ອ່ານດວງລາຍວັນປະຈໍາວັນພະຫັດ ທີ 29 ທັນວາ 2022 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ຜົນງານທີ່ວຽກງານຂອງທ່ານທີ່ເຮັດຢູ່ ຈະໂດດເດັ່ນຈົນໄດ້ຮັບການຍ້ອງຍໍຊົມເຊີຍ
ການເງິນ ຈະໄດ້ຮັບເງິນຈາກການສ່ຽງໂຊກ
ຄວາມຮັກ ມີເຫດທີ່ອາດຈະເຮັດໃຫ້ທ່ານຕ້ອງໄດ້ຫ່າງຈາກຄົນທີ່ທ່ານຮັກ
ເຄື່ອງມຸງຄຸນ ສາຍຄໍຄຳ
ສີມຸງຄຸນ ສີແດງ
ເລກນຳໂຊກ 8
ຄົນເກີດວັນຈັນ
ການງານ ດວງຮ້າຍຜ່ານໄປດວງແຫ່ງໂຊກກ້າວເຂົ້າມາ ຄິດຫຍັງເຮັດຫຍັງກໍຈະປະສົບສຳເລັດ
ການເງິນ ມີໂອກາດທີ່ຈະໄດ້ໃຊ້ເງິນເກັບໄປກັບການຈ່າຍຄ່າດູແລສຸຂະພາບ
ຄວາມຮັກ ຈະໄດ້ພົບຄົນສອງສີ ເປັນບຸກຄົນທີ່ມີໜ້າມີຕາໃນສັງຄົມ
ເຄື່ອງມຸງຄຸນ ຕ່າງຫູເພັດສີຟ້າ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 1
ຄົນເກີດວັນອັງຄານ
ການງານ ບໍ່ມີອຸປະສັກ ເຮັດຫຍັງຄິດຫຍັງຈັບຫຍັງກໍດີ ກໍໄດ້ກຳໄລໄປໝົດ
ການເງິນ ແບ່ງເງິນທີ່ໄດ້ມາເປັນເງິນເກັບ ມີໂອກາດຈະໄດ້ໃຊ້ເງິນກັບຄ່າການເດີນທາງໄກ
ຄວາມຮັກ ອາດຈະມີປາກສຽງກັນກັບຄົນຮັກ ແຕ່ກໍຍັງຮັກກັນດີ
ເຄື່ອງມຸງຄຸນ ຫິນນຳໂຊກສີຂຽວ
ສີມຸງຄຸນ ສີນ້ຳຕານ
ເລກນຳໂຊກ 4
ຄົນເກີດວັນພຸດ
ການງານ ຖ້າທ່າມີຄວາມຄິດ ຫຼື ຢາກກຳລັງດຳເນີນທຸລະກິດຢູ່ ຈະໄດ້ຮັບຜົນກຳໄລທີ່ດີ
ການເງິນ ຄ່າໃຊ້ຈ່າຍໃນຊ່ວງອາດຫຼາຍເປັນພິເສດ ຕ້ອງບໍລິຫານເງິນໃຫ້ດີ
ຄວາມຮັກ ການເດີນທາງຈະເຮັດໃຫ້ທ່ານໄດ້ພົບກັບຄູ່ຄອງທີ່ແທ້ຈິງ
ເຄື່ອງມຸງຄຸນ ຄຳ
ສີມຸງຄຸນ ສີແດງ
ເລກນຳໂຊກ 3
ຄົນເກີດວັນພະຫັດ
ການງານ ການປຶກສາຫາລືກັນກັບການເພື່ອນຮ່ວມງານຈະເຮັດໃຫ້ຜົນງານອອກມາດີ ແລະ ບໍ່ມີບັນຫາ
ການເງິນ ຈະໄດ້ຮັບເງິນກ້ອນຈາກຜູ້ໃຫຍ່ທີ່ອຸປະຖຳຊ່ວຍເຫຼືອເຮົາຢູ່
ຄວາມຮັກ ຈະໄດ້ພົບກັບຮັກກັບຄົນຜິວຂາວ ແລະ ເປັນຄົນຕ່າງປະເທດ
ເຄື່ອງມຸງຄຸນ ຫິນນຳໂຊກສີເຫຼືອງ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 5
ຄົນເກີດວັນສຸກ
ການງານ ລະວັງເລື່ອງບັນຫາສຸຂະພາບຈາກ ຈາກທີ່ເຮັດວຽກໜັກເກີນໄປ
ການເງິນ ລະວັງການມີຄົນມາຂໍຢືມເງິນ ເພາະທ່ານອາດຈະບໍ່ໄດ້ຄືນ
ຄວາມຮັກ ຈະໄດ້ພົບຮັກທີ່ດີ ແລະ ຈິງໃຈ
ເຄື່ອງມຸງຄຸນ ສາຍຄໍໄຂ່ມຸກ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 2
ຄົນເກີດວັນເສົາ
ການງານ ອາດຈະມີບັນຫາທີ່ທ່ານແກ້ໄຂດ້ວຍຕົວຄົນດຽວໄດ້ ລອງປຶກສາຄົນທີ່ຢູ່ຮ່ວມງານ ຫຼື ໝູ່ຄູ່ ເພື່ອຫາທາງອອກທີ່ດີ
ການເງິນ ລາຍຈ່າຍມີຫຼາຍ ຕ້ອງບໍລິຫານໃຫ້ດີໆ ເພາະອາດຈະເຮັດໃຫ້ທ່ານໝົດໂຕແບບບໍ່ທັນຕັ້ງໂຕໄດ້
ຄວາມຮັກ ລະວັງການຜິດຖຽງກັນໃນເລື່ອງບໍ່ເປັນເລື່ອງ ເພາະຈະອາດຈະສັ່ນຄອນຄວາມສຳພັນຂອງທ່ານໄດ້
ເຄື່ອງມຸງຄຸນ ເງີນ
ສີມຸງຄຸນ ສີຂາວ
ເລກນຳໂຊກ 9