ເພາະດົນຕຣີແນວອິນດີ້ຄືຄວາມມັກ ຊວນລົມກັບ Jindie ກຸ່ມສິລະປິນທີ່ມີຜູ້ຟັງເພງພວກເຂົາຈາກທົ່ວໂລກ

ຖ້າເວົ້າເຖິງດົນຕຣີແບບອິນດີ້ (Indie) ຢູ່ບ້ານເຮົາຍັງບໍ່ຄ່ອຍເຫັນປານໃດ ເຮັດໃຫ້ເຮົາອາດຈະບໍ່ຄຸ້ນເຄີຍກັບດົນຕຣີແນວນີ້ ແຕ່ໝູ່ເພື່ອນຮູ້ບໍວ່າ ຢູ່ລາວເຮົາມີສິລະປິນກຸ່ມໜຶ່ງທີ່ເວົ້າໄດ້ວ່າມີຄົນຟັງເພງຂອງພວກເຂົາຈາກທົ່ວໂລກເລີຍກໍວ່າໄດ້? ຂໍ້ມູນຈາກ Spotify, ເພງຂອງພວກເຂົາມີຜູ້ຟັງຈາກ 131 ປະເທດທົ່ວໂລກ ຖືກສະຕຣີມໄປຫຼາຍກວ່າ 6 ແສນຄັ້ງ ລວມຫຼາຍກວ່າ 30,000 ກວ່າຊົ່ວໂມງ ແລະ ໃນແຕ່ລະເດືອນມີຜູ້ຟັງປະຈຳຫຼາຍກວ່າ 32,000 ກວ່າຄົນ!
ເປີດຫົວຂໍ້ມາແບບນີ້ຄົງຢາກຈະຮູ້ແລ້ວແມ່ນບໍວ່າພວກເຂົາແມ່ນໃຜ?
ວົງທີ່ເຮົາເວົ້າເຖິງນີ້ແມ່ນ Jindie (ຈິນດີ້) ເຊິ່ງເປັນວົງອິດສະລະ ບໍ່ໄດ້ມີສັງກັດໃດໆ ເຮັດດົນຕຣີອອກມາຈາກຄວາມຫຼົງໃຫຼລ້ວນໆ, ພວກເຂົາມີກັນທັງໝົດ 5 ຄົນ ປະກອບດ້ວຍ: ເອກະໄຊ ມູນລະວົງສີ ຫຼື ແມັກ (Max) ເຊິ່ງເປັນນັກຮ້ອງນຳ ແລະ ມືກີຕ້າ, ອາເລັກ ຫຼວງຫານຸ (Aleg) ມືກີຕ້າ/ໂພຣດິວເຊີ, ຕັ້ນ ຕະກຸນສີ (Tan) ມືກອງ, ວັດທະພົງ ຍີລັດໃຈ ຫຼື ຈອນ (John) ມີເບສ ແລະ ຄອງພົນ ໄຊສົງຄາມ ຫຼື ໜຶ່ງ (Neung) ມືຄີບອດ.
ເພື່ອໃຫ້ຮູ້ຈັກພວກເຂົາຫຼາຍກວ່ານີ້ ເຮົາກໍໄດ້ມີໂອກາດໄປນັ່ງລົມກັບສະມາຊິກວົງຢູ່ທີ່ສະຕູດິໂອຂອງພວກເຂົາ. ແນ່ນອນວ່າ ເລື່ອງນີ້ຂ້ອນຂ້າງຍາວ ແນະນຳໃຫ້ຈັບເຄື່ອງດື່ມ ແລະ ຂອງວ່າງມານັ່ງອ່ານບົດສຳພາດນີ້.
