ອ່ານດວງລາຍວັນປະຈໍາວັນອັງຄານ ທີ 10 ມັງກອນ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ເຮັດທຸລະກິດຄ້າຂາຍຂອງແຟຊັ່ນເຄື່ອງປະດັບ ຈະປະສົບຄວາມສຳເລັດດີ
ການເງິນ ມີໂຊກຈະໄດ້ຮັບເງິນກ້ອນໃຫຍ່ເຂົ້າມາ
ຄວາມຮັກ ມີໂອກາດພົບຮັກ ເກີດຄວາມສຸກສົມຫວັງໃນເລື່ອງຂອງຄົນຮັກ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີບົວ
ເລກນຳໂຊກ 9
ຄົນເກີດວັນຈັນ
ການງານ ເຮັດທຸລະກິດຂາຍອາຫານເພື່ອສຸຂະພາບຈະຂາຍດີຫຼາຍ
ການເງິນ ເກີດລາບລອຍແບບບໍ່ຄາດຝັນເພາະໃນໄລຍະນີ້ເປັນໄລຍະດວງດີຂອງທ່ານ
ຄວາມຮັກ ຈະເຂົ້າສູ່ສະຖານນະການຄວາມສຳພັນບໍ່ຊັດເຈນຕ້ອງລະວັງຄໍາເວົ້າໃຫ້ຫຼາຍ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 4
ຄົນເກີດວັນອັງຄານ
ການງານ ເຮັດທຸລະກິດການຄ້າທີ່ດິນໄລຍະນີ້ຈະໄດ້ກຳໄລດີ
ການເງິນ ຈະໄດ້ໂຊກຈາກຜູ້ໃຫຍ່ຊ່ວຍອຸປະຖໍາທາງດ້ານການເງິນ
ຄວາມຮັກ ມີໂອກາດພົບຄົນທີ່ມີສະເໜ່ເຂົ້າມາໃຫ້ຮູ້ສຶກດີ
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີດໍາ
ເລກນຳໂຊກ 8
ຄົນເກີດວັນພຸດ
ການງານ ເຮັດທຸລະກິດເປີດຮ້ານຂາຍຂະໜົມຈະໄດ້ກຳໄລດີ
ການເງິນ ມັກພົບເລື່ອງເສຍເງິນເລື້ອຍໆ ຕ້ອງລະວັງເລື່ອງລາຍຈ່າຍໃຫ້ຫຼາຍ
ຄວາມຮັກ ມີໂອກາດພົບຮັກກັບຄົນຕ່າງອາຍຸ ອາດມາໃນຮູບແບບອ້າຍນ້ອງ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີບົວ
ເລກນຳໂຊກ 2
ຄົນເກີດວັນພະຫັດ
ການງານ ເຮັດກິດຈະການທຸລະກິດສ່ວນໂຕຈະເຮັດໃຫ້ໄດ້ກຳໄລຫຼາຍຂຶ້ນ
ການເງິນ ໝຸນຫາເງິນໄດ້ເພີ່ມຂຶ້ນ ຖານະລໍ້າລວຍ ເພາະເປັນໄລຍະນີ້ດວງດີຫຼາຍ
ຄວາມຮັກ ມີໂອກາດຈະຢູ່ໃນສະຖານະການຮັກຊ້ອນເພາະຕ່າງຝ່າຍຕ່າງບໍ່ມີເວລາໃຫ້ກັນ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 8
ຄົນເກີດວັນສຸກ
ການງານ ລະວັງຈະເກີດບັນຫາຂັດແຍ້ງກັບຮຸ້ນສ່ວນຜູ້ຮ່ວມງານ
ການເງິນ ຢູ່ໃນເກນທີ່ດີຫຼາຍແຕ່ການເງິນໄລຍະນີ້ໃຊ້ຈ່າຍເກີນຕົວແຕ່ຕົ້ນເດືອນ
ຄວາມຮັກ ມີໂອກາດພັດທະນາຄວາມສຳພັນກັບຄົນຮັກໄປໄດ້ດີ ແຕ່ຕ້ອງລະວັງການຜິດຖຽງກັນ
ເຄື່ອງມຸງຄຸນ ຄໍາຝຣັ່ງ
ສີມຸງຄຸນ ສີແດງ
ເລກນຳໂຊກ 7
ຄົນເກີດວັນເສົາ
ການງານ ເຮັດວຽກຫຼາຍເກີນໄປຈະເຮັດໃຫ້ທ່ານບໍ່ມີເວລາພັກຜ່ອນ ຕ້ອງລະວັງເລື່ອງຂອງສຸຂະພາບ
ການເງິນ ລາຍຈ່າຍໄລຍະນີ້ຄົງທີ່ເພາະທ່ານເປັນຄົນທີ່ເກັບເງິນເກັ່ງ
ຄວາມຮັກ ເກີດບັນຫາຂັດແຍ້ງຄວາມສຳພັນແບບເລັກນ້ອຍ ກັບຄົນຮັກແຕ່ຕ້ອງຮັກສາຄວາມຮັກໃຫ້ໝັ້ນຄົງຈະດີກວ່າ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 6