ອ່ານດວງລາຍວັນປະຈໍາວັນພະຫັດ ທີ 26 ພຶດສະພາ 2022 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ປັບປ່ຽນວິທີການການເຮັດວຽກງານໃໝ່ໝົດໃນໄລຍະນີ້ ຈະເກີດການປ່ຽນແປງໃນການຂະຫຍາຍສາຂາທາງທຸລະກິດ
ການເງິນ ຈະຍັງສາມາດເງິນໝຸນໃນໄລຍະນີ້ໄດ້ ໝຸນຫາເງິນໄດ້ທັນໃຊ້ທັນຈ່າຍຢູ່ໃນເກນທີ່ດີ
ຄວາມຮັກ ຖ້າຈະພົບຮັກກໍຈະເປັນລັກສະນະເຫດການຂອງການທີ່ຈະມີສ່ວນຊ່ວຍເຫຼືອກັນ ໃນເລື່ອງຂອງການໃຫ້ຄຳປຶກສາດ້ານການງານ
ເຄື່ອງມຸງຄຸນ ຄໍາຝຣັ່ງ
ສີມຸງຄຸນ ສີແດງ
ເລກນຳໂຊກ 6
ຄົນເກີດວັນຈັນ
ການງານ ທ່ານເປັນຄົນທີ່ມັກພົບໂອກາດທີ່ດີ ແລະ ຄວາມພະຍາຍາມຈະບໍ່ເສຍລ້າ ພົບຄວາມກ້າວໜ້າ ພົບຄວາມສຳເລັດ ຫາກມີຄວາມຕັ້ງໃຈຈິງ
ການເງິນ ໂຊກດີສະເໝີເພາະຈະພົບຄວາມກົດດັນທາງດ້ານການເງິນທີຈະພົບຄົນທີ່ເຂົ້າມາຊ່ວຍເຫຼືອດ້ານການເງິນທຸກເວລາໃນໄລຍະນີ້
ຄວາມຮັກ ໂດຍລວມດ້ານຄວາມຮັກຢູ່ໃນເກນທີ່ຍັງບໍ່ລົງຕົວເພາະວ່າພາລະກິດຂ້ອນຂ້າງຫຼາຍຈຶ່ງບໍ່ມີເວລາທຸ່ມເທໃນເລື່ອງຂອງຄວາມຮັກ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 4
ຄົນເກີດວັນອັງຄານ
ການງານ ຕັ້ງເປົ້າໝາຍດ້ວຍຄວາມພະຍາຍາມ ແລະ ຄວາມສ້າງສັນນຳພາຕົນໄປສູ່ຄວາມສຳເລັດ ມີຊື່ສຽງດີຂຶ້ນໃນການສ້າງຜົນງານໄດ້ໂດດເດັ່ນ
ການເງິນ ໄດ້ເຂົ້າມາເລື້ອຍໆ ສະເໝີໃນໄລຍະນີ້ ມີຄວາມຫມັ້ນຄົງທາງດ້ານການເງິນດີຂຶ້ນເປັນຢ່າງສູງ
ຄວາມຮັກ ມີເວລາໃຫ້ກັນບໍ່ຫຼາຍໃນໄລຍະນີ້ ຈຶ່ງຈຳເປັນຕ້ອງແບ່ງເວລາໃຫ້ກັນຫຼາຍຂຶ້ນຈຶ່ງມີຄວາມສຸກ ແລະ ຄວາມສຳພັນທີ່ລົງຕົວ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 4
ຄົນເກີດວັນພຸດ
ການງານ ການເບິ່ງແຍງລູກຄ້າທີ່ມີຄຸນນະພາບດີໄວ້ຈະເປັນໂຊກດີຕໍ່ຄວາມສຳເລັດໃນໄລຍະຍາວ
ການເງິນ ການເດີນທາງຈະເຮັດໃຫ້ປະສົບພົບຄວາມໂຊກດີທາງດ້ານການເງິນ
ຄວາມຮັກ ຈະພົບຄົນທີ່ມີສະເໜ່ເກັ່ງມີຄວາມສາມາດ ມີໂອກາດພົບຮັກແບບບໍ່ທັນຕັ້ງໂຕ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 7
ຄົນເກີດວັນພະຫັດ
ການງານ ການເຮັດວຽກງານຮ່ວມກັນເປັນທີມຍັງຈຳເປັນຕ້ອງຫາລູກທີມທີ່ມີຄວາມມຸ້ງມັ່ນ ແລະ ຕັ້ງໃຈ ແລະ ຖ້າສົ່ງເສີມຊ່ວຍເຫຼືອ
ການເງິນ ຫາເງິນເຂົ້າມາໄດ້ຫຼາຍກໍແມ່ນແຕ່ເບິ່ງຄືຈະຕ້ອງນຳເງິນໄປຊື້ຢາບຳລຸງທີ່ຈະມາເບິ່ງແຍງໃນເລື່ອງຂອງສຸຂະພາບຂອງຕົນເອງໃນໄລຍະນີ້ກໍເປັນໄປໄດ້
ຄວາມຮັກ ຈະພົບຮັກກ່ຽວຂ້ອງກັບການງານ ຫຼືຜູ້ໃຫຍ່ຈະແນະນຳໃຫ້ຮູ້ຈັກໃຜບາງຄົນທີ່ມີສະເໜ່ສະຫຼຽວສະຫຼາດ ມີເກນອາຍຸນ້ອຍກວ່າ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີດໍາ
ເລກນຳໂຊກ 2
ຄົນເກີດວັນສຸກ
ການງານ ຊ່ວງນີ້ຈະໄດ້ເຮັດໂປຣເຈັກວຽກງານທີ່ໃຫຍ່ຂຶ້ນ ປະສົບຄວາມສຳເລັດໄດ້ດີຂຶ້ນ ແຕ່ຕ້ອງແລກມາຊຶ່ງຄວາມເມື່ອຍ
ການເງິນ ຄົນຮັກມີສ່ວນຊ່ວຍໃນເລື່ອງຂອງການທີ່ຈະໄດ້ຊັບໄດ້ເງິນເຂົ້າມາ ຈະໄດ້ຮັບການອຸປະຖຳຊ່ວຍເຫຼືອຈາກຄົນຮັກດ້ານການເງິນກໍເປັນໄປໄດ້
ຄວາມຮັກ ເບິ່ງຄືຄວາມສຳພັນເທື່ອນີ້ຈະມີເລື່ອງກ່ຽວກັບຜົນປະໂຫຍດມາກ່ຽວຂ້ອງ ອາດເຮັດໃຫ້ເກີດການຂັດແຍ້ງກັບຄົນຮັກກໍເປັນໄປໄດ້ເພາະຜົນປະໂຫຍດບໍ່ລົງຕົວ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 9
ຄົນເກີດວັນເສົາ
ການງານ ຈະເຮັດທຸລະກິດຫຍັງເປັນເງິນເປັນທອງໄປທຸກຢ່າງໄລຍະນີ້ ດວງຢູ່ໃນເກນທີ່ດີຫຼາຍໆ ເພາະຄວາມຂະຫຍັນ ເກັ່ງ ແລະ ມີຄວາມສາມາດຂອງຕົນເອງລ້ວນໆ
ການເງິນ ຖ້າຢາກໄດ້ເງິນເພີ່ມເປັນທະວີຄູນຕ້ອງຫາຫົນທາງໃໝ່ ສຶກສາຂໍ້ມູນ ແລະ ແນວທາງຕ່າງໆ ໃນເລື່ອງຂອງການເຮັດທຸລະກິດເສີມເພີ່ມເຕີມອີກຈຶ່ງຈະດີ
ຄວາມຮັກ ຈະພົບຄົນເກັ່ງ ແລະ ມີຄວາມສາມາດຫຼາຍໆ ໃນໄລຍະນີ້ ຄວາມສຳພັນດ້ານຄວາມຮັກນັ້ນເປັນແບບຫ່າງໆ ແລະ ເປັນການເພື່ອສຶກສາເບິ່ງໃຈກັນນັ້ນເອງ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີຂາວ
ເລກນຳໂຊກ 6