(ຈາກຊ້າຍໄປຂວາ) ສະມາຊິກວົງ Jindie (ຍັງບໍ່ທັນຄົບ) : ຕັ້ນ ຕະກຸນສີ (Tan) ມືກອງ, ອາເລັກ ຫຼວງຫານຸ (Aleg) ມືກີຕ້າ/ໂພຣດິວເຊີ, ວັດທະພົງ ຍີລັດໃຈ ຫຼື ຈອນ (John) ມີເບສ ແລະ ເອກະໄຊ ມູນລະວົງສີ ຫຼື ແມັກ (Max) ເຊິ່ງເປັນນັກຮ້ອງນຳ ແລະ ມືກີຕ້າ
ຄຳຖາມທຳອິດເລີຍ, ເລົ່າເລື່ອງທີ່ໄປທີ່ມາຂອງ Jindie ໃຫ້ເຮົາຟັງແດ່
ແມັກ: ຈຸດເລີ່ມຕົ້ນຂອງວົງແມ່ນເລີ່ມຕັ້ງແຕ່ປີ 2017 ກໍຄືພວກເຮົາກໍເປັນກຸ່ມໄວໜຸ່ມທຳມະດາໆ ທີ່ມື້ໜຶ່ງໄດ້ໄປຫຼິ້ນບ້ານໝູ່ກໍຄືບ້ານຂອງອາເລັກແລ້ວໄດ້ເອົາກີຕ້າໄປຫຼິ້ນຊຸມແຊວນຳກັນຕາມພາສາໝູ່. ຫຼິ້ນໄປຫຼິ້ນມາແລ້ວກໍເລີ່ມຕີ chords ໄດ້ 2-3 chords ແລ້ວກໍຫຼິ້ນຕໍ່ກັນຈົນເກີດເປັນເພງ Green Darling ຂຶ້ນມາ ເຊິ່ງນັ້ນແມ່ນເພງທຳອິດຂອງພວກເຮົາ ແລະ ເຮັດໃຫ້ເກີດເປັນວົງ Jindie.
ອາເລັກ: ສະໄໝແຕ່ກີ້ແມ່ນຍັງມີໜ້ອຍຄົນທີ່ຫຼິ້ນເພງ ຫຼື ຟັງສະໄຕລ໌ນີ້ ແລ້ວພໍດີຕອນນັ້ນເຮົາກໍກຳລັງຊອກຄົນທີ່ມີຄວາມມັກທາງດ້ານດົນຕຣີໃນສາຍດຽວກັນ ແລະ ກໍເຫັນຜູ້ດຽວກໍຄືແມັກທີ່ຮູ້ສຶກວ່າພວກເຮົາເຂົ້າກັນໄດ້ສາຍແນວເພງນີ້ ທີ່ມັກທຳນອງເພງໃນທາງດຽວກັນ ເລີຍຊວນມາຮ່ວມຫຼິ້ນເພງນຳກັນ. ເຊິ່ງແຕ່ກີ້ກໍມີຫຼາຍຄົນທີ່ຢາກເຮັດວົງເຊັ່ນກັນ ແຕ່ວ່າເຂົາເຈົ້າກໍມີຄວາມເຂົ້າໃຈ ແລະ ຄິດຕ່າງຈາກແນວເພງທີ່ເຮົາເຮັດ ສຸດທ້າຍກໍເລີຍຍັງມີແຕ່ 2 ຄົນທີ່ຍັງຢູ່.
ເພງຂອງ Jindie ແມ່ນເຮັດອອກມາເປັນສະໄຕລ໌ໃດ?
