ຮອດປີ 2020 ລາວຈະດຶງດູດນັກທ່ອງທ່ຽວເຂົ້າປະເທດໃຫ້ໄດ້ຢ່າງໜ້ອຍ 6 ລ້ານຄົນຕໍ່ປີ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ຕາມວິໄສທັດ ແລະ ແຜນຍຸດສະສາດການພັດທະນາການທ່ອງທ່ຽວຂອງປະເທດເຮົາແມ່ນຄາດວ່າຮອດປີ 2020 ຈະສາມາດດຶງດູດນັກທ່ຽວທ່ຽວຕ່າງປະເທດ ເຂົ້າມາທ່ຽວລາວໃຫ້ໄດ້ຢ່າງໜ້ອຍ 6 ລ້ານຄົນຕໍ່ປີ ແລະ ຈະສ້າງລາຍຮັບຈາກການທ່ອງທ່ຽວດັ່ງກ່າວໃຫ້ໄດ້ 953 ລ້ານໂດລາສະຫະລັດຕໍ່ປີ.
ເພື່ອບັນລຸເປົ້າໝາຍດັ່ງກ່າວ ຂະແໜງກ່ຽວຂ້ອງຈະຕ້ອງໄດ້ສຸມໃສ່ສ້າງແຜນພັດທະນາແຫລ່ງທ່ອງທ່ຽວໃໝ່ໃຫ້ໄດ້ 25 ແຫ່ງ, ຈັດສັນແຫລ່ງ ທ່ອງທ່ຽວໃຫ້ໄດ້ 40 ແຫ່ງ, ປັບປຸງແຫລ່ງທ່ອງທ່ຽວທີ່ມີຈຸດເດັ່ນຕ່າງໆໃຫ້ມີຄຸນນະພາບດີຂຶ້ນຢ່າງໜ້ອຍ 10 ແຫ່ງ, ພ້ອມສູ້ຊົນການເຊື່ອມໂຍງ “ເວັບໄຊ” ທ່ອງທ່ຽວລາວເຂົ້າກັບ ASEAN, GMS, PATA ແລະ ຂະຫຍາຍຜູ້ຕາງໜ້າຕົວແທນການທ່ອງທ່ຽວລາວຢູ່ປະເທດທີ່ເປັນຕະຫລາດຕົ້ນຕໍຂອງການທ່ອງທ່ຽວໃຫ້ໄດ້ 5 ແຫ່ງ, ກໍຄືຈະສູ້ຊົນຈັດງານປີທ່ອງທ່ຽວລາວຄັ້ງທີ 3 ໃນປີ 2016 ແລະ ເພື່ອຈະບັນລຸຕາມເປົ້າໝາຍດັ່ງກ່າວ, ພາກສ່ວນກ່ຽວຂ້ອງ ຕ້ອງໄດ້ສືບຕໍ່ພັດທະນາການທ່ອງທ່ຽວລາວ ໃຫ້ມີຄວາມຍືນຍົງຕາມທິດສົ່ງເສີມການທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ເຮັດໃຫ້ປະເທດເຮົາກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວຂອງນັກທ່ອງທ່ຽວຈາກທົ່ວໂລກ, ເປັນພື້ນຖານໃນການເຊື່ອມຕົວເຂົ້າກັບການທ່ອງທ່ຽວໃນລະດັບພາກພື້ນ-ສາກົນ, ພັດທະນາ ແລະ ກາຍເປັນອຸດສາຫະກຳ ແລະ ເປັນຂະແໜງການເສດຖະກິດນຳໜ້າ ເພື່ອຊ່ວຍເຮັດໃຫ້ປະຊາຊົນມີວຽກເຮັດງານທຳ ແລະ ສາມາດຫລຸດພົ້ນອອກຈາກຄວາມທຸກຍາກໄດ້ໂດຍໄວ ປະກອບສ່ວນຊຸກຍູ້ເຮັດໃຫ້ລາຍໄດ້ແຫ່ງຊາດເພີ້ມຂຶ້ນໃນລະດັບທີ່ແນ່ນອນ.
ນອກຈາກນີ້ແລ້ວ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ສະເພາະການພັດທະນາການທ່ອງທ່ຽວໃນໄລຍະຜ່ານມາ ເຫັນວ່າມີຜົນສຳເລັດສູງ, ໂດຍສະເພາະແມ່ນແຫຼ່ງທ່ອງທ່ຽວທາງປະຫວັດສາດ-ວັດທະນາທຳ ແລະ ທຳມະຊາດ, ເພາະສາມາດດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາລາວເພີ່ມຂື້ນໃນແຕ່ລະປີ ເຊັ່ນວ່າ: ສະເພາະປີຜ່ານມາມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວໃນປະເທດເຮົາຫຼາຍກວ່າ 4 ລ້ານຄົນ, ສາມາດສ້າງລາຍໄດ້ໃຫ້ປະຊາຊົນ ແລະ ປະເທດຊາດໄດ້ເປັນຢ່າງດີ.
ຂໍຂອບໃຈ
ຂໍ້ມູນ : ລາວພັດທະນາ
ພາບ : Lao Tourism images