Google ເປີດເວັບໃໝ່! ທີ່ຜະລິດໂດຍບໍລິສັດເອງ

Google ເປີດເວັບ https://madeby.google.com ຄາດວ່າກຽມເປີດໂຕຜະລິດຕະພັນໃໝ່ທີ່ຜະລິດໂດຍບໍໍລິສັດເອງ ເຊິ່ງຜະລິດຕະພັນທີ່ດັ່ງກ່າວມີຄວາມເປັນໄປໄດ້ສູງວ່າຈະເປັນມືຖືໃໝ່ທີ່ມີຊື່ວ່າ Pixel ແລະ Pixel XL
Pixel Phone ເປັນຜະລິດຕະພັນທີ່ຕໍ່ຍອດມາຈາກ Nexus ແຕ່ມີຄວາມແຕກຕ່າງບ່ອນວ່າ Nexus ເປັນມືຖືທີ່ Google ຈັບມືກັບຄ້າຍມືຖືດັງໆເພື່ອໃຫ້ເປັນຜູ້ຜະລິດຮາດແວ ສ່ວນຊອບແວແມ່ນໄດ້ຮັບການດູແແລໂດຍ Google ເອງ, ໃນຂະນະທີ່ Pixel ແມ່ນ Google ຈະເປັນຜູ້ດູແລເອງທັງໝົດບໍ່ວ່າຈະເປັນສ່ວນຂອງຮາດແວ ຫຼື ຊອບແວ ເຮັດໃຫ້ບໍ່ມີການແປະກາໂລໂກຂອງບໍລິສັດອື່ນໃສ່ໃນຕົວເຄື່ອງ
ຕາມຂ່າວແມ່ນຈະມີການເປີດໂຕໃນວັນທີ 4 ຕຸລານີ້
ຂໍຂອບໃຈ
ຂໍ້ມູນ : mobiletalk.tv
ພາບ : mobiletalk.tv