ວັນອັງຄານ ທີ 28 ພະຈິກ 2023

ເຊົາມູຟອອນເປັນວົງມົນ! ເຂົ້າໃຈ 5 ຂັ້ນຕອນຂອງຄວາມເສຍໃຈ ຮັບມືອາການຊໍ້າໃຈຈາກຄວາມຮັກ

ເຊົາມູຟອອນເປັນວົງມົນ! ເຂົ້າໃຈ 5 ຂັ້ນຕອນຂອງຄວາມເສຍໃຈ ຮັບມືອາການຊໍ້າໃຈຈາກຄວາມຮັກ
S! Muan

ສະໜັບສະໜູນເນື້ອຫາ

“ຊໍ້າໃຈຈາກ” ເປັນ​ປະສົບການ​ທາງ​ຄວາມ​ຮັກ​ທີ່ເກີດຂຶ້ນ​ໄດ້​ກັບ​ຄົນ​ທຸກ​ຄົນ ບໍ່​ເລືອກ​ເພດ, ຮູບຮ່າງ, ໜ້າ​ຕາ, ເຊື້ອ​ຊາດ ຫຼື ສິ່ງໃດ​ກໍ​ແລ້ວ​ແຕ່ ມັນ​ເປັນ​ຄວາມ​ບໍ່​ສົມ​ຫວັງ​ໃນ​ຄວາມ​ຮັກ​ທີ່ເກີດຂຶ້ນເພາະ​ເຮົາ​ກັບ​ເຂົາ​ບໍ່​ສາມາດ​ເດີນ​ໜ້າ​ໄປນຳ​ກັນ​ໄດ້ ອາດຈະ​ເປັນ​ການ​​ຮັກເຂົາ​ຂ້າງ​ດຽວ, ຮັກຄົນທີ່ເຂົາບໍ່​ໄດ້​ຮັກ​ເຮົາ​ຕອບ ຫຼື​ ການຍັງ​ຮັກຄົນທີ່​ເລີກ​ລາ​ກັນ​ໄປ​ແລ້ວ ລ້ວນ​ແລ້ວ​ແຕ່​ເຮັດໃຫ້ຊໍ້າຮັກແລ້ວ​ເກີດ​ຄວາມ​ເສຍ​ໃຈ​ໄດ້​ໝົດ.

ໃນ​ທາງ​ຈິດ​ວິທະຍາ ມີ​ທິດສະດີ​ໜຶ່ງ​ທີ່​ອະທິບາຍ​ວິທີ​ ແລະ ​ຂັ້ນ​ຕອນ​ການ​ຮັບ​ມື​ຂອງ​ມະນຸດ​ໃນໄລຍະທີ​ຮູ້ສຶກ​ເສຍ​ໃຈ ເອີ້ນວ່າ “5 Stages of grief” ຫຼື​ ໄລຍະ​ຂອງ​ຄວາມ​ເສົ້າ ມີ​ທີ່​ມາ​ຈາກ​ປຶ້ມ On Death and Dying ຂຽນ​ໂດຍ Elisabeth Kübler-Ross ນັກ​ຈິດ​ວິທະຍາ​ຊາວສະວິດເຊີແລນ. ທິດສະດີ​ນີ້​ໃນປຶ້ມຫົວນັ້ນ​ອະທິບາຍ​ເຖິງ​ພາ​ວະ​ຂອງຄົນທີ່​ກຳ​ລັງ​ຈະ​ຕາຍ​ ຫຼື​ ຮັບ​ຮູ້​ວ່າ​ຕົນເອງ​ຈະ​ຕ້ອງ​ຕາຍ​ຢ່າງແນ່ນອນ, ມະນຸດ​ຈະ​ໃຊ້​ຂະ​ບວນ​ການ​ນີ້​ໃນ​ການ​ຈັດການ​ກັບ​ຄວາມ​ເສົ້າ​ໂສກ​ເສຍ​ໃຈ​ ແລະ ​ຄວາມ​ທຸກທໍລະມານ​ຢ່າງ​ຮ້າຍແຮງ. ທຳອິດ​ຈຶ່ງ​ມຸ່ງ​ເນັ້ນ​ໄປ​ທີ່​ການ​ອະທິບາຍ​ສະພາບ​ທາງ​ຈິດ​ໃຈ​ຂອງ​ຄົນເຈັບ​ໄລຍະ​ສຸດ​ທ້າຍ​ທີ່​ບໍ່​ມີ​ທາງ​ປິ່ນປົວ ແລະ ​ກຳ​ລັງ​ປະເຊີນ​ໜ້າ​ກັບ​ຄວາມ​ຕາຍ.

