ວັນສຸກ ທີ 29 ກັນຍາ 2023

13 ຄຳທີ່ຄົນລາວຄວນຮູ້ ເພື່ອໃຫ້ຕາມທັນກະແສໂລກ ກ່ອນກ້າວເຂົ້າປີ 2022

13 ຄຳທີ່ຄົນລາວຄວນຮູ້ ເພື່ອໃຫ້ຕາມທັນກະແສໂລກ ກ່ອນກ້າວເຂົ້າປີ 2022
S! Muan

ສະໜັບສະໜູນເນື້ອຫາ

ປີທີ່ຜ່ານມາ ເຕັກໂນໂລຊີ ແລະ ໂລກມີການປ່ຽນແປງໄປ ເຮັດໃຫ້ມີຫຼາຍຄຳເກີດຂຶ້ນມາໃໝ່ ບາງຄຳກໍໄດ້ຍິນມາດົນແລ້ວ ແລະ ບາງຄຳກໍຫາກໍຖືກບັນຍັດຂຶ້ນມາໃໝ່ ເຊິ່ງເຮົາກໍຮູ້ຈັກຜ່ານໆ ແລະ ບໍ່ໄດ້ໃສ່ໃຈພໍປານໃດ. ແຕ່ເນື່ອງຈາກໂລກເຮົາກຳລັງກ້າວໄປຂ້າງໜ້າຢ່າງວ່ອງໄວ ແລະ ຄຳສັບເຫຼົ່ານັ້ນກໍຖືເວົ້າຊໍ້າໄປຊໍ້າມາຫຼາຍຂຶ້ນເລື້ອຍໆ ກໍເປັນເຫດຜົນອັນດີທີ່ເຮົາຄວນທຳຄວາມຮູຸ້ຈັກ ແລະ ເຂົ້າໃຈມັນໃຫ້ຫຼາຍຂຶ້ນ ເພື່ອທີ່ຈະລົມກັບຄົນອື່ນຮູ້ເລື່ອງ.

ສະນັ້ນ muan.la ຈຶ່ງຂໍສະເໜີ 13 ຄຳຕໍ່ໄປນີ້ທີ່ຄົນລາວເຮົາຄວນຮູ້ຈັກເພື່ອຕາມກະແສໂລກໃຫ້ທັນ ກ່ອນກ້າວເຂົ້າປີ 2022.

