ຝຶກງານຄວນໄດ້ຫຍັງຕິດໂຕແດ່? ນີ້ແມ່ນສິ່ງທີ່ນັກສຶກສາແບບເຮົາຈະໄດ້ຮັບຫຼັງຝຶກງານ

ເມື່ອຮຽນໃກ້ຈະຈົບກັນແລ້ວ ການຝຶກງານນັ້ນຖືເປັນຂັ້ນຕອນສຸດທ້າຍຂອງການຮຽນ ແຕ່ເປັນຂັ້ນຕອນທຳອິດໃນການກ້າວໄປສູ່ໂລກຂອງການເຮັດວຽກງານຕົວຈິງ ເພາະອະນາຄົດທີ່ເຮົາໄປການສຳພາດງານ ແນ່ນອນວ່າທາງບໍລິສັດນັ້ນຈະຖາມເຮົາວ່າ ເຮົາມີປະສົບການການເຮັດວຽກງານໃນດ້ານນີ້ມາແດ່ຫຼື ບໍ່ ຄຳຕອບຂອງເຮົານັ້ນຈະສະທ້ອນຄວາມເປັນຕົວເຮົາລວມທັງຜົນງານ ແລະ ຄວາມຖະໜັດອີກດ້ວຍ.
ການບອກເລົ່າສິ່ງທີ່ສົນໃຈ ແລະ ທັດສະນະຄະຕິຂອງເຮົານັ້ນຈະຊ່ວຍປະກອບການພິຈາລະນາໃນການຮັບເຮົາເຂົ້າເຮັດວຽກດ້ວຍ ດັ່ງນັ້ນການຝຶກງານຖືເປັນສິ່ງສຳຄັນໃນການເກັບກ່ຽວປະສົບການ ມື້ນີ້ເຮົາຈະມາເລົ່າຂໍ້ຄິດ ແລະ ປະສົບການການຝຶກງານຂອງເຮົາໃຫ້ທຸກຄົນຟັງ ທີ່ອາດຈະຊ່ວຍໃຫ້ທຸກຄົນໄດ້ຕຽມຕົວກ້າວສູ່ການເຮັດວຽກງານທີ່ແທ້ຈິງໄດ້ຢ່າງສະດວກ.
ປະສົບການການຝຶກງານ ສຳຄັນແນວໃດກັບນັກສຶກສາແບບເຮົາ?
ໄດ້ສຳຜັດເຖິງຊີວິດການເຮັດວຽກງານຕົວຈິງ
ການຝຶກງານເປັນຄືກັບການໄດ້ທົດລອງເຮັດວຽກຕົວຈິງ ໂລກຂອງການຝຶກງານນັ້ນຕ່າງຈາກການຮຽນໃນມະຫາວິທະຍາໄລຢ່າງສິ້ນເຊີງ ຄືໄດ້ອອກໄປຮຽນຮູ້ໃໝ່ອີກເທື່ອໜຶ່ງ ການເຮັດວຽກງານຕົວຈິງນັ້ນ ເຮັດໃຫ້ເຮົາເຫັນວ່າສິ່ງທີ່ເຮົາຮຽນມາຢ່າງຄອບຄຸມນັ້ນແທ້ຈິງແລ້ວມີບໍ່ຈັກຢ່າງທີ່ເຮົາສາມາດນຳມາປະຍຸກໃຊ້ໃນຕຳແໜ່ງງານນັ້ນໄດ້ແທ້ໆ ການເລີ່ມເຮັດວຽກຄືກັບການເລີ່ມຮຽນຮູ້ໃໝ່ອີກເທື່ອ ການເອົາຕົວໄປສຳຜັດກັບອາຊີບທີ່ເຮົາສົນໃຈ ໂດຍໃຊ້ຄວາມຮູ້ສະເພາະດ້ານ ຈະເຮັດໃຫ້ເຫັນຊັດເຈນຍິ່ງຂຶ້ນວ່າເຮົາຕ້ອງເຮັດຫຍັງ ຮັບຜິດຊອບສິ່ງໃດ ແລະ ໄດ້ສຳຜັດພາວະຄວາມກົດດັນໃນການເຮັດວຽກງານຕ່າງໆ ທົດສອບວ່າເຮົາສາມາດຢູ່ກັບສິ່ງນັ້ນໄດ້ບໍຫາກຕ້ອງເຮັດອາຊີບນັ້ນແທ້ໆ ປຽບດັ່ງການປະເມີນຕົວເອງໄປໃນຕົວ.
