ຮູ້ຈັກ ປ່າເຢັ້ງຊາ ລໍ່ ສາວເຜົ່າມົ້ງຈາກລາວ ທີ່ສາມາດຜ່ານເຂົ້າຮອບ 16 ຄົນສຸດທ້າຍ Miss Universe 2022

ປ່າເຢັ້ງຊາ ລໍ່ ຫຼື ປ່າ ສາວເຜົ່າມົ້ງໄວ 21 ປີທີ່ມາພ້ອມກັບຄວາມສາມາດແບບຄົບເຄື່ອງ ບໍ່ວ່າຈະເປັນພາສາອັງກິດ, ການຕອບຄໍາຖາມ, ສະເໜ່ໃນການເວົ້າ ແລະ ຄວາມມັກຮັກໃນການຊ່ວຍເຫຼືອຜູ້ທີ່ຕົກທຸກໄດ້ຍາກ. ປ່າເຢັ້ງຊາ ສ້າງປະຫວັດສາດໜ້າໃໝ່ໃຫ້ກັບວົງການນາງງາມລາວ ຫຼັງຈາກທີ່ສາມາດຜ່ານເຂົ້າຮອບ 16 ຄົນສຸດທ້າຍໄດ້ ໃນການປະກວດ Miss Universe 2022 ທີ່ນິວອໍລີນສ໌ ລັດລຸຍເຊຍນາ ສະຫະລັດອາເມລິກາ ເມື່ອວັນທີ 15 ມັງກອນ 2023. ນີ້ຖືເປັນຄັ້ງທຳອິດຂອງປະເທດລາວທີ່ສາມາດຜ່ານເຂົ້າມາຮອດຮອບນີ້ໄດ້ ຫຼັງຈາກທີ່ສົ່ງນາງງາມເຂົ້າປະກວດມາແລ້ວ 6 ຄັ້ງ ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ.
ປ່າເຢັ້ງຊາ ລໍ່ ຕອນນີ້ກຳລັງສຶກສາຢູ່ທີ່ ວິທະຍາໄລລາວອາເມຣິກາ (Lao-American College) ປີທີສາມ ແລະ ໄດ້ເລືອກຮຽນສາຍ ບໍລິຫານທຸລະກິດ. ສິ່ງທີ່ປ່າເຢັ້ງຊາເຮັດຢູ່ໃນຕອນນີ້ແມ່ນ ເປັນຄູສອນພາສາອັງກິດ, ເປັນຜູ້ຮ່ວມກໍ່ຕັ້ງກຸ່ມ Hmong Women Network ເພື່ອຊ່ວຍເຫຼືອແມ່ຍິງມົ້ງ ໂດຍສະເພາະແມ່ນເດັກຍິງຢູ່ຊົນນະບົດ. ນອກຈາກນັ້ນແລ້ວ ລາວຍັງເປັນອາສາສະໝັກຊ່ວຍເຫຼືອຜູ້ຕົກທຸກໄດ້ຍາກເຊັ່ນ: ເດັກກຳພ້າ, ຜູ້ເຖົ້າຜູ້ແກ່, ຜູ້ທີ່ບໍ່ມີທີ່ຢູ່ອາໄສ.
ປ່າເຢັ້ງຊາ ໄດ້ໃຫ້ສຳພາດຕໍ່ກັບທີມຂ່າວບັນເທີງມ່ວນກ່ອນທີ່ຈະໄດ້ເປັນ Miss Universe Laos 2022 ວ່າ ຕົນເອງມາປະກວດ Miss Universe Laos 2022 ເພາະມີຄວາມຫວັງເລິກໆວ່າຫາກໂອກາດມາໃນເວລາທີ່ຕົນເອງພ້ອມແລ້ວ ກໍຈະຄວ້າມັນໄວ້ເຊິ່ງກໍເຫັນວ່າຕົນເອງມີສັກກະຍະພາບ ແລະ ຄວາມພ້ອມແລ້ວ.