ແມັກ: ສະໄຕລ໌ເພງຂອງພວກເຮົາເຮັດແມ່ນຈະເປັນສະໄຕລ໌ Indie Rock ເຊິ່ງຖ້າເຮົາແຍກອອກມາກໍຈະມີ Dream Pop ແລະ Bedroom Pop ເພງຄົນຟັງຄົນດຽວໃນຫ້ອງ ພ້ອມທັງ Alternative Rock ກໍເຮັດເຊິ່ງກໍຮ່ວມຢູ່ໃນໝວດ Indie. ຕອນນັ້ນແມ່ນເລີ່ມມີຄົນສົນໃຈເພງແນວ Dream Pop ຫຼາຍຂຶ້ນ ແລະ ກໍເລີ່ມມີການປ່ອຍເພງໄປຫຼາຍຊ່ອງທາງ, ເຮົາກໍເລີຍສວຍໂອກາດເຮັດເພງສະໄຕລ໌ນີ້ ແລ້ວເລີ່ມປ່ອຍເພງ ເຊິ່ງກໍເປັນເພງ Green Darling ເພງທຳອິດທີ່ເຮັດໃຫ້ຄົນຮູ້ຈັກ Jindie.
ທີ່ມາຂອງຊື່ວົງ Jindie ມາແຕ່ໃສ ແລະ ເປັນຫຍັງຕ້ອງເປັນຊື່ Jindie?
ແມັກ: ສະໄໝ High School ມີນັກຮ້ອງຊື່ Jin ເປັນຄົນເກົາຫຼີລະຢາກປະສົມຄຳນັ້ນກັບ indie ລະກໍເລີຍເປັນ Jindie. ທຳອິດກໍຂຽນໃສ່ກະດານວ່າ Jindie ຫັ້ນກ່ອນ, ຢອກໆກັນຂຽນມ່ວນໆລະມາອ່ານກັນລະມັນມ່ວນຫູດີເລີຍຜັນປ່ຽນໄປມາຈົນໄດ້ຄຳວ່າ Jindie ແລ້ວກໍໄດ້ຊື່ນີ້ເລີຍ. ແລ້ວກໍເລີ່ມຕັ້ງວົງຫຼັງຈາກຈົບ High School ກໍໄດ້ໃສ່ຊື່ນັ້ນມາເລີຍ.
ຖານແຟນເພງສ່ວນໃຫຍ່ແມ່ນຄົນປະເທດໃດ?
ແມັກ: ສ່ວນຫຼາຍແລ້ວຖານແຟນເພງຄົນລາວແມ່ນຈະຢູ່ໃນ 30-40% ແຕ່ວ່າໄລຍະຫຼັງໆກໍຮູ້ສຶກວ່າເພີ່ມຂຶ້ນ. ຄືຢູ່ Spotify ກໍເກືອບ 50% ແລ້ວ. ແຕ່ສຳລັບຖານແຟນເພງທີ່ໃຫ້ຄວາມສົນໃຈ ແລະ ມັກຟັງເຮົາອີ່ຫຼີເປັນກໍຈະແມ່ນແຟນເພງທາງ ສະຫະລັດອາເມລິກາ, ເມັກຊິໂກ, ແຄນາດາ, ເກົາຫຼີໃຕ້ ແລະ ໄທ.
ແລ້ວເພງໃດຂອງ Jindie ທີ່ຄິດວ່າເຮັດໃຫ້ມີຜູ້ຟັງ ແລະ ມີຜູ້ຕິດຕາມຜົນງານຫຼາຍຂຶ້ນ?
ແມັກ: ໜ້າຈະຮູ້ໆກັນລະເນາະ ນັ້ນກໍຄືເພງ She Makes Me Wanna Die ເຊິ່ງອອກມາໃນປີ 2017.
ໃນມຸມມອງໂຕເອງ, ແມ່ນຫຍັງຄືສະເໜ່ ແລະ ເອກະລັກທີ່ບໍ່ຄືໃຜຂອງ Jindie?