ຮຽນຮູ້ການຮັບຜິດຊອບງານ
ຄວາມຈິງແລ້ວເຮົາທຸກຄົນມັກຈະຖືກຝຶກໃຫ້ຮັບຜິດຊອບຕໍ່ໜ້າທີ່ຢູ່ແລ້ວ ແຕ່ຄວາມຮັບຜິດຊອບທີ່ຕ້ອງພົບໃນການເຮັດວຽກງານຈິງນັ້ນຕ່າງອອກໄປຢ່າງສິ້ນເຊີງ ເຮົາຈະເຫັນເລີຍວ່າຊີວິດຂອງຄົນເຮັດວຽກນັ້ນຕ້ອງຮັບຜິດຊອບໜ້າທີ່ຫຍັງແດ່ ຕ້ອງວາງແຜນເຮັດວຽກແນວໃດໃຫ້ງານອອກມາດີ ໂດຍບໍ່ເກີດບັນຫາ ແລະ ມີວິທີການເຮັດວຽກງານແນວໃດໃຫ້ຜ່ານພົ້ນທຸກບັນຫາ ແລະ ຄວາມກົດດັນໄປໄດ້ ນີ້ຄືບົດຮຽນຂອງການເປັນຜູ້ໃຫຍ່ທີ່ທຸກຄົນຈະໄດ້ຮຽນຮູ້ເຖິງຄວາມຮັບຜິດຊອບຈາກການຝຶກງານ.
ການປັບຕົວ ເອົາຕົວລອດໃນສັງຄົມຄົນເຮັດວຽກ
ບໍ່ວ່າໃຜກໍບໍ່ສາມາດຫຼີກລ້ຽງສັງຄົມຄົນເຮັດວຽກໄດ້ ຕາບໃດທີ່ເຮົາຍັງເຮັດວຽກໃນບໍລິສັດ ຫຼື ທີມດຽວກັນ ຄົນເຮົາລ້ຽງການເຂົ້າສັງຄົມບໍ່ໄດ້ ນັກສຶກສາຢ່າງເຮົາກໍຕ້ອງຮຽນຮູ້ການຢູ່ໃນສັງຄົມແນວໃດໃຫ້ປອດໄພ ແລະ ມີຄວາມສຸກ. ການຝຶກງານຖືເປັນອີກປະສົບການທີ່ດີ ເຮັດເຮົາຈະໄດ້ເຫັນເຖິງຄົນຫຼາຍປະເພດໃນສັງຄົມ, ແບບໃດເອີ້ນດີ ຫຼື ບໍ່ດີ ແບບໃດເອີ້ນຈິງໃຈ ຫຼື ຫວັງຜົນ, ເຮົາຕ້ອງຮຽນຮູ້ວ່າຄົນແບບໃດຕ້ອງລະວັງ ທັງໝົດນີ້ຄືເປົ້າໝາຍໜຶ່ງໃນການໃຊ້ຊີວິດເລີຍກໍວ່າໄດ້ ການຮຽນຮູ້ທີ່ຈະຢູ່ຮ່ວມໃນອົງກອນຈະເຮັດໃຫ້ເຮົາມີພູມຄຸ້ມກັນທີ່ດີ ຕໍ່ອະນາຄົດທີ່ຕ້ອງເລີ່ມເຮັດວຽກຈິງ.
ການເກັບ Portfolio ເພື່ອຕໍ່ຍອດການສະໝັກວຽກ
ນັກສຶກສາໃນຊັ້ນປີສຸດທ້າຍນັ້ນຕ້ອງວາງແຜນການເຮັດວຽກງານຕໍ່ ໂດຍເຮົາສາມາດກຽມຜົນງານຂອງຕົວເອງໄດ້ຕັ້ງແຕ່ຍັງຮຽນບໍ່ຈົບ ໂດຍເລີ່ມຈາກການວິເຄາະຕົວເອງວ່າຢາກເຮັດອາຊີບຫຍັງ ແລ້ວເລີ່ມເກັບຜົນງານລ່ວງໜ້າ ນອກຈາກຜົນງານທີ່ເຮົາເຮັດຕອນຮຽນລວມທັງຕອນເຮັດ Thesis ຈົບ ກໍສາມາດນຳມາເກັບໃນ Portfolio ໄດ້ ຜົນງານຈາກປະສົບການຝຶກງານກໍສາມາດໃຊ້ໄດ້ເຊັ່ນກັນ. ດັ່ງນັ້ນຢາກເຮັດອາຊີບຫຍັງ ແນະນຳວ່າພະຍາຍາມຫາປະສົບການເຮັດວຽກທີ່ສອດຄ່ອງກັບສາຍອາຊີບນັ້ນໆ ເພື່ອທີ່ເຮົາຈະສາມາດເອົາຜົນງານມາໃຊ້ຕ່ອຍອົດໃນການສະໝັກວຽກໄດ້ໃນອະນາຄົດ.
