ວັນສຸກ ທີ 29 ກັນຍາ 2023

ກວ່າຈະມາເປັນ Hannah 4EVE ເສັ້ນທາງຊີວິດໃນວົງການບັນເທີງລາວ ກ່ອນຈະກ້າວສູ່ສິລະປິນ T-POP

ກວ່າຈະມາເປັນ Hannah 4EVE ເສັ້ນທາງຊີວິດໃນວົງການບັນເທີງລາວ ກ່ອນຈະກ້າວສູ່ສິລະປິນ T-POP
S! Muan

ສະໜັບສະໜູນເນື້ອຫາ

ແຮ່ນນ້າ ໂລເຊັ່ນບູ້ມ (Hannah Rosenbloom) ໜຶ່ງໃນສະມາຊິກຂອງວົງ 4EVE ຂອງໄທ ແຕ່ກ່ອນທີ່ຈະມາຮອດຈຸດນີ້, ສາວນ້ອຍຄົນນີ້ກ້າວຂາເຂົ້າສູ່ເສັ້ນທາງບັນເທີງໃນລາວໃນຖານະນາງແບບ, ນັກເຕັ້ນ, ນັກຮ້ອງ ແລະ ນັກສະແດງ ເວົ້າໄດ້ວ່າເຮັດມາເກືອບທຸກຢ່າງ.

ມື້ນີ້ muan.la ຈະພາໄປຮູ້ຈັກກັບເສັ້ນທາງຊີວິດຂອງ ແຮ່ນນ້າ ໃນແວດວົງວຽກງານບັນເທີງ ກ່ອນຈະມາເປັນສິລະປິນວົງເກີກຣຸບລະດັບແຖວໜ້າຂອງໄທ.

ແຮ່ນນ້າ ໂລເຊັ່ມບູ້ມ ເກີດເມື່ອປີ 2001 ປັດຈຸບັນອາຍຸ 21 ປີ. ແຮ່ນນ້າ ເປັນລູກຊອດ ລາວ-ອາເມລິກາ ໂດຍແມ່ຂອງແຮ່ນນ້າເປັນຄົນລາວ ແລະ ພໍ່ເປັນຄົນອາເມລິກາ. ແຮ່ນນ້າ ເກີດ ແລະ ເຕີບໃຫຍ່ຢູ່ ບາງກອກ ປະເທດໄທ ໄດ້ຮຽນຊັ້ນປະຖົມປີທີ 1 ຢູ່ນັ້ນ ກ່ອນທີ່ຈະຍ້າຍມາຢູ່ລາວພ້ອມກັບຄອບຄົວ ເມື່ອອາຍຸໄດ້ 8 ປີ.


ພາບ: @hannah_kmz / Instagram

ຊີວິດໃນວົງການບັນເທີງລາວ

ຕອນອາຍຸ 14 ປີ, ແຮ່ນນ້າເຄີຍເຂົ້າປະກວດຮ້ອງເພງ ເຊິ່ງຕອນນັ້ນກໍຍັງຮ້ອງເພງບໍ່ເປັນ ແລະ ອີກ 1 ປີຕໍ່ມາກໍໄດ້ກັບໄປແຂ່ງຂັນອີກຄັ້ງໜຶ່ງ ແລະ ໃຊ້ເພງເກົ່າຄືກັບປີກ່ອນຈົນສາມາດຜ່ານເຂົ້າຮອບ 30 ຄົນສຸດທ້າຍ.

ນອກຈາກການຮ້ອງເພງແລ້ວ ແຮ່ນນ້າ ຍັງມັກການເຕັ້ນອີກດ້ວຍ. ໃນການແຂ່ງຂັນເຕັ້ນ Cover K-Pop ມັກຈະເຫັນແຮ່ນນ້າ ແລະ ກຸ່ມໝູ່ເຂົ້າຮ່ວມການແຂ່ງຂັນ ແລະ ແນ່ນອນກໍໄດ້ລາງວັນຕິດໄມ້ຕິດມືກັບບ້ານຢູ່ເລື້ອຍໆ.