ແຕ່​ຄົນ​ເຮົາ​ບໍ່​ໄດ້​ຮູ້ສຶກ​ເສຍ​ໃຈ ​ຫຼື ​ທຸກທໍລະມານ​ກັບ​ເລື່ອງ​ຄວາມ​ເປັນ​ຄວາມ​ຕາຍ​ພຽງ​ເລື່ອງ​ດຽວ ຕໍ່​ມາ​ຈຶ່ງ​ໄດ້​ມີ​ການ​ໃຊ້​ທິດສະດີ​ກັບ​ຄວາມ​ເສຍ​ໃຈ​ໃນ​ເລື່ອງ​ອື່ນໆ ກັນ​ຢ່າງ​ແພ່ຫຼາຍ​ຂຶ້ນ ຈາກ​ການ​ທີ່​ມະນຸດ​ຕ້ອງ​ປະເຊີນ​ໜ້າ​ກັບ​ຄວາມ​ຜິດ​ຫວັງ​ ຫຼື​ ຄວາມ​ທຸກທໍລະມານ​ໃຈ​ຢ່າງ​ຮ້າຍແຮງ ເກີດ​ເປັນໄລຍະທີ​ເສົ້າ, ເສຍ​ໃຈ, ບອບບາງ, ອ່ອນ​ໄຫວ​ທາງ​ອາລົມ ​ເຊັ່ນ: ການ​ສູຍ​ເສຍ​ເຄື່ອງຂອງ/ສັດ​ລ້ຽງ/ບຸກ​ຄົນ​ອັນ​ເປັນ​ທີ່​ຮັກ, ວ່າງງານ, ສູນ​ເສຍ​ອິດສະຫຼະພາບ ລວມທັງ “ການຜິດຫວັງໃນຄວາມຮັກ”.

ຄວາມ​ເສຍ​ໃຈ​ທີ່ເກີດຂຶ້ນ​ຈາກ​ກາ​ນອົກ​ຫັກ ເປັນ​ສິ່ງ​ທີ່​ມະນຸດ​ຜູ້​ມີຫົວ​ໃຈ​ທຸກ​ຄົນ​ຕ້ອງ​ປະເຊີນ ຢ່າງ​ທີ່​ບອກ​ວ່າ​ການ​ບໍ່​ສົມ​ຫວັງ​ໃນ​ຄວາມ​ຮັກ​ເກີດ​ຂຶ້ນ​ໄດ້​ກັບ​ທຸກ​ຄົນ ແລະ​ຄວາມ​ເສຍ​ໃຈ​ທີ່ເກີດຂຶ້ນ​ນີ້​ແຫຼະ​ທີ່​ເປັນ​ເຄື່ອງ​ພິສູດ​ທີ່​ຊັດເຈນ​ວ່າ​ມະນຸດ​ມີຫົວ​ໃຈ ແຕ່​ລະ​ຄົນ​ຈະ​ຄ່ອຍ ໆ ຜ່ານ​ໄລຍະ​ຂອງ​ຄວາມ​ເສົ້າ​ໄປ​ເທື່ອ​ລະ​ຂັ້ນ​ໂດຍ​ບໍ່​ຮຽງ​ລຳ​ດັບ ເພາະ​ລະຫວ່າງ​ນັ້ນ​ອາດ​ມີ​ການ​ກະ​ໂດດ​ກັບ​ມາ​ທີ່​ຂັ້ນ​ຕົ້ນໆໃໝ່ ຫຼື ສະຫຼັບ​ໄປສະຫຼັບ​ມາ​ກໍ​ໄດ້​ເຊັ່ນ​ກັນ. ແບບ​ທີ່​ເອີ້ນວ່າ “ມູ​ຟ​ອອນ (move on) ​ເປັນ​ວົງມົນ” ເຮັດໃຫ້​ສະພາບ​ຈິດ​ໃຈ​ຢູ່ໃນ​ພາ​ວະ​ຂຶ້ນ ໆ ລົງ ໆ ຕາມ​ໄປ​ນຳ.

ເພາະ​ການ​ປົດ​ລັອກຕົວ​ເອງ​ອອກຈາກ​ພັນທະນາ​ການ​ທາງ​ຈິດ​ໃຈ​ບໍ່​ແມ່ນ​ເລື່ອງ​ງ່າຍ (ແລະ ​ບໍ່​ເຄີຍ​ງ່າຍ) ເພາະ​ເຮົາ​ເຄີຍ​ຜູກ​ພັນ​ ຫຼື​ ເຄີຍ​ຮູ້ສຶກ​ດີ​ກັບ​ມັນ​ຫຼາຍໆ ຈະໃຫ້​ຕັດ​ຂາດ​ໄດ້​ງ່າຍໆ ໃນ​ທັນ​ທີ​ເປັນ​ເລື່ອງ​ທີ່​ເປັນ​ໄປ​ບໍ່​ໄດ້. ເລິກໆໃນ​ໃຈຍັງ​ຄົງ​ບອບ​ຊ້ຳ​ຢູ່ ແຕ່​ການ​ເຂົ້າໃຈ​ໄລຍະ​ຂອງ​ຄວາມ​ເສົ້າ​ທັງ 5 ຂັ້ນ​ນີ້ ຈະ​ເຮັດໃຫ້​ເຮົາ​ຮູ້​ວ່າ​ຂະນະ​ນີ້​ຄວາມ​ຄິດ ​ແລະ ​ການ​ກະທຳ​ຂອງ​ເຮົາ​ຢູ່​ທີ່​ຂັ້ນ​ໃດ ໂດຍ​ໄລຍະ​ເວລາ​ທີ່​ຢືນ​ຢູ່ໃນ​ຂັ້ນ​ນັ້ນໆ ຂອງ​ແຕ່​ລະ​ຄົນ​ກໍ​ບໍ່​ເທົ່າ​ກັນ​ນຳ. ສະພາບ​ຈິດ​ໃຈ​ຂອງ​ບາງ​ຄົນ​ອາດຈະ​ກະ​ໂດດ​ຂ້າມ​ຂັ້ນ​ຈາກ​ໄລຍະ​ໜຶ່ງ​ໄປ​ອີກ​ໄລຍະ​ໜຶ່ງ​ໄດ້​ເລີຍ ນີ້​ຈຶ່ງ​ໃຊ້​ອະທິບາຍ​ໄດ້​ວ່າ​ເປັນຫຍັງ​ບາງ​ຄົນ​ເຖິງ​ໄດ້​ມູ​ຟ​ອອນ​ຈາກ​ກາ​ນອົກ​ຫັກ​ໄດ້​ໄວ​ເຫຼືອ​ເກີນ.

ແຕ່​ສຸດ​ທ້າຍ​ຄວາມ​ເສຍ​ໃຈ​ໃນ​ເລື່ອງ​ນັ້ນ ໆ ມັນ​ກໍ​ຈະ​ໄປສິ້ນສຸດ​ທີ່​ໄລຍະທີ 5 ທັງນັ້ນ, ແລ້ວ​ເຮົາ​ຈະ​ໄດ້​ຄຳ​ຕອບ​ທີ່​ເຄີຍ​ເຝົ້າ​ຖາມ​ມາ​ຕະຫຼອດ​ວ່າ “ປານໃດຈະ​ຫາຍ​ເສົ້າ” ຫຼື “ປານໃດ​ຈະ​ຕັດ​ໃຈ​ຈາກ​ເຂົາ​ໄດ້” ນັ້ນ​ເອງ. ດັ່ງ​ນັ້ນ “5 Stages of grief” ບໍ່​ແມ່ນ​ຮາວ​ທູ (how to), ບໍ່​ແມ່ນ​ວິທີ​ປະຕິບັດ​ໃນ​ການ​ກ້າວ​ຂ້າມ​ຄວາມ​ເສຍ​ໃຈ ​ຫຼື​ ວິທີ​ການ​ເຊົາ​ຮັກ​ໃຜ​ສັກ​ຄົນ ແຕ່​ເປັນ​ຂະບວນ​ການ​ທີ່​ອະທິບາຍ​ວ່າ ​ມະນຸດ​ມີ​ຂັ້ນ​ຕອນ​ໃນ​ການ​ຍອມ​ຮັບ​ຄວາມ​ຈິງ​ ແລະ ​ຢູ່​ກັບ​ຄວາມ​ເສຍ​ໃຈແນວໃດ.

ໄລຍະທີ 1 ໄລຍະ​ປະຕິເສດ​ ແລະ​ ຫຼີກ​ໜີ​ຄວາມ​ຈິງ (Denial & Isolation)
ສັຍ​ຊາດ​ຕະຍານ​ຂອງ​ມະນຸດ​ໃນ​ການ​ປ້ອງ​ກັນ​ຕົນເອງ​ເວລາ​ທີ່​ເຈິ​ເຂົ້າ​ກັບ​ເລື່ອງ​ທີ່​ບໍ່​ທັນ​ຕັ້ງໂຕ ຄື ການ​ປະຕິເສດ​ຄວາມ​ຈິງ. ນີ້ເປັນ​ໄລຍະທີ​່ເຮົາ​ຈະ​ປະຕິເສດ​ສິ່ງ​ທີ່​ໄດ້ຮັບ​ຮູ້ ເພາະ​ກຳ​ລັງ​ຮູ້ສຶກ​ຊັອກ​ກັບ​ເລື່ອງ​ທີ່ເກີດຂຶ້ນ​ແບບ​ບໍ່​ທັນ​ໄດ້​ຕຽມຕົວ​ຕຽມ​ໃຈ ຈະ​ມາ​ພ້ອມ​ກັບ​ຄວາມ​ຮູ້ສຶກ​ບໍ່​ເຊື່ອ, ບໍ່​ຍອມ​ຮັບ​ຄວາມ​ຈິງ, ຮ້ອງໄຫ້ເສຍໃຈ, ຈົ່ມທຸກຈົ່ມຍາກກັບ​ສິ່ງ​ທີ່​ຕົນເອງ​ກຳ​ລັງ​ປະເຊີນ. ເລີ່ມ​ມີ​ການ​ໂທດຕົວ​ເອງ ​ແລ ະ​ມີ​ຄວາມ​ຄຽດ​ແຄ້ນ​ຮ່ວມ​ນຳ ເພາະ​ບໍ່​ຍອມ​ຮັບ​ວ່າ​ສິ່ງ​ນີ້​ເກີດ​ຂຶ້ນແທ້. ມັນ​ເປັນ​ການ​ຕອບສະໜອງ​ຕໍ່​ສິ່ງ​ທີ່​ມະນຸດຍັງ​ຮັບ​ມື​ບໍ່​ໄຫວ, ຍັງ​ບໍ່​ພ້ອມ​ທີ່​ຈະ​ແບກ​ຮັບ, ກ່ອນທີ່ຈະ​ຄ່ອຍໆ ປັບຕົວ​ໃຫ້​ຮັບ​ຮູ້​ກັບ​ສະພາ​ວະ​ຊັອກ​ໄດ້​ເອງ.

