ພໍ່ແມ່ຕ້ອງກົດ Subscribe ໄວ້! Meysa Thanva Kids Channel ສື່ການຮຽນສອນສຳລັບເດັກສີມືຄົນລາວ

ຕ້ອງຍອມຮັບວ່າ ເດັກນ້ອຍໃນສະໄໝນີ້ເຕີບໃຫຍ່ມາກັບສື່ອອນລາຍ, ຄວາມເປັນດິຈິຕອນ ແລະ ໜ້າຈໍແບບສຳຜັດ ເຊິ່ງສິ່ງເຫຼົ່ານີ້ໄດ້ແຊກຊຶມເຂົ້າໄປຢູ່ໃນເກືອບທຸກກິດຈະວັດປະຈຳວັນ ໂດຍສະເພາະໂຊຊຽວມີເດຍຢ່າງ YouTube ທີ່ເປັນແຫຼ່ງລວມຂອງຄອນເທັ້ນຕ່າງໆທົ່ວໂລກ. ດັ່ງນັ້ນຈຶ່ງເປັນສິ່ງທີ່ສຳຄັນຫຼາຍທີ່ຜູ້ປົກຄອງຈະຕ້ອງແນະນຳຊ່ອງລາຍການທີ່ເໝາະສົມໃຫ້ກັບເດັກນ້ອຍ.
ມື້ນີ້ muan.la ຈຶ່ງຈະພາໄປຮູ້ຈັກກັບຊອງຢູທູບທີ່ເປັນສື່ການຮຽນການສອນສຳລັບເດັກ ທີ່ເປັນພາສາລາວ ແລະ ຄົນລາວສ້າງຂຶ້ນມາເອງທັງໝົດມາແນະນຳໃຫ້ໄດ້ຮູ້ຈັກ ນັ້ນກໍຄືຊ່ອງ Meysa Thanva Kids Channel.
Meysa Thanva Kids Channel ເປັນໜຶ່ງໃນຜະລິດຕະພັນຂອງ HOD Media ເຊັ່ນດຽວກັບ LaoX. ຊ່ອງດັ່ງກ່າວເປັນສື່ການຮຽນການສອນອອນລາຍສໍາລັບເດັກ ກຸ່ມເປົ້າໝາຍ ອະນຸບານ 2 ອາຍຸ 3-6 ປີ ແລະ ຜູ້ປົກຄອງທີ່ຕ້ອງສອນລູກດ້ວຍຕົນເອງ. ພ້ອມນີ້ກໍເປັນສື່ອອນລາຍການຮຽນການສອນພາສາລາວ ທີ່ເປັນຂອງຄົນລາວສ້າງເອງທັງໝົດ ໂດຍມີການອອກແບບພາບເຄື່ອນໄຫວ ແລະ ສີສັນທັງໝົດ ເພື່ອໃຫ້ເໝາະສົມກັບເດັກໄວອະນຸບານ 2 ທີ່ສຸດ.
ສຳລັບຊ່ອງທາງ ການຕິດຕາມມີ 2 ຊ່ອງທາງຄື Facebook ເຊິ່ງມີ platform ການຮຽນການສອນທີ່ໃຫ້ຄວາມຮູ້ ທີ່ເຂົ້າໃຈງ່າຍ, ມ່ວນຊື່ນ ແລະ ມີເກມເພື່ອພັດທະນາທັກສະ ແລະ ເສີມສ້າງຈິນຕະນາການ. ນອກຈາກນີ້ກໍມີແບບຮຽນ Offline ເພື່ອ Print ສຳລັບຜູ້ປົກຄອງ ແລະ ໂຮງຮຽນ. ສ່ວນອີກຊ່ອງທາງແມ່ນ YouTube Channel ທີ່ເປັນແຫຼ່ງລວມວິດີໂອເພງ ແລະ ກາຕູນແອນິເມຊັນປະກອບທີ່ພວກເຮົາສ້າງຂຶ້ນເອງທັງໝົດ ທີ່ໃຫ້ຄວາມມ່ວນຊື່ນ ແລະ ເພີດເພີນໃນການຮຽນ. ສຳລັບວິດີໂອສອນ ແມ່ນມີຫຼາກຫຼາຍດ້ານເຊັ່ນ: ຮຽນຄໍາສັບໃຫມ່, ຮຽນນັບເລກ, ຮຽນກ່ຽວກັບສິ່ງຂອງຮອບຕົວ ແລະ ອື່ນໆ.
ຈຸດປະສົງທີ່ສ້າງແພຼັດຟອມນີ້ຂຶ້ນມາກໍເພື່ອເປັນສື່ການຮຽນສຳລັບເດັກ, ເພື່ອເປັນແຫຼ່ງຂໍ້ມູນສໍາລັບຜູ້ປົກຄອງສາມາດນໍາເອົາບົດຮຽນຕ່າງໆໄປສິດສອນລູກຫຼານໄດ້ ອີກດ້ານໜຶ່ງກໍເພື່ອໃຫ້ເດັກມີສື່ການຮຽນອອນລາຍ ທີ່ມີຄຸນນະພາບ.
ຄຸນປະໂຫຍດທີ່ຈະໄດ້ຮັບ, ສໍາລັບເດັກແມ່ນຈະມີພັດທະນາການທາງດ້ານຄວາມຮູ້, ກ້າສະແດງອອກ ແລະ ອອກຄວາມຄິດເຫັນ, ມີພັດທະນາການທາງດ້ານແນວຄິດ ແລະ ການປະພຶດ, ສາມາດໄຈ້ແຍກ ແລະ ວິເຄາະເຫດການຕ່າງໆທີ່ເກີດຂຶ້ນໃນຊິວິດປະຈໍາວັນ, ເຮັດໃຫ້ມີຄວາມມ່ວນຊື່ນ ແລະ ເພີດເພີນໃນການຮຽນ. ສໍາລັບຜູ້ປົກຄອງ, ແພຼັດຟອມນີ້ຈະເປັນເຄື່ອງມືຊ່ວຍຜູ້ປົກຄອງໃນການດູແລ ແລະ ສິດສອນເດັກ, ເປັນຜູ້ຊ່ວຍແບ່ງເບົາພາລະໃນການຄິດວຽກບ້ານ, ກິດຈະກຳຕ່າງໆສຳລັບເດັກ ຜູ້ປົກຄອງສາມາດ Print ອອກມາສອນລູກຫຼານໄດ້ເອງຢູ່ເຮືອນ.
ຕິດຕາມ Meysa Thanva Kids Channel ໄດ້ທີ່: