ຟັງແລ້ວບໍ່? "ທີ່ລະນຶກ" ເພງຮັກຄວາມໝາຍດີຂອງຄົນທາງໄກ ຈາກແຈັກ

ເຖິງຈະຢູ່ຫ່າງໄກ ແຕ່ໃຈຍັງຮັກກັນ ສົ່ງຕໍ່ເພງຊຶ້ງຂອງຄົນທາງໄກເພື່ອແທນທຸກຄວາມຮູ້ສຶກຮັກ ແລະ ຫ່ວງໃຍ ຜ່ານເພງ "ທີ່ລະນຶກ" ບົດເພງທີ່ຈະສົ່ງກຳລັງໃຈໃຫ້ຄົນທີ່ຢູ່ໄກກັນໄດ້ມີກຳລັງໃຈສູ້ເພື່ອລໍຄອຍວັນທີ່ເຮົາໄດ້ກັບມາພົບກັນອີກຄັ້ງ ເພງໃໝ່ຄວາມໝາຍດີຫຼ້າສຸດຈາກນັກຮ້ອງສຽງດີ "ວິສຸລິນ ນາມມຸນຕີ" ແຈັກ ຫຼື ຮູ້ຈັກກັນດີໃນນາມ The Jack Visoulin ທັງເປັນຜູ້ເຮັດເນື້ອຮ້ອງ ທໍານອງ.
ເພງ "ທີ່ລະນຶກ" ໄດ້ປ່ອຍໃຫ້ທຸກຄົນໄດ້ຮັບຊົມຮັບຟັງແລ້ວທີ່:
ມາຊ່ວຍສະໜັບສະໜຸນຜົນງານເພງລາວນໍາກັນເດີ້ ເພາະທີມງານທຸກຄົນມີຄຸນນະພາບຫຼາຍ ເຖິງຂັ້ນອົດຫລັບອົດນອນນຳກັນ ເພື່ອສ້າງຜົນງານ MV ເພງທີ່ລະນຶກອອກມາດັ່ງທີ່ທຸກຄົນໄດ້ເບິ່ງໄດ້ຊົມ. ສາກກາງຄືນຖ່າຍທຳຈົນຮອດ 3:00 ເຊົ້າ. ສາກກາງເວັນ ກໍ່ຕື່ນແຕ່ 6:00 ໂມງເຊົ້າ ຈົນຮອດ 7:00 ໂມງແລງ. ຕາກໝອກ ຕາກລົມ ໜາວກໍໜາວ ແຕ່ເກໍ່ສູ້ຊົນ ເພື່ອສ້າງຜົນງານໃຫ້ອອກມາດີທີ່ສຸດ.
ຊ່ອງທາງຕິດຕາມຟັງເພງໄດ້ທີ່: - http://open.spotify.com/album/0SryhXb... - https://geo.itunes.apple.com/at/album... - https://play.google.com/store/search?... - https://joox.page.link/RVPX8o (#JOOX)
ຂໍຂອບໃຈ
ວີດີໂອ : TheJack Channel