ແມັກ: ສຳລັບເຮົາຄິດວ່າຈຸດຫຼັກຂອງວົງເຮົາແມ່ນການຂາຍເພງ ເພາະພວກເຮົາບໍ່ໄດ້ມີການອັບເດດ Social Media, ບໍ່ຄ່ອຍໄດ້ມີການຖ່າຍ Selfie ຫຼື ຖ່າຍອັບເດດ Story ຫຍັງຕະຫຼອດ ເຊິ່ງພວກເຮົາກໍຈະເນັ້ນຂາຍເພງຫຼາຍກວ່າ. ໜຶ່ງໃນຈຸດຂາຍຂອງເຮົາກໍຈະແມ່ນສະໄຕລ໌ເພງທີ່ເຮົາເຮັດອອກມາເຊິ່ງຈະປະສົມເພງເກົ່າທີ່ມີກິ່ນອາຍຂອງຍຸກໃໝ່ເຂົ້າມາໜ້ອຍໜຶ່ງ, ສຽງທີ່ເຮົາໄດ້ Record ມາ ແລະ ສຽງທີ່ເຮົາໃຊ້ມັນກໍເປັນເອກະລັກໜຶ່ງເຊັ່ນ ສຽງກີຕ້າ, ສຽງຮ້ອງ ອີ່ຫຍັງປະມານນີ້. ຫຼາຍຄົນອາດຈະເບິ່ງເປັນເອກະລັກທີ່ບໍ່ຄືໃຜ ແລະ ການ Mix ເພງເຮົາກໍພະຍາຍາມຈະໃສ່ເພງລາວເຂົ້າໄປໃຫ້ມີຄວາມດິບໆຂຶ້ນມາ.
ສຳລັບຄົນໃນວົງແມ່ນຢູ່ນຳກັນມາດົນແລ້ວ ຄວາມຮູ້ສຶກໃນການເປັນສິລະປິນສຳລັບ Jindie ຈາກມື້ທຳອິດ ມາຮອດມື້ນີ້ມັນມີຫຍັງປ່ຽນແປງບໍ?
ແມັກ: ສຳລັບເຮົາຄວາມຮູ້ສຶກຕັ້ງແຕ່ມື້ທຳອິດຈົນຮອດມື້ນີ້ແມ່ນກໍປ່ຽນໄປຫຼາຍ, ຕັ້ງແຕ່ມື້ທຳອິດເຮົາຄິດຢູ່ວ່າຕົນເອງເປັນສິລະປິນ ແຕ່ບໍ່ໄດ້ຄິດວ່າຈະກ້າວໜ້າມາໄດ້ຮອດມື້ນີ້ ແລະ ຈະໄດ້ພັດທະນາຄວາມເປັນສິລະປິນມາໄດ້ເທົ່າມື້ນີ້, ຮູ້ສຶກດີທີ່ຕົນເອງເຮັດໄດ້ ແຕ່ກີ້ກໍຫຼິ້ນແຕ່ກີຕ້າ ແລະ ມັກດົນຕຣີມາແຕ່ນ້ອຍ ບໍ່ຄິດວ່າຕົນເອງຊິມາເຮັດດົນຕຣີແທ້, ຖ້າບໍ່ໄດ້ເຈິອາເລັກກໍຄົງຈະບໍ່ໄດ້ເຮັດ. ຈົນຮອດມື້ນີ້ກໍຮູ້ສຶກວ່າຕົນເອງມີການກ້າວໜ້າຂຶ້ນທາງດ້ານດົນຕຣີ ເປັນຄວາມຮູ້ສຶກດີຫຼາຍສຳລັບເຮົາ. ເຮົາເບິ່ງຕົນເອງແລ້ວເຮົາເຫັນໄດ້ການພັດທະນາ ແລະ ເຮັດໄດ້ດີຂຶ້ນ ເຮົາສາມາດເບິ່ງໄດ້ເພາະແຕ່ລະເພງມັນບໍ່ຄືກັນເຮົາກໍຈະຮູ້ສຶກແຕ່ລະຄວາມຮູ້ສຶກ. ແຕ່ວ່າທຸກເທື່ອທີ່ເຮົາອອກເພງໃໝ່ ຫຼື ເຮັດເພງໃໝ່ເຮົາກະຮູ້ສຶກເລີຍວ່າຕົນເອງເກັ່ງຂຶ້ນຕະຫຼອດນັ້ນຄືຄວາມຮູ້ສຶກທີ່ເປັນ Artist (ສິລະປິນ) ເນາະ.
