ວັນສຸກ ທີ 29 ກັນຍາ 2023

ວິທີການຮັບມືອາການຂີ້ຄ້ານເຮັດວຽກ ຫຼັງຈາກການພັກຍາວ

ວິທີການຮັບມືອາການຂີ້ຄ້ານເຮັດວຽກ ຫຼັງຈາກການພັກຍາວ
S! Muan

ສະໜັບສະໜູນເນື້ອຫາ

ເມື່ອ​ເລີ່ມເຮັດວຽກ​ມື້ທຳອິດ​ຫຼັງ​ຈາກ​ທີ່​ພັກ​ຍາວ​ຫຼາຍ​ມື້ ມີ​ຄົນ​ຈຳນວນ​ບໍ່​ນ້ອຍ​ທີ່​ມີ​ບັນຫາ​ກັບ​ການ​ຈັດການ​ຊີວິດຕົວ​ເອງ ເພາະ​ຍັງ​ຄົງ​ມີ​ອາລົມ​ຄ້າງ​ກັບ​ຄວາມ​ມ່ວນຊື່ນ ຫຼື ​ຄວາມ​ຮູ້ສຶກ​ຜ່ອນຄາຍ​ຈາກ​ການ​ໄດ້​ພັກ​ຜ່ອນ​ຢ່າງ​ເຕັມ​ອີ່ມ ທັງໆ ທີ່​ໄດ້​ຢຸດ​ດົນ​ຂະໜາດ​ນັ້ນ ແຖມ​ໄດ້​ທ່ຽວ​ສົມ​ໃຈ​ຢາກ​ແລ້ວ ແຕ່​ເປັນຫຍັງ​ຈຶ່ງຍັງມີ​ອາການ​ເມື່ອຍ​ເພຍ, ຂີ້​ຄ້ານ ແລະ ​ງໍ​ແງ​ທີ່​ຈະ​ຕ້ອງ​ຕື່ນ​ມາ​ເຮັດວຽກ​ຕາມ​ປົກກະຕິ​ລະ?

ຄວາມຈິງແລ້ວ​ອາການ​ແບບ​ນີ້​ໃຜໆ ກໍ​ເປັນ​ກັນ ແລະ​ບໍ່​ຕ້ອງ​ກັງ​ວົນ​ໄປ ວ່າ​ຈະ​ມີ​ເຮົາ​ຄົນ​ດຽວ​ທີ່​ຂີ້​ຄ້ານ​ຈະ​ເຮັດວຽກ​ໃນ​ໄລຍະ​ອາທິດ​ທຳອິດ​ຫຼັງພັກຍາວ​ແບບ​ນີ້ ອາການ​ທີ່​ວ່າເອີ້ນວ່າ​ພາ​ວະ Post Vacation Blues ເປັນ​ພາ​ວະ​ອາລົມ​ເສົ້າ​ຊຶມ ຫ່ຽວແຫ້ງ​ທີ່ເກີດຂື້ນ​ຫຼັງ​ຈາກ​ທີ່​ເຮົາ​ໄດ້​ໄປເພີດເພີນ ​ແລະ ມ່ວນຊື່ນ​​ຢ່າງ​ເຕັມ​ສູດ​ໃນ​ໄລຍະວັນພັກຍາວ ເມື່ອ​ຕ້ອງກັບ​ມາ​ເຈິກິດຈະວັດ​ປະຈຳ​ວັນ​ເດີມໆ ຊ້ຳໆ ຈຶ່ງ​ເຮັດໃຫ້​ຮູ້ສຶກ​ວ່າ​ຊີວິດ​ຊ່າງ​ໜ້າ​ເບື່ອ ເມື່ອ​ທຽບ​ກັບ​ຄວາມ​ສຸກ​ທີ່​ໄດ້ຮັບ​ໃນ​ລະຫວ່າງ​ວັນພັກ ແບບ​ວ່າ​ຍັງ​ເຮົາ​ມີ​ຄວາມ​ສຸກ​ກັບ​ວັນພັກ​ທີ່​ຜ່ານມາ​ຫຼາຍ​ເທົ່າໃດ ໂອ​ກາດ​ທີ່​ຈະ​ຕ້ອງປະເຊີນ​ໜ້າ​ກັບ​ພາ​ວະ Post Vacation Blues ກໍ​ຍັງ​ມີ​ຫຼາຍ​ເທົ່າ​ນັ້ນ.

