ອ່ານດວງລາຍວັນປະຈໍາວັນຈັນ ທີ 6 ກຸມພາ 2023 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ຈະເຮັດທຸລະກິດຫຍັງໃນຊ່ວງນີ້ກໍຕ້ອງເບິ່ງໃຫ້ດີ ວ່າຄຸ້ມຄ່າກັບການລົງທຶນຫລືບໍ່
ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງ ບໍ່ມີເລື່ອງເດືອດຮ້ອນ ແລະ ເລື່ອງກັງວົນໃດໆ
ຄວາມຮັກ ຈະເລືອກຄົົນທີ່ມີນິໄສດີ ຫລືຄົົນທີ່ມີນິໄສໃກ້ຄຽງກັນໃນຊ່ວງນີ້ນັ້ນເອງ
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສິເທົາ
ເລກນຳໂຊກ 9
ວັນຈັນ
ການງານ ຕິດຕໍ່ການງານຫລາຍໆ ຊ່ວງນີ້ປະສົບຄວາມສຳເລັດໄດ້ດີຂຶ້ນ ຊື່ສຽງຂອງທ່ານຖືກເວົ້າເຖິງໃນທາງທີ່ດີ
ການເງິນ ຈະໄດ້ຮັບເງິນກ້ອນໃນຊ່ວງນີ້ດວງທາງດ້ານການເງິນດີຂຶ້ນກວ່າແຕ່ກ່ອນຢ່າງເຫັນໄດ້ແຈ້ງ
ຄວາມຮັກ ມີສະເໜ່ຫລາຍໆ ຊ່ວງນີ້ຈະມີຄົນຢາກເຂົ້າມາເຮັດຄວາມຮູ້ຈັກກັບທ່ານ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີບົວ
ເລກນຳໂຊກ 3
ວັນອັງຄານ
ການງານ ການເຈລະຈາຕໍ່ລອງທາງດ້ານການງານ ຈະປະສົບຄວາມສຳເລັດ ແຕ່ອາດມີອຸປະສັກດ້ວຍເປັນທຳມະດາ
ການເງິນ ມີເລື່ອງທີ່ຕ້ອງໃຊ້ຈ່າຍຫລາຍເປັນພິເສດ ແຕ່ກໍເປັນການໃຊ້ເງິນເພື່ອຊື້ຂອງທີ່ຢາກໄດ້ໃຫ້ຕົນເອງ
ຄວາມຮັກ ຈະພົບວ່າຕົວເອງນັ້ນມີສະເໜ່ ແຕ່ກໍບໍ່ຄ່ອຍມີເວລາທີ່ຈະສົນໃຈໃຜໃນຊ່ວງນີ້ເພາະວຽກງານຫລາຍແທ້ໆ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີແດງ
ເລກນຳໂຊກ 7
ວັນພຸດ
ການງານ ການເຈລະຈາຕໍ່ລອງທາງດ້ານການງານປະສົບຄວາມສຳເລັດດີຂຶ້ນ
ການເງິນ ໝຸນຫາໃຊ້ຈ່າຍໃຫ້ຜ່ານພົ້ນໄປໄດ້ສະເໝີໃນຊ່ວງນີ້
ຄວາມຮັກ ມີສະເໜ່ຫລາຍໆ ໃນຊ່ວງນີ້ ແຕ່ກໍຍັງບໍ່ມີເວລາທຸ້ມເທໃນເລື່ອງຂອງຄວາມຮັກປານໃດ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີບົວອ່ອນ
ເລກນຳໂຊກ 2
ວັນພະຫັດ
ການງານ ຊ່ວງນີ້ຄ່ອນຂ້າງທີ່ຈະຕ້ອງເດີນທາງເລື້ອຍໆ ໃນເລື່ອງຂອງການຕິດຕໍ່ການງານ
ການເງິນ ມີຄວາມກັງວົນໃຈ ກໍສາມາດຫາເງິນເຂົ້າມາໄດ້ຢ່າງເປັນໂຊກໃນຊ່ວງນີ້
ຄວາມຮັກ ພົບຄົົນທີ່ຖືກໃຈ ແຕ່ໃນເລື່ອງຂອງໄລຍະທາງ ແລະ ເວລາທີ່ມີໃຫ້ກັນຍັງມີບໍ່ຫລາຍພໍ
ເຄື່ອງມຸງຄຸນ ສາຍຄໍຄໍາ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 3
ວັນສຸກ
ການງານ ຄວາມຂະຫຍັນຈະນຳພາໂອກາດ ແລະ ຄວາມສຳເລັດທີ່ດີມາສູ່ຕົນສະເໝີ
ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງດ້ວຍຄວາມສາມາດຂອງຕົນເອງລ້ວນໆ ໃນຊ່ວງນີ້
ຄວາມຮັກ ມີໂອກາດພົບໃຜບາງຄົນ ແຕ່ອາດຕ້ອງເບິ່ງກັນຕໍ່ໄປໃນເລື່ອງຂອງອະນາຄົດ
ເຄື່ອງມຸງຄຸນ ຫີນນໍາໂຊກແດງອ່ອນ
ສີມຸງຄຸນ ສີດໍາ
ເລກນຳໂຊກ 7
ວັນເສົາ
ການງານ ຈະມີໂອກາດເດີນທາງຕິດຕໍ່ງານທັງໃນປະເທດ ແລະ ຕ່າງປະເທດ
ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງໃນຊ່ວງນີ້ ແຕ່ກໍມີເລື່ອງທີ່ຕ້ອງຈ່າຍອອກໄປດ້ວຍ
ຄວາມຮັກ ເຖິງມີໃຜບາງຄົນເຂົ້າມາໃນຊ່ວງນີ້ ກໍເປັນການຄົບຫາແບບເປັນເພື່ອນກັນຫລາຍກວ່ານັ້ນເອງ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີແດງ
ເລກນຳໂຊກ 6