ອ່ານດວງລາຍວັນປະຈໍາວັນຈັນ ທີ 18 ເມສາ 2022 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ຈະເຮັດສິ່ງໃດກໍຈະພົບແຕ່ອຸປະສັກໃນໄລຍະນີ້ ສາມາດແກ້ບັນຫາໄປເທື່ອລະເລື່ອງໄດ້ ເທື່ອລະຢ່າງກໍຈະຜ່ານພົ້ນໄປໄດ້ດີ
ການເງິນ ມີໂຊກຈະໄດ້ເງິນເຂົ້າມາໃນໄລຍະນີ້ ມີໂຊກດີຫຼາຍກວ່າໜຶ່ງເທື່ອ ດວງຊະຕາຢູ່ໃນເກນທີ່ດີຫຼາຍ
ຄວາມຮັກ ຍັງບໍ່ໄດ້ຮັບຄວາມຊັດເຈນປານໃດກ່ຽວກັບຂ່າວຄາວເລື່ອງຄວາມຮັກກັບຄົນຮັກໃນໄລຍະນີ້ ຈຶ່ງຕ້ອງຄ່ອຍໆ ເບິ່ງກັນຕໍ່ໄປ
ເຄື່ອງມຸງຄຸນ ເພັດສີທອງ
ສີມຸງຄຸນ ສິເທົາ
ເລກນຳໂຊກ 8
ຄົນເກີດວັນຈັນ
ການງານ ກວດເບິ່ງການເຮັດບັນຊີລາຍຮັບ ລາຍຈ່າຍໃນເລື່ອງຂອງການລົງທຶນຕ່າງໆ ຢ່າງລະອຽດຮອບຄອບ ແລະ ວາງແຜນການເຮັດທຸລະກິດໃຫ້ດີ
ການເງິນ ໄລຍະນີ້ລະມັດລະວັງໃນເລື່ອງການເອົາເງິນໃນອະນາຄົດອອກມາໃຊ້ຈ່າຍໄປກ່ອນ ວາງແຜນການໃຊ້ຈ່າຍໃຫ້ຮອບຄອບ
ຄວາມຮັກ ຖ້າຈະພົບໃຜໃນໄລຍະນີ້ ລາວເປັນຄົນເກັ່ງ ມີຄວາມສາມາດ ມີຄວາມເປັນຜູ້ນຳ ແລະລາວຈະເຮັດໃຫ້ທ່ານພູມໃຈໃນຕົວລາວໄດ້
ເຄື່ອງມຸງຄຸນ ຫິນນໍາໂຊກສີເຫຼືອງ
ສີມຸງຄຸນ ສີບົວ
ເລກນຳໂຊກ 2
ຄົນເກີດວັນອັງຄານ
ການງານ ຕ້ອງປັບຕົວກ່ຽວກັບສະພາວະແວດລ້ອມການເຮັດວຽກງານ ງານມີຄວາມເລັ່ງລັດ ແຕ່ກໍຄວນຈະມີຄວາມລະອຽດຮອບຄອບ
ການເງິນ ຍັງຢູ່ໃນເກນຊົງຕົວ ຫາເຂົ້າມາໄດ້ເລື້ອຍໆ ກໍຕ້ອງຈ່າຍອອກໄປເລື່ອຍໆ ແຕ່ກໍບໍ່ເຖິງກັບເດືອດຮ້ອນໃນໄລຍະນີ້
ຄວາມຮັກ ຄວາມສຳພັນດ້ານຄວາມຮັກຖືກພັດທະນາໄປຢ່າງວ່ອງໄວໃນໄລຍະນີ້ ແລະ ຢູ່ໃນເກນທີ່ຈະສົມຫວັງດ້ານຄວາມຮັກ
ເຄື່ອງມຸງຄຸນ ເພັດສີຂຽວ
ສີມຸງຄຸນ ສີຂາວ
ເລກນຳໂຊກ 9
ຄົນເກີດວັນພຸດ
ການງານ ເມື່ອເຮັດວຽກທີ່ບໍ່ຖະຫນັດກໍຄວນສຶກສາຫາຄວາມຮູ້ ແລະທັກສະໃໝ່ໆ ເພີ່ມເຕີມ
