ເອ ແມ່ຄົວຄົນດັງໃນ TikTok ພ້ອມໂຊສີມືປຸງແຕ່ງອາຫານລາວໃນ Next Level Chef ລາຍການໃໝ່ຂອງ Gordon Ramsay

ຫຼົງຮັກຜູ້ຍິງຄົນນີ້ ບໍ່ເຄີຍລືມຄວາມເປັນລາວ! ເອແມ່ຄົວຄົນດັງໃນ TikTok ເປັນເຊື້ອຊາດລາວໜຶ່ງດຽວທີ່ຂົ້າຮອບໃນ Next Level Chef ເຫດຜົນຫຼັກທີ່ມາປະກວດຍ້ອນຢາກມີໂອກາດເຮັດໃຫ້ຊາວຕ່າງຊາດຮູ້ອາຫານລາວຫຼາຍຂຶ້ນ ແລະ ເດີນຕາມຝັນຂອງການເປັນແມ່ຄົວທີ່ປະສົບຜົນສໍາເລັດ ແລະ ເຮັດໃຫ້ຄົນມີຄວາມສຸກເມື່ອໄດ້ຮັບປະທານ.
ສໍາລັບເອແມ່ນຜູ້ເຂົ້າແຂ່ງຂັນຢູ່ໃນກຸ່ມຊຸບເປີສະຕາໂຊຊຽວ Next Level Chef ເປັນລາຍການໃໝ່ຂອງ Gordon Ramsay ເລີ່ມອອກອາກາດໃນວັນທີ 2 ມັງກອນ 2022 ນີ້ ທີ່ຊ່ອງ Fox ຂອງສະຫະລັດອາເມຣິກາ.
ພົບກັບບົດສໍາພາດພິເສດ ທີ່ຈະເຮັດໃຫ້ເຈົ້າຫຼົງຮັກແມ່ຄົວຄົນນີ້ຫຼາຍຂຶ້ນ.
ພາບ: Ae Southammavong
1.ຊາວເນັດອາດຈະຮູ້ຈັກເຈົ້າໃນຖານະເປັນຄົນດັງເຊື້ອຊາດລາວໃນ TikTok, ແຕ່ຢາກໃຫ້ເຈົ້າບອກໃຫ້ເຮົາຮູ້ກ່ຽວກັບໂຕເຈົ້າເອງຕື່ມໄດ້ບໍ? ເຈົ້າແມ່ນໃຜ ເຈົ້າຢູ່ໃສໃນຕອນນີ້?
ເອ: ສະບາຍດີ ເອ ມີຊື່ແທ້ວ່າ ພອນພິມົນ ສຸທຳມະວົງ ອາຍຸ 32 ປີ, ເກີດ ແລະ ໃຫຍ່ຢູ່ວຽງຈັນ ປະເທດລາວ. ເອມາອາເມລິກາເພື່ອຮຽນ ເອໄດ້ຈົບບັນຊີ-ການເງິນ ເພາະເອຢາກຫາເງິນໄດ້ຫຼາຍໆ. ຫຼັງຈາກເຮັດວຽກໄດ້ປະມານ 10 ປີ ເອຄິດວ່າເອເບື່ອ! ເອເລີຍອອກມາຄົ້ນຫາໂຕເອງ ແລະ ຕັດສິນໃຈເຮັດທຸລະກິດສົ່ງອາຫານ ເພາະຄິດວ່າການເປັນຫົວໜ້າໂຕເອງມັນສະບາຍໃຈທີ່ສຸດແລ້ວ.
2. ເຮົາຮູ້ມາວ່າ Next Level Chef ເປັນລາຍການໃໝ່ຂອງ Gordon Ramsay, ເລົ່າໃຫ້ເຮົາຟັງແດ່ໄດ້ບໍ່ວ່າເປັນມາແນວໃດຈຶ່ງໄດ້ເຂົ້າມາຮ່ວມແຂ່ງຂັນໃນລາຍການນີ້?
ເອ: ຫຼັງຈາກອອກມາເຮັດທຸລະກິດເອງ ເອກໍມີຄວາມອິດສະລະທີ່ສິດເປັນໂຕຂອງໂຕເອງ, ເລີຍເລີ່ມໂພສ TikTok ແລະ ເຮັດຄອນເທັ້ນທີ່ຄົນລາວເຂົ້າໃຈມີທັງຄອນເທັ້ນອາຫານ, ຄອນເທັ້ນພາສາ, ຄອນເທັ້ນອອກແນວຕະຫຼົກ. ຈາກນັ້ນເລີ່ມມີຜູ້ຕິດຕາມຫຼາຍຂຶ້ນ ແລະ ໝູ່ເອງ ທີ່ເປັນຄົນແນະນຳລາຍການມາໃຫ້ສະໝັກ ເອເລີຍລອງໄປເບິ່ງເພາະຄິດວ່າມັນໜ້າຈະມ່ວນ ແລະ ເປັນໂອກາດໜຶ່ງທີ່ຊິໃຫ້ຄົນຮູ້ອາຫານລາວຫຼາຍຂຶ້ນ.
