ເປີດໂຕ ຢາງລົດ MICHELIN Pilot Sport 5 ປະສິດທິພາບປະສານຄວາມສະປອດ ອາຍຸໃຊ້ງານຍາວນານ-ສວຍງາມ

ເປີດໂຕ ຢາງລົດ MICHELIN Pilot Sport 5 (ມິຊລິນ ໄພລັອດ ສະປອດ 5), ປະສິດທິພາບທີ່ປະສົມປະສານຢ່າງເປັນເອກະລັກລະຫວ່າງ ຄວາມເປັນ ສະປອດ, ອາຍຸການໃຊ້ງານຍາວນານ ແລະ ຄວາມສວຍງາມຢ່າງລົງຕົວ
MICHELIN (ມິຊລິນ), ບໍລິສັດ ຜະລິດຢາງລົດ ອັນດັບໂລກ, ໄດ້ຈັດງານເປີດໂຕ ຢາງລົດ MICHELIN Pilot Sport 5 (ມິຊລິນ ໄພລັອດ ສະປອດ 5) ຂຶ້ນ, ເຊິ່ງເປັນຢາງລົດລຸ້ນທີ 5 ທີ່ຢູ່ໃນຕະກຸນຢາງລົດປະສິດທິພາບສູງ Pilot Sport (ໄພລັອດ ສະປອດ), ເໝາະສໍາລັບລົດສະປອດ ແລະ ລົດເກັ໋ງ ທີ່ເນັ້ນປະສິດທິພາບການຂັບຂີ່ສູງ. ຢາງລົດລຸ້ນໃໝ່ນີ້ມາພ້ອມກັບຮູບຮ່າງທີ່ຖືກອອກແບບມາຢ່າງເປັນເອກະລັກສະເພາະ, ເຮັດໃຫ້ທ່ານໄດ້ຮັບປະສົບການໃນການຂັບຂີ່ໄດ້ຢ່າງເຕັມທີ່ ແລະ ຍາວນານກວ່າເກົ່າ (1).
ທ່ານ Gregoire Gaud (ເກຣກໍ ກາດ), ຜູ້ຈັດການ ສາຂາບໍລິສັດ MICHELIN (ມິຊລິນ) ປະຈຳກໍາປູເຈຍ, ສປປ ລາວ, ແລະ ມຽນມ້າ ໄດ້ເປີດເຜີຍວ່າ: “ຕໍ່ກັບຢາງລົດ MICHELIN Pilot Sport 5 (ມິຊລິນ ໄພລັອດ ສະປອດ 5), MICHELIN (ມິຊລິນ) ໄດ້ເພີ່ມຂີດຄວາມສາມາດ, ເຮັດໃຫ້ສິນຄ້າໃນຕະກຸນ Pilot Sport (ໄພລັອດ ສະປອດ) ທີ່ມີປະສິດທິພາບສູງນີ້ໃຫ້ສົມບູນ ແລະ ມີປະສິດທິພາບໂດຍລວມທີ່ດີທີ່ສຸດ, ໂດຍມາພ້ອມກັບສະໂລແກນທີ່ວ່າ ‘ປະສິດທິພາບທີ່ສ້າງມາເພື່ອໃຫ້ໃຊ້ງານໄດ້ຍາວນານ’ ທີ່ເປັນຈຸດແຕກຕ່າງຫຼັກຂອງພວກເຮົາ. ຢາງລົດລຸ້ນນີ້ ໄດ້ຮັບແຮງບັນດານໃຈໃນການອອກແບບ ແລະ ຜະລິດຈາກການນໍາໃຊ້ໃນການແຂ່ງຂັນລົດ ມໍເຕີສະປອດ, ເໝາະສົມແກ່ຜູ້ຂັບຂີ່ຜູ້ທີ່ຕ້ອງການປະສິດທິພາບການຂັບຂີ່ແບບ ສະປອດ ແລະ ຄາດຫວັງຄວາມເປັນທີ່ສຸດໃນການຂັບຂີ່. ນອກຈາກນີ້, ຢາງລົດ MICHELIN Pilot Sport 5 (ມິຊລິນ ໄພລັອດ ສະປອດ 5) ຍັງໄດ້ຖືກອອກແບບໃຫ້ສວຍງາມຢ່າງລົງຕົວອີກຂັ້ນ, ແລະ ໄດ້ຮັບລາງວັນການອອກແບບຮ່ວມສະໄໝທີ່ດີເລີດປະຈໍາປີ 2021 - ເຊິ່ງເປັນໜຶ່ງໃນລາງວັນການອອກແບບອັນມີກຽດໃນລະດັບສາກົນ”.
ຄຸນສົມບັດຫຼັກຂອງຢາງລົດ MICHELIN Pilot Sport 5 (ມິຊລິນ ໄພລັອດ ສະປອດ 5) ລວມມີ: ການເພີ່ມຄວາມໝັ້ນໃຈໃນການຄວມຄຸມພາຫະນະດ້ວຍຢາງລົດທີ່ສາມາດຍຶດເກາະຖະໜົນໄດ້ຢ່າງຍາວນານ, ຍ້ອນຢາງລົດລຸ້ນນີ້ໄດ້ເພີ່ມສະມັດຖະນະໃນການຄວມຄຸມພາຫະນະໃຫ້ເຖິງຂັ້ນສູງສຸດ, ຈາກຄວາມສາມາດຍຶດເກາະຖະໜົນ ແລະ ການເບຣກລົດໄດ້ດີເລີດ, ທັງໃນສະພາບຖະໜົນທີ່ປຽກ (2) ແລະ ແຫ້ງ (3) - ໂດຍການນໍາໃຊ້ ເຕັກໂນໂລຢີການອອກແບບລາຍຢາງແບບສະປອດ ຄູ່ປະສົມ (Dual Sport Tread Design Technology), ການອອກແບບລາຍຢາງລົດທີ່ມີໜ້າທີ່ສະເພາະທັງສອງດ້ານ, ເຊິ່ງໄດ້ຮັບແຮງບັນດານໃຈໃນການອອກແບບຈາກປະສົບການໃນການແຂ່ງຂັນກິລາ ມໍເຕີສະປອດ (Motorsport). ລາຍຢາງທາງດ້ານໃນຈະເປັນຮ່ອງດອກຢາງຂະໜາດໃຫຍ່ ແລະ ມີອັດຕາສ່ວນໂມຄະສູງ (High void ratio), ເພື່ອເພີ່ມສະມັດຖະນະໃນການຂັບຂີ່ເກາະເທິງຖະໜົນປຽກ ແລະ ລາຍຢາງທາງດ້ານນອກຈະເປັນບລ໋ອກດອກຢາງທີ່ແຂງແຮງເພື່ອການຍຶດເກາະຖະໜົນແຫ້ງ. ພ້ອມດຽວກັນນັ້ນ, ລະຫວ່າງຮອຍດອກຢາງ, ຍັງມີ ຮ່ອງດອກຢາງລະບາຍນໍ້າ (Groove Clear), ການນຳໃຊ້ຮ່ອງດອກຢາງຕາມລວງຍາວຂອງໜ້າຢາງທີ່ໃຫຍ່ທີ່ ເຮັດໜ້າທີ່ໃນການໄລ່ນໍ້າເຂົ້າໄປທີ່ຊ່ອງລະບາຍນໍ້າດ້ານຂ້າງຂອງໜ້າຢາງທີ່ກວ້າງທີ່ຖືກອອກແບບມາເພື່ອຮີດນໍ້າອອກໄດ້ຢ່າງມີປະສິດທິພາບ.