ໄລຍະທີ 2 ໄລຍະ​ຄຽດແຄ້ນ (Anger)
ເປັນໄລຍະທີ​່ມະນຸດ​ປ່ຽນ​ຄວາມ​ອ່ອນແອ, ອ່ອນ​ໄຫວ, ມາ​ເປັນ​ຄວາມ​ຄຽດແຄ້ນ ເຊິ່ງ​ເປັນ​ກົນ​ໄກ​ຂອງ​ຈິດ​ໃຈ​ທີ່​ປ້ອງ​ກັນຕົວ​ເອງ​ຈາກ​ຄວາມ​ເຈັບ​ປວດ​ທີ່​ຮັບ​ຮູ້​ແລ້ວ​ວ່າ​ເກີດ​ຂຶ້ນແທ້ ໃຊ້​ຄວາມ​ຄຽດແຄ້ນ​ຢຽວ​ຢາ​ຄວາມ​ເສຍ​ໃຈ. ໄລຍະ​ນີ້​ຈະ​ຮູ້ສຶກ​ຄຽດແຄ້ນ​ໄດ້​ຢ່າງ​ບໍ່​ມີ​ຂີດ​ຈຳ​ກັດ, ໃຜ​ກໍ​ເຂົ້າ​ໜ້າ​ບໍ່​ໄດ້, ບໍ່​ວ່າ​ຈະ​ເປັນ​ຄອບຄົວ​ ຫຼື​ ເພື່ອນ​ສະໜິດ​ກໍ​ຕາມ. ບາງ​ຄົນ​ເລີ່ມ​ກ່າວ​ໂທດ​ຄົນ​ອື່ນ​ທີ່​ກ່ຽວ​ຂ້ອງ ທັງ​ທີ່​ເລິກໆໃນໃຈອາດຈະ​ຮູ້​ດີ​ວ່າ​ຄົນ​ນັ້ນ​ບໍ່​ຜິດ, ແຕ່​ການ​ໄດ້​ຫາ​ໃຜຈັກ​ຄົນ​ມາ​ຮັບ​ຄວາມ​ຜິດ​ກໍ​ເຮັດໃຫ້​ຈິດ​ໃຈ​ຮູ້ສຶກ​ດີ​ຂຶ້ນ. ບາງ​ຄົນ​ກໍ​ເຂົ້າ​ຂ້າງຕົວ​ເອງ​ວ່າ​ບໍ່​ຄວນ​ຈະ​ໄປ​ເສຍ​ໃຈ​ກັບ​ຄົນ​ແບບ​ນັ້ນ, ທັງ​ທີ່​ເລິກໆ ຮູ້ສຶກ​ອີກ​ຢ່າງ ແລະ​ບາງ​ຄົນ​ກໍ​ເອົາ​ແຕ່​ຕັ້ງ​ຄຳ​ຖາມວ່າ​ເປັນຫຍັງ, ເປັນຫຍັງ ແລະ​ເປັນຫຍັງ.

ໄລຍະທີ 3 ໄລຍະ​ຕໍ່​ລອງ (Bargaining)
ເມື່ອ​ຄວາມ​ຄຽດ​ແຄ້ນເລີ່ມ​ເບົາ​ບາງ​ລົງ ຄົນ​ເຮົາ​ຈະ​ກັບ​ມາ​ໃຊ້​ວິທີ​ປະ​ນີ​ປະ​ນອມ​ອີກ​ຄັ້ງ ເລີ່ມ​ທີ່​ຈະ​ຕໍ່​ລອງ​ກັບຕົວ​ເອງ, ຢາກ​ຈະ​ຢ້ອນ​ເວລາ​ໄປ​ແກ້​ໄຂ​ຈຸດ​ທີ່​ຄິດວ່າ​ມັນ​ຜິດ​ພາດ ເພື່ອ​ໃຫ້​ຜົນ​ລັບ​​ມັນ​ຕ່າງ​ຈາກ​ທີ່​ກຳ​ລັງ​ປະເຊີນ​ຢູ່ໃນ​ເວລາ​ນີ້. “ຕອນ​ນັ້ນ​ບໍ່​ໜ້າ​ເຮັດ​ແບບ​ນັ້ນ” ຫຼື “ຕອນ​ນັ້ນ​ໜ້າ​ຈະ​ເຮັດ​ແບບ​ນັ້ນ” ແລ້ວ​ແຕ່​ກໍລະນີ. ມີ​ການ​ຖົກ​ຖຽງ​ໃນຫົວຕົວ​ເອງ​ຢູ່​ຕະຫຼອດ​ເວລາ ອາດ​ມີ​ການ​ຄິດ​ວົນ​ລູບ​ຈົນ​ຢ້ຳ​ຄິດ​ຢ້ຳທຳ ແລ້ວ​ນຳ​ໄປ​ສູ່​ພາ​ວະ​ທາງ​ຈິດ​ທີ່​ໜັກ​ຫຼາຍ​ຂຶ້ນ ຫຼື ​ບາງ​ຄົນ​ກໍ​ຍອມ​ເຮັດ​ທຸກ​ຢ່າງ​ເພື່ອ​ຂໍ​ໃຫ້​ໄດ້​ກັບ​ໄປ​ສູ່​ຈຸດ​ທີ່ຍັງ​ດີໆ ກັນ​ຢູ່ ບໍ່​ວ່າ​ຈະ​ແລກ​ມາ​ດ້ວຍ​ຫຍັງ​ກໍ​ຕາມ. ກະ​ທັ້ງທຳ​ຮ້າຍ ​ຫຼື ​ດ້ອຍ​ຄ່າຕົວ​ເອງ ພະຍາຍາມ​ຈະ​ດຶງວັນ​ເວລາ​ເຫຼົ່າ​ນັ້ນ​ໄວ້​ໃຫ້​ໄດ້​ດົນ​ທີ່ສຸດ.

