ອ່ານດວງລາຍວັນປະຈໍາວັນພຸດ ທີ 28 ທັນວາ 2022 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ການດຳເນີນວຽກໃນໜ້າທີ່ການງານທີ່ກຳລັງເຮັດຢູ່ ແມ່ນເປັນໄປຕາມທີ່ຄາດຫວັງ
ການເງິນ ຈະໄດ້ຮັບໂຊກຈາກຜູ້ໃຫຍ່ຈາກທີ່ເຮັດວຽກ ກ່ອນປີໃໝ່ນີ້
ຄວາມຮັກ ມີໂອກາດຊ້ຳໃຈຈາກຄົນທີ່ເຮົາກຳລັງສຶກສາດູໃຈກັນຢູ່
ເຄື່ອງມຸງຄຸນ ສາຍຄໍໄຂ່ມຸກ
ສີມຸງຄຸນ ສີບົວ
ເລກນຳໂຊກ 3
ຄົນເກີດວັນຈັນ
ການງານ ມີໂອກາດທີ່ຈະໄດ້ປ່ຽນວຽກງານທີ່ກຳລັງເຮັດຢູ່
ການເງິນ ຈະໄດ້ຮັບໂຊກ ພົບເງິນເກັບທີ່ເຮົາລືມໄວ້ ໄດ້ຄືນມາ
ຄວາມຮັກ ການເດີນທາງໄປໃນສະຖານທີ່ໃໝ່ຈະເຮັດໃຫ້ທ່ານໄດ້ພົບເຈິກັບຄວາມສຳພັນທີ່ເຮັດໃຫ້ຫົວໃຈທ່ານຫວັ່ນໄຫວໄດ້
ເຄື່ອງມຸງຄຸນ ຕ່າງຫູຄຳ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 7
ຄົນເກີດວັນອັງຄານ
ການງານ ການງານບໍ່ມີບັນຫາ ຜົນງານດີ ເປັນທີ່ໜ້າຍ້ອງຍໍ ແລະ ອາດຈະຖືກເອົາມາເປັນແບບຢ່າງອີກດ້ວຍ
ການເງິນ ແບ່ງເງິນເກັບໄປລົງທຶນກັບການຄ້າຂາຍຈະໄດ້ຮັບຜົນກຳໄລຕື່ມ
ຄວາມຮັກ ລະວັງຄວາມສຳພັນກັບຄົນຮັກຂອງທ່ານອາດຈະມີປາກສຽງກັນໄດ້
ເຄື່ອງມຸງຄຸນ ສາຍແຂວນເພັດສີແດງ
ສີມຸງຄຸນ ສີແດງ
ເລກນຳໂຊກ 1
ຄົນເກີດວັນພຸດ
ການງານ ລະວັງເລື່ອງຄວາມຂັດແຍ້ງເລື່ອງຜົນປະໂຫຍດໃນກຸ່ມໝູ່ທີ່ທ່ານຮ່ວມເຮັດວຽກນຳ
ການເງິນ ລະວັງເລື່ອງລາຍຈ່າຍ ເພາະຊ່ວງນີ້ທ່ານມີເກນຈະໃຊ້ເງິນເພື່ອແກ້ໄຂຄວາມບໍ່ສະບາຍໃຈທີ່ມີ
ຄວາມຮັກ ຈົ່ງໄວ້ໃຈຄົນຮັກຂອງທ່ານ ເພາະຊ່ວງນີ້ອາດຈະມີມືທີ່ສາມເຂົ້າມາເຮັດໃຫ້ຄວາມສຳພັນຕ້ອງແຕກຫັກກັນໄດ້
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີຂາວ
ເລກນຳໂຊກ 7
ຄົນເກີດວັນພະຫັດ
ການງານ ການງານມີຄວາມລື່ນໄຫຼດີ ແລະ ເຮັດໃຫ້ທ່ານມີໂອກາດໃນການວາງແຜນໃຫ້ທາງເລືອກຂອງຊີວິດໄດ້
ການເງິນ ລາຍຈ່າຍຫຼາຍເປັນພິເສດ ອາດຈະຕ້ອງໄດ້ຄວບຄຸມອາລົມເລື່ອງການໃຊ້ຈ່າຍ
ຄວາມຮັກ ຈະໄດ້ພົບກັບຄົນທີ່ທ່ານວາດຝັນໄວ້ ແລະ ອາດຈະຕົກຫຼຸມຮັກແບບບໍ່ຮູ້ໂຕ
ເຄື່ອງມຸງຄຸນ ມໍລະກົດ
ສີມຸງຄຸນ ສີດຳ
ເລກນຳໂຊກ 4
ຄົນເກີດວັນສຸກ
ການງານ ຖ້າກຳລັງເຮັດ ຫຼື ຄິດທີ່ຈະເຮັດທຸລະກິດຄ້າຂາຍແມ່ນຈະໄດ້ຮັບຜົນກຳໄລທີ່ດີງາມ
ການເງິນ ບໍ່ຝືດເຄືອງ ມີເງິນເກັບ ແລະ ການຈັດການການເງິນເຮັດອອກມາໄດ້ດີ
ຄວາມຮັກ ລະວັງເລື່ອງຮັກສາມເສົ້າ ເພາະທ່ານອາດຈະໄປເຂົ້າພົວພັນກັບຄວາມສຳພັນ ຫຼື ເລື່ອງແບບນີ້ໄດ້
ເຄື່ອງມຸງຄຸນ ຫິນນຳໂຊກສີເຫຼືອງ
ສີມຸງຄຸນ ສີຂາວ
ເລກນຳໂຊກ 9
ຄົນເກີດວັນເສົາ
ການງານ ຊ່ວງນີ້ອາດຈະມີບັນຫາເຂົ້າມາແບບບໍ່ທັນໄດ້ຕັ້ງໂຕອາດຈະສົ່ງຜົນກະທົບຕໍ່ໜ້າວຽກໄດ້ ຕັ້ງສະຕິ ແລ້ວມັນຈະຜ່ານໄປ
ການເງິນ ເພິ່ມຊ່ອງທາງຂອງລາຍໄດ້ເພື່ອທີ່ຢາກມີເງິນເກັບ ແຕ່ໂດຍລວມກໍບໍ່ມີບັນຫາຂັດຂ້ອງຫຍັງ
ຄວາມຮັກ ອາດຈະມີປາກສຽງກັບຄົນຮັກຂອງທ່ານໄດ້ ເພາະຄວາມຄິດເຫັນທີ່ບໍ່ມີໃຜຍອມໃຜ, ຄົນໂສດ ຄົນທີ່ແມ່ນຍັງບໍ່ມາ ອົດໃຈຖ້າອີດນິດໜຶ່ງ
ເຄື່ອງມຸງຄຸນ ສາຍຄໍຄຳ
ສີມຸງຄຸນ ສີຟ້າເຂັ້ມ
ເລກນຳໂຊກ 6