"ປ່າຄິດວ່ານິຍາມຂອງການເປັນນາງງາມມັນບໍ່ແມ່ນພຽງແຕ່ຊື່ຂອງມັນ ການເປັນນາງງາມຈະເຮັດໃຫ້ເຈົ້າມີອິດທິພົນຕໍ່ຄວາມຄິດ (mindset) ແລະ ການກະທຳຂອງຜູ້ອື່ນຫຼາຍ. ເຈົ້າຈະເປັນແຮງບັນດານໃຈ ແລະ ພະລັງທີ່ຈະເປັນແຮງພັກດັນໃຫ້ຜູ້ອື່ນຍິ່ງກວ່າ. ສະເໜ່ທີ່ພົ້ນເດັ່ນທີ່ສຸດຂອງປ່າແມ່ນ ຄວາມໝັ້ນໃຈ, ເບິ່ງໂລກໃນແງ່ດີ, ຄິດບວກ ມັກຍິ້ມແຍ້ມແຈ່ມໃສຈົນບາງຄັ້ງເວລາຄົນແນມຫາປາເຂົາຈະຍິ້ມຕາມທັນທີທີ່ເຫັນໜ້າປ່າ ແລະ ຖ້າເມື່ອໄດ້ລົມນຳປ່າ ເຈົ້າຈະຕົກຫຼຸມຮັກ," ປ່າເຢັ້ງຊາ ກ່າວ.
ພ້ອມນັ້ນ ປ່າເຢັ້ງຊາຍັງເຄີຍກ່າວໄວ້ອີກວ່າ ຕົນເອງຢາກສະແດງຄວາມເປັນລາວໃນເວທີ Miss Universe ຜ່ານການນຸ່ງຖື ແລະ ພາສາປາກເວົ້າ ໂດດເດັ່ນທີ່ສຸດຂອງຄວາມເປັນລາວກໍຄືການນຸ່ງຖືທີ່ເປັນເອກະລັກ ເຊິ່ງມັນຈະມີຕອນຍ່າງໂຊຊຸດປະຈຳຊາດເທິງເວທີສາກົນ ນັ້ນຈະເປັນໂຕໜຶ່ງທີ່ບົ່ງບອກຫຼາຍຢ່າງຂອງຄວາມເປັນລາວ ແລະ ການນຸ່ງສິ້ນຂອງຄົນລາວເຮົາເຊິ່ງມັນເປັນຈຸດດີຢູ່ບ່ອນວ່າເຮົາໄດ້ນຸ່ງສິ້ນເປັນປະຈຳວັນບໍ່ວ່າຈະໄປເຮັດວຽກ, ໄປວັດໄປວາ ເຮົາກໍຍັງຮັກສານຳໃຊ້ມາຮອດບັດຈຸບັນນີ້.
ໃນລະຫວ່າງການປະກວດ Miss Universe 2022 ຢູ່ສະຫະລັດອາເມລິກາ, ປ່າເຢັ້ງຊາໄດ້ສະແດງໃຫ້ທຸກຄົນເຫັນແລ້ວວ່າ ລາວສາມາດເຮັດໄດ້ຕາມທີ່ໂຕເອງວາງໄວ້ ທັງໃນເລື່ອງຂອງການນຸ່ງຖື ແລະ ພາສາປາກເວົ້າ ຈົນເຖິງຂັ້ນໄດ້ອອກລາຍການ-ໃຫ້ສຳພາດຕໍ່ສື່ທ້ອງຖິ່ນຂອງສະຫະລັດອາເມລິກາ ແລະ ການນຳເອົາຊຸດປະຈຳຊາດ ຢ່າງ "Symbolic of 3 Lao Ethnic Groups" ທີ່ສະແດງເຖິງເອກະລັກການນຸ່ງຖືຂອງຊົນເຜົ່າໃນລາວ ໂດຍສະເພາະກໍແມ່ນເຜົ່າມົ້ງ ໄປນຳສະເໜີຕໍ່ເວທີສາກົນໃນການປະກວດຄັ້ງນີ້.
ຂໍຂອບໃຈ
ພາບ : Miss Universe Laos / Facebook , Payengxa Lor / Instagram