Dispatch ເປີດເຜີຍຂໍ້ຄວາມແຊັດລະຫວ່າງ ຄິມຊອນໂຮ ແລະ ອະດີດແຟນສາວ ທີ່ເຮັດໃຫ້ຮູ້ເລື່ອງລາວຫຼາຍຂຶ້ນ

Dispatch ໄດ້ເປີດເຜີຍລາຍງານກ່ຽວກັບປະເດັນຂອງ ຄິມຊອນໂຮ ແລະ ອະດີດແຟນສາວ ຊເວຢອງອາ.
ນັກສະແດງໜຸ່ມຄົນນີ້ຫາກໍມີຂ່າວເສຍຫາຍທີ່ເປັນປະເດັນໃນສັງຄົມອອນລາຍ ຫຼັງຈາກທີ່ອະດີດແຟນສາວໄດ້ມີການອອກມາໂພສຜ່ານສື່ສັງຄົມອອນລາຍກ່າວວ່າ ນັກສະແດງໜຸ່ມເຊິ່ງເປັນອະດີດແຟນຂອງຕົນ ໄດ້ບັງຄັບໃຫ້ຕົນເອງໄປເຮັດຫຼຸລູກ, ປະພຶດບໍ່ດີກັບນາງຫຼັງຈາກທີ່ໄດ້ເອົາລູກອອກແລ້ວ, ເວົ້າໃສ່ເພື່ອນຮ່ວມງານແບບເສຍໆຫາຍໆ ແລະ ອື່ນໆອີກ. ໃນຂະນະທີ່ບໍ່ໄດ້ມີການອອກຊື່ນັກສະແດງໜຸ່ມແບບຕົງໆໃນໂພສດັ່ງກ່າວ, ຄິມຊອນໂຮ ໄດ້ອອກມາຍອມຮັບວ່າຕົນເອງເປັນນັກສະແດງໜຸ່ມທີ່ຖືກກ່າວເຖິງ ແລະ ໄດ້ມີການອອກມາກ່າວຂໍໂທດຢ່າງເປັນທາງການ.
ຫຼັງຈາກນັ້ນທາງ Dispatch ກໍຍັງໄດ້ອອກມາລາຍງານຕື່ມອີກເມື່ອວັນທີ 26 ຕຸລາ ກ່ຽວກັບຄວາມສຳພັນຂອງພວກເຂົາທັງສອງຄົນ.
ໃນວັນທີ 1 ພະຈິກ, Dispatch ໄດ້ອອກມາລາຍງານອີກເທື່ອໜຶ່ງ ໂດຍຄັ້ງນີ້ເປັນຂໍ້ຄວາມສົນທະນາຈາກ KakaoTalk ແອັບແຊັດຊື່ດັງຂອງເກົາຫຼີໃຕ້ ລະຫວ່າງ ຄິມຊອນໂຮ ແລະ ຊເວ ຢອງອາ ເຊິ່ງເລີ່ມຕັ້ງແຕ່ຕອນທີ່ຝ່າຍຍິງຮູ້ວ່າໂຕເອງຖືພາ.
ຢູ່ທີ່ຄລີນິກປະສູດ ແລະ ພະຍາດຍິງ ເມື່ອວັນທີ 24 ກໍລະກົດ 2020, ຊເວ ຢອງອາ ໄດ້ສົນທະນາຈຳນວນ 284 ຂໍ້ຄວາມກັບ ຄິມຊອນໂຮ ຕັ້ງແຕ່ 17:16 ໂມງ ຫາ 20:23 ໂມງ.
Dispatch ໄດ້ເປີດເຜີຍຂ້ໍຄວາມສົນທະນາຈຳນວນ 22 ໜ້າ ທີ່ ເຊວ ຢອງອາ ໄດ້ຖ່າຍໜ້າຈໍໄວ້ ແລະ ສົ່ງໃຫ້ຄົນທີ່ນາງຮູ້ຈັກ. ບົດສົນທະນາໄດ້ຖືກເປີດເຜີຍກັບ Dispatch ໂດຍບຸກຄົນທີ່ເປັນຄົນຮູ້ຈັກຂອງ ຊເວ ຢອງອາ.
ຊເວຢອງອາ: ເຂົາບອກວ່າຂ້ອຍຖືພາ. 6 ເດືອນແລ້ວ.
ຄິມຊອນໂຮ: ໂອ, ແລ້ວເຮົາຈະເຮັດແນວໃດ? (ອີໂມຈິໄຫ້)
ຊເວຢອງອາ: ແນວໃດກໍຕາມ ຄລີນິກນີ້ບອກວ່າເຂົາບໍ່ຮັບຜ່າຕັດ ແຕ່ຈະແນະນຳຄລີນິກໜຶ່ງທີ່ເຮັດໄດ້ ຖ້າຂ້ອຍບອກວ່າຂ້ອຍຈະເຮັດ.