ໄລຍະທີ 4 ໄລຍະ​ຊຶມ​ເສົ້າ ເສຍ​ໃຈ (Depression)
ຫຼັງ​ຈາກ​ທີ່​ເລີ່ມ​ຮັບຮູ້​ໄດ້​ວ່າ​ການ​ຕໍ່​ລອງ​ບໍ່​ເປັນ​ຜົນ ສິ່ງ​ທີ່ເກີດຂຶ້ນ​ຄື​ສິ່ງ​ທີ່​ບໍ່​ສາມາດ​ຫຼີກ​ເວັ້ນ​ໄດ້ ເຮົາ​ຈະ​ກັບ​ມາ​ຢືນ​ໃນ​ຈຸດ​ທີ່​ເຫັນ​ຄວາມ​ຈິງ​ຊັດເຈນ​ຂຶ້ນ. ເລີ່ມ​ທີ່​ຈະ​ປະເຊີນ​ໜ້າ​ກັບ​ຄວາມ​ຈິງ​ທີ່ເກີດຂຶ້ນ ແຕ່​ກໍຍັງ​ເຮັດ​ໃຈ​ບໍ່​ໄດ້ ໄລຍະ​ນີ້​ຈຶ່ງ​ມີ​ຄວາມ​ເສົ້າ​ໂສກ, ເສຍ​ໃຈ, ຊອມໃຈ ແລະ ​ອາດ​ມີ​ພາ​ວະ​ຊຶມ​ເສົ້າ (ຍັງ​ບໍ່​ເປັນ​ພະຍາດ ແຕ່​ພັດທະນາ​ເປັນ​ພະຍາດ​ໄດ້) ທີ່​ມາ​ຈາກ​ຄວາມ​ອົດ​ທົນ​ທີ່​ຈະ​ຢູ່​ກັບ​ຄວາມ​ຈິງ. ຢ່າງໃດ​ກໍ​ດີ “ເວລາ​ຈະ​ຢຽວ​ຢາ​ທຸກ​ສິ່ງ” ຄວາມ​ເຈັບ​ປວດ​ແບບ​ແຜ​ສົດ​ຈະ​ຢູ່​ກັບ​ເຮົາ​ບໍ່​ດົນ, ມັນ​ຈະ​ຄ່ອຍໆປ່ຽນ​ສະພາບ​ໄປ​ເປັນ​ຄວາມ​ຊົງ​ຈຳ ຈຳ​ທີ່ບໍ່​ລືມ ແຕ່​ກໍ​ບໍ່​ມີ​ຜົນ​ທາງ​ອາລົມ ແລະ ທຳ​ຮ້າຍ​ເຮົາ​ບໍ່​ໄດ້​ອີກ​ຕໍ່ໄປ ຂໍ​ພຽງແຕ່ອົດ​ທົນ​ຫຼາຍ​ພໍ​ທີ່​ຈະ​ລໍ​ເວລາ.

