຫັດ
ການງານ ພາລະກິດມີຫຼາຍ ຕ້ອງເດີນທາງຕິດຕໍ່ງານເລື້ອຍຫຼາຍເປັນພິເສດໃນໄລຍະນີ້
ການເງິນ ລະມັດລະວັງໃນເລື່ອງຂອງການໃຊ້ຈ່າຍ ແຕ່ກໍໂຊກດີທີ່ຈະໄດ້ເງິນເຂົ້າມາ ມີດວງໃນການສ່ຽງໂຊກກໍເປັນໄປໄດ້
ຄວາມຮັກ ສະຖານນະການຢູ່ໃນເກນທີ່ລົງຕົວໃນເລື່ອງຂອງຄວາມສຳພັນດ້ານຄວາມຮັກ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີແດງ
ເລກນຳໂຊກ 5
ຄົນເກີດວັນສຸກ
ການງານ ພະຍາຍາມຫາວິທີສ້າງຄວາມສຳເລັດທາງດ້ານທຸລະກິດຈະການງານໃຫ້ກັບຕົນເອງ
ການເງິນ ຢູ່ໃນເກນທີ່ຊົງຕົວ ແລະ ໃຊ້ຄວາມຂະຫຍັນໃນເລື່ອງຂອງການຫາເງິນ ຫາລາຍໄດ້ເຂົ້າມາເພີ່ມຫຼາຍຂຶ້ນດ້ວຍຄວາມສາມາດຂອງຕົນເອງ
ຄວາມຮັກ ຈະພົບໃຜບາງຄົນໃນໄລຍະນີ້ ແຕ່ລະວັງເຂົາຈະມາຕົວະດ້ວຍຄວາມບໍ່ຈິງໃຈຫຼາຍກວ່າທີ່ຈະມາມອບຄວາມຮັກທີ່ແທ້ຈິງ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີດໍາ
ເລກນຳໂຊກ 7
ຄົນເກີດວັນເສົາ
ການງານ ໄລຍະນີ້ທຸກຄົນຈະໄດ້ຮັບຮູ້ເຖິງຊື່ສຽງ ແລະ ຄວາມສຳເລັດຂອງທ່ານ ແລະ ຄວາມສາມາດຂອງທ່ານຈະໄດ້ເປີດເຜີຍແຜ່ສູ່ສາທາລະນະຊົນ ແລະ ຖືກເວົ້າເຖິງໃນທາງທີ່ດີ
ການເງິນ ມັກຈະພົບອຸປະສັກທາງດ້ານການເງິນໃນການຊ່ວຍເຫຼືອບໍລິວານ ແຕ່ກໍຈະພົບຜູ້ອຸປະຖຳທາງດ້ານການເງິນ
ຄວາມຮັກ ຈະໄດ້ພົບໃຜບາງຄົນແຕ່ເປັນການທຳຄວາມຮູ້ຈັກກັນກ່ອນ ແລະຍັງບໍ່ຕັດສິນໃຈໃນເລື່ອງຂອງຄວາມສຳພັນໃນເທື່ອນີ້
ເຄື່ອງມຸງຄຸນ ສາຍຄໍຄໍາ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 6