ບໍ່ຢາກເຊື່ອວ່ານີ້ເພງລາວ! "ເຈັບແຕ່ຈົບ" ເພງໃໝ່ທີ່ໄດ້ແຮງບັນດານໃຈ ຈາກຊີຣີ Squid Game

ມ່ວນຊວນຟັງ ເພງລາວເພງໃໝ່ "ເຈັບແຕ່ຈົບ" ຮ້ອງໂດຍນັກຮ້ອງຄຸນນະພາບ ຫລົງເມືອງລາວ ດາວເຫນືອ ທີ່ໄດ້ຮັບການຜະລິດດົນຕີ ແລະ ສ້າງໂດຍຄ້າຍເພງ RKV Lao Entertainment ເປັນແນວເພງ Country Rock (ແນວເພື່ອຊີວິດ ທີ່ມີດົນຕີຣັອກ) ເຫັນເອັມວີແລ້ວຄົງຈະຕົກໃຈກັນຢູ່ບໍ່ໜ້ອຍ! ເພາະເພງນີ້ໄດ້ແຮງບັນດານໃຈຈາກ ຊີຣີ Squid Game ແຕ່ທີມງານມາເຮັດເປັນແນວທາງດ້ານດົນຕີ. ເຊິ່ງໄດ້ຮັບການຮຽບຮຽງເນື້ອໃນທຳນອງໂດຍ ລາຊາ ສຸລິນທອງ ເປັນຄົນແຕ່ງ.
1.ເນື້ອໃນເພງເຈັບແຕ່ຈົບແມ່ນຢາກສື່ເຖິງຫຍັງ?
ຕອບ: ເນື້ອໃນເພງ "ເຈັບແຕ່ຈົບ" ເນັ້ນອະທິບາຍກ່ຽວກັບການຜິດຫວັງ ຄາດຫວັງກັບຄົນຮັກເກີນໄປ ສຸດທ້າຍເຂົາໃຫ້ມາພຽງຄວາມເພພັງ ແລະ ຊີວິດທີ່ບໍ່ສົມຫວັງ ດັ່ງວັກບາງຕອນທີ່ກ່າວວ່າ "ເຫື່ອແຮງຄົນເຄີຍທຸ້ມເທ ຕອນນີ້ເດີນເຊກັບມາຢຽວຢາຫົວໃຈ"
2. ເຫັນໃນ MV ມີຕົວລະຄອນ Squid Game ນໍາ ອະທິບາຍຄວາມໝາຍແດ່?
ຕອບ: MV ເພງເຈັບແຕ່ຈົບ ເປັນອີ່ຫຍັງທີ່ຍາກຫລາຍ ໃນສິ່ງທີ່ທ້າທາຍ ແລະ ບໍ່ເຄີຍສ້າງອີ່ຫຍັງແບບນີ້ເລີຍ ໃຈເຮົາຢາກເຮັດເປັນ 2 ມຸມມອງ ຫລັກໆຄື: ເນື້ອຫາຂອງເພງ ຈະເວົ້າກ່ຽວກັບຄວາມຮັກ ທີ່ຫລົງທາງເມົາມົວໃນຄວາມຮັກທີ່ເພີ້ຝັນ ບໍ່ເຫັນມີຫຍັງເປັນສິ່ງຈິງຈັງທີ່ດີໃຫ້ຊີວິດເລີຍ ຂໍຍອມຫຼີກທາງ ແລະ ຕັດຂາດກັບຄວາມຮັກທີ່ມີແຕ່ຄວາມທໍລະມານນີ້ໄປ ໂດຍຍອມໃຫ້ ໂຕເອງ “ເຈັບ ເພື່ອ ຈົບບັນຫາທຸກຢ່າງ” (ດັ່ງທີ່ໄດ້ກ່າວຂ້າງເທິງ) ແຕ່ກັບກັນ. ສ່ວນມຸມມອງທີສອງໃນເອັມວີ ແມ່ນການສະແດງໃຫ້ເຫັນເຖິງຄວາມມັກຮັກສຽງເພງສຽງດົນຕີ ຈຶ່ງກໍໃຫ້ເກີດ ກຸ່ມຄົນເສື້ອແດງ (ຜູ້ຄຸມ) ແລະ ມີຫົວຫນ້າເປັນມື solo ກີ່ຕ້າ (frontman) ເພິ່ນຢາກໄດ້ຄົນມາຮ້ອງ ເພງທີ່ເພິ່ນແຕ່ງຮຽບຮຽງຂຶ້ນມາ ຈຶ່ງໄປຕາມລ້ານັກຮ້ອງ ທີ່ມີຄວາມເຫມາະສົມກັບແນວເພງເພິ່ນ "ເຈັບແຕ່ຈົບ" ຈຶ່ງເປັນສາເຫດທີ່ ໄປດຶງຕົວເອົາ ຫລົງ ເມືອງລາວ ດາວເຫນືອມາ ເພາະເປັນຄົນທີ່ເຫມາະສົມທີ່ສຸດ ທັງນ້ຳສຽງ ບຸກຄະລິກ ທ່າທາງ ທີ່ໄດ້ທຸກຢ່າງຈຶ່ງຄຸມໂຕມາ ສ້າງຜົນງານນຳກັນ “ເຈັບແຕ່ຈົບ” ຫລົງເມືອງລາວ ດາວເຫນືອ ກຳກັບຂຽນບົດໂດຍ ລາຊາ ສຸລິນທອງ / ອຸໄລສອນ ວັນນະສຸກ.
3.ແມ່ນຫຍັງຄືຄວາມທ້າທາຍຂອງຜູ້ຢູ່ເບື້ອງຫຼັງ RKV LAO Entertainment?
ຕອບ: ຄວາມທ້າທາຍ ເວົ້າແລ້ວ ມັນກໍຄືຄວາມຝັນ ແລະ ເປັນສິ່ງທີ່ພວກເຮົາມັກຮັກ ກໍຄືສຽງເພງ ສຽງດົນຕີ ມັນກັ່ນຕອງພວກເຮົາມາຕັ້ງແຕ່ນ້ອຍ ຈົນໃຫຍ່ມາ ເມື່ອມີໂອກາດ ພວກເຮົາຈຶ່ງຕັ້ງໃຈສານຝັນ ວັນວານໃນຮົ້ວໄວຮຽນ ໄດ້ສືບຕໍ່ ແລະ ຜະລິດແສງແຫ່ງຄວາມຝັນ ນັ້ນຄືຜະລິດຜົນງານດ້ານ ດົນຕີສຽງເພງ ຄວາມບັນເທີງຕ່າງໆ ໃຫ້ວົງການບ້ານເຮົາມີສີສັນ ຟົດຟື້ນ ຂຶ້ນຕື່ມ ບໍ່ຄາດຫວັງຫຍັງຫລາຍ ຂໍໄດ້ໄຕ້ໄຟໄປເທື່ອລະດອກ ໃຫ້ເປັ່ງປະກາຍ ແລະ ມີປະສິດທິຜົນ.
RKV Lao Entertainment.
4.ຄ້າຍເຮົາກຽມຄວາມພ້ອມຫຍັງແດ່ສໍາລັບວົງການເພງ? ແລະ ປີນີ້ມີແຜນເຮັດເປັນອາລະບໍ້າບໍ່?
ຕອບ: ປີ 2022 ນີ້ ພວກເຮົາມີແຮງ ມີຄວາມພ້ອມ ມີໂອກາດ ມີເວລາເຫມາະສົມ ແນ່ນອນເຮົາຈະຜະລິດອອກມາເລື້ອຍໆ. ຝາກໃຫ້ແຟນໆທຸກຄົນ ຂໍໃຫ້ກຳລັງໃຈຄົນລາວ ສົ່ງເສີມສິລະປິນ ສົ່ງເສີມເພງລາວ ເພາະພວກເຮົາຈະເຮັດໃນສິ່ງທີ່ມັກຮັກ ແລະ ຈະເຮັດໃຫ້ອອກມາດີທີ່ສຸດ ຈາກຄົນລາວເຮົາເອງ (RKV Lao Entertainment)
ຕິດຕາມຜົນງານຂອງພວກເຂົາໄດ້ທີ່ເພຈ: RKV Lao Entertainment