ຄິມຊອນໂຮ: ຮືມ ມາຄິດເບິ່ງກ່ອນ.
ຊເວຢອງອາ: ເຮົາຕ້ອງລົມກັນໃຫ້ດີໆກ່ອນ. ຂ້ອຍບໍ່ໄດ້ຢາກດຶງເຈົ້າໄວ້ດ້ວຍລູກ ພຽງແຕ່ເຮົາຮັກກັນມັນກໍພຽງພໍແລ້ວ. ພວກເຂົາບອກວ່າມັນເປັນເລື່ອງຍາກສຳລັບຂ້ອຍທີ່ຈະມີລູກອີກຄັ້ງຖ້າວ່າເອົາລູກອອກ...
ຄິມຊອນໂຮ: ຮືມ ຂ້ອຍຈະຄິດເບິ່ງກ່ອນ. ຢ່າຟ້າວກັງວົນໃຈໄປເລີຍ.
ອີງຕາມ Dispatch, ຕອນນັ້ນ ຄິມຊອນໂຮກຳລັງອັດລາຍການ 2 Days & 1 Night Season 4 ແລະ ໄດ້ກວດເບິ່ງຂໍ້ຄວາມຂອງລາວໃນລະຫວ່າງພັກເບຣກ. ຕອນນັ້ນແມ່ນເວລາ 17:23 ໂມງ.
ຊເວຢອງອາ: ຂໍໂທດເດີ, ເຈົ້າກຳລັງຖ່າຍຢູ່~ ເຈົ້າແປກໃຈ, ແມ່ນບໍ່?
ຊເວຢອງອາ: ຂ້ອຍຫວັງວ່ານີ້ຈະບໍ່ແມ່ນເລື່ອງແທ້. ຂ້ອຍຫວັງວ່າ (ລູກ) ຈະມາຕາມຫຼັງກໍໄດ້.
ຄິມຊອນໂຮ: ບໍ່, ບໍ່.
ຊເວຢອງອາ: ຂ້ອຍຄິດຮອດເຈົ້າ.
ຄິມຊອນໂຮ: ຂ້ອຍຂໍໂທດທີ່ຢູ່ນຳເຈົ້າບໍ່ໄດ້.
ຊເວຢອງອາ: ບໍ່ເປັນຫຍັງ ຂອບໃຈເດີ.
ຄິມຊອນໂຮ: ເຮົາມາຄິດຫາທາງແກ້ເລື່ອງນີ້ກັນດີໆເທາະ.
ຄິມຊອນໂຮ: ຢ່າຄິດຫຼາຍ.
ຂໍ້ຄວາມສົນທະນາຕໍ່ໄປເລີ່ມເວລາ 17:27 ໂມງ.
ຄິມຊອນໂຮ: ເຈົ້າເຮັດຫຍັງຢູ່?
ຊເວຢອງອາ: (ສົ່ງຮູບເຊວຟີ້)
ຊເວຢອງອາ: ກຳລັງນັ່ງເໝີ່ຢູ່ເທິງລົດ.
ຄິມຊອນໂຮ: ຮາຮາຮາ ແຕ່ເຮົາກໍຄວນບອກພໍ່ແມ່ຂອງເຮົາໃດຢ່າງໜ້ອຍ.
ຊເວຢອງອາ: ແມ່ນ ຮາຮາ ຂ້ອຍເປັນຄົນເຊື່ອຟັງງ່າຍ ແລະ ກຳລັງໃສ່ໜ້າກາກເມື່ອຂ້ອຍຢູ່ຄົນດຽວ.
ຄິມຊອນໂຮ: ຮາຮາ ຈັ່ງແມ່ນໜ້າຮັກ.
ຊເວຢອງອາ: (ສົ່ງອີໂມຈິຫົວໃຈ)
ຄິມຊອນໂຮ: (ສົ່ງອີໂມຈິຫົວໃຈ)
ຄິມຊອນໂຮ: ທີ່ຮັກ, ຂ້ອຍຈະຮັບຜິດຊອບເອງ ບໍ່ວ່າຈະເກີດຫຍັງຂຶ້ນ.
ຄິມຊອນໂຮ: ຢ່າເປັນຫ່ວງກ່ຽວກັບເລື່ອງນີ້ ເມືອພັກຜ່ອນຢູ່ເຮືອນສາ.