ອາເລັກ: ສຳລັບເຮົາແມ່ນຕອນເລີ່ມທຳອິດກໍບໍ່ຄ່ອຍມີພື້ນຖານດ້ານການຫຼິ້ນປານໃດ ແຕ່ວ່າຮູ້ເລື່ອງການອັດ ແລະ ການ Mix ໃຫ້ດົນຕຣີເຂົ້າກັນໄປ, ຕອນທຳອິດກະຄ່ອຍໆງົມໆຫຼິ້ນໆງົງໆໄປຫັ້ນແຫຼະ. ແຕ່ວ່າຫຼັງໆມາກໍເລີ່ມໄດ້ວິວໄດ້ຫຍັງໄປກໍເລີ່ມຈິງຈັງຂຶ້ນ, ເລີ່ມດີຂຶ້ນຫຼາຍດ້ານ, ຫຼາຍອັນ, ຮຽນຫຼິ້ນດົນຕຣີໃຫ້ເກັ່ງຂຶ້ນ ແຮງບັນດານໃຈກໍຂຶ້ນໆລົງໆເລີ່ມຢາກເຮັດນັ້ນເຮັດນີ້. ແລ້ວໄລຍະນັ້ນວົງການເພງລາວຍັງບໍ່ຄ່ອຍມີຄົນສົນໃຈປານໃດ ແລ້ວ audience (ຜູ້ຟັງ) ທີ່ເປັນຄົນລາວກໍບໍ່ຄ່ອຍຫຼາຍ ກໍເລີຍບໍ່ຄ່ອຍມີກຳລັງໃຈເຮັດປານໃດ.
Jindie ຂຶ້ນສະແດງສົດທີ່ Windwest / ພາບ: jindie. / Facebook
ໃນມຸມມອງຂອງ Jindie ຄິດວ່າການເປັນສິລະປິນໃນລາວສາມາດເປັນອາຊີບຫຼັກໄດ້ບໍ?
ແມັກ: ເຮົາຄິດວ່າການທີ່ເປັນນັກດົນຕຣີໄປເສບໄປຫຼິ້ນຢູ່ຮ້ານອາຫານໜ້າຈະເປັນອາຊີບທີ່ສາມາດເຮັດໄດ້ ລາຍໄດ້ກໍໂອເຄ. ແຕ່ເຮົາຄິດວ່າ Artist ແບບຄືພວກເຮົາທີ່ບໍ່ມີສັງກັດ ຫຼື ວ່າ Artist ຮຸ່ນໃໝ່ກໍຍັງບໍ່ມີໂອກາດຫຼາຍເທື່ອ. ເຮົາຄິດວ່າສິລະປິນທີ່ປ່ອຍເພງດ້ວຍຕົນເອງມັນກໍເປັນໄປໄດ້ຍາກທີ່ຈະເຮັດເປັນອາຊີບຫຼັກໄດ້ສຳເລັດ. ທາງດຽວທີ່ສິລະປິນອິດສະລະແບບພວກເຮົາຈະສາມາດຫາເງິນ ຫຼື ວ່າມີຊື່ສຽງ ຫຼື ວ່າເອົາ popularity (ຄວາມມີຊື່ສຽງ) ຂຶ້ນດ້ວຍອິນເຕີເນັດ. ຄືພວກເຮົາເນາະກໍຈະເນັ້ນເອົາເພງລົງໃນ Spotify ເຊິ່ງມັນກໍເປັນທາງດຽວທີ່ສາມາດປ່ອຍເພງຂອງເຮົາອອກໄປໄດ້ ແລະ ກໍຫາເງິນໄດ້ພ້ອມ. ຖ້າຊິຕອບຄຳຖາມຂໍ້ນີ້ແມ່ນມັນກໍຄົງຈະຍາກເນາະຜູ້ທີ່ເປັນສິລະປິນແບບພວກເຮົາທີ່ຈະເຮັດໄດ້ສຳເລັດໄດ້.