  1. ລະບົບການເງິນໄຮ້ໂຕກາງ (Decentralized Finance - DeFi) ເປັນລະບົບການເຄື່ອນໄຫວທາງການເງິນຕ່າງໆທີ່ເກີດຂຶ້ນໂດຍກົງລະຫວ່າງຕົ້ນທາງ (ຜູ້ໂອນ) ແລະ ປາຍທາງ (ຜູ້ຮັບ) ຂອງທຸລະກຳ ໂດຍບໍ່ຜ່ານຄົນກາງ ເຊັ່ນ ທະນາຄານ. ຄຳສັບທີ່ຄູ່ກັນກັບຄຳນີ້ແມ່ນ Centralized Finance ເຊິ່ງເປັນລະບົບການເງິນແບບລວມສູນ ທີ່ມີຕົວກາງ (ທະນາຄານ) ໃນການເຮັດທຸລະກຳຕ່າງໆ.
  2. ບລັອກເຊນ (Blockchain) ປຽບສະເໝືອນກັບເຄືອຂ່າຍການຈັດເກັບຂໍ້ມູນແບບໜຶ່ງທີ່ທຸກຄົນສາມາດເຂົ້າເຖິງ ແລະ ໄດ້ຮັບຂໍ້ມູນດຽວກັນ ເຮົາຈຶ່ງຮູ້ວ່າໃຜມີສິດ ແລະ ເປັນເຈົ້າຂອງຂໍ້ມູນເຫຼົ່ານັ້ນແທ້ໆ. ຂໍ້ມູນເຫຼົ່ານັ້ນຈະຖືກເກັບຢູ່ໃນແຕ່ລະ ບລັອກ (Block) ທີ່ເຊື່ອມໂຍງກັນເທິງເຄືອຂ່າວຄືກັບຕ່ອງໂສ້ (Chain). ນີ້ຈຶ່ງເປັນເຫດຜົນໜຶ່ງທີ່ເຮັດໃຫ້ເຮົາເອີ້ນຮູບແບບການເກັບ ແລະ ແບ່ງປັນຂໍ້ມູນນີ້ວ່າ Blockchain. ການເກີດຂຶ້ນຂອງເຕັກໂນໂລຊີບລັອກເຊນນີ້ເອງຈຶ່ງເຮັດໃຫ້ມີ DeFi ເກີດຂຶ້ນມາໄດ້.
  3. ສະກຸນເງິນຄຣິບໂຕ (Cryptocurrency) ເປັນນະວັດຕະກຳທາງການເງິນອີກຢ່າງໜຶ່ງທີ່ໄດ້ນຳຂໍ້ດີຂອງບລັອກເຊນມາໃຊ້. ມັນເປັນເງິນດິຈິຕອນທີ່ໄຮ້ສູນກາງ ເຊິ່ງໃຊ້ເຕັກໂນໂລຊີບລັອກເຊນ. ໃນປັດຈຸບັນ (ເດືອນພະຈິກ 2021) ມີສະກຸນເງິນຄຣິບໂຕໝຸນວຽນໃນລະບົບຫຼາຍກວ່າ 14,000 ສະກຸນ.
  4. ບິດຄອຍ (Bitcoin) ເປັນສະກຸນເງິນຄຣິບໂຕທຳອິດທີ່ເກີດຂຶ້ນມາ, ເປັນສະກຸນເງິນດິຈິຕອນທີ່ໄຮ້ໂຕກາງ ສາມາດຊື້, ຂາຍ ແລະ ແລກປ່ຽນໄດ້ໂດຍກົງໂດຍບໍ່ຜ່ານໂຕກາງຢ່າງທະນາຄານ. ຄວາມຈຳເປັນໃນການມີບິດຄອຍແມ່ນເພື່ອເປັນລະບົບຊຳລະເງິນເອເລັກໂຕຣນິກທີ່ໃຊ້ການພິສູດການເຂົ້າລະຫັດ ແທນຄວາມໄວ້ເນື້ອເຊື່ອໃຈ. ບິດຄອຍຖືກສ້າງຂຶ້ນໃນປີ 2009 ໂດຍກ່າວກັນວ່າຜູ້ສ້າງໃຊ້ນາມແຝງວ່າ ຊາໂຕຊິ ນາກາໂມໂຕະ ແລະ ຈຳນວນບິດຄອຍຖືກກຳນົດໄວ້ສູງສຸດທີ່ 21 ລ້ານຫຼຽນ.
  5. ຫຼຽນທີ່ບໍ່ສາມາດທົດແທນໄດ້ (Non-fungible Token - NFT) ມັກຖືກເອີ້ນຫຍໍ້ວ່າ ເອັນເອຟທີ ເຊິ່ງເປັນການຮັບຮອງທາງດິຈິຕອນຮູບແບບໜຶ່ງທີ່ໃຫ້ການຢືນຢັນຜູ້ທີ່ເປັນເຈົ້າຂອງຊັບສິນທີ່ມີຄວາມສະເພາະເຈາະຈົງ. ເອັນເອຟທີແຕ່ລະຫຼຽນຈະເປັນຕົວແທນການເປັນເຈົ້າຂອງຜົນການສິລະປະຂອງແທ້ 1 ອັນ ໂດຍມີລາຍລະອຽດຕ່າງໆເຊັ່ນ: ຜູ້ທີ່ສ້າງສັນຜົນງານສິລະປະນັ້ນຂຶ້ນມາແມ່ນໃຜ, ຜົນງານຖືກຂາຍເມື່ອໃດ ແລະ ໃຜຊື້ໄປແດ່.
  6. ຄວາມເປັນຈິງສະເໝືອນ (Virtual Reality - VR) ມັກເອີ້ນຫຍໍ້ວ່າ ວີອາ ເຊິ່ງເປັນການຈຳລອງພາບສະເໝືອນຈິງແບບ 360 ອົງສາ. ເຕັກໂນໂລຊີນີ້ຈະຕ້ອງໃຊ້ຄຽງຄູ່ກັບອຸປະກອນ ແວ່ນຕາວີວາ ໂດຍຜ່ານການຮັບຮູ້ຂອງເຮົາ ບໍ່ວ່າຈະເປັນການເບິ່ງເຫັນ, ສຽງ, ການສຳຜັດ ຫຼື ກະທັ້ງກິ່ນ ແລະ ເຮັດໃຫ້ເຮົາສາມາດຕອບສະໜອງກັບສິ່ງທີ່ຈຳລອງນັ້ນໄດ້.
  7. ຄວາມເປັນຈິງເສີມ (Augmented Reality - AR) ມັກເອີ້ນຫຍໍ້ວ່າ ເອອາ ເຊິ່ງເປັນການນຳເອົາເຕັກໂນໂລຊີມາປະສົມປະສານລະຫວ່າງໂລກແຫ່ງຄວາມຈິງ ແລະ ຄວາມສະເໝືອນຈິງເຂົ້ານຳກັນ ດ້ວຍການໃຊ້ລະບົບຊອບແວ ແລະ ອຸປະກອນເຊື່ອມຕໍ່ຕ່າງໆ ເຊັ່ນ: ກ້ອງ