ແຕ່ວ່າ​ແຕ່​ລະ​ຄົນ​ຈະ​ມີ​ອາການ​ຕ່າງ​ກັນ​ອອກ​ໄປ ບາງ​ຄົນ​ແຄ່​ຮູ້ສຶກ​ຄິດ​ເຖິງ​ບັນຍາກາດ ​ແລະ ​ກິດຈະກຳ​ທີ່​ເຮັດ​ໃນ​ວັນພັກ​ທີ່​ຜ່ານມາ ບາງ​ຄົນ​ຄິດ​ເຖິງ​ຍາດ​ພີ່ນ້ອງ​ທີ່​ບ້ານ ບາງ​ຄົນ​ຢາກ​ໄດ້​ວັນພັກ​ເພີ່ມ ບາງ​ຄົນ​ບໍ່​ຢາກ​ຈະ​ຕື່ນ​ມາ​ເຮັດວຽກ ແລະ​ ຮູ້ສຶກ​ວ່າຕົວ​ເອງ​ຂີ້​ຄ້ານ​ຫຼາຍກວ່າ​ປົກກະຕິ​ດ້ວຍ ເຮັດໃຫ້​ມີ​ບັນຫາ​ເມື່ອ​ຈະ​ເຮັດວຽກ, ເພາະ​ຂາດ​ຄວາມ​ສົນ​ໃຈ​ໃນ​ການເຮັດ​ສິ່ງ​ຕ່າງໆ, ຮູ້ສຶກ​ເມື່ອຍ​ ແລະ ​ອ່ອນເພຍ​ຢູ່​ຕະຫຼອດ​ເວລາ, ຂາດ​ສະ​ມາ​ທິ ໃນຫົວ​ວົນ​ວຽນ​ຢູ່​ແຕ່​ກັບ​ຄວາມ​ຮູ້ສຶກ​ບໍ່​ຢາກ​ເຮັດວຽກ, ຢາກ​ໄດ້​ວັນພັກ​ເພີ່ມ ລວມທັງ​ຄິດ​ເຖິງ​ແຕ່​ວັນພັກ​ຖັດ​ໄປ​ວ່າ​ເມື່ອໃດ​ຈະ​ວົນ​ມາຈັກເທື່ອ.

ອາການ​ນີ້​ບໍ່​ຖື​ວ່າ​ເປັນ​ພະຍາດ​ທາງຈິດຕະເວດ ເນື່ອງ​ຈາກ​ສາມາດ​ຫາຍ​ໄດ້​ເອງ​ພາຍ​ໃນ​ບໍ່​ຈັກ​ມື້ ຄົນ​ສ່ວນ​ໃຫຍ່​ພຽງແຕ່ໄດ້ກັບ​ມາ​ເຮັດວຽກ​ຕາມ​ປົກກະຕິ​ປະ​ມານ 1 ອາທິດ​ອາການ​ກໍ​ປັບຕົວ​ໄດ້​ຈົນ​ອາການ​ຫາຍ​ໄປ​ເອງ ແຕ່​ໃນ​ລາຍ​ທີ່​ມີ​ຄວາມ​ສຸກ​ຫຼາຍ​ໃນ​ໄລຍະພັກຍາວ​ອາດ​ຍັງ​ຕິດ​ລົມ​ເທິງ​ໄດ້​ດົນ​ເຖິງ 2-3 ອາທິດ​ເລີຍ​. ແນວໃດ​ກໍ​ດີ, ລັກສະນະ​ອາການ​ນີ້​ອາດ​ເຊື່ອມ​ຍັງ​ໄປ​ສູ່​ພາ​ວະ​ຊຶມເສົ້າ​ໄດ້ ຫາກ​ເວລາ​ຜ່ານ​ໄປ​ຕາວໜຶ່ງ​ໃຫຍ່ໆ ແລ້ວ​ຍັງ​ບໍ່​ຫາຍ ຍັງ​ຄົງ​ເຮັດວຽກ​ຊ້າ, ຮູ້ສຶກ​ໝົດ​ໄຟ, ອົມ​ທຸກ ຫຼື ​ຊຶມເສົ້າ​ຕະຫຼອດ​ເວລາ ແບບ​ນີ້​ຄວນ​ຕ້ອງປຶກ​ສາ​ແພດ.

ຄວາມຈິງແລ້ວ​ມີ​ງານ​ວິໄຈ​ທີ່​ເວົ້າ​ເຖິງ​ພາ​ວະ Post Vacation Blues ຢູ່​ຫຼາຍສະບັບ ​ແລະ ​ວິທີ​ການ​ຮັບ​ມື​ພາ​ວະ​ນີ້ ແຕ່ໃນທີ່​ນີ້​ເຮົາ​ຈະ​ເວົ້າ​ເຖິງ​ແຕ່ການ​ຮັບ​ມື​ກັບ​ຄວາມ​ຮູ້ສຶກ​ທີ່​ຂີ້​ຄ້ານ​ຈະ​ເຮັດວຽກ​ອັນ​ເປັນ​ຜົນ​ພວງ​ມາ​ຈາກ​ອາການ​ທີ່​ວ່າ ແນ່ນອນ​ວ່າ​ການ​ເຮັດ​ວຽກງານ​ທັງ​ທີ່​ຍັງ​ຂີ້​ຄ້ານ ມັນ​ຄົງ​ຈະ​ຮູ້ສຶກ​ຝືນໆ, ບໍ່​ຢາກ​ເຮັດ ແລະ​ ຄົງ​ຈະ​ທໍລະມານ​ຢູ່​ບໍ່​ໜ້ອຍ ແຕ່​ເຮົາ​ຈະປ່ອຍ​ໃຫ້​ຄວາມ​ຂີ້​ຄ້ານ​ຫຼິ້ນ​ງານ​ເຮົາ​ແບບ​ນີ້​ຕະຫຼອດ​ອາທິດ​ບໍ່​ໄດ້ ບໍ່​ເຊັ່ນ​ນັ້ນ​ອາດ​ໄດ້​ພັກ​ຜ່ອນ​ຍາວ ​ແລະ ​ຕ້ອງ​ຫາ​ງານ​ໃໝ່​ເຮັດ​ແນ່ໆ. ມາ​ເບິ່ງ​ກັນ​ວ່າ​ຄົນ​ທົ່ວໆໄປ​ເຂົາ​ກຳຈັດ​ຄວາມ​ຂີ້​ຄ້ານ​ລັກສະນະ​ນີ້​ໄປ​ໄດ້​ແນວໃດແດ່.

ເລີ່ມ​ຕົ້ນ​ເຮັດວຽກ​ໃນ​ໄລຍະ​ອາທິດທຳອິດ​ດ້ວຍ​ວຽກ​ເບົາໆ

ກໍ​ໃນ​ເມື່ອ​ມັນ​ບໍ່​ມີ​ກະ​ຈິດ​ກະ​ໃຈ​ທີ່​ຈະ​ເຮັດວຽກ, ຂາດ​ຄວາມ​ສົນ​ໃຈ, ບໍ່​ມີສະມາທິ, ງ່ວງເຫງົາ​ຫາວ​ນອນ​ໝົດມື້​ແບບ​ນີ້, ເຮັດວຽກ​ໃຫຍ່, ງານ​ໜັກ, ງານ​ທີ່​ຕ້ອງ​ໃຊ້​ສະ​ມາ​ທິ​ຫຼາຍໆ, ຫຼື​ ວຽກ​ທີ່​ຕ້ອງ​ການ​ການ​ໂຟ​ກັດ​ໜັກໆ, ບໍ່​ໄຫວ​ດອກ, ບໍ່​ໄຫວ​ກໍ​ຢ່າ​ຫາ​ຝືນ ມິ​ເຊັ່ນ​ນັ້ນ​ກໍ​ຈະ​ໄດ້​ງານ​ອອກ​ມາ​ແບບ​ທີ່​ບໍ່​ປະ​ສິດ​ທິ​ພາບ ຂາດ​ເຊິ່ງຄຸນນະພາບ. ເພາະ​ສະ​ນັ້ນ​ໃນ​ອາທິດທຳອິດ ໂດຍ​ສະເພາະ​ມື້ທຳອິດ ໆ ຢ່າ​ເຮັດວຽກ​ເຕັມ​ຮູບ​ແບບ ຖ້າ​ເລືອກ​ໄດ້​ໃຫ້​ເລືອກ​ຈັບວຽກ​ເບົາໆ, ບໍ່​ຍາກ​ຫຼາຍ, ບໍ່​ຕ້ອງ​ໃຊ້ສະຫມອງ​ຄິດ​ໜັກ ໆ ໂດຍ​ອາດ​ເລືອກ​ວຽກທີ່​ຕ້ອງ​ເຮັດໃຫ້​ສຳເລັດ​ໃນ​ມື້​ນັ້ນ​ແທ້ໆ ມາ​ເຮັດ​ກ່ອນ, ວຽກ​ໃຫຍ່ໆ ໜັກໆ ເກັບ​ໄວ້​ເຮັດ​ໃນ​ວັນທີ​ພ້ອມ​ກວ່າ​ນີ້.

ໃຊ້​ລາຍການ​ທີ່​ເຮັດ​ໄວ້​ກ່ອນພັກຍາວ​ຊ່ວຍ

ຈຳ​ລາຍການ​ງານ​ລ່ວງ​ໜ້າທີ່​ເຄີຍ​ເຮັດ​ໄວ້​ກ່ອນ​ເຖິງ​ມື້ພັກຍາວ​ໄດ້​ບໍ່ ສິ່ງ​ນີ້​ຊ່ວຍ​ໄດ້​ຫຼາຍເລີຍ​ລະ ເພາະ​ມັນ​ເປັນ​ລາຍການ​ທີ່​ເຮົາ​ເຮັດ​ຂຶ້ນ​ເພື່ອ​ແຍກ​ງານ​ເປັນ​ຢ່າງໆ ວ່າ​ມີ​ງານ​ຫຍັງ​ແດ່​ທີ່​ຕ້ອງກັບ​ມາ​ເຮັດ​ຫຼັງ​ຈາກ​ໝົດ​ວັນພັກ​ໄປ​ແລ້ວ. ລາຍການ​ນີ້​ຈະ​ຊ່ວຍ​ໃຫ້​ເຮົາ​ເລືອກ​ວຽກ​ມາ​ເຮັດ​ໄດ້​ເໝາະ​ກັບ​ອາລົມ​ທີ່​ຍັງ​ບໍ່​ພ້ອມ​ຈະ​ເຮັດວຽກ ຖ້າ​ບໍ່​ມີ​ງານ​ໃດ​ທີ່​ເລັ່ງ​ດ່ວນ ​ຫຼື​ ສຳຄັນ​ໄປ​ກວ່າ​ກັນ ກໍ​ເລືອກ​ວຽກ​ງ່າຍໆ, ວຽກ​ເບົາໆ, ມາ​ເຮັດ​ກ່ອນ ແລະ ​ຍັງ​ຊ່ວຍ​ຫຼຸດ​ບັນຫາ​ຫຼົງໆ ລືມໆ ໄດ້​ໜ້າ​ລືມ​ຫຼັງ​ໃນ​ໄລຍະ​ທີ່​ອາລົມ​ບໍ່​ພ້ອມ​ເຮັດວຽກ​ແບບ​ນີ້​ອີກດ້ວຍ. ແບບ​ວ່າ​ຢິບ​ຈັບ​ຫຍັງ​ບໍ່​ຖືກ ລາຍການ​ນີ້​ຈຶ່ງ​ມີ​ສ່ວນ​ຊ່ວຍ​ແກ້​ອາການ​ຕິດ​ລົມ​ເທິງ​ເພາະພັກຍາວ​ໄດ້​ດີ​ເລີຍ.

ຫາ​ເພື່ອນ​ຮ່ວມ​ງານ​ເວົ້າຈາ​ລະບາຍ​ເລື່ອງ​ວັນພັກ​ທີ່​ຜ່ານມາ

ເພາະ​ຄວາມ​ຮູ້ສຶກ​ມີ​ຄວາມ​ສຸກ​ໃນ​ໄລຍະ​ມື້ພັກຍາວ​ມັນ​ອິ່ມອົກອິ່ມໃຈ​ຫຼາຍ​ຈົນ​ເຖິງ​ຂັ້ນ​ເຮັດໃຫ້​ຄິດ​ເຖິງ​ບໍ່​ຮູ້​ຫາຍ, ຂະໜາດ​ໝົດວັນພັກ​ແລ້ວ​ຈົນກັບ​ມາ​ເຮັດວຽກ​ຕາມ​ປົກກະຕິ​ແລ້ວ​ກໍ​ຍັງ​ອາລົມ​ຄ້າງ​ຢູ່​ເລີຍ ກໍ​ຢ່າ​ໄດ້​ເກັບ​ອາລົມ​ນີ້​ໄວ້ ​ແລະ ​ມົວ​ແຕ່​ຄິດ​ເຖິງ​ມັນ​ຢູ່​ຄົນ​ດຽວ ລອງ​ຫາ​ເພື່ອນ​ຮ່ວມ​ງານ​ທີ່​ໄວ້​ໃຈ​ໄດ້​ເວົ້າຈາ​ຫຼື ​ແບ່ງປັນ​ເລື່ອງ​ລາວ​ຕ່າງໆ ທີ່​ໄດ້​ໄປ​ເຮັດ​ໃນ​ໄລຍະ​ວັນພັກ​ທີ່​ຜ່ານ​ມາແດ່​ກໍ​ດີ, ເຮົາ​ເລົ່າ​ໃຫ້​ເຂົາ​ຟັງ, ເຂົາ​ເລົ່າ​ໃຫ້​ເຮົາ​ຟັງ, ຄວາມ​ຮູ້ສຶກມ່ວນຊື່ນ​ເບີກບານ​ແບບ​ນີ້​ຕ້ອງ​ຫາ​ທາງ​ລະບາຍ​ອອກ​ມາແດ່ ເພື່ອ​ບໍ່​ໃຫ້​ມັນ​ຕິດ​ຄ້າງ​ຢູ່ໃນ​ໃຈ​ຄົນ​ດຽວ ແລ້ວ​ມົວ​ແຕ່​ເຝົ້າ​ຝັນ​ເຖິງ​ວັນພັກ​ເທື່ອ​ໜ້າ​ທັງ​ທີ່​ຫາກໍ່​ຈະ​ເຂົ້າວຽກຄືນໃໝ່ໆ.

ປັບ​ປ່ຽນ​ຮູບ​ແບບ​ການ​ເຮັດ​ວຽກງານ​ບາງຢ່າງ

ອາດ​ເປັນ​ເພາະ​ສາ​ເຫດ​ທີ່​ເຮັດໃຫ້​ເຮົາ​ຮູ້ສຶກ​ຫົດ​ຫູ່, ຊຶມເສົ້າ, ຖາມ​ຫາ​ວັນພັກ​ເພີ່ມ ເມື່ອ​ຕ້ອງກັບ​ມາ​ເຮັດວຽກ​ຫຼັງ​ຈາກ​ມື້ພັກຍາວ​ກໍ​ຄື​ການ​ທີ່​ເຮົາ​ຕ້ອງກັບ​ມາ​ເຈິກັບ​ບັນຍາກາດ​ເດີມໆ ໃນ​ການ​ເຮັດ​ວຽກງານ, ຮູບ​ແບບ​ການ​ເຮັດ​ວຽກງານ​ເດີມໆ, ເພື່ອນ​ຮ່ວມ​ງານ​ໜ້າ​ເດີມໆ, ກິດຈະວັດ​ປະຈຳ​ວັນ​ເດີມໆ, ເຊິ່ງມັນ​ທຽບ​ບໍ່​ໄດ້​ເລີຍ​ກັບ​ຄວາມ​ແປກ​ໃໝ່​ທີ່​ເຮົາ​ເຈິໃນ​ມື້ພັກ, ໄດ້​ເຈິສິ່ງ​ໃໝ່ໆ ມ່ວນໆ ຢູ່​ບໍ່​ຈັກ​ມື້​ກໍກັບ​ມາ​ເຈິບັນຍາກາດ​ເກົ່າໆ ອີກ​ແລ້ວ. ພໍ​ບໍ່​ມີ​ຫຍັງ​ໃຫ້​ຕື່ນ​ເຕັ້ນ​ມັນ​ກໍ​ຮູ້ສຶກ​ເບື່ອ​ເປັນ​ທຳມະດາ. ສະ​ນັ້ນ ລອງ​ປັບ​ປ່ຽນ​ຫຍັງ​ບາງຢ່າງ​ໃນ​ການ​ເຮັດ​ວຽກງານ​ໃຫ້​ຕ່າງ​ຈາກ​ເດີມ​ໄປ​ແດ່ ໃຫ້​ມີ​ຫຍັງ​ໄດ້​ຕື່ນ​ເຕັ້ນ​ແດ່ ກໍ​ເຮັດໃຫ້​ມີ​ຊີວິດ​ຊີ​ວາ​ເພີ່ມ​ຂຶ້ນ​ແລ້ວ.

ກໍ​ວາງ​ແຜນ​ວັນພັກ​ເທື່ອ​ໜ້າ​ໄປ​ເລີຍ​ສິ

ເມື່ອ​ເຮົາ​ຮູ້​ແລ້ວ​ວ່າ​ມີ​ຄວາມ​ສຸກ​ກັບ​ສິ່ງ​ໃດ ກໍ​ລອງ​ໃຊ້​ສິ່ງ​ນັ້ນ​ມາ​ເປັນ​ແຮງ​ຈູງ​ໃຈ​ໃຫ້​ເກີດ​ການ​ເຮັດ​ວຽກງານ​ກໍ​ໜ້າ​ເປັນ​ຄວາມ​ຄິດ​ທີ່​ບໍ່​ເສຍຫາຍຫຍັງ. ໂດຍ​ສະເພາະ​ໃນ​ໄລຍະ​ທີ່​ຄວາມ​ສຸກ​ໄລຍະພັກຍາວ​ຍັງ​ຄົງ​ລົບກວນ​ຈິດ​ໃຈ​ຢູ່​ແບບ​ນີ້ ກໍ​ບໍ່​ຕ້ອງ​ຝືນ ໃຊ້​ວິທີ​ຕັ້ງ​ເປົ້າ​ໝາຍ​ການ​ເຮັດ​ວຽກງານ​ໄວ້​ເລີຍ​ກ່ອນ​ຈະ​ເຖິງ​ວັນພັກ​ເທື່ອ​ໜ້າ ແລ້ວ​ຄ່ອຍໆ ພິ​ຊິດ​ວຽກ​ໃຫ້​ສຳເລັດ​ໄປ​ເທື່ອ​ລະ​ຢ່າງ​ໂດຍ​ໃຫ້​ໄດ້​ຕາມ​ເປົ້າ​ທີ່​ຕັ້ງ​ໄວ້ ລາງ​ວັນ​ກໍ​ຄື​ການ​ໄດ້​ມີ​ຄວາມ​ສຸກ​ກັບ​ວັນພັກ​ຖັດ​ໄປ​ພໍ​ດີ ເມື່ອ​ເຮົາ​ຮູ້​ວ່າ​ມີ​ຄວາມ​ມ່ວນຊື່ນ​ກຳ​ລັງ​ລໍ​ເຮົາ​ຢູ່ ເຮົາ​ກໍ​ພ້ອມ​ທີ່​ຈະ​ຮີບ​ໃຊ້​ຊີວິດ​ປະຈຳ​ວັນ​ເພື່ອ​ໃຫ້​ໄປ​ເຖິງ​ມື້​ນັ້ນ​ໄວ ໆ ເຊິ່ງຖ້າ​ມົວ​ແຕ່​ປ່ອຍເວລາໃຫ້ໄຫຼໄປໂດຍໄຮ້ເປະໂຫຍດ ​ຫຼື ​ຂີ້​ຄ້ານ​ຢູ່​, ວຽກ​ກໍ​ຈະ​ບໍ່​ສຳເລັດ. ເມື່ອວຽກ​ບໍ່​ສຳເລັດ​ກໍອົດ​ທ່ຽວ.

Advertisement Replay Ad
ອ່ານດວງລາຍວັນປະຈໍາວັນພະຫັດ ທີ 3 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 3 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 2 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 2 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 1 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 1 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 31 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 31 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 28 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 28 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 27 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 27 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 26 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 26 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 25 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 25 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 21 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 21 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 19 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 19 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 18 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 18 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 17 ພະຈິກ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 17 ພະຈິກ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 14 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 14 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 13 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 13 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 12 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 12 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 11 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 11 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 10 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 10 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 7 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 7 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 6 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 6 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 5 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 5 ກໍລະກົດ 2023 ຕາມແຕ່ລະວັນເກີດ

ສົ່ງອີເມວຫາໝູ່

ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)

ສົ່ງອີເມວ