ອ່ານດວງລາຍວັນປະຈໍາວັນສຸກ ທີ 10 ມິຖຸນາ 2022 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ເຮັດທຸລະກິດສື່ໂຄສະນາຈະປະສົບຄວາມສຳເລັດ
ການເງິນ ຜູ້ໃຫຍ່ຈະໃຫ້ໂຊກໃນເລື່ອງຂອງການເງິນ
ຄວາມຮັກ ຢູ່ໃນສະຖານະການຄວາມຮັກຍັງບໍ່ລົງຕົວໃນເລື່ອງຂອງອາລົມ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີຄຣີມ
ເລກນຳໂຊກ 4
ຄົນເກີດວັນຈັນ
ການງານ ພົບສະຖານະການປ່ຽນແປງຍົກຍ້າຍສະຖານທີ່ເຮັດວຽກ
ການເງິນ ມີທັງຮັບ ແລະ ທັງຈ່າຍໃນເວລາດຽວກັນ
ຄວາມຮັກ ໄດ້ພົບຄົນທີ່ທ່ານເອງກໍຮູ້ສຶກມັກເຂົ້າມາໃຫ້ທ່ານໄດ້ຮູ້ຈັກ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຂາວ
ເລກນຳໂຊກ 8
ຄົນເກີດວັນອັງຄານ
ການງານ ຈະເຮັດທຸລະກິດໃດກໍຕ້ອງລະວັງເລື່ອງຂອງເອກະສານສັນຍາ
ການເງິນ ທ່ານຈະມີລາຍຈ່າຍເພີ່ມຂື້ນ ແຕ່ລາຍຈ່າຍຍັງເທົ່າເກົ່າ
ຄວາມຮັກ ໄດ້ພົບຄູ່ຄອງທີ່ດີ ອາດມີຂ່າວດີໃນເລື່ອງຂອງແຜນແຕ່ງດອງ
ເຄື່ອງມຸງຄຸນ ຄໍາຝຣັ່ງ
ສີມຸງຄຸນ ສີຂາວ
ເລກນຳໂຊກ 3
ຄົນເກີດວັນພຸດ
ການງານ ເລື່ອງຂອງຫນ້າວຽກທີ່ເຮັດຢູ່ອາດເຮັດໃຫ້ທ່ານບໍ່ມີເວລາຄືແຕ່ກ່ອນ
ການເງິນ ປະຢັດໄວ້ກ່ອນເພາະທ່ານຈະມີສິ່ງທີ່ຈໍາເປັນຕ້ອງໄດ້ໃຊ້ເງິນ
ຄວາມຮັກ ເກີດຄວາມສຳພັນທີ່ຫ່າງໄກກັບຄົນຮັກ
ເຄື່ອງມຸງຄຸນ ແຫວນ
ສີມຸງຄຸນ ສີດໍາ
ເລກນຳໂຊກ 1
ຄົນເກີດວັນພະຫັດ
ການງານ ທ່ານເປັນຄົນທີ່ເກັ່ງ ສາມາດຄອບຄຸມໜ້າວຽກໄດ້ດີ
ການເງິນ ການໃຊ້ເງິນຕ້ອງຈັດສັນໃຫ້ຄົງທີ່ເພາະອາດເກີດບັນຫາຕາມມາ
ຄວາມຮັກ ໄດ້ພົບຮັກກັບຄົນທີ່ມີສະເໜ່ ແຕ່ສໍາລັບຄົນທີ່ມີຄູ່ແລ້ວລະວັງການຫຶງຫວງ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີແດງ
ເລກນຳໂຊກ 6
ຄົນເກີດວັນສຸກ
ການງານ ເລື່ອງວຽກຕ້ອງລະວັງການເຈລະຈາກັບເພື່ອນຮ່ວມງານ
ການເງິນ ຈະໜົດເງິນໄປກັບຄວາມສວຍງາມຫຼາຍໃນໄລຍະນີ້
ຄວາມຮັກ ຢູ່ໃນເກນທີ່ຄົງທີ່ບໍ່ຄ່ອຍມີບັນຫາຄືແຕ່ກ່ອນ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 1
ຄົນເກີດວັນເສົາ
ການງານ ຈະໄດ້ຮັບການສະໜັບສະໜຸນຊ່ວຍເຫລືອຈາກຜູ້ໃຫຍ່
ການເງິນ ມີຄ່າໃຊ້ຈ່າຍໃນເລື່ອງທີ່ບໍ່ສໍາຄັນ
ຄວາມຮັກ ພົບສະຖານະການບໍ່ຊັດເຈນໃນເລື່ອງຄວາມຮັກຂອງທ່ານ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 3