ອ່ານດວງລາຍວັນປະຈໍາວັນອັງຄານ ທີ 28 ກຸມພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ພາລະກິດຫລາຍເປັນພິເສດ ຈະເຮັດທຸລະກິດຫຍັງກໍເປັນເງິນເປັນທອງໄປທຸກຢ່າງ
ການເງິນ ມີໂອກາດໃຊ້ເງິນຊື້ເສື້ອຜ້າໃໝ່ ຫລືມີເລື່ອງຈຳເປັນທີ່ຕ້ອງໃຊ້ຈ່າຍເງິນອອກໄປໃນຊ່ວງນີ້
ຄວາມຮັກ ລະວັງຄຳເວົ້າທີ່ສົ່ງຜົນຕໍ່ຄວາມສຳພັນລະຫວ່າງກັນໃນຊ່ວງນີ້ ຄວນໃຊ້ເຫດຜົນໃຫ້ຫລາຍ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີແດງ
ເລກນຳໂຊກ 3
ຄົນເກີດວັນຈັນ
ການງານ ຕຽມສະຫລອງຄວາມສຳເລັດໄດ້ເລີຍ ເພາະວຽກງານທີ່ພະຍາຍາມເຮັດມາດົນແລ້ວຈະເກີດຄວາມສຳເລັດອັນຍິ່ງໃຫຍ່
ການເງິນ ພົບຄວາມຫມັ້ນຄົງດີຂຶ້ນທາງດ້ານການເງິນ ມີໂຊກເພີ່ມເຕີມຫລາຍຂຶ້ນ
ຄວາມຮັກ ຈະພົບຮັກ ພົບຄູ່ຄອງ ຄົນນີ້ເປັນຄົນເກັ່ງ ແລະ ມີຄວາມສາມາດ ທ່ານເປັນຄົນຈິງຈັງ ແລະ ຈິງໃຈ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີບົວ
ເລກນຳໂຊກ 1
ຄົນເກີດວັນອັງຄານ
ການງານ ລະມັດລະວັງຄວາມຜິດພາດໃນການເຮັດວຽກງານ ແຕ່ຈະສາມາດສ້າງຜົນກຳໄລຈາກທຸລະກິດທີ່ຕົນເອງກະທຳຢູ່
ການເງິນ ລາຍຈ່າຍຍັງມີອີກຫລາຍໃນຊ່ວງນີ້ ແຕ່ກໍບໍ່ກະທົບທາງດ້ານການເງິນ
ຄວາມຮັກ ກຳລັງພິຈາລະນາເລື່ອງຕ່າງໆ ທາງດ້ານຄວາມຮັກ ແຕ່ກໍຍັງບໍ່ຕັດສິນໃຈໃດໆ
ເຄື່ອງມຸງຄຸນ ສາຍແຂນຄໍາ
ສີມຸງຄຸນ ສີຂາວ
ເລກນຳໂຊກ 8
ຄົນເກີດວັນພຸດ
ການງານ ໃຊ້ເທັກນິກ ແລະ ຄວາມສາມາດໃນການສ້າງສັນຜົນງານ ເຮັດໃຫ້ຕົນເອງປະສົບຄວາມສຳເລັດ
ການເງິນ ຈະໄດ້ເງິນເຂົ້າມາເລື້ອຍໆ ແລະ ຄົນຮັກ ຫລືເພດກົງກັນຂ້າມ ຈະຖ້າອຸປະຖຳທາງດ້ານການເງິນ
ຄວາມຮັກ ມີເກນທີ່ຈະພົບຄົນມີອາຢຸນ້ອຍກວ່າ ແລະມີນິສັຍທີ່ຕ່າງກັນຫລາຍ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 4
ຄົນເກີດວັນພະຫັດ
ການງານ ລະວັງຄວາມເລັ່ງຮີບ ຮີບຮ້ອນຈົນເກີນໄປ ຈະກໍ່ໃຫ້ເກີດຄວາມຜິດພາດທາງດ້ານການງານ
ການເງິນ ຈະໄດ້ເງິນເຂົ້າມາເລື້ອຍໆ ໃນຊ່ວງນີ້ ມີຄວາມຫມັ້ນຄົງທາງດ້ານການເງິນດີຂຶ້ນ
ຄວາມຮັກ ຄວນສື່ສານກັນໃຫ້ຫລາຍຂຶ້ນ ກໍຈະມີໂອກາດສົມຫວັງດ້ານຄວາມຮັກຫລາຍຂຶ້ນ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 0
ຄົນເກີດວັນສຸກ
ການງານ ຈະເຮັດທຸນກິດຈະການງານໃດໆ ໃນຊ່ວງນີ້ ຕ້ອງມີທີ່ປຶກສາທີ່ດີຄອຍຖ້າໃຫ້ຄຳແນະນຳ ຄອຍຖ້າໃຫ້ການສະໜັບສະໜູນ ຈຶ່ງຈະເກີດຄວາມສຳເລັດ
ການເງິນ ຈະໄດ້ເງິນເຂົ້າມາຊ່ວງນີ້ ແລະ ເກີດຄວາມຮູ້ສຶກດີໃຈຫລາຍໆ
ຄວາມຮັກ ບໍ່ມີເວລາທຸ້ມເທໃນເລື່ອງຄວາມຮັກເລີຍ ເພາະຕົນເອງນັ້ນມີພາລະກິດຫລາຍເປັນພິເສດ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 7
ຄົນເກີດວັນເສົາ
ການງານ ຊ່ວງນີ້ງານເຂົ້າມາຫລາຍ ມີການຕິດຕໍ່ປະສານງານທີ່ຄ່ອນຂ້າງຫລາຍເປັນພິເສດ
ການເງິນ ຫາເງິນເຂົ້າມາໄດ້ເພີ່ມເຕີມຢ່າງຕໍ່ເນື່ອງ ແລະ ເປັນໂຊກດີ ມີຄວາມຈະເລີນຮຸ່ງເຮືອງ
ຄວາມຮັກ ຈະພົບໃຜບາງຄົົນທີ່ຈະເຂົ້າມາໃຫ້ຄວາມຮັກແທ້ ແລະ ຄວາມຈິງໃຈ ພ້ອມມອບສິ່ງດີໆໃຫ້
ເຄື່ອງມຸງຄຸນ ເພັດສີຂາວ
ສີມຸງຄຸນ ສີບົວ
ເລກນຳໂຊກ 3