ອີກໜຶ່ງຢ່າງທີ່ເຮັດໃຫ້ ແຮ່ນນ້າ ກາຍເປັນທີ່ຮູ້ຈັກຫຼາຍຂຶ້ນ ກໍແມ່ນການເຂົ້າປະກວດ Miss Teen Laos 2019 ເຊິ່ງຕອນນັ້ນ ແຮ່ນນ້າຍັງຮຽນຢູ່ມັດທະຍົມປາຍ ແລະ ອາຍຸພຽງ 18 ປີ. ການປະກວດຄັ້ງນັ້ນ ແຮ່ນນ້າ ປະສົບຄວາມສຳເລັດດ້ວຍການຍາດໄດ້ລາງວັນຮອງຊະນະເລີດອັນດັບ 2.

ນອກຈາກການຮ້ອງເພງ, ການເຕັ້ນ ແລະ ການປະກວດຕ່າງໆແລ້ວ, ແຮ່ນນ້າ ກໍຍັງສາຍແວວເລື່ອງການສະແດງນຳອີກ. ແຮ່ນນ້າ ເຄີຍສະແດງຊີຣີລາວມາແລ້ວຫຼາຍເລື່ອງ ທີ່ໂດດເດັ່ນກໍແມ່ນ Diary Love 2 ເມື່ອປີ 2019 ເປັນຕົ້ນ. 

ສ່ວນໃນປີ 2021, ແຮ່ນນ້າ ໄດ້ພິສູດຄວາມສາມາດດ້ານການສະແດງອີກຄັ້ງໜຶ່ງ ກັບບົດບາດຂອງ “ແມວ” ໃນຊີຣີ “One Love ກູໂຫດໃດ ມຶງໄຫວຫວາ” ໂດຍໄດ້ບົດເປັນນັກຮຽນມັດທະຍົມ ຄູ່ກັບ “ເມກ” ທີ່ຮັບບົດໂດຍ ເບີ່ດີ້ ອິນທະລັງສີ ທີ່ແຟນຊີຣີ່ຕ່າງກໍລົງຄວາມເຫັນວ່າເຄມີເຂົ້າກັນ ຈົນກາຍເປັນອີກໜຶ່ງຄູ່ຈິ້ນໃນຂະນະນັ້ນ.


ພາບ: @hannah_kmz / Instagram

ນອກຈາກຊີຣີ່ແລ້ວ, ແຮ່ນນ້າ ຍັງໄດ້ຮັບບົດນັກສະແດງນຳໃນຮູບເງົາລາວທີ່ຍັງບໍ່ທັນໄດ້ເຂົ້າສາຍ ຢ່າງເລື່ອງ “Signal” ໂດຍຜູ້ກຳກັບຊື່ດັງຂອງລາວຢ່າງ ລີ ພົງສະຫວັນ. ຮູບເງົາເລື່ອງນີ້ດຳເນີນການຖ່າຍທຳສຳເລັດແລ້ວ ແຕ່ເນື່ອງຈາກສະຖານະການການແຜ່ລະບາດຂອງພະຍາດໂຄວິດ ຈຶ່ງຍັງບໍ່ທັນມີການເຂົ້າສາຍໃນໂຮງເທື່ອ ເຮັດໃຫ້ແຟນຮູບເງົາ ແລະ ແຟນຂອງແຮ່ນນ້າ ກໍຍັງຄົງລໍຖ້າທີ່ຈະໄດ້ຊົມຮູບເງົາເລື່ອງນີ້ກັນອີກຕໍ່ໄປ.