ພາບ: Next Level Chef
3. ຜູ້ທີ່ຕິດຕາມເຈົ້າໃນ TikTok ອາດຈະບໍ່ຮູ້ມາກ່ອນວ່າເຈົ້າມີທັກສະໃນການແຕ່ງກິນ! ບອກເຮົາກ່ຽວກັບເລື່ອງນີ້ແດ່ໄດ້ບໍ່? ເລື່ອງຂອງເຈົ້າ ແລະ ການແຕ່ງກິນ?
ເອ: ບໍ່ໄດ້ຮຽນການເຮັດອາຫານຈາກໂຮງຮຽນ ແຕ່ຮຽນທຸກຢ່າງຢູ່ເຮືອນ. ຈື່ໄດ້ວ່າວັນເກີດ 10 ປີ ຂອງເອພໍ່ເອບອກໃຫ້ໄປຊ່ວຍແມ່ຢູ່ເຮືອນຄົວ, ເລີ່ມເຮັດກິນຈາກລ້າງຜັກ, ເດັດຜັກບົ້ງ ແລະ ໃສ່ແວ່ນຕາດຳຕຳໝາກເຜັດ ເພື່ອບໍ່ໃຫ້ມັນຟົ້ງເຂົ້າຕາ. ຂອບໃຈພໍ່ແມ່ທີ່ສອນລູກໃຫ້ຮູ້ຈັກເຮັດກິນ ແຕ່ເກັ່ງສຸດແມ່ນການກິນນັ້ນເອງ.
4. ເມນູໃດທີ່ເຈົ້າມັກທີ່ສຸດ ແລະ ມັກແຕ່ງກິນເລື້ອຍໆ (ແລະ ມັກກິນນຳ)?
ເອ: ມັກກິນຕຳໝາກຫຸ່ງ, ເຂົ້າປຸ້ນນໍ້າແຈ່ວ, ໝາກເຂືອຈືນກັບແຈ່ວກະປິ. ເອເຮັດອາຫານທີ່ເອມັກເປັນທຸກຢ່າງເລີຍ.
ພາບ: Next Level Chef
5. ໃນຖານະທີ່ເປັນຄົນລາວທີ່ເຕີບໃຫຍ່ມາໃນສະຫະລັດອາເມລິກາ, ເຈົ້າຄິດແນວໃດກ່ຽວກັບການນຳສະເໜີກ່ຽວກັບ ລາວ ໃນສື່ກະແສຫຼັກດ້ານບັນເທີງ? ເຮົາຈະມີໂອກາດໄດ້ເຫັນເຈົ້ານຳເອົາຄວາມອຸດົມສົມບູນດ້ານອາຫານການກິນຂອງລາວໄປສະແດງໃນລາຍການ Next Level Chef ຫຼື ບໍ່?
ເອ: ເອກ້າເວົ້າເລີຍວ່າເອເປັນຄົນລາວ 100% ເອເກີດ ແລະ ໃຫຍ່ຢູ່ລາວ. ເອຄິດວ່າ ປະເພນີວັດທະນະທຳບ້ານເຮົາຍັງບໍ່ເປັນທີ່ຮູ້ຈັກໃນວົງກວ້າງ ເອວ່າເຮົາທຸກຄົນຕ້ອງຊ່ວຍກັນເຜີຍແຜ່ປະເພນີວັດທະນະທຳບ້ານເຮົາໃຫ້ຄົນຕ່າງຊາດຮູ້ຫຼາຍຂຶ້ນ ແລະ ເອຫວັງວ່າລາຍການຊິມີວັດຖຸດິບຂອງບ້ານເຮົາ ຢ່າງເຊັ່ນ: ປາແດກ, ກະປິ, ນໍ້າປາ ເອຈຶ່ງຈະສາມາດເຮັດອາຫານລາວໃຫ້ເຕັມທີ່.
6. ທ້າຍສຸດ, ເຈົ້າມີຫຍັງຢາກເວົ້າກັບຄົນລາວທີ່ກຳລັງລໍຖ້າເບິ່ງເຈົ້າໃນລາຍການນີ້ບໍ່?
ເອ: ຢາກຂອບໃຈທຸກຄົນທີ່ຕື່ນເຕັ້ນ ແລະ ສະໜັບສະໜຸນ ປື້ມໃຈທີ່ຄົນລາວອອກມາສະໜັບສະໜຸນກັນ. ເອຢາກບອກຄົນລາວທຸກຄົນວ່າ ເຮົາມີໂອກາດ, ເຮັດໃນສິ່ງທີ່ຢາກເຮັດ, ຝັນໃນສິ່ງທີ່ຢາກຝັນ, ບໍ່ຕ້ອງຟັງຄຳເວົ້າຄົນອື່ນຈົນເກີນໄປ ແລະ ຈົ່ງເຊື່ອໝັ້ນໃນໂຕເຮົາເອງ.
ຕິດຕາມ ເອ ໄດ້ທີ່
FB: Ae Southammavong
Page: Ae Southammavong
TikTok: aebaybayy
.
ຮູບພາບ: Next Level Chef & Ae Southammavong
.
ໂດຍ: ທີມຂ່າວບັນເທີງ muan.la
#ມ່ວນ #muan #nextlevelchef #laochef