ວິເຄາະຄວາມຖະຫນັດ ຈາກການທົດລອງເຮັດວຽກຕົວຈິງ
ການຝຶກງານເຮັດໃຫ້ເຮົາໄດ້ຮູ້ວ່າ ກວ່າຈະໄດ້ວຽກມາແຕ່ລະຢ່າງຕ້ອງເຮັດວຽກກັບຜູ້ອື່ນແນວໃດແດ່ ທັງໝົດເປັນເຫມືອນເຄື່ອງມືໃນການວິເຄາະວ່າ ອາຊີບທີ່ເຮົາເລືອກຝຶກນັ້ນເໝາະກັບເຮົາແທ້ບໍ. ເຮົາລອງເຮັດແລ້ວມັກບໍຖະຫນັດ ຫຼື ບໍ່. ບາງຄົນຮຽນມາຫຼາຍປີ ພໍໄດ້ລອງຝຶກງານໃນອາຊີບທີ່ກົງກັບສາຍທີ່ເຮົາຮຽນແລ້ວ ວຽກນັ້ນອາດຈະບໍ່ແມ່ນສຳລັບເຮົາກໍເປັນໄດ້. ທັງໝົດນີ້ຈະຊ່ວຍໃຫ້ເຮົາຕັດສິນໃຈໄດ້ດີຂຶ້ນວ່າຮຽນຈົບໄປແລ້ວ ຈະມີແຜນການເລືອກອາຊີບແນວໃດຕໍ່ໄປ.
ທາງເລືອກຂອງອາຊີບໃນອະນາຄົດ
ເມື່ອຝຶກງານຈົບເຮົາຈະໄດ້ທັດສະນະຄະຕິໃນການເຮັດວຽກງານຫຼາຍຂຶ້ນ. ປະສົບການໃນການຝຶກງານຊ່ວຍໃຫ້ເຮົາເລືອກວາງແຜນຊີວິດຕົວເອງໄດ້ຫຼາຍຂຶ້ນ ເບິ່ງເຫັນຊ່ອງທາງການເຮັດວຽກງານໄດ້ຫຼາກຫຼາຍຫຼາຍກວ່າເດີມ ບາງຄົນອາດເລືອກທີ່ຈະຍ່າງສາຍອາຊີບກົງຕາມທີ່ຮຽນມາ. ໃນຂະນະດຽວກັນບາງຄົນກໍອາດເບິ່ງເຫັນທາງເລືອກທີ່ຫຼາກຫຼາຍກວ່າຈາກປະສົບການຝຶກງານ ທັງໝົດນີ້ເປັນເຄື່ອງມືໃນການຕັດສິນໃຈເລືອກອາຊີບໄດ້ໃນອະນາຄົດ.
ສຳລັບໃຜທີ່ໄດ້ຄອນເນັກຊັ່ນຈາກການຝຶກງານ ນັກສຶກສາຈົບໃໝ່ຫຼາຍຄົນ ໄດ້ງານເຮັດຕັ້ງແຕ່ກ່ອນຮຽນຈົບຈາກຄອນເນັກຊັນທີ່ຮູ້ຈັກກັນຕັ້ງແຕ່ຕອນເຮັດວຽກຂະນະຮຽນຢູ່ ຫຼື ການຝຶກງານ, ການຝຶກງານຈະເຮັດໃຫ້ເຮົາໄດ້ຮູ້ຈັກຄົນຫຼາຍຂຶ້ນ ແລະ ເຮັດໃຫ້ເຮົາໄດ້ມີໂອກາດໃນການຫາງານໄດ້ໝັ້ນຄົງກວ່າເດີມນັ້ນເອງ.
ທັງໝົດນີ້ ຄືສິ່ງທີ່ນັກສຶກສາຝຶກງານຄົນຢ່າງເຮົາໆຈະໄດ້ຮັບກັບໄປບໍ່ຫຼາຍກໍນ້ອຍ ໄລຍະເວລາໃນການຝຶກງານນັ້ນເປັນໄລຍະເວລາໃນການລອງຜິດລອງຖືກ ກ່ອນຈະໄດ້ອອກໄປເຮັດວຽກຈິງ ແຖມເຮົາຍັງໄດ້ຮັບຄຳແນະນຳລວມທັງຄວາມຮູ້ໃໝ່ໆຈາກຮຸ່ນອ້ຍທີ່ຝຶກງານອີກດ້ວຍ. ສິ່ງທີ່ສຳຄັນຄືການໄດ້ເບິ່ງເຫັນຕົວເອງ ໄດ້ປະເມີນຕົນວ່າ ເຮົາຕ້ອງພັດທະນາໄປໃນທິດທາງໃດ ຈຶ່ງຈະເປັນຄົົນທີ່ມີປະສິດທິພາບພໍສຳລັບການເຮັດວຽກງານຕົວຈິງ.
ຂໍຂອບໃຈ
ຂໍ້ມູນ : INN via sanook