ໂຈໂຈ້ ມິຣາໂຄ ຖະແຫຼງເປີດໂຕຄ້າຍເພງໃໝ່ Miracle Music ພ້ອມດັນສິລະປິນລາວໄປສູ່ລະດັບສາກົນ

ວົງການເພງລາວເຮົາຖ້າທຽບໃສ່ເພື່ອນບ້ານ ແລະ ສາກົນ ຖືວ່າຍັງມີຄວາມຄຶກຄື້ນບໍ່ຫຼາຍເທົ່າໃດ ແລະ ຍັງຕ້ອງການການສະໜັບສະໜຸນອີກຫຼາຍດ້ານ ໂດຍສະເພາະດ້ານຂອງສັງກັດທີ່ມີຄວາມພ້ອມທາງດ້ານຫ້ອງອັດ, ການຖ່າຍທຳເອັມວີທີ່ທັນສະໄໝ ລວມທັງການຮ່ວມມືກັບພາກສ່ວນອື່ນທີ່ສົ່ງເສີມສິລະປິນ. ໃນປີ 2022 ນີ້ ເຮົາຈະໄດ້ເຫັນສິ່ງໃໝ່ໆທີ່ໜ້າຕື່ນຕາຕື່ນໃຈໃນວົງການເພງລາວຢ່າງແນ່ນອນ ເພາະທາງ ໂຈໂຈ້ ມິຣາໂຄ ສິລະປິນໜຸ່ມຊື່ດັງຂອງລາວ ຫາກໍປະກາດເປີດໂຕ Miracle Music ພ້ອມຕັ້ງເປົ້າໝາຍຊຸກຍູ້ສິລະປິນລາວກ້າວໄປໄກຂຶ້ນໃນລະດັບເອເຊຍ ແລະ ສາກົນ.
ເມື່ອວັນທີ 21 ທັນວາ 2021, ທີ່ນະຄອນຫຼວງວຽງຈັນ ໄດ້ມີການຖະແຫຼງຂ່າວເປີດໂຕ Miracle Music ເຊິ່ງເປັນຄ້າຍເພງໃໝ່ພາຍໃຕ້ການບໍລິຫານຂອງ ໂຈໂຈ້ ມິຣາໂຄ້ (Jojo Miracle) ເຊິ່ງຄ້າຍເພງດັ່ງກ່າວນີ້ມີອົງປະກອບທີ່ຄົບຖ້ວນໃນການຜະລິດຜົນງານໃຫ້ກັບສິລະປິນລາວເຊັ່ນ ສະຕູດິໂອອັດເພງມາດຕະຖານສາກົນ Miracle Studio ແລະ ມີບໍລິສັດໃນເຄືອທີ່ສາມາດສ້າງສັນເອັມວີເພງທີ່ທັນສະໄໝຢ່າງ Miracle Productions.
ໂຈໂຈ້ ມິຣາໂຄ ຜູ້ບໍລິຫານຂອງຄ້າຍເພງດັ່ງກ່າວ ກ່າວວ່າ ທາງຄ້າຍເພງມີຈຸດປະສົງຢາກຊຸກຍູ້ສິລະປິນລາວໃຫ້ໄປໄກລະດັບເອເຊຍ ຫຼື ລະດັບສາກົນ ພ້ອມທັງຮ່ວມສ້າງສັນຜົນງານໃຫ້ວົງການເພງລາວກັບມາຄຶກຄື້ນອີກຄັ້ງໜຶ່ງ. ນອກຈາກນັ້ນກໍເປັນການສ້າງສິລະປິນໜ້າໃໝ່ໆເພື່ອສ້າງສັນຄວາມສຸກໃຫ້ກັບຄົນລາວ ແລະ ຕ່າງປະເທດ.
ທັງນີ້ ໃນປີ 2022, ໂຈໂຈ້ ມິຣາໂຄ້ ເປີດເຜີຍວ່າ ຈະທຸ້ມເງິນຫຼາຍກວ່າ 1 ຕື້ກີບ ເພື່ອສະໜອງເປັນທຶນໃຫ້ກັບສິລະປິນລາວໃນການສ້າງສັນຜົນງານ ໂດຍມຸ່ງສ້າງສິລະປິນຫຼາຍກວ່າ 10 ຄົນ ແລະ ຈະປ່ອຍເພງອອກສູ່ຜູ້ຟັງຫຼາຍກວ່າ 25 ເພງ.
ທີມງານທີ່ມີປະສົບການສູງ ແລະ ເປັນທີ່ຮູ້ຈັກກັນດີໃນວົງການເພງລາວ
Miracle Music ບໍ່ໄດ້ມີພຽງແຕ່ ໂຈໂຈ້ ມິຣາໂຄ ພຽງຄົນດຽວທີ່ຈະມາຂັບເຄື່ອນວົງການເພງລາວໃຫ້ໄປໄກຂຶ້ນ ແຕ່ຍັງໄດ້ທີມງານທີ່ມີຄຸນນະພາບ ແລະ ປະສົບການສູງມາຮ່ວມງານນຳ. ຜູ້ທຳອິດແມ່ນ ໝີ - ສຸລິນທອນ ຂຸນສະທອນ ຫຼື ທີ່ຮູ້ຈັກກັນໃນຊື່ Mee Mega ເຊິ່ງຈົບການສຶກສາ baccalaureate ຈາກປະເທດຝຣັ່ງເມື່ອປີ 2001 ແລະ ຜ່ານການຝຶກອົບຮົມດ້ານ sound engineering ມາກ່ອນ ທີ່ຈະມາຮັບໜ້າທີ່ເປັນ Producer. ຜົນງານທີ່ຜ່ານມາຂອງລາວແມ່ນ ເຮັດດົນຕີ ແລະ ມິກສຽງໃຫ້ກັບສິລະປິນຮຸ່ນບຸກເບີກຫຼາຍຄົນເປັນຕົ້ນແມ່ນ Overdance, CELLs, Aluna, L.O.G, ຕິ່ງ ໄພລາວັນ, ນາລິນ, ຕີ໋ ອຸດາໄລ ແລະ ຮຸ່ນປັດຈຸບັນແມ່ນ ນໍ້າຝົນ, Black Eyes, ຕ່າຍ ອາກາດ, ຕູ່ Hero ແລະ Jojo Miracle.
ອີກຄົນໜຶ່ງທີ່ຕ້ອງກ່າວເຖິງແມ່ນ ພຸດທະສອນ ແກ້ວມຸງຄຸນ ຫຼື ທີ່ຮູ້ຈັກກັນໃນຊື່ ອາເລັກ L.O.G ເຊິ່ງເປັນສິລະປິນລາວສາຍແຣັບເປີທີ່ຄົນທົ່ວໄປຮູ້ຈັນກັນເປັນຢ່າງດີ. ອາເລັກ ຈົບການສຶກສາລະດັບປະລິນຍາຕີສາຂາດິຈິຕອນມີເດຍ ຈາກມະຫາວິທະຍາໄລນິວເຊົາເວລສ໌ ປະເທດອອສເຕຣເລຍ ເຊິ່ງຈະມາຮັບໜ້າທີ່ເປັນຜູ້ຈັດການສິລະປິນ ແລະ ປະຊາສຳພັນ (Artist & PR Manager). ຜົນງານທີ່ຜ່ານມາຂອງອາເລັກປະກອບມີ: ແຣັບເປີປະຈຳວົງ L.O.G ພ້ອມເປັນຫົວໜ້າວົງ, ໄດ້ຮັບລາງວັນ Best Hip Hop ຈາກ Lao Music Awards 2008, ອະດີດສິລະປິນຄ້າຍ Indee Records ປະເທດລາວ, Gancore Club ພາຍໃຕ້ GMM Grammy ປະເທດໄທ ແລະ Sony Music ປະເທດໄທ.
ນັ້ນກໍເປັນອີກໜຶ່ງຄວາມຕື່ນເຕັ້ນໃໝ່ທີ່ເຮົາຈະໄດ້ສຳຜັດກັນຢ່າງແນ່ນອນໃນປີ 2022. ການມາຂອງ Miracle Music ຈະເຮັດໃຫ້ເກີດປາກົດການ L-Pop ແລະ ສ້າງຄວາມຄຶກຄື້ນໃນວົງການເພງລາວ ທີ່ຈະຖືກນຳສະເໜີໄປສູ່ສາກົນໄດ້ແນວໃດນັ້ນ ເຮົາທຸກຄົນກໍຕ້ອງມາຕິດຕາມຢ່າງໃກ້ຊິດນຳກັນ ແລະ ແນ່ນອນວ່າ muan.la ກໍຈະເກາະຕິດເລື່ອງນີ້ ແລະ ນຳມາເລົ່າສູ່ທຸກຄົນໄດ້ຮັບຮູ້ກັນຢ່າງແນ່ນອນ.