ອ່ານດວງລາຍວັນປະຈໍາວັນພະຫັດ ທີ 20 ມັງກອນ 2022 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ຈະເຮັດທຸລະກິດຫຍັງກໍເປັນໂຊກດີໄປທຸກຢ່າງ ທຸລະກິດຫຍັງກໍເປັນເງິນເປັນທອງ
ການເງິນ ເບິ່ງຄືຈະດີແຕ່ກໍຍັງບໍ່ແມ່ນ ໃຊ້ຄວາມປະຢັດເອົາໄວ້ກ່ອນຈຶ່ງຈະດີກວ່າ
ຄວາມຮັກ ລະວັງຈະເກີດເລື່ອງຫຶງຫວງ ເຮັດໃຫ້ຂັດແຍ້ງກັນກັບຄົນຮັກໃນໄລຍະນີ້ກໍເປັນໄປໄດ້
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີບົວ
ເລກນຳໂຊກ 1
ຄົນເກີດວັນຈັນ
ການງານ ຕັດສິນໃຈໃນເລື່ອງການງານໄດ້ດ້ວຍຕົນເອງ ແມ່ນກົດດັນແຕ່ກໍສ້າງສັນຜົນງານໃຫ້ດີຂຶ້ນໄດ້ຢ່າງຕໍ່ເນື່ອງ
ການເງິນ ຮູ້ວ່າຕ້ອງບໍລິຫານຈັດການເລື່ອງການໃຊ້ຈ່າຍຢ່າງໃດ ເພື່ອເອົາເງິນນັ້ນໄປຕໍ່ຍອດໃຫ້ໄດ້ເພີ່ມຂຶ້ນ
ຄວາມຮັກ ຖ້າຈະພົບໃຜທີ່ມີເຂົ້າມາ ທ່ານມີເກນເປັນຜູ້ນຳ ຫລືມີອາຍຸຫລາຍກວ່າ ແລະ ມີຈິດໃຈດີ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີດໍາ
ເລກນຳໂຊກ 9
ຄົນເກີດວັນອັງຄານ
ການງານ ເຮັດວຽກດ້ວຍຄວາມລະອຽດ ແລະ ປະນີດຫລາຍຂຶ້ນຈະໄດ້ຜົນງານທີ່ດີຂຶ້ນ
ການເງິນ ລະວັງກ່ຽວກັບເລື່ອງສັນຍາທາງດ້ານການເງິນຈະເປັນໂມຄະ ຊ່ວງນີ້ຈະພົບບັນຫາກ່ຽວກັບເລື່ອງເອກະສານກໍເປັນໄປໄດ້
ຄວາມຮັກ ຄວາມສຳພັນຈະດີຂຶ້ນ ຖ້າຫາກແບ່ງເວລາໃຫ້ກັນຫລາຍຂຶ້ນ ຄົນໂສດມີໂອກາດພົບຄົົນທີ່ຖືກໃຈໃນໄລຍະນີ້
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີແດງ
ເລກນຳໂຊກ 2
ຄົນເກີດວັນພຸດ
ການງານ ຜູ້ໃຫຍ່ໃຫ້ຄວາມສຳຄັນ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ເຮັດທຸລະກິດໃດໆ ກໍຈະປະສົບຄວາມສຳເລັດ ປະສົບຄວາມກ້າວໜ້າດີຂຶ້ນເປັນຢ່າງຫລາຍ
ການເງິນ ພົບບັນຫາທາງດ້ານການເງິນທີກໍຈະໄດ້ເງິນເຂົ້າມາເພີ່ມຂຶ້ນ
ຄວາມຮັກ ມີຄົນເຂົ້າມາໃຫ້ເລືອກຫລາຍກວ່າ 1 ຄົນ ກໍເປັນໄປໄດ້ໃນຊ່ວງນີ້
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 0
ຄົນເກີດວັນພະຫັດ
ການງານ ລະວັງຄວາມຜິດພາດເລື່ອງການງານສົ່ງຜົນຕໍ່ຄວາມຊັກຊ້າໃນການເຮັດທຸລະກິດ
ການເງິນ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງແຕ່ກໍຕ້ອງຈ່າຍອອກໄປ ເປັນແບບບໍ່ທັນຕັ້ງໂຕ
ຄວາມຮັກ ເບິ່ງຄືຈະດີແຕ່ກໍຍັງບໍ່ແມ່ນ ໃນໄລຍະນີ້ຕ້ອງໃຊ້ເຫດຜົນ ຄວາມເຂົ້າໃຈ ແລະ ຄວາມຈິງໃຈຕໍ່ກັນໃຫ້ຫລາຍຂຶ້ນ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 0
ຄົນເກີດວັນສຸກ
ການງານ ເຮັດວຽກຫຍັງໃນໄລຍະນີ້ກໍຈະພົບອຸປະສັກ ແຕ່ກໍສາມາດປ່ຽນໃຫ້ກາຍເປັນໂອກາດທີ່ດີໄດ້ສະເໝີ
ການເງິນ ໃຊ້ຄວາມປະຢັດເອົາໄວ້ຈະດີທີ່ສຸດໃນໄລຍະນີ້ ຈະມີເລື່ອງທີ່ຕ້ອງຈ່າຍອອກໄປແບບບໍ່ຄາດຝັນຕະຫລອດເວລາ
ຄວາມຮັກ ໃຊ້ຄວາມປະຢັດເອົາໄວ້ຈະດີທີ່ສຸດໃນໄລຍະນີ້ ຈະມີເລື່ອງທີ່ຕ້ອງຈ່າຍອອກໄປແບບບໍ່ຄາດຝັນຕະຫລອດເວລາ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 1
ຄົນເກີດວັນເສົາ
ການງານ ເຮັດວຽກໄດ້ຢ່າງໂດດເດັ່ນ ໃຊ້ຄວາມສາມາດໃນການສ້າງຜົນງານ ແລະ ສ້າງຜົນກຳໄລໄດ້ຢ່າງຕໍ່ເນື່ອງ
ການເງິນ ໃຊ້ຄວາມປະຢັດເອົາໄວ້ກ່ອນຈຶ່ງຈະດີໃນໄລຍະນີ້ ຄວນວາງແຜນການໃຊ້ຈ່າຍໃຫ້ຮອບຄອບຫລາຍໆ
ຄວາມຮັກ ຈະໄດ້ຮັບຄວາມຮັກ ຄວາມເມດຕາຈາກຄົົນທີ່ມີອາຍຸຫລາຍກວ່າໃນໄລຍະນີ້ ແຕ່ເບິ່ງຄືທ່ານຍັງບໍ່ຖືກໃຈຈຶ່ງຢາກເບິ່ງໆ ກັນໄປກ່ອນ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 7