ອ່ານດວງລາຍວັນປະຈໍາວັນຈັນ ທີ 9 ພຶດສະພາ 2022 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ໃນໄລຍະນີ້ທຸລະກິດທີ່ກ່ຽວຂ້ອງກັບອາຫານ, ແຟຊັນ ແລະ ວົງການບັນເທີງ ຈະເກີດຄວາມກ້າວໜ້າໄດ້ດີ
ການເງິນ ບໍ່ສາມາດຄວບຄຸມລາຍຈ່າຍໃດໆ ໄດ້ເລີຍໃນໄລຍະນີ້ ຈະພົບສະພາວະການເງິນຕິດລົບກໍເປັນໄປໄດ້
ຄວາມຮັກ ຄວາມສຳພັນດ້ານຄວາມຮັກໃນໄລຍະນີ້ ຈະພົບຄົນທີ່ມີເກນອາຍຸນ້ອຍກວ່າ ມີໂອກາດສ້າງຄວາມສຳພັນທີ່ເລິກເຊິ່ງ ແລະ ລົງຕົວ ແຕ່ໃຊ້ເວລາເບິ່ງໃຈກັນຫຼາຍໆ ຈຶ່ງຈະດີກວ່າ
ເຄື່ອງມຸງຄຸນ ຫິນນໍາໂຊກ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 8
ຄົນເກີດວັນຈັນ
ການງານ ເບິ່ງຄືຈະລອງຜິດລອງຖືກກັບວຽກບາງຢ່າງ ເພາະຫາກໍ່ເລີ່ມຕົ້ນເປີດທຸລະກິດໃໝ່
ການເງິນ ຫາເຂົ້າມາໄດ້ຢ່າງຕໍ່ເນື່ອງ ແລະ ໂຊກດີຫຼາຍໆ ໃນໄລຍະນີ້ ຈະໄດ້ເງິນກ້ອນໃຫຍ່ແບບບໍ່ທັນຕັ້ງໂຕ
ຄວາມຮັກ ຍັງບໍ່ຕັດສິນໃຈໃນເລື່ອງເຫຼົ່ານີ້ ເພາະຄົນທີ່ເຂົ້າມາໃນໄລຍະນີ້ຍັງບໍ່ໂດດເດັ່ນພໍທີ່ລາວຈະຕັດສິນໃຈເລືອກທ່ານນັ້ນເອງ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີມ້ວງ
ເລກນຳໂຊກ 2
ຄົນເກີດວັນອັງຄານ
ການງານ ໂຊກດີ ຈະມີຄົນຊ່ວຍເຫຼືອທາງດ້ານການງານ ຊ່ວຍແບ່ງເບົາພາລະຂອງທ່ານ
ການເງິນ ມີໂຊກດີທາງດ້ານການເງິນແບບບໍ່ຄາດຝັນ ແຕ່ກໍຈະຈ່າຍອອກໄປຢ່າງເຕັມໃຈເພື່ອຊື້ຂອງ ຫຼື ຊ່ວຍໃຜບາງຄົນໃນໄລຍະນີ້
ຄວາມຮັກ ພົບຄົນທີ່ຖືກໃຈແລ້ວ ແຕ່ທ່ານກໍຍັງບໍ່ຄ່ອຍມີປະຕິສຳພັນກັບທ່ານປານໃດ
ເຄື່ອງມຸງຄຸນ ຄໍາຝຣັ່ງ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 3
ຄົນເກີດວັນພຸດ
ການງານ ຜູ້ໃຫຍ່ໃຫ້ຄວາມເຊື່ອຖືໃນຕົວທ່ານ ໄດ້ຮັບຄວາມໄວ້ວາງໃຈໃຫ້ຮັບຜິດຊອບງານທີ່ໃຫຍ່ຂຶ້ນກໍເປັນໄປໄດ້
ການເງິນ ໝຸນຫາໃຊ້ຈ່າຍໄດ້ຢ່າງເລື້ອຍໆ ໃນໄລຍະນີ້ ບໍ່ມີເລື່ອງເດືອດຮ້ອນໃດໆ ທາງດ້ານການເງິນ