ໄລຍະທີ 5 ໄລຍະ​ຍອມ​ຮັບ​ຄວາມ​ຈິງ (Acceptance)
ຄວາມ​ເສົ້າ ຄວາມ​ເສຍ​ໃຈ​ຈະ​ຄ່ອຍ ໆ ດີ​ຂຶ້ນ​ຕາມ​ລຳ​ດັບ ສະພາບ​ຈິດ​ໃຈ​ປັບຕົວ​ເຂົ້າ​ສູ່​ໂໝດ (mode) ​ຍອມ​ຮັບ​ຄວາມ​ຈິງ ເວລາ​ນີ້​ຄື​ເລີ່ມ​ຍອມ​ຮັບ​ສະພາບ​ ແລະ​ ພາ​ວະ​ຕ່າງໆ ໄດ້​ວ່າ​ມັນ​ເກີດ​ຂຶ້ນ​ຈິງ ພ້ອມ​ທີ່​ຈະ​ປະເຊີນ​ໜ້າ ​ແລະ ​ກ້າວ​ຜ່ານ​ໄປ​ຂ້າງ​ໜ້າ​ຫຼາຍ​ຂຶ້ນ ຮຽນ​ຮູ້​ທີ່​ຈະ​ຢູ່​ກັບ​ອ​ະດີດ​ທີ່​ແກ້​ໄຂ​ບໍ່​ໄດ້​ ແລະ ​ຄວາມ​ເຈັບ​ປວດ​ທີ່​ກາຍ​ເປັນ​ຄວາມ​ຊົງ​ຈຳ​ທີ່ບໍ່ດີ, ຈິງ​ຈັງ​ກັບ​ການ​ຢຽວ​ຢາຕົວ​ເອງ. ເຖິງ​ຢ່າງໃດກໍຕາມ ການ​ຍອມ​ຮັບ​ຄວາມ​ຈິງ​ໄດ້​ກໍ​ບໍ່​ໄດ້​ແປ​ວ່າ​ເຮົາ​ໂອ​ເຄ ພຽງ​ແຕ່​ມັນ​ບໍ່​ໄດ້​ຮູ້ສຶກ​ບໍ່ດີເທົ່າ 4 ໄລຍະທີ​່ຜ່ານມາ, ສະພາບ​ຈິດ​ໃຈ​ຈະ​ຄ່ອຍໆດີ​ຂຶ້ນ, ຈົນ​ຈົບ​ໄລຍະ​ສຸດ​ທ້າຍ​ນີ້​ໄປ​ໃນ​ທີ່ສຸດ ແລະ​ໄດ້​ຄຳ​ຕອບ​ວ່າ “ປານໃດຈະ​ຫາຍ​ເສົ້າ” ຫຼື “ປານໃດ​ຈະ​ຕັດ​ໃຈ​ຈາກ​ເຂົາ​ໄດ້” ນັ້ນ​ເອງ.

ເມື່ອ​ຜ່ານມາ​ໄດ້​ເຖິງ​ໄລຍະທີ 5 ກວ່າ​ຈະ​ເດີນທາງ​ມາ​ເຖິງ​ຈຸດ​ນີ້​ເຮົາ​ຈະ​ເຫັນຕົວ​ເອງ​ຜ່ານ​ຫຍັງ​ມາ​ຕັ້ງ​ຫຼວງ​ຫຼາຍ ແລະ ​ພົ​ບວ່າ​ມັນ​ເປັນ​ການເດີນທາງ​ໄກ​ຢ່າງ​ໜຶ່ງ ທີ່​ຕ້ອງ​ໃຊ້​ເວລາ​ ແລະ​ ໃຊ້​ຄວາມ​ເຂົ້າໃຈ​ໃນ​ລະຫວ່າງ​ເສັ້ນ​ທາງ​ໃຫ້​ຫຼາຍ ທັງ​ໝົດ​ນີ້​ເປັນ​ຂະບວນ​ການ​ທາງ​ທຳມະຊາດ​ທີ່​ຈິດ​ໃຈ​ຂອງ​ເຮົາ​ໃຊ້​ຈັດການ​ສະພາ​ວະ​ເສົ້າ​ໂສກ, ເສຍ​ໃຈ, ເວລາ​ທີ່​ອົກ​ຫັກ​ ຫຼື​ ຜິດ​ຫວັງ​ໃນ​ຄວາມ​ຮັກ ເມື່ອ​ເຮັດ​ໃຈ​ໄດ້​ແລ້ວ ກໍ​ຈະ​ພົ​ບວ່າຕົວ​ເອງ​ເຂົ້າ​ໃກ້​ຄວາມ​ສຸກ​ໃຫ້​ຫຼາຍ​ຂຶ້ນ.

Advertisement Replay Ad

ຂໍຂອບໃຈ

ຂໍ້ມູນ : tonkit360 via sanook

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 3 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 3 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 2 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 2 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 1 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 1 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 31 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 31 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 28 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 28 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 27 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 27 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 26 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 26 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 25 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 25 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 21 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 21 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 19 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 19 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 18 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 18 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 17 ພະຈິກ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 17 ພະຈິກ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 14 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 14 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 13 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 13 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 12 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 12 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 11 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 11 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 10 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 10 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 7 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 7 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 6 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 6 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 5 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 5 ກໍລະກົດ 2023 ຕາມແຕ່ລະວັນເກີດ

ສົ່ງອີເມວຫາໝູ່

ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)

ສົ່ງອີເມວ