ເປີດໂຕໃນຖານະສະມາຊິກ 4EVE

ແຮ່ນນ້າ ບໍ່ເຄີຍທີ່ຈະຢຸດຢູ່ບ່ອນເກົ່າ ເພາະຫຼັງຈາກທີ່ທາງ Workpoint ມີການປະກາດເປີດໂປຣເຈັກຄົ້ນຫາເກີກຣຸບໃໝ່ຂອງໄທໃນລາຍການ Girl Group Star ເຊິ່ງເປີດໂອກາດໃຫ້ສາວໆທີ່ມີຄາແຣັກເຕີທີ່ໂດດເດັ່ນແຕກຕ່າງກັນ ແລະ ເດີນຕາມຫາຄວາມຝັນຂອງຕົວເອງ ຈາກການສະແດງຄວາມສາມາດທີ່ບໍ່ແມ່ນແຕ່ຮ້ອງ, ເຕັ້ນ, ແຣັບ ເພື່ອເຂົ້າເປັນໜຶ່ງໃນສະມາຊິກຂອງ 4EVE, ຫຼັງຈາກທີ່ຈົບການສຶກສາຊັ້ນມັດທະຍົມຢູ່ລາວ ແຮ່ນນ້າ ກໍບໍ່ໄດ້ລໍຊ້າ ສະໝັກເຂົ້າຮ່ວມຄັດເລືອກໃນໂປຣເຈັກດັ່ງກ່າວນີ້ທັນທີ. ຜົນທີ່ໄດ້ຮັບກໍເປັນໄປຕາມຄາດ, ສັກກະຍະພາບຂອງແຮ່ນນ້າໄດ້ຕ້ອງຕາຄະນະກຳມະການ ຈົນສາມາດຜ່ານເຂົ້າເປັນເດັກຝຶກ 20 ຄົນສຸດທ້າຍ ຈາກຜູ້ສະໝັກຫຼາຍກວ່າ 1,000 ຄົນ!


ພາບ: Girl Group Star / Facebook

ຈາກການເປັນເດັກຝຶກ ແຮ່ນນ້າ ສາມາດສ້າງປະຫວັດໜ້າໃໝ່ໃຫ້ໂຕເອງໄດ້ອີກຄັ້ງ ດ້ວຍການເດບິວເປັນໜຶ່ງໃນສະມາຊິກ 7 ຄົນຂອງວົງ 4EVE ແລະ ກ້າວເຂົ້າສູ່ເສັ້ນທາງໄອດໍ້ແຫ່ງວົງການ T-POP ຢ່າງເຕັມໂຕດ້ວຍຄວາມພາກພູມ.

ຄວາມສຳເລັດຂອງແຮ່ນນ້າໃນຄັ້ງນີ້ຜ່ານການຝຶກຝົນ ແລະ ພະຍາຍາມມາຢ່າງໜັກ ເຊິ່ງມັນກໍໄດ້ພິສູດໃຫ້ເຮົາເຫັນຜ່ານຜົນງານຂອງ 4EVE ທີ່ປ່ອຍອອກມາເລື້ອຍໆ ແລະ ຖືກຕອບຮັບເປັນຢ່າງດີຈາກແຟນໆ ແລະ ແຮ່ນນ້າ ກໍຖືກຈັບຕາໃນຖານະສິລະປິນໄວໜຸ່ມທີ່ມາແຮງອີກຄົນໜຶ່ງທັງໃນລາວ ແລະ ໄທ.


ພາບ: @hannah_kmz / Instagram

ກ້າວສູ່ວົງການລະຄອນໄທ

ຫຼ້າສຸດໄດ້ມີການບວງສວງລະຄອນໄທເລື່ອງໃໝ່ ໃນຊື່ “ແມ່ສື່ໂລໂຊ” ລະຄອນແນວໂຣແມນຕິກຄອມເມດີ ເຊິ່ງມີແຜນຈະອອກອາກາດທາງຊ່ອງ Workpoint ຂອງໄທ, ໃນນີ້ ແຮ່ນນ້າ ກໍປາກົດໂຕເປັນໜຶ່ງໃນນັກສະແດງຂອງລະຄອນເລື່ອງນີ້ ໂດຍປະກົບຄູ່ກັບ “ພູມ” ແຫ່ງວົງ ATLAS ໜຸ່ມສິລະປິນລູກຊອດໄທ-ຫວຽດນາມ ເຊິ່ງໃນຕອນນີ້ຍັງບໍ່ທັນມີການເປີດເຜີຍຂ້ໍມູນກ່ຽວກັບບົດທີ່ ແຮ່ນນ້າ ຈະໄດ້ຮັບວ່າ ເປັນບົດແບບໃດ.