ຊເວຢອງອາ: ທີ່ຮັກ... ຫົວໃຈຂ້ອຍເຕັ້ນແຮງອີ່ຫຼີ. ແຕ່ຄຳເວົ້າຂອງເຈົ້າຊ່ວຍຜ່ອນຄາຍຄວາມກັງວົນຂອງຂ້ອຍ. ຂອບໃຈແທ້ໆເດີ!
ຄິມຊອນໂຮ: ຂ້ອຍຮັກເຈົ້າເດີ.
ຫຼັງຈາກນັ້ນ ຄິມຊອນໂຮ ໄດ້ສົ່ງຂໍ້ຄວາມຫານາງອີກຄັ້ງຕອນ 19:47 ໂມງ ແລະ ພະຍາຍາມເຮັດໃຫ້ນາງອາລົມດີຂຶ້ນໂດຍການຫຼິ້ນມຸກ. ແຕ່ລາວກໍຍັງຄົງຈິງຈັງເມື່ອເວົ້າກ່ຽວກັບອະນາຄົດຂອງພວກເຂົາ.
ຄິມຊອນໂຮ: ແຕ່ ທີ່ຮັກ
ຊເວຢອງອາ: ເຮົາມາລົມກັນເທາະ.
ຄິມຊອນໂຮ: ເຮົາຕ້ອງແຕ່ງດອງກັນ.
ຄິມຊອນໂຮ: ຮາຮາຮາ ເຈົ້າໜີບໍ່ລອດແລ້ວບາດນີ້.
ຊເວຢອງອາ: ຫົວໃຈຂ້ອຍເກືອບຢຸດເຕັ້ນ (ອີໂມຈິນໍ້າຕາໄຫຼ)
ຄິມຊອນໂຮ: ມາຕັດສິນໃຈກັນອາທິດນີ້.
ຄິມຊອນໂຮ: ບອກພໍ່ແມ່ຂອງເຮົາກ່ຽວກັບເລື່ອງນີ້ ແລະ ຕັດສິນໃຈທຸກເລື່ອງໃນອາທິດໜ້າ.
ຊເວຢອງອາ: ໂອເຄ...! ບໍ່ວ່າຈະເກີດຫຍັງຂຶ້ນ, ຂ້ອຍຈະປຶກສາທຸກຢ່າງກັບເຈົ້າ. ຂອບໃຈເດີ. ຂ້ອຍວ່າຕອນນີ້ເຈົ້າກຳລັງມີຫຼາຍສິ່ງຫຼາຍຢ່າງໃນໃຈແຫຼະຕອນນີ້.
ຄິມຊອນໂຮ: ບໍ່ເປັນຫຍັງ. ຂ້ອຍຮັກເຈົ້າ ແລະ ຖ້າເຮົາໃຈຕົງກັນ ຂ້ອຍກໍດີໃຈແລ້ວ.
ຄິມຊອນໂຮ: ແຕ່ຂ້ອຍເປັນຫ່ວງເລື່ອງທີ່ເຂົາເຈົ້າບອກວ່າເຈົ້າຈະມີລູກບໍ່ໄດ້ອີກຖ້າເອົາລູກອອກ. ນັ້ນເປັນເລື່ອງທີ່ໜ້າກັງວົນ.
ຊເວຢອງອາ: ຂ້ອຍກໍຄິດຄືກັນ... ຂ້ອຍໄດ້ແຕ່ຫວັງວ່າ (ລູກ) ຈະມາຫຼັງຈາກນີ້ ຫຼັງຈາກທີ່ພວກເຮົາຮັກກັນ ແລະ ຄົບກັນດົນກວ່ານີ້.
ຊເວຢອງອາ: ແລະ ຕອນທີ່ເຮົາພ້ອມ.
ຄິມຊອນໂຮ: ຂ້ອຍຢາກໄດ້ຮັບຄຳອວຍພອນ ແລະ ຂ້ອຍເສຍໃຈທີ່ມັນເປັນແບບນີ້.
ຊເວຢອງອາ: ບໍ່ດອກ... ມາຫາທາງອອກນຳກັນດີກວ່າ..
ຄິມຊອນໂຮ: ທີ່ຮັກ, ເຈົ້າຮູ້ແມ່ນບໍ່?
ຄິມຊອນໂຮ: ແຕ່ບໍ່ເປັນຫຍັງ. ມາປຶກສາ, ຕັດສິນໃຈ ແລະ ຜ່ານມັນໄປນຳກັນເທາະ.
ຄິມຊອນໂຮ: ເພາະວ່າໝົດຊີວິດຂອງຂ້ອຍ ຂ້ອຍບໍ່ເຄີຍຮັກໃຜເທົ່າເຈົ້າເລີຍ.
ຊເວຢອງອາ: ຂ້ອຍຄືກັນ... ຂ້ອຍບໍ