  8. ເມຕາເວີສ (Metaverse) ຖືກສ້າງຂຶ້ນໃນໄລຍະຊຸມປີ 1990 ໃນນະວະນິຍາຍວິທະຍາສາດເລື່ອງ Snow Cash ແຕ່ຫາກໍຖືກກ່າວເຖິງກັນເມື່ອບໍ່ດົນມານີ້ ແລະ ຍັງບໍ່ທັນມີນິຍາມທີ່ຊັດເຈນ. ເມຕາເວີສກາຍເປັນຄຳທີ່ຄຸ້ນຫູຫຼາຍຂຶ້ນເມື່ອເຟສບຸກປ່ຽນຊື່ບໍລິສັດເປັນ Meta ເພື່ອສື່ເຖິງການໃຫ້ຄວາມສຳຄັນກັບການສ້າງເມຕາເວີສໃຫ້ເກີດຂຶ້ນໃນອະນາຄົດ. 
    ຫຼາຍຄົນອາດຄິດວ່າ ເມຕາເວີສ ເປັນເຕັກໂນໂລຊີຄວາມເປັນຈິງສະເໝືອນ (VR) ໃນແບບທີ່ລໍ້າສະໄໝຂຶ້ນໄປອີກ ແຕ່ສຳລັບບາງຄົນອາດຄິດວ່າ ເມຕາເວີສເປັນອະນາຄົດແຫ່ງໂລກອິນເຕີເນັດ ເປັນບ່ອນທີ່ຄົນໃຊ້ເວລາຈຳນວນຫຼາຍໃນຊີວິດຂອງເຂົາເຈົ້າໃນສະພາບແວດລ້ອມສະເໝືອນຈິງ. ບໍລິສັດເຕັກໂນໂລຊີຍັກໃຫຍ່ຫຼາຍແຫ່ງເຊື່ອວ່າ ມັນອາດຈະເປັນອິນເຕີເນັດແບບ 3 ມິຕິ ທີ່ເຊື່ອມໂລກດິຈິຕອນເຊິ່ງຄົນເຂົ້າມາຢູ່ອາໄສ ແລະ ພົບປະກັນ.
  9. ປັນຍາປະດິດ (Artificial Intelligence - AI) ມັກເອີ້ນຫຍໍ້ວ່າ ເອໄອ ເປັນເຄື່ອງຈັກທີ່ມີຟັງຊັນເຊິ່ງສາມາດທຳຄວາມເຂົ້າໃຈ, ຮຽນຮູ້ອົງຄວາມຮູ້ຕ່າງໆ ເຊັ່ນ: ການຮັບຮູ້, ການຮຽນຮູ້, ການໃຫ້ເຫດຜົນ ແລະ ການແກ້ບັນຫາຕ່າງໆ. ເອໄອມັກໃຊ້ເຂົ້າໃນອຸປະກອນເອເລັກໂຕຣນິກຕ່າງໆເພື່ອໃຫ້ຄວາມຊ່ວຍເຫຼືອຄົນເຮົາໃນການເຮັດສິ່ງຕ່າງໆໄດ້ສະດວກຍິ່ງຂຶ້ນ.
  10. ເນັດຊີໂຣ​ (Net Zero) ແມ່ນການປ່ອຍກາສເຮືອນແກ້ວສຸດທິເປັນສູນ ເລື່ອງນີ້ມີຄວາມສຳຄັນຕໍ່ເປົ້າໝາຍການຈຳກັດການເພີ່ມຂຶ້ນຂອງອຸນຫະພູມໂລກບໍ່ໃຫ້ເກີນ 1.5 ອົງສາເຊລຊຽສພາຍໃນທ້າຍສະຕະວັດນີ້. ຜູ້ຊ່ຽວຊານບອກວ່າ ຈະບັນລຸເປົ້າໝາຍນີ້ໄດ້ກໍຕໍ່ເມື່ອໂລກບັນລຸເປົ້າໝາຍການປ່ອຍກາສເຮືອນແກ້ວສຸດທິເປັນສູນພາຍໃນປີ 2050.
  11. ແວັກຊ໌ (Vax) ໄດ້ຮັບເລືອກຈາກນັກພົດຈະນານຸກົດຂອງພົດຈະນານຸກົມພາສາອັງກິດອັອກຊ໌ຟອດໃຫ້ເປັນຄຳແຫ່ງປີ 2021 ມີຄວາມໝາຍວ່າ ວັກຊີນ ຫຼື ການໃຫ້ວັກຊີນ ຖ້າເປັນຄຳນາມ ແລະ ໃຫ້ວັກຊີນ/ປິ່ນປົວດ້ວຍວັກຊີນ ເພື່ອໃຫ້ມີພູມຕ້ານທານຕ້ານເຊື້ອພະຍາດ ຖ້າເປັນຄຳກິລິຍາ.
  12. ພາສປອດວັກຊີນ (Vaccine Passport) ແມ່ນຫຼັກຖານທີ່ຮັບຮອງວ່າບຸກຄົນໃດໜຶ່ງໄດ້ຮັບການສັກວັກຊີນຕ້ານໂຄວິດ-19 ຫຼື ເຄີຍຕິດເຊື້ອພະຍາດນີ້ແລ້ວ ເນື່ອງຈາກກຸ່ມນີ້ຈະມີພູມຕ້ານທານໃນຮ່າງກາຍທີ່ສາມາດຕໍ່ສູ້ກັບເຊື້ອໂຄວິດ-19 ໄດ້ ແລະ ມີທ່າອ່ຽງຈະຕິດ ຫຼື ແພ່ເຊື້ອໄດ້ໜ້ອຍກວ່າຄົນທົ່ວໄປ ຊ່ວຍໃຫ້ມີອິດສະຫຼະຫຼາຍຂຶ້ນໃນການເດີນທາງທ່ອງທ່ຽວ, ເຮັດກິດຈະກຳປະຈຳວັນ ຫຼື ໄປເຮັດວຽກໃນພື້ນທີ່ທີ່ໃຊ້ມາດຕະການຄວບຄຸມພະຍາດ.
  13. ນອນ-ໄບນາຣີ (Non-binary) ເປັນຄຳທີ່ໝາຍເຖິງຜູ້ທີ່ບໍ່ໄດ້ເຫັນວ່າເພດຂອງຕົວເອງຈຳກັດຢູ່ສະເພາະກັບເພດຊາຍ ຫຼື ຍິງເທົ່ານັ້ນ ເພາະຮູ້ສຶກວ່າພວກເຂົາຢູ່ເທິງສະເປັກຕຣຳ (spectrum) ແລະ ອາດນິຍາມເພດຂອງຕົວເອງວ່າ ຢູ່ຈຸດໃດໜຶ່ງລະຫວ່າງຜູ້ຊາຍ ແລະ ແມ່ຍິງ.

 

Advertisement Replay Ad

ຂໍຂອບໃຈ

ຂໍ້ມູນ : BBC Thai

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 3 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 3 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 2 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 2 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 1 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 1 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 31 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 31 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 28 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 28 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 27 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 27 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 26 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 26 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 25 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 25 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 21 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 21 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 19 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 19 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 18 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 18 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 17 ພະຈິກ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 17 ພະຈິກ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 14 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 14 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 13 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 13 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 12 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 12 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 11 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 11 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 10 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 10 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 7 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 7 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 6 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 6 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 5 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 5 ກໍລະກົດ 2023 ຕາມແຕ່ລະວັນເກີດ

ສົ່ງອີເມວຫາໝູ່

ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)

ສົ່ງອີເມວ