ຄວາມຮັກ ບາງຄັ້ງເມື່ອພົບຄົນຮັກທີ່ເກັ່ງ ແລະ ມີຄວາມສາມາດ ກໍຄວນປ່ອຍໃຫ້ທ່ານເປັນຜູ້ນຳຈຶ່ງຈະດີ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີແດງ
ເລກນຳໂຊກ 9
ຄົນເກີດວັນພະຫັດ
ການງານ ຄວາມສະຫຼາດໃນເລື່ອງຂອງການເຈລະຈາ ຈະເຮັດໃຫ້ໄດ້ຜົນປະໂຫຍດ ໄດ້ກຳໄລເຂົ້າມາຢ່າງຫຼວງຫຼາຍ ໃນໄລຍະນີ້ເກີດຄວາມສຳເລັດທາງດ້ານການງານ
ການເງິນ ໃຊ້ຈ່າຍອອກໄປຫຼາຍ ແຕ່ກໍຍິນດີທີ່ຈະໃຊ້ເງິນອອກໄປ ເພາະຢາກຈະຊື້ບາງສິ່ງບາງຢ່າງເຂົ້າມາໃຫ້ກັບຕົນເອງ
ຄວາມຮັກ ມີໂອກາດພົບຄົນຜິວຂາວຫຼືຜິວສອງສີກໍເປັນໄປໄດ້ ແຕ່ເປັນການເບິ່ງໆ ກັນຫຼາຍກວ່າທີ່ຈະຕັດສິນໃຈດ້ານຄວາມຮັກໃນໄລຍະນີ້
ເຄື່ອງມຸງຄຸນ ສາຍຄໍຄໍໍາ
ສີມຸງຄຸນ ສີບົວອ່ອນ
ເລກນຳໂຊກ 1
ຄົນເກີດວັນສຸກ
ການງານ ຢາກຈະຕັດສິນໃຈເຮັດສິ່ງໃດໃນໄລຍະນີ້ ແຕ່ກໍຕ້ອງຖ້າເບິ່ງ ແລະ ຍັງບໍ່ແມ່ນຈັງຫວະທີ່ຈະເລີ່ມຕົ້ນ ຕ້ອງສຶກສາຂໍ້ມູນໃນການເລີ່ມທຸລະກິດສ່ວນຕົວໃຫ້ຮອບຄອບຫຼາຍໆ
ການເງິນ ເຂົ້າສູ່ໄລຍະປະຢັດໄດ້ແລ້ວໃນໄລຍະນີ້ ບໍ່ສາມາດຕາມໃຈຕົນເອງທາງດ້ານການເງິນໄດ້
ຄວາມຮັກ ຢາກຈະຕັດສິນໃຈເລືອກໃຜບາງຄົນທີ່ເຂົ້າມາໃນໄລຍະນີ້ ແຕ່ກໍເບິ່ງຄືຈະເປັນໄປບໍ່ໄດ້ ອາດຕ້ອງພົບຄວາມຜິດຫວັງດ້ານຄວາມຮັກ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີເທົາ
ເລກນຳໂຊກ 8
ຄົນເກີດວັນເສົາ
ການງານ ເລັ່ງສ້າງຜົນງານ ແລະ ປັບປ່ຽນວິທີການເຮັດວຽກງານໃນຮູບແບບໃໝ່ໆ ສະເໝີ
ການເງິນ ຫາເຂົ້າມາໄດ້ເລື້ອຍໆ ດ້ວຍຄວາມຂະຫຍັນ ແລະ ຫາໂອກາດໃນການສ້າງລາຍໄດ້ເພີ່ມເຕີມ
ຄວາມຮັກ ປະຕິເສດໂດຍສິ້ນເຊີງໃນໄລຍະນີ້ ບໍ່ສົນໃຈດ້ານຄວາມຮັກ ເຖິງແມ່ນວ່າຈະພົບຄົນທີ່ມີສະເໜ່ຫຼາຍໆ ມີຄົນມາສົນໃຈແຕ່ທ່ານກໍຍັງບໍ່ເລືອກໃຜ
ເຄື່ອງມຸງຄຸນ ຄໍາຝຣັ່ງ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 4