ອ່ານດວງລາຍວັນປະຈໍາວັນອັງຄານ ທີ 31 ມັງກອນ 2023 ຕາມແຕ່ລະວັນເກີດ

ວັນອາທິດ
ການງານ ລະວັງເອກະສານສັນຍາສົ່ງຜົນຕໍ່ຄວາມຊ້າ ຫຼື ການເຊັນຄ້ຳປະກັນເລື່ອງການງານໃຫ້ໃຜຄວນລະວັງ ຖ້າປະຕິເສດໄດ້ກໍຄວນເຮັດ
ການເງິນ ມີໂຊກຈະໄດ້ເງີນເຂົ້າມາເພີ່ມ ມີຄວາມຫມັ້ນຄົງ ຫລື ມີຖານະດີຂຶ້ນກວ່າແຕ່ກ່ອນ
ຄວາມຮັກ ຈະພົບຄົນເກັ່ງທີ່ມີຄວາມສາມາດ ໃນເລື່ອງຂອງການສະແດງອອກຫລືເອົາໃຈໃສ່ທ່ານຈະເຫັນໄດ້ແຈ້ງວ່າລາວໃສ່ໃຈທ່ານຫລາຍຂຶ້ນ
ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 9
ວັນຈັນ
ການງານ ຈະພົບກັບສະຖານນະການທີ່ບໍ່ຊັດເຈນ ແລະ ມີອຸປະສັກສົ່ງຜົນເຮັດໃຫ້ເກີດຄວາມຊ້າໃນການປ່ຽນແປງ ແຕ່ສຸດທ້າຍຈະເກີດຄວາມໂຊກດີທາງດ້ານການງານເປັນທີ່ໜ້າພໍໃຈ
ການເງິນ ຫາໃຊ້ຈ່າຍໄດ້ຢູ່ຕະຫຼອດ ແລະ ຫາເຂົ້າມາໄດ້ເພິ່ມເຕິມ ເຖິງວ່າຈະຊ້າໄປແດ່ ແຕ່ກໍຈະໄດ້ຄົບເຕັມຈຳນວນທີ່ຄາດຫວັງ
ຄວາມຮັກ ຍັງເບິ່ງຢູ່ຫລາຍກວ່າ ແລະ ຍັງບໍ່ໄດ້ຕັດສິນໃຈ ເພາະມີເລື່ອງຂອງການງານອີກຫລວງຫລາຍຈຶ່ງຍັງບໍ່ມີເວລາທຸ້ມເທໃຫ້ເລື່ອງຄວາມຮັກ
ເຄື່ອງມຸງຄຸນ ເພັດສີຂາວ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 8
ວັນຄານ
ການງານ ການດຶງຄວາມສາມາດຕ່າງໆ ອອກມາໃຊ້ຢ່າງເຕັມທີ່ຈະເຮັດໃຫ້ເກີດຜົນດີີເລື່ອງຄວາມກ້າວໜ້າ ຜູ້ໃດທີ່ມີຕຳແໜ່ງຢູ່ມີໂອກາດໄດ້ຮັບຂ່າວດີ
ການເງິນ ຍັງຢູ່ໃນສະພາວະຊົງຕົວໃນໄລຍະນີ້ ແລະ ບໍ່ຄວນທີ່ຈະໃຊ້ຈ່າຍຢ່າງບໍ່ມີເຫດຜົນ
ຄວາມຮັກ ລະວັງຄວາມໃຈຮ້ອນ ແລະ ເລື່ອງຄຳເວົ້າອາດເຮັດໃຫ້ເກີດການກະທົບ ຫລື ມີປາກສຽງກັນ ໄລຍະນີ້ພະຍາຍາມປະຄັບປະຄອງຄວາມສຳພັນໂດຍການໃຫ້ກຳລັງໃຈ ແລະ ໃຊ້ເຫດຜົນຕໍ່ກັນ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີດໍາ
ເລກນຳໂຊກ 7
ວັນພຸດ
ການງານ ຄວາມສະຫລຽວສະຫລາດ ແລະ ຄວາມເຂົ້າໃຈໃນເລື່ອງການງານ ແລະຄວາມເປັນມືອາຊີບຈະໄດ້ຮັບການຍົກຍ້ອງ
ການເງິນ ຍັງຢູ່ໃນເກນສະພາວະຊົງຕົວ ບໍ່ມີເລື່ອງເດືອດຮ້ອນໃດໆ ເພາະໄດ້ຈັດສັນເປັນສ່ວນເລື່ອງການໃຊ້ຈ່າຍ
ຄວາມຮັກ ຄວາມສຳພັນດ້ານຄວາມຮັກ ຕ້ອງໃຊ້ຄວາມເຂົ້າໃຈ ດ້ານຄວາມຮັກຈຶ່ງຈະລົງຕົວ ຫລື ດີຂຶ້ນ ທ່ານເປັນຜູ້ທີ່ມີສະເນ່ ໄລຍະນີ້ຈຶ່ງມີຄົນເຂົ້າມາດສົນໃຈໃນຕົວທ່ານເພີ່ມຂຶ້ນ
ເຄື່ອງມຸງຄຸນ ທອງຄໍາ
ສີມຸງຄຸນ ສີມ້ວງ
ເລກນຳໂຊກ 4
ວັນພະຫັດ
ການງານ ງານທີ່ມີຫລາຍຈຶ່ງຕ້ອງເຮັດໃຫ້ທ່ານໃຊ້ຄວາມພະຍາຍາມເພີ່ມຂຶ້ນເພື່ອບໍລິຫານຈັດການທາງດ້ານການງານ ໃຫ້ເກີດຄວາມລົງຕົວດີຂຶ້ນ
ການເງິນ ຕອນນີ້ມີການໃຊ້ເງິນອອກໄປເພື່ອຊື້ຫາສິ່ງທີ່ຖືກໃຈ ເພື່ອເປັນການໃຫ້ລາງວັນຕົນເອງ ເກີດຄວາມສຸກທາງໃຈທີ່ໄດ້ເຂົ້າມາ
ຄວາມຮັກ ຫາກຈະໄດ້ພົບໃຜໃນຊ່ວງນີ້ຢູ່ໃນເກນຜິວສອງສີ ຮູບຮ່າງສັນທັດ ແຕ່ທ່ານກໍຈະບໍ່ເລືອກ ຍັງບໍ່ຕັດສິນໃຈ ເພາະຖ້າຄົົນທີ່ແມ່ນຫລາຍກວ່ານີ້
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 2
ວັນສຸກ
ການງານ ການງານພົບອຸປະສັກ ຫລືເປັນບັນຫາເດີມຊ້ຳໆ ຊຶ່ງບໍ່ໄດ້ເກີດຈາກຕົນເອງ ແຕ່ກໍຕ້ອງຄອຍຖ້າແກ້ບັນຫາເລື້ອຍໆ
ການເງິນ ພົບຄວາມໂຊກດີເຂົ້າມາ ບໍ່ວ່າຈະເປັນການໄດ້ຮັບຄວາມຊ່ວຍເຫລືອ ຫລື ໄດ້ເງີນເຂົ້າມາຢ່າງບໍ່ຄາດຄິດ
ຄວາມຮັກ ມີໂອກາດພົບຮັກ ຕົກຢູ່ໃນສະຖານະທີ່ບໍ່ຊັດເຈນ
ເຄື່ອງມຸງຄຸນ ເພັດສີທອງ
ສີມຸງຄຸນ ສີແດງ
ເລກນຳໂຊກ 2
ວັນເສົາ
ການງານ ການງານໃນຊ່ວງນີ້ທີ່ເຮັດຜົນງານໄດ້ດີຂຶ້ນ ແມ່ນຜູ້ໃຫຍ່ຈະບໍ່ຄ່ອຍສະໜັບສະໜຸນກໍຕາມ
ການເງິນ ທ່ານໂຊກດີ ມີໂຊກຈະໄດ້ເງິນແຕ່ຕິດອຸປະສັກກ່ອນ ແລ້ວຈຶ່ງຈະມີເງີນ ມີໂຊກເຂົ້າມາເພີ່ມຂຶ້ນກໍເປັນໄປໄດ້ ມີໂຊກດີຫລາຍກວ່າໜຶ່ງເທື່ອໃນມື້ນີ້
ຄວາມຮັກ ຫາກຈະໄດ້ພົບໃຜໃນໄລຍະນີ້ທີ່ຈະມີເຂົ້າມາ ອີກຝ່າຍຈະຢູ່ໃນເກນສະຫລຽວສະຫລາດ ຫົວໄວ ເດີນທາງເລື້ອຍ ເວົ້າເກັ່ງ ອາຍຸນ້ອຍກວ່າ
ເຄື່ອງມຸງຄຸນ ທັບທິມ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 6