ເບິ່ງດວງລາຍວັນປະຈໍາວັນພະຫັດ ທີ 16 ທັນວາ 2021 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ຈະເຮັດວຽກຫຍັງກໍປະສົບຄວາມສຳເລັດດີຂຶ້ນ ເພາະມີຄົນໃກ້ຕົວຖ້າຊ່ວຍເຫຼືອ
ການເງິນ ເບິ່ງຄືພະຍາຍາມທີ່ຈະຫາລະບົບ ຫຼື ືວິທີການໃນການທີ່ຈະຫາເງິນເຂົ້າມາເພີ່ມໃຫ້ໄດ້
ຄວາມຮັກ ມີໂອກາດສຸກສົມຫວັງໃນເລື່ອງຂອງຄວາມຮັກກໍເປັນໄປໄດ້ໃນໄລຍະນີ້
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 2
ຄົນເກີດວັນຈັນ
ການງານ ລະວັງຄວາມຜິດພາດທີ່ຈະເກີດຂຶ້ນ ແຕ່ສຸດທ້າຍພໍແກ້ບັນຫາຕ່າງໆ ໃຫ້ຜ່ານພົ້ນໄປໄດ້ ກໍຈະປະສົບຄວາມສຳເລັດໄດ້ຢ່າງດີເລີດ ຈະມີຊື່ສຽງ ກຽດຕິຍົດ ແລະ ໄດ້ຮັບຄຳຊື່ນຊົມ
ການເງິນ ໃຊ້ຄວາມປະຢັດເອົາໄວ້ຈະດີທີ່ສຸດ ແຕ່ກໍໂຊກດີທີ່ມີຍາດສະນິດ ບໍລິວານໃກ້ຕົວທີ່ມີຄວາມປາດຖະຫນາດີເຂົ້າມາຊ່ວຍເຫຼືອທາງດ້ານການເງິນ
ຄວາມຮັກ ຍັງເບິ່ງໆ ຢູ່ຫຼາຍກວ່າ ແລະ ຍັງບໍ່ຕັດສິນໃຈເລື່ອງຄວາມຮັກ ເຖິງແມ່ນຈະຮູ້ຄວາມຮູ້ສຶກຂອງຕົນເອງວ່າຕ້ອງການໃຜ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 0
ຄົນເກີດວັນອັງຄານ
ການງານ ຈະພົບອຸປະສັກທາງດ້ານການງານ ຕ້ອງເດີນທາງຕິດຕໍ່ວຽກງານເລື້ອຍຫຼາຍ ໃນໄລຍະນີ້ວຽກຫຼາຍເປັນພິເສດ
ການເງິນ ລະມັດລະວັງໃນເລື່ອງຂອງການໃຊ້ຈ່າຍ ໂດຍການໃຊ້ຄວາມປະຢັດຫຼາຍຂຶ້ນ
ຄວາມຮັກ ສຳລັບຄວາມສຳພັນຂອງຄູ່ຮັກທີ່ກຳລັງຄົບຫາເບິ່ງໃຈກັນຢູ່ ໄລຍະນີ້ບໍ່ຄ່ອຍມີເວລາໃຫ້ກັນປານໃດ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຂາວ
ເລກນຳໂຊກ 4
ຄົນເກີດວັນພຸດ
ການງານ ຕັດສິນໃຈເຮັດຫຍັງກໍປະສົບຄວາມສຳເລັດດີຂຶ້ນໄປທຸກຢ່າງ
ການເງິນ ຫາເງິນໄດ້ເລື້ອຍໆ ແລະ ມີດວງໃນການສ່ຽງໂຊກ ໃນໄລຍະນີ້ດວງດ້ານການເງິນຄ່ອຍໆ ດີຂຶ້ນ
ຄວາມຮັກ ລະວັງຄວາມໃຈຮ້ອນທີ່ສົ່ງຜົນຕໍ່ຄວາມສຳພັນດ້ານຄວາມຮັກ ເພາະຈະເກີດການຂັດແຍ່ງລະຫວ່າງກັນ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 9
ຄົນເກີດວັນພະຫັດ
ການງານ ມີຄວາມຫມັ້ນໃຈໃນເລື່ອງຂອງການຕັດສິນໃຈທາງດ້ານການງານ ສາມາດສ້າງຜົນງານໄດ້ຕາມເປົ້າໝາຍ
ການເງີນ ຫາເຂົ້າມາໄດ້ຢ່າງວ່ອງໄວ ແຕ່ກໍໃຫ້ລະວັງຄົນທີ່ຈະມາຢືມເງິນແລ້ວບໍ່ຄືນ
ຄວາມຮັກ ບໍ່ມີເວລາທຸ່ມເທໃນເລື່ອງຂອງຄວາມຮັກ ຫ່າງເຫີນກັບຄົນຮັກກໍເປັນໄປໄດ້ໃນໄລຍະນີ້
ເຄື່ອງມຸງຄຸນ ສາຍຄໍຄໍາ
ສີມຸງຄຸນ ສີດໍາ
ເລກນຳໂຊກ 2
ຄົນເກີດວັນສຸກ
ການງານ ຖ້າເຮັດວຽກຮ່ວມກັບຮຸ້ນສ່ວນຈະກໍ່ໃຫ້ເກີດຄວາມສຳເລັດໄດ້ດີ
ການເງິນ ມີໂຊກຈະໄດ້ເງິນເຂົ້າມາເລື້ອຍໆ ການເຮັດບຸນເລື້ອຍໆ ກໍຈະເຮັດໃຫ້ຕົນເອງນັ້ນເກີດໂຊກເພີ່ມຫຼາຍຂຶ້ນໄປອີກ
ຄວາມຮັກ ຍັງບໍ່ຮູ້ວ່າຈະເລືອກໃຜໃນໄລຍະນີ້ ໃຊ້ເວລາທົບທວນເລື່ອງເກົ່າໆ ທີ່ຜ່ານມາໃນອະດີດເພື່ອຊ່ວຍໃນການຕັດສິນໃຈ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີເທົາ
ເລກນຳໂຊກ 5
ຄົນເກີດວັນເສົາ
ການງານ ເຮັດວຽກຄືປິດທອງຫຼັງພະ ເພາະວ່າເຮັດດີປານໃດບາງເທື່ອກໍບໍ່ຄ່ອຍມີໃຜເຫັນ
ການເງິນ ໃຊ້ຈ່າຍຢ່າງຄ່ອງຕົວໃນໄລຍະນີ້ ມີເລື່ອງຈ່າຍອອກໄປຢ່າງວ່ອງໄວ ແຕ່ກໍຫາເຂົ້າມາໄດ້ເພີ່ມເຕີມ
ຄວາມຮັກ ຢູ່ກັບຄົນທີ່ສ້າງຄວາມສະບາຍໃຈ ແລະ ຄວາມສຸກໃຫ້ໄດ້ຫຼາຍທີ່ສຸດຈຶ່ງຈະດີໃນໄລຍະນີ້
ເຄື່ອງມຸງຄຸນ ເພັດສີແດງ
ສີມຸງຄຸນ ສີເຫຼືອງ
ເລກນຳໂຊກ 0