ອ່ານດວງລາຍວັນປະຈໍາວັນຈັນ ທີ 26 ທັນວາ 2022 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ຈະມີການໂຍກຍ້າຍຕຳແໜ່ງງານໄປສູ່ສິ່ງທີ່ດີຂື້ນ
ການເງິນ ຈະມີລາຍຈ່າຍກ່ຽວກັບການປິ່ນປົວສຸຂະພາບຫຼາບຂື້ນ
ຄວາມຮັກ ຈະໄດ້ພົບທີ່ອາຍຸຫຼາຍກວ່າ ມີຖານະເຂົ້າມາສ້າງສາຍສຳພັນທີ່ດີ
ເຄື່ອງມຸງຄຸນ ແຫວນເພັດ
ສີມຸງຄຸນ ສີຂາວ
ເລກນຳໂຊກ 1
ຄົນເກີດວັນຈັນ
ການງານ ວຽກງານທີ່ກ່ຽວກັບບໍລິການຈະໄດ້ຮັບຜົນກຳໄລທີ່ດີ
ການເງິນ ມີໂອກາດໄດ້ເອົາເງິນເກັບທີ່ມີອອກມາໃຊ້ຈ່າຍຄ່າປິ່ນປົວສຸຂະພາບ
ຄວາມຮັກ ສະເໜ່ແຮງ ຈະມີຄົນເຂົ້າມາໃຫ້ເຈົ້າໄດ້ເລືອກສ້າງສາຍສຳພັນຫຼາຍກວ່າໜຶ່ງຄົນ
ເຄື່ອງມຸງຄຸນ ແຫວນຄຳ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 3
ຄົນເກີດວັນອັງຄານ
ການງານ ການຄ້າຂາຍເຄື່ອງບຳລຸງຜິວພັນຈະໄດ້ຮັບຜົນສຳເລັດທີ່ດີ
ການເງິນ ຈະໄດ້ມີຍາດພີ່ນ້ອງເຂົ້າມາຢືມເງິນ
ຄວາມຮັກ ສົມຫວັງ ແລະ ມີຄວາມສຸກກັບຄວາມຮັກທີ່ດີໃນຕອນນີ້
ເຄື່ອງມຸງຄຸນ ຫິນນຳໂຊກສີບົວ
ສີມຸງຄຸນ ສີບົວເຂັ້ມ
ເລກນຳໂຊກ 7
ຄົນເກີດວັນພຸດ
ການງານ ຈະມີການປ່ຽນແປງ ຫຼື ໂຍກຍ້າຍຕຳແໜ່ງງານເຊິ່ງຈະນຳມາສູ່ສິ່ງທີ່ດີຂື້ນ
ການເງິນ ຕ້ອງໄດ້ມີການປະຢັດອົດອອມ ເພາະລາຍຈ່າຍຊ່ວງນີ້ຂ້ອນຂ້າງຫຼາຍ
ຄວາມຮັກ ອາດຈະຕົກຫຼຸມຮັກກັບຄົນທີ່ຢູ່ທາງໄກແບບບໍ່ຮູ້ໂຕ
ເຄື່ອງມຸງຄຸນ ສາຍຄໍຄຳ
ສີມຸງຄຸນ ສີຟ້າເຂັ້ມ
ເລກນຳໂຊກ 9
ຄົນເກີດວັນພະຫັດ
ການງານ ມີໂອກາດຈະໄດ້ເດີນທາງ ຕິດຕໍ່ປະສານງານກັບຄົນຕ່າງປະເທດ
ການເງິນ ມີກິນມີໃຊ້ ບໍ່ຕິດຂັດ ແຕ່ລາຍຈ່າຍຈະຫຼາຍເປັນພິເສດ
ຄວາມຮັກ ລະວັງເລື່ອງການສື່ສານ ເພາະອາດຈະເຮັດໃຫ້ເກີດບັນຫາເຂົ້າໃຈຜິດກັນໄດ້
ເຄື່ອງມຸງຄຸນ ມໍລະກົດ
ສີມຸງຄຸນ ສີດຳ
ເລກນຳໂຊກ 4
ຄົນເກີດວັນສຸກ
ການງານ ລອງເປີດໃຈເຮັດສິ່ງໃໝ່ໆເພື່ອການພັດທະນາໄປໃນທາງທີ່ດີໃນໜ້າວຽກ
ການເງິນ ມີໂອກາດຕິດຂັດເພາະດ້ວຍລາຍຈ່າຍທີ່ຫຼາຍ ແຕ່ກໍໄດ້ຮັບເງິນກ້ອນຈາກການສ່ຽງໂຊກ
ຄວາມຮັກ ຈະມີຄົນຜິວສອງສີ ອາຍຸຫຼາຍກວ່າເຂົ້າມາອຸປະຖຳດູແລ
ເຄື່ອງມຸງຄຸນ ຕ່າງຫູ່ສີຟ້າອ່ອນ
ສີມຸງຄຸນ ສີນ້ຳຕານ
ເລກນຳໂຊກ 2
ຄົນເກີດວັນເສົາ
ການງານ ຈະມີບັນຫາເລື່ອງການສື່ສານກັນກັບຄົນທີ່ເຮັດວຽກ ອາດຈະເຮັດໃຫ້ຜົນຂອງວຽກອອກມາບໍ່ດີເທົ່າທີ່ຄວນ
ການເງິນ ຈະໄດ້ຮັບຂອງຂວັນຈາກຄົນໃນຄອບຄົວທີ່ເດີນທາງມາໄກ
ຄວາມຮັກ ຈະໄດ້ພົບຄົນຮັກເກົ່າ ເຂົ້າມາຂໍທວນຄືນຄວາມສຳພັນ
ເຄື່ອງມຸງຄຸນ ແຫວນເພັດສີເຫຼືອງ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 8