ອາເລັກ: ສຳລັບເຮົາຄິດວ່າຖ້າວ່າຢາກເຮັດໃຫ້ສິລະປິນເປັນອາຊີບໄດ້, ຫາເງິນເອງໄດ້ ແມ່ນມັນເປັນໄປໄດ້ເນາ ຖ້າຖາມເລື່ອງເປັນໄປໄດ້. ແຕ່ວ່າຕ້ອງ All in (ທຸ້ມສຸດໂຕ) ກັບມັນອີ່ຫຼີຖ້າວ່າຢາກໃຫ້ມັນເປັນໄປໄດ້ ເພາະວ່າປະສົບການຕົວຈິງກະເພງເຮົາມັນກໍ Boom ເພງໜຶ່ງ. ຄັນເຮົາບໍ່ All in ມັນກໍຈະເປັນໄປໄດ້ຍາກ. ແຕ່ຖາມວ່າໄດ້ບໍ່ ແມ່ນເຮັດໄດ້ ແບບເຮົາຕ້ອງທຸ້ມສຸດໂຕໄປນຳມັນອີ່ຫຼີ, ແຕ່ສະໄໝນີ້ມັນກໍຍາກທີ່ຈະເຮັດຫຍັງເຕັມຮ້ອຍຢ່າງດຽວ ມັນກໍຂຶ້ນກັບສະໄຕລ໌ເພງແນວດົນຕຣີຂອງຜູ້ນັ້ນ ຫຼື ວົງນັ້ນອີກເນາະທີ່ຈະສາມາດຕີຕະຫຼາດເພງໃຫຍ່ ຫຼື ວ່າເພງທີ່ມີຄົນຟັງຫຼາຍ. ຕົວຢ່າງຄືເພງຮິບຮັອບ, ເພງແຣັບ ຫຼື ອື່ນໆນັ້ນ, ຖ້າເປັນສິລະປິນປະເພດນັ້ນກໍຄົງຈະມີໂອກາດຫຼາຍກວ່າທີ່ຈະເຮັດເພງດົນຕຣີໃນສະເພາະກຸ່ມຄືສະໄຕລ໌ Indie ແບບເຮົາທີ່ຍັງບໍ່ທັນຮັບຄວາມສົນໃຈຫຼາຍ ແລະ ຍັງບໍ່ດັງປານໃດ. ສຸດທ້າຍກໍຂຶ້ນກັບສະໄຕລ໌ ແລະ ແນວເພງຂອງເຂົາເຈົ້າທີ່ຈະສາມາດດຶງໃຈຄົນຟັງໄດ້ຫຼາຍປານໃດ.
Jindie ເຫັນພາບຕົນເອງແນວໃດໃນອານາຄົດ ແລ້ວຄິດວ່າຕົນເອງຈະໄປຮອດຈຸດໃດ?
ແມັກ: ສຳລັບສິລະປິນກໍຈະເຫັນຕົນເອງ Improve (ພັດທະນາ) ຕະຫຼອດ. ເຫັນຕົນເອງເກັ່ງຂຶ້ນຕະຫຼອດ ເຫັນຕົນເອງຮຽນຮູ້ທາງດ້ານດົນຕຣີໄດ້ຫຼາຍຂຶ້ນ ຫວັງວ່າຊິເຮັດດົນຕຣີໄດ້ຫຼາຍຂຶ້ນ ແລະ ດີຂຶ້ນກວ່າເກົ່າ, ຄຸນນະພາບເພງກໍຈະດີຂຶ້ນ. ລະກໍສຳລັບເຮົາທີ່ເປັນສິລະປິນ ແມ່ນເຮົາມັກການຮຽນຮູ້ທາງດ້ານດົນຕຣີ ຮຽນກ່ຽວເລື່ອງນັ້ນເລື່ອງນີ້ຮຽນຮູ້ໄປເລື້ອຍໆ.