ທັງໝົດນັ້ນກໍຄືເລື່ອງລາວຂອງ ແຮ່ນນ້າ ສິລະປິນໄວໜຸ່ມຜູ້ມີໄຟອັນແຮງກ້າທີ່ຈະເຮັດສິ່ງໃໝ່ໆໃນວົງການບັນເທີງຂອງລາວ ແລະ ໄທ ຈົນໄດ້ກ້າວເຂົ້າມາເປັນທີ່ຈັບຈ້ອງແຟນໆໃນຖານະສິລະປິນຜູ້ທີ່ມີສັກກະຍະພາບ ແລະ ຄວາມສາມາດທີ່ໜ້າຈັບຕາ. ເສັ້ນທາງຂອງແຮ່ນນ້າໃນອຸດສາຫະກຳບັນເທີງໄທ ແລະ ລາວ ຈະເປັນແນວໃດນັ້ນ ເຮົາເຊື່ອວ່າ ແຮ່ນນ້າ ຍັງມີ “ຂອງ” ອີກຫຼາຍຢ່າງທີ່ລໍຖ້າ “ປ່ອຍ” ອອກມາໃຫ້ເຮົາໄດ້ເຫັນກັນໃນບົດຕໍ່ໆໄປຂອງເສັ້ນທາງສາຍນີ້.

ໂດຍ: ທີມຂ່າວບັນເທີງ muan.la

ອ້າງອີງ:

 

Advertisement Replay Ad
ອ່ານດວງລາຍວັນປະຈໍາວັນພະຫັດ ທີ 2 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 2 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 23 ມັງກອນ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 23 ມັງກອນ 2023 ຕາມແຕ່ລະວັນເກີດ

ຮູ້ຈັກ ປ່າເຢັ້ງຊາ ລໍ່ ສາວເຜົ່າມົ້ງຈາກລາວ ທີ່ສາມາດຜ່ານເຂົ້າຮອບ 16 ຄົນສຸດທ້າຍ Miss Universe 2022

ຮູ້ຈັກ ປ່າເຢັ້ງຊາ ລໍ່ ສາວເຜົ່າມົ້ງຈາກລາວ ທີ່ສາມາດຜ່ານເຂົ້າຮອບ 16 ຄົນສຸດທ້າຍ Miss Universe 2022

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 22 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 22 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 12 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 12 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 29 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 29 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 21 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 21 ພະຈິກ 2022 ຕາມແຕ່ລະວັນເກີດ

ຄັ້ງທຳອິດຂອງລາວ! ຜູ້ບົກຜ່ອງທາງການໄດ້ຍິນຮ່ວມປະກວດ Miss and Mister Deaf Universum

ຄັ້ງທຳອິດຂອງລາວ! ຜູ້ບົກຜ່ອງທາງການໄດ້ຍິນຮ່ວມປະກວດ Miss and Mister Deaf Universum

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 8 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 8 ພະຈິກ 2022 ຕາມແຕ່ລະວັນເກີດ

ເພາະດົນຕຣີແນວອິນດີ້ຄືຄວາມມັກ ຊວນລົມກັບ Jindie ກຸ່ມສິລະປິນທີ່ມີຜູ້ຟັງເພງພວກເຂົາຈາກທົ່ວໂລກ

ເພາະດົນຕຣີແນວອິນດີ້ຄືຄວາມມັກ ຊວນລົມກັບ Jindie ກຸ່ມສິລະປິນທີ່ມີຜູ້ຟັງເພງພວກເຂົາຈາກທົ່ວໂລກ

ຟັງເພງ "ຝົນ" ແລ້ວມາອ່ານບົດສຳພາດຂອງ "ຕານຸ" ກ່ຽວກັບແຮງບັນດານໃຈໃນການສ້າງຜົນງານໃໝ່ນີ້

ຟັງເພງ "ຝົນ" ແລ້ວມາອ່ານບົດສຳພາດຂອງ "ຕານຸ" ກ່ຽວກັບແຮງບັນດານໃຈໃນການສ້າງຜົນງານໃໝ່ນີ້

ກວ່າຈະມາເປັນ Hannah 4EVE ເສັ້ນທາງຊີວິດໃນວົງການບັນເທີງລາວ ກ່ອນຈະກ້າວສູ່ສິລະປິນ T-POP

ກວ່າຈະມາເປັນ Hannah 4EVE ເສັ້ນທາງຊີວິດໃນວົງການບັນເທີງລາວ ກ່ອນຈະກ້າວສູ່ສິລະປິນ T-POP

ບໍ່ຢາກເຊື່ອວ່ານີ້ເພງລາວ! "ເຈັບແຕ່ຈົບ" ເພງໃໝ່ທີ່ໄດ້ແຮງບັນດານໃຈ ຈາກຊີຣີ Squid Game

ບໍ່ຢາກເຊື່ອວ່ານີ້ເພງລາວ! "ເຈັບແຕ່ຈົບ" ເພງໃໝ່ທີ່ໄດ້ແຮງບັນດານໃຈ ຈາກຊີຣີ Squid Game

ຟັງແລ້ວບໍ່? "ທີ່ລະນຶກ" ເພງຮັກຄວາມໝາຍດີຂອງຄົນທາງໄກ ຈາກແຈັກ

ຟັງແລ້ວບໍ່? "ທີ່ລະນຶກ" ເພງຮັກຄວາມໝາຍດີຂອງຄົນທາງໄກ ຈາກແຈັກ

ເອ ແມ່ຄົວຄົນດັງໃນ TikTok ພ້ອມໂຊສີມືປຸງແຕ່ງອາຫານລາວໃນ Next Level Chef ລາຍການໃໝ່ຂອງ Gordon Ramsay

ເອ ແມ່ຄົວຄົນດັງໃນ TikTok ພ້ອມໂຊສີມືປຸງແຕ່ງອາຫານລາວໃນ Next Level Chef ລາຍການໃໝ່ຂອງ Gordon Ramsay

ໂຈໂຈ້ ມິຣາໂຄ ຖະແຫຼງເປີດໂຕຄ້າຍເພງໃໝ່ Miracle Music ພ້ອມດັນສິລະປິນລາວໄປສູ່ລະດັບສາກົນ

ໂຈໂຈ້ ມິຣາໂຄ ຖະແຫຼງເປີດໂຕຄ້າຍເພງໃໝ່ Miracle Music ພ້ອມດັນສິລະປິນລາວໄປສູ່ລະດັບສາກົນ

Dispatch ເປີດເຜີຍຂໍ້ຄວາມແຊັດລະຫວ່າງ ຄິມຊອນໂຮ ແລະ ອະດີດແຟນສາວ ທີ່ເຮັດໃຫ້ຮູ້ເລື່ອງລາວຫຼາຍຂຶ້ນ

Dispatch ເປີດເຜີຍຂໍ້ຄວາມແຊັດລະຫວ່າງ ຄິມຊອນໂຮ ແລະ ອະດີດແຟນສາວ ທີ່ເຮັດໃຫ້ຮູ້ເລື່ອງລາວຫຼາຍຂຶ້ນ

ຮູ້ຈັກ "ນຸ່ຍ ນົບຊະພອນ" ນັກອອກແບບຄົນສະຫວັນ ເຈົ້າຂອງແບບຊຸດປະຈໍາຊາດປີນີ້

ຮູ້ຈັກ "ນຸ່ຍ ນົບຊະພອນ" ນັກອອກແບບຄົນສະຫວັນ ເຈົ້າຂອງແບບຊຸດປະຈໍາຊາດປີນີ້

ເອະ ຄົນນີ້ໜ້າຄຸ້ນໆ! ໃຜເປັນໃຜໃນ Miss Universe Laos 2021?

ເອະ ຄົນນີ້ໜ້າຄຸ້ນໆ! ໃຜເປັນໃຜໃນ Miss Universe Laos 2021?

ສຽງເພງນຳພາເຮົາມາພົບກັນ ຮູ້ຈັກ ບຸ່ຍ ຕວນ ຫງັອກ ບ່າວຫວຽດນາມຜູ້ຮ້ອງເພງ 'ຜູ້ສາວວຽງຈັນ'

ສຽງເພງນຳພາເຮົາມາພົບກັນ ຮູ້ຈັກ ບຸ່ຍ ຕວນ ຫງັອກ ບ່າວຫວຽດນາມຜູ້ຮ້ອງເພງ 'ຜູ້ສາວວຽງຈັນ'

ສົ່ງອີເມວຫາໝູ່

ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)

ສົ່ງອີເມວ