ອ່ານດວງລາຍວັນປະຈໍາວັນອັງຄານ ທີ 27 ທັນວາ 2022 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ການເຮັດທຸລະກິດທີ່ເປັນນາຍໜ້າຈະໄດ້ຮັບຜົນກຳໄລທີ່ດີ
ການເງິນ ລາຍຈ່າຍຊ່ວງນີ້ຕົກຢູ່ໃນສະພາວະຕຶງຄຽດ ຕ້ອງບໍລິຫານການເງິນທີ່ໃຫ້ດີ
ຄວາມຮັກ ຖ້າມີໂອກາດໄດ້ເດີນທາງໄກໄປຕ່າງປະເທດ ຈະພົບໄດ້ຮັກທີ່ນັ້ນ
ເຄື່ອງມຸງຄຸນ ແຫວນເພັດ
ສີມຸງຄຸນ ສີຂາວ
ເລກນຳໂຊກ 1
ຄົນເກີດວັນຈັນ
ການງານ ເກີດຄວາມບໍ່ເຂົ້າໃຈກັນໃນການສື່ສານກັບໝູ່ຮ່ວມງານ
ການເງິນ ຈະມີຜູ້ໃຫຍ່ທີ່ເປັນຍາດຕິພີ່ນ້ອງເຂົ້າມາອຸປະຖຳຄ້ຳຊູ
ຄວາມຮັກ ຖ້າມີຮັກຈະເປັນຮັກທີ່ຫ່າງເຫີນ ຖ້າຍັງໂສດກໍກຽມມີແຟນເພາະມີຄົນສົນໃຈເຈົ້າຫຼາຍ
ເຄື່ອງມຸງຄຸນ ແຫວນຄຳ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 3
ຄົນເກີດວັນອັງຄານ
ການງານ ການຄ້າຂາຍເຄື່ອງບຳລຸງຜິວພັນຈະໄດ້ຮັບຜົນສຳເລັດທີ່ດີ
ການເງິນ ຈະໄດ້ມີຍາດພີ່ນ້ອງເຂົ້າມາຢືມເງິນ
ຄວາມຮັກ ສົມຫວັງ ແລະ ມີຄວາມສຸກກັບຄວາມຮັກທີ່ດີໃນຕອນນີ້
ເຄື່ອງມຸງຄຸນ ຫິນນຳໂຊກສີບົວ
ສີມຸງຄຸນ ສີບົວເຂັ້ມ
ເລກນຳໂຊກ 7
ຄົນເກີດວັນພຸດ
ການງານ ການເລີ່ມຕົ້ນເຮັດທຸລະກິດໃໝ່ຈະໄດ້ຮັບຜົນຕອບຮັບ ແລະ ກຳໄລທີ່ດີ
ການເງິນ ຈະຕ້ອງໄດ້ດຸໝັ່ນເປັນພິເສດ ຖ້າຢາກຈະມີເງິນເກັບໃນຊ່ວງນີ້
ຄວາມຮັກ ບຸນທີ່ທ່ານສະສົມມາ ຈະນຳພາໃຫ້ທ່ານໄດ້ພົບຄົນຮັກທີ່ດີ
ເຄື່ອງມຸງຄຸນ ສາຍຄໍຄຳ
ສີມຸງຄຸນ ສີຟ້າເຂັ້ມ
ເລກນຳໂຊກ 9
ຄົນເກີດວັນພະຫັດ
ການງານ ການລົງທຶນກັບທຸລະກິດຄ້າຂາຍເສື້ອຜ້າຈະໄດ້ຮັບຜົນກຳໄລທີ່ດີ
ການເງິນ ຈະໄດ້ຮັບເງິນກ້ອນຈາກການສ່ຽງໂຊກ
ຄວາມຮັກ ຈະໄດ້ພົບຄົນໜ້າຕາດີ ມີສະເໜ່ ຜິວຂາວເຫຼືອງ ເຂົ້າມາສ້າງສາຍສຳພັນນຳ
ເຄື່ອງມຸງຄຸນ ມໍລະກົດ
ສີມຸງຄຸນ ສີດຳ
ເລກນຳໂຊກ 4
ຄົນເກີດວັນສຸກ
ການງານ ການເຮັດວຽກໜັກ ແລະ ພັກຜ່ອນບໍ່ພຽງພໍອາດຈະເຮັດໃຫ້ມີບັນຫາສຸຂະພາບໄດ້
ການເງິນ ບໍລິຫານລາຍຮັບ ແລະ ລາຍຈ່າຍໃຫ້ດີ ຖ້າທ່ານຢາກຈະມີເງິນເກັບ
ຄວາມຮັກ ດ້ວຍເລື່ອງຂອງເວລາທີ່ບໍ່ຄ່ອຍມີໃຫ້ກັນ ອາດຈະເຮັດໃຫ້ຮັກຂອງທ່ານຫ່າງເຫີນກັນໄດ້
ເຄື່ອງມຸງຄຸນ ຕ່າງຫູ່ສີຟ້າອ່ອນ
ສີມຸງຄຸນ ສີນ້ຳຕານ
ເລກນຳໂຊກ 2
ຄົນເກີດວັນເສົາ
ການງານ ການຕິດຕໍ່ເຈລະຈາງານກັບລູກຄ້າແມ່ນມີຄວາມລ່າຊ້າ
ການເງິນ ຈະພົບແຕ່ເລື່ອງທີ່ເຮັດໃຫ້ມີແຕ່ເສຍເງິນ ແຕ່ກໍຈະມີຜູ້ໃຫຍ່ເຂົ້າມາອຸປະຖຳຊ່ວຍເຫຼືອ
ຄວາມຮັກ ການສື່ສານທີ່ບໍ່ເຂົ້າໃຈກັນຈະບັ່ນທອນຄວາມໝັ້ນຄົງຂອງຄວາມຮັກທີ່ດີຂອງທ່ານໄດ້
ເຄື່ອງມຸງຄຸນ ແຫວນເພັດສີເຫຼືອງ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 8