ການເງິນ ມີໂຊກຈະໄດ້ເງິນເຂົ້າມາ ຫາເງິນເຂົ້າມາໄດ້ເລື່ອຍໆ ຢ່າງເປັນໂຊກນັ້ນເອງ
ຄວາມຮັກ ສຸກສົມຫວັງ ແລະ ລົງຕົວດ້ານຄວາມຮັກ ການພັດທະນາຄວາມສຳພັນຢູ່ໃນເກນທີ່ດີ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີຄຣີມ
ເລກນຳໂຊກ 1
ຄົນເກີດວັນພະຫັດ
ການງານ ປະສົບຄວາມສຳເລັດກ່ຽວກັບເລື່ອງການງານຕ່າງໆ ການຕິດຕໍ່ເຈລະຈາໄດ້ຮັບຄວາມຮ່ວມມື ການລົງນາມທາງທຸລະກິດກໍ່ໃຫ້ເກີດຜົນແຫ່ງຄວາມໂຊກດີ
ການເງິນ ມີທັງຮັບທັງຈ່າຍ ໃນໄລຍະນີ້ມີເລື່ອງທີ່ຕ້ອງຈ່າຍອອກໄປແບບບໍ່ຄາດຝັນນັ້ນເອງ
ຄວາມຮັກ ມີໂອກາດພົບຄົນສະຫຼຽວສະຫຼາດໝັ້ນໃຈຕົນເອງມີເກນອາຍຸນ້ອຍກວ່າ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີຂາວ
ເລກນຳໂຊກ 4
ຄົນເກີດວັນສຸກ
ການງານ ໄລຍະນີ້ເປັນການຢຸດພັກ ລາພັກຮ້ອນດ້ວຍກໍຈະດີ ຈະເຮັດໃຫ້ຮູ້ສຶກຜ່ອນຄາຍ ແລະ ເປັນການເພີ່ມພະລັງໃຫ້ຕົນເອງໃນການທີ່ຈະກັບມາເຮັດວຽກຕໍ່
ການເງິນ ໄລຍະນີ້ມີແຕ່ເລື່ອງທີ່ເຮັດໃຫ້ຕ້ອງເສຍເງິນ ລະວັງການດຶງເງິນໃນອະນາຄົດອອກມາໃຊ້ຈ່າຍໄປກ່ອນນັ້ນເອງ
ຄວາມຮັກ ຖ້າຈະພົບໃຜໃນໄລຍະນີ້ທີ່ຈະມີເຂົ້າມາ ລາວເປັນຄົນຜິວສອງສີ ມີສະເໜ່ ລາວຈະນຳຄວາມສຸກມາໃຫ້ທ່ານ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີແດງ
ເລກນຳໂຊກ 6
ຄົນເກີດວັນເສົາ
ການງານ ເຮັດຫນ້າທີ່ໃຫ້ດີທີ່ສຸດກໍພໍໃນເລື່ອງຂອງການສ້າງຜົນງານ ໃນໄລຍະນີ້ບໍ່ຄວນຄິດຫຍັງໃຫ້ຫຼາຍ
ການເງິນ ລະມັດລະວັງການໃຊ້ເງິນ ແລະປະຫຢັດໃນເລື່ອງຂອງການໃຊ້ຈ່າຍເອົາໄວ້ຈະດີທີ່ສຸດ ແຕ່ກໍຈະມີໂຊກເຂົ້າມາເຮັດໃຫ້ຮູ້ສຶກດີໃຈຂຶ້ນມາໄດ້
ຄວາມຮັກ ຖ້າຈະໄດ້ພົບໃຜໃນໄລຍະນີ້ ທ່ານເປັນຄົນເກັ່ງມີຄວາມສາມາດ ມີເຫດຜົນ ເວົ້າຈາດີ ກະຕືລືລົ້ນ ມັກສຶກສາສິ່ງໃໝ່ສະເໝີ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 0