- ສົ່ງເສີມຈິດວິນຍານໃນການຂັບຂີ່ໃຫ້ຍາວນານກວ່າເກົ່າ(1); ໂດຍການເພີ່ມປະສິດທິພາບຂອງຢາງລົດໃຫ້ສາມາດໃຊ້ງານໄດ້ຍາວນານ, ພ້ອມກັບການຕອບສະໜອງໃນການຂັບຂີ່ທີ່ແມ່ນຍຳ - ດ້ວຍເຕັກໂນໂລຢີສາຍຮັດທີ່ປະສົມປະສານກັນລະຫວ່າງເສັ້ນໃຍ ອາຣາມິດ (aramid) ແລະ ໄນຣອນ (nylon) ເພື່ອຊ່ວຍສົ່ງຜ່ານການຄວບຄຸມຈາກພວງມະໄລສູ່ຖະໜົນໄດ້ຢ່າງເຕັມປະສິດທິພາບ, ພ້ອມກັບ ໂຄງສ້າງທີ່ເຮັດໃຫ້ໜ້າຢາງສໍາພັດກັບຖະໜົນໄດ້ຢ່າງເຕັມທີ່ (MaxTouch Construction) ທີ່ເພີ່ມການສໍາພັດຂອງຢາງລົດກັບຖະໜົນ ກໍຄື ການກະຈາຍແຮງອັດຕາເລັ່ງ, ແຮງເບກ ແລະ ການເຂົ້າໂຄງໄດ້ຢ່າງລົງຕົວ - ເຮັດໃຫ້ສາມາດນໍາໃຊ້ຢາງລົດໄດ້ຍາວນານຂຶ້ນໂດຍທີ່ບໍ່ເສຍປະສິດທິພາບໃນການຂັບຂີ່.
- ປະສົມປະສານທັງຮູບແບບ ແລະ ອົງປະກອບໃນການອອກແບບເພື່ອສ້າງຄວາມຮູ້ສຶກສໍາພັດແບບພຣີມ້ຽມຢູ່ແກ້ມຢາງ (Premium Touch Sidewall) ທີ່ສ້າງລວດລາຍທີ່ໂດດເດັ່ນດ້ວຍສີດໍາດ້ານທີ່ສວຍງາມລົງຕົວ, ທີ່ມາພ້ອມກັບສໍາພັດລວດລາຍແບບກໍາມະຫຍີ່ແບບລະອຽດ. ພ້ອມຍັງມີ ຕົວຊີ້ບອກລະດັບການຫ້ຽນຂອງດອກຢາງ (Wear2Check) ທີ່ຖືກອອກແບບມາເພື່ອຊ່ວຍໃຫ້ທ່ານຊອກຫາ ແລະ ອ່ານຄ່າການຫ້ຽນຂອງດອກຢາງໄດ້ງ່າຍຂຶ້ນ, ຈຶ່ງສາມາດຊ່ວຍໃນການຕິດຕາມສະພາບຢາງ ແລະ ຊ່ວຍໃຫ້ຜູ້ຂັບຂີ່ສາມາດນໍາໃຊ້ຢາງລົດໄດ້ຢ່າງຍາວນານ ແລະ ມີປະສິດທິພາບຫຼາຍຍິ່ງຂຶ້ນ.
ທ່ານ Gregoire Gaud (ເກຣກໍ ກາດ), ຜູ້ຈັດການ ສາຂາບໍລິສັດ MICHELIN (ມິຊລິນ) ປະຈຳກໍາປູເຈຍ, ສປປ ລາວ, ແລະ ມຽນມ້າ ໄດ້ສະຫຼຸບໄວ້ວ່າ “ຢາງລົດລຸ້ນໃໝ່ ທີ່ຜະລິດມາຈາກແຮງບັນດານໃຈຈາກການແຂ່ງລົດນີ້ ໄດ້ເພີ່ມປະສິດທິພາບຄວາມເປັນ ສະປອດ ໃນການຂັບຂີ່ໃຫ້ຍາວນານຂຶ້ນ - ໂດຍການຢືດອາຍຸການໃຊ້ງານທັງການຂັບຂີ່ໃນສະພາບຖະໜົນທີ່ຫຼາກຫຼາຍ ແລະ ສາມາດບັງຄັບທິດທາງໄດ້ຢ່າງແມ່ນຍຳ ພ້ອມທັງເນັ້ນໜັກເຖິງຄວາມປອດໄພໃນການຂັບຂີ່, ເປັນຢາງລົດທີ່ເໝາະສໍາລັບຜູ້ທີ່ຕ້ອງການປະສົບການຂັບຂີ່ອັນເປັນເລີດອັນດັບໜຶ່ງ, ພ້ອມກັບ ຮູບຮ່າງທີ່ເປັນເອກະລັກພິເສດ, ສວຍງານຢ່າງລົງຕົວແບບບໍ່ຄືຜູ້ໃດ”.