ອາເລັກ: ສຳລັບເຮົາແມ່ນຢາກໃຫ້ Jindie ໃນອານາຄົດໃຫ້ເປັນວົງທີ່ວ່າຫາເງິນທາງດ້ານນີ້ໄດ້ ຢູ່ໄດ້ພໍດີພໍງາມຫັ້ນນະ. ແບບວ່າຢາກໃຫ້ເຮັດເລື່ອງນີ້ເປັນອາຊີບໄດ້ ເພາະມັນເປັນເລື່ອງທີ່ມັກຢູ່ແລ້ວຍ້ອນຕອນນີ້ມັນເປັນແຕ່ກິດຈະກຳຍາມວ່າງ ແຕ່ວ່າມັນກໍໄດ້ຢູ່ແຕ່ລະແພລດຟອມແຕ່ວ່າເປັນໄປໄດ້ຢາກໃຫ້ອານາຄົດເປັນວົງທີ່ວ່າຫາລາຍໄດ້.
ຖ້າໄດ້ໄປສະແດງເທິງເວທີໃດໜຶ່ງຢາກໄປສະແດງໃນເວທີໃດ?
ແມັກ: ອັນນີ້ເຮົາບໍ່ເຄີຍຄິດວ່າຊິໄປ ເວທີຕ່າງປະເທດໃດ ແຕ່ວ່າຕອນຍັງນ້ອຍເຄີຍຄິດວ່າຕົນເອງຫຼິ້ນຢູ່ໃນເວທີແຕ່ບໍ່ຮູ້ວ່າເວທີໃດ. ຖ້າໄດ້ອີ່ຫຼີກໍຄົງຈະເປັນເວທີໃດກະໄດ້ພຽງແຕ່ Audience ຮັບຟັງເຮົາລະກໍເຂົ້າໃຈເຮົາເປັນແຟນໆເຮົາກໍພໍແລ້ວ. ເອົາອີ່ຫຼີກະບໍ່ກ່ຽວດອກເວທີໃຫຍ່ເຮົາຄິດວ່າຖ້່ເຮັດໃຫ້ມັນເຕັມຮ້ອຍກໍເກີດຂຶ້ນໄດ້.
ມີຫຍັງຢາກຈະຝາກເພິ່ມຕື່ມໃຫ້ກັບນ້ອງໆສິລະປິນຮຸ່ນໃໝ່ທີ່ຢາກເຮັດເພງແນວນີ້ບໍ?
ແມັກ: ເຮົາຢາກໃຫ້ວົງທີ່ຟັງ Jindie ຫຼື ຄົນທີ່ມັກໃນດົນຕຣີສະໄຕລ໌ນີ້, ສະໄຕລ໌ Indie ນີ້ແຫຼະໃນປະເທດລາວ ຢາກໃຫ້ເຂົາເຈົ້າສົ່ງເສີມ ແລະ ຖ້າເຂົາເຈົ້າຢາກເຮັດເພງໃນສະໄຕລ໌ນີ້ຢາກໃຫ້ເຂົາຄົງຄວາມເປັນ original (ຄວາມເປັນໂຕເອງ) ເພາະພວກເຮົາຮັກໃນເພງສະໄຕລ໌ Indie ຂອງລາວແຕ່ລະຊີນກຳລັງຮຸ່ງເຮືອງຂຶ້ນ. ເຊັ່ນວ່າ ທີ່ເດັ່ນຕອນນີ້ກໍຄົງຈະແມ່ນ ຕານຸ, ກໍຢາກໃຫ້ມີການບຸກເບີກທາງດ້ານແນວເພງ Indie ໜ້ອຍໜຶ່ງ ໂດຍສະເພາະສຳລັບໃຜທີ່ບໍ່ກ້າເຮັດ ກໍລອງເບິ່ງ ລອງເຮັດໂລດ. ເພາະຈຸດເລີ່ມຕົ້ນຂອງພວກເຮົາກໍເລີ່ມຂຶ້ນດ້ວຍກອງໜ່ວຍດຽວ, ກີຕ້າໜ່ວຍດຽວ. ອາດຈະເປັນໄມໂຄຣໂຟນໃສ່ຫູຟັງ ເຈົ້າກະເຮົດໄປໂລດ. ຢາກເລີ່ມເຮັດຫຍັງເຮັດໂລດ ເລີ່ມແຕ່ອາຍຸຍັງນ້ອຍແຮ່ງດີ. ສຳລັບອາຍຸນ້ອຍ ກໍຈະມີຫຼາຍຄົນທີ່ມີຄົນເບິ່ງ ແລະ ມີໂອກາດຫຼາຍໃນການ Improve ສ້າງຜົນງານຫຼາຍ, ເຮັດເປັນກິດຈະກຳຍາມວ່າງກ່ອນກໍ່ໄດ້ ເຮົາບໍ່ຮູ້ດອກວ່າມັນຈະໄປໄດ້ໄກສໍ່າໃດ. ລອງເຮັດເບິ່ງ ເພາະດຽວນີ້ຄົນຟັງເພງປະເພດນີ້ກໍເລີ່ມຫຼາຍຂຶ້ນແລ້ວ.
ພາບ: jindie. / Facebook
ໃນໄວໆນີ້ແມ່ນຈະມີຜົນງານຫຍັງອອກມາໃຫ້ເຮົາຕິດຕາມບໍ?
ແມັກ: ຕອນນີ້ກໍມີຫຼາຍຜົນງານເນາະທີ່ໄດ້ອັດແລ້ວແຕ່ຍັງບໍ່ໄດ້ປ່ອຍເທື່ອ ເຮັດໄວ້ປະມານ 4-5 ເພງ ແຕ່ວ່າຍັງບໍ່ມີໂອກາດປ່ອຍ ແລະ ຕອນນີ້ກໍໄດ້ມີແຜນທີ່ຈະອອກອາລະບໍາໃໝ່ ເພາະວ່າໄດ້ມີແຮງບັນດານໃຈໃໝ່ມາ ເຊິ່ງແຮງບັນດານໃຈນີ້ກໍໄດ້ມາຈາກການໄດ້ຫຼິ້ນ Live ເພາະເທົ່າທີ່ຮູ້ມາວົງເຮົາຫາກໍໄດ້ຫຼິ້ນ Live ຄົບທຸກຄົນ. ລະຕອນເດືອນກຸມພາ (2022) ທີ່ສູນພາສາຝຣັ່ງ ແມ່ນເປັນເທື່ອທຳອິດທີ່ຫຼິ້ນຄົບກັນ ແລະ ເລີ່ມໄດ້ມີການ Live ແລ້ວກໍເລີ່ມປ່ອຍເພງມາເລື້ອຍໆ 3-4 ເພງ. ສ່ວນຫຼາຍເພງເຮົາແມ່ນຈະບໍ່ມີການປ່ອຍ MV, ແຕ່ວ່າຫຼັງຈາກນີ້ ພວກເຮົາກໍຄິດທີ່ຈະປ່ອຍ MV ຄູ່ກັບເພງ ເພາະຮູ້ສຶກວ່າ Audience ລາວແມ່ນມັກເບິ່ງໄປນຳຟັງໄປນຳ. 4-5 ເພງທີ່ໄດ້ເຮັດໄວ້ກໍຈະເພິ່ມ MV ເຂົ້າໄປນຳກໍຈະແຫວກໄປຈາກເກົ່າ.
ໂດຍ: ທີມບັນນາທິການ muan.la