ອ່ານດວງລາຍວັນປະຈໍາວັນສຸກ ທີ 20 ມັງກອນ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ຈະເຮັດວຽກຜິດພາດເພາະໄດ້ຂໍ້ມູນຂ່າວສານຄຳສັ່ງທີ່ບໍ່ຊັດເຈນຈາກເຈົ້ານາຍ
ການເງິນ ຄົນລັກສະນະຜິວຂາວຈະອຸປະຖຳດ້ານການເງິນ
ຄວາມຮັກ ຈະພົບຄວາມບໍ່ຊັດເຈນໃນຄວາມສຳພັນຈາກຄົນທີ່ທ່ານຮັກ ແລະ ໄວ້ໃຈ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 1
ຄົນເກີດວັນຈັນ
ການງານ ລະວັງການລົງທຶນຮ່ວມກັບຮຸ້ນສ່ວນຈະຖືກໂກງ ຫຼື ຖືກເອົາປຽບ
ການເງິນ ໄດ້ເງິນກ້ອນໃຫຍ່ແຕ່ກໍຕ້ອງມີເລື່ອງໃຫ້ຈ່າຍອອກໄປແບບວ່ອງໄວ
ຄວາມຮັກ ມີໂອກາດພົບຮັກກັບຄົນທີ່ມີສະເໜ່ ເກັ່ງ ມີຄວາມສາມາດ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 9
ຄົນເກີດວັນອັງຄານ
ການງານ ກຳລັງລວບລວມເງິນທຶນເຮັດທຸລະກິດໃໝ່
ການເງິນ ມື້ນີ້ໂຊກດີຈະໄດ້ເງິນເຂົ້າມາໃຫ້ໄດ້ໃຊ້ຈ່າຍ
ຄວາມຮັກ ຈະພົບສະຖານະການຮັກຊ້ອນ ອາດເຮັດໃຫ້ທ່ານບໍ່ສົມຫວັງໃນເລື່ອງຄວາມຮັກ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 2
ຄົນເກີດວັນພຸດ
ການງານ ໃຊ້ຄວາມສາມາດພິເສດໃນການສ້າງສັນຜົນງານໄດ້ຕາມເປົ້າໝາຍ
ການເງິນ ໂຊກດີຈະພົບຜູ້ຊ່ວຍເຫຼືອທາງການເງິນສໍາລັບທ່ານ
ຄວາມຮັກ ໝູ່ເພື່ອນຈະແນະນຳໃຫ້ຮູ້ຈັກຄົນລັກສະນະນິໄສດີ ແລະ ເປັນຄົນທີ່ມີສະເໜ່ໃຫ້ທ່ານ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີແດງ
ເລກນຳໂຊກ 5
ຄົນເກີດວັນພະຫັດ
ການງານ ໄດ້ເຮັດທຸລະກິດຮ່ວມກັບຄອບຄົວ ຫຼື ຮຸ້ນສ່ວນຈະເລີນຮຸ່ງເຮືອງໄດ້ຜົນກຳໄລດີ
ການເງິນ ມື້ນີ້ໂຊກດີຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃຫ້ໃຊ້ຈ່າຍ ແຕ່ໄດ້ມາແລ້ວອາດບໍ່ໄດ້ເກັບ
ຄວາມຮັກ ໄລຍະທາງຍັງເປັນອຸປະສັກໃນເລື່ອງຂອງການສ້າງຄວາມສຳພັນ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີແດງ
ເລກນຳໂຊກ 8
ຄົນເກີດວັນສຸກ
ການງານ ສາມາດເຮັດທຸລະກິດຈະການຄ້າຫຼືການສ້າງຜົນງານໄດ້ໂດດເດັ່ນປະສົບຄວາມສຳເລັດດີ
ການເງິນ ພົບເລື່ອງເລັ່ງດ່ວນທີ່ຈຳເປັນຕ້ອງຈ່າຍເງິນອອກໄປຈຳນວນຫຼາຍ
ຄວາມຮັກ ພົບເຫດການທີ່ເຮັດໃຫ້ຮູ້ສຶກຜິດຫວັງໃນເລື່ອງຮັກ
ເຄື່ອງມຸງຄຸນ ຫິນນໍາໂຊກສີບົວ
ສີມຸງຄຸນ ເພັດສີແດງ
ເລກນຳໂຊກ 6
ຄົນເກີດວັນເສົາ
ການງານ ຍາດພີ່ນ້ອງຂອງທ່ານຈະມາຂໍຮ່ວມຮຸ້ນສ່ວນໃນການເຮັດທຸລະກິດຮ່ວມກັນແຕ່ຕ້ອງລະວັງເລື່ອງຂອງເອກະສານ
ການເງິນ ໄດ້ເງິນເຂົ້າມາກ້ອນໃຫຍ່ແຕ່ກໍຕ້ອງເສຍເງິນອອກໄປເປັນຄ່າໃຊ້ຈ່າຍໃນການສ້ອມແປງ ຫຼື ເບິ່ງແຍງຕົກແຕ່ງທີ່ຢູ່ອາໄສ
ຄວາມຮັກ ຈະພົບໃຜບາງຄົນທີ່ຈະເຂົ້າມາໃນຊີວິດແຕ່ທ່ານກໍຍັງປະຕິເສດຄວາມສຳພັນໃນເທື່ອນີ້
ເຄື່ອງມຸງຄຸນ ຄໍາຝຣັ່ງ
ສີມຸງຄຸນ ສີດໍາ
ເລກນຳໂຊກ 3