ໃນ ສປປ ລາວ, ຢາງລົດ ມິຊລິນ ໄພລັອດ ສະປອດ 5 ລຸ້ນໃໝ່ນີ້ພ້ອມຈໍາໜ່າຍແລ້ວ 43 ຂະໜາດ ຕັ້ງແຕ່ຂອບ 17 ຫາ 21 ນິ້ວ ທີ່ຕົວແທນຈໍາໜ່າຍຢາງ MICHELIN (ມິຊລິນ) ທົ່ວປະເທດ. ສໍາລັບຂໍ້ມູນເພີ່ມຕື່ມ, ກະລຸນາເຂົ້າເບິ່ງໄດ້ທີ່ເວັບ (www.michelin.la).
(1) ອາຍຸການໃຊ້ງານທີ່ຍາວນານ: ອີງຕາມສູນທົດສອບຄຸນນະພາບ DEKRA, ສູນກວດສອບຄຸນນະພາບການຫ້ຽນຂອງດອກຢາງ, ເຊິ່ງເປັນໜ່ວຍງານບຸກຄົນ/ຝ່າຍທີ ສາມ, ໂດຍໃຊ້ຢາງ 225/40 R18 92Y XL PS5 ກັບລົດ VW Golf 8 – 5 ປະຕູທີ່ ເມືອງນາບອນ, ປະເທດ ຝຣັ່ງ, ຕັ້ງແຕ່ເດືອນມິຖຸນາ, ແລະ ເດືອນກັນຍາ ຫາ ເດືອນຕຸລາ 2021. ຜົນການທົດສອບອອກມາວ່າ ຢາງລົດ MICHELIN Pilot Sport 5 (ມິຊລິນ ໄພລັອດ ສະປອດ 5) ມີອາຍຸການໃຊ້ງານທີ່ຍາວນານກວ່າຢາງລົດຊັ້ນນຳຈາກຜູ້ຜະລິດອື່ນ ເຖິງ 33.5%. ເມື່ອຢູ່ເທິງຖະໜົນຕົວຈິງ, ຜົນການນໍາໃຊ້ອາດຈະແຕກຕ່າງ, ຂຶ້ນກັບເງື່ອນໄຂສະພາບອາກາດ, ຖະໜົນ ແລະ ຍານພາຫະນະ.
(2) ການເບຣກລົດໃນສະພາບຖະໜົນປຽກ: ການທົດສອບໂດຍໜ່ວຍງານພາຍນອກໂດຍ ສູນໃຫ້ບໍລິການທົດສອບສິນຄ້າ TÜV SÜD, ຕາມຂໍ້ສະເໜີຂອງບໍລິສັດ MICHELIN (ມິຊລິນ), ໃຫ້ທົດສອບຢາງລົດຂະໜາດ 225/40 ZR 18 XL 92Y ກັບລົດ VW Golf 8 ໃນຄວາມໄວລະຫວ່າງ 80-20 ກິໂລແມັດຕໍ່ຊົ່ວໂມງ, ໃນເດືອນມິຖຸນາ 2021. ໃນສະພາບຖະໜົນປຽກ, ຢາງລົດ MICHELIN Pilot Sport 5 (ມິຊລິນ ໄພລັອດ ສະປອດ 5) ສາມາດຢຸດລົດໄດ້ໂດຍໃຊ້ໄລຍະທາງສັ້ນກວ່າຢາງລົດຊັ້ນນຳຈາກຜູ້ຜະລິດອື່ນ 1.4 ແມັດ (ສໍາລັບຢາງໃໝ່) ແລະ 4 ແມັດ (ສໍາລັບຢາງທີ່ໃກ້ໝົດດອກ). (ຢາງລົດທີ່ທີ່ໃກ້ໝົດດອກ ໝາຍເຖິງຢາງລົດທີ່ຜ່ານການຂັດໂດຍເຄື່ອງຈັກ ຈົນຮອດຕົວຊີ້ບອກລະດັບການຫ້ຽນຂອງດອກຢາງທີ່ເລິກສຸດ ຕາມກົດລະບຽບຂອງເອີຣົບ ເລກທີອ້າງອີງ: ECE R30r03f). ຜົນການນໍາໃຊ້ອາດຈະແຕກຕ່າງ, ຂຶ້ນກັບເງື່ອນໄຂສະພາບຖະໜົນ, ຍານພາຫະນະ ແລະ ເງື່ອນໄຂຂອງຢາງລົດ ຫຼື ພຶດຕິກໍາການຂັບຂີ່.
(3) ການເບຣກລົດໃນສະພາບຖະໜົນແຫ້ງ: ການທົດສອບໂດຍໜ່ວຍງານພາຍນອກໂດຍ ສູນໃຫ້ບໍລິການທົດສອບສິນຄ້າ TÜV SÜD, ຕາມຂໍ້ສະເໜີຂອງບໍລິສັດ MICHELIN (ມິຊລິນ), ໃຫ້ທົດສອບຢາງລົດຂະໜາດ 225/40 ZR 18 XL 92Y ກັບລົດ VW Golf 8 ໃນຄວາມໄວລະຫວ່າງ 100-0 ກິໂລແມັດຕໍ່ຊົ່ວໂມງ ໃນເດືອນມິຖຸນາ 2021. ໃນສະພາບຖະໜົນແຫ້ງ, ຢາງ MICHELIN Pilot Sport 5 (ມິຊລິນ ໄພລັອດ ສະປອດ 5) ສາມາດຢຸດລົດໄດ້ໂດຍໃຊ້ໄລຍະທາງສັ້ນກວ່າຢາງລົດຊັ້ນນຳຈາກຜູ້ຜະລິດອື່ນ 1.3 ແມັດ. ຜົນການນໍາໃຊ້ອາດຈະແຕກຕ່າງ, ຂຶ້ນກັບເງື່ອນໄຂສະພາບຖະໜົນ, ຍານພາຫະນະ ແລະ ເງື່ອນໄຂຂອງຢາງລົດ ຫຼື ພຶດຕິກໍາການຂັບຂີ່.
ກ່ຽວກັບບໍລິສັດ ມິຊລິນ
ບໍລິສັດ MICHELIN (ມິຊລີນ), ເປັນບໍລິສັດຜະລິດອຸປະກອນສໍາລັບການຂັບເຄື່ອນສັນຈອນຊັ້ນນໍາ, ທີ່ເອົາໃຈໃສ່ການຂັບຂີ່ຂອງລູກຄ້າແບບຍຶນຍົງ; ອອກແບບ ແລະ ຈໍາໜ່າຍຢາງລົດທີ່ເໝາະສົມ ແລະ ຕອບໂຈດຕາມທີ່ລູກຄ້າຕ້ອງການທີ່ສຸດ, ໃຫ້ການບໍລິການຜ່ານລະບົບດິຈິຕອນ, ແຜນທີ່ ແລະ ຄູ່ມືນໍາທາງທີ່ຊ່ວຍໃຫ້ລູກຄ້າໄດ້ຮັບປະສົບການເດີນທາງທີ່ພິເສດ ແລະ ເປັນເອກະລັກ ແລະ ພັດທະນາວັດສະດຸທີ່ທັນສະໄໝເຂົ້າໃນການຜະລິດຫຼາຍຮູບແບບ. ສໍານັກງານໃຫຍ່ຂອງບໍລິສັດ MICHELIN (ມິຊລີນ) ແມ່ນຕັ້ງຢູ່ເມືອງ ເຊີມອນ-ເຟີຣາດ, ປະເທດ ຝຣັ່ງ. ບໍລິສັດ MICHELIN (ມິຊລິນ) ມີຕົວແທນຈໍາໜ່າຍຫຼາຍກວ່າ 170 ປະເທດ, ມີພະນັກງານ 123,600 ຄົນ ແລະ ມີໂຮງງານຜະລິດ 71 ແຫ່ງ, ເພື່ອສະໜອງຢາງລົດປະມານ 170 ລ້ານເສັ້ນພາຍໃນປີ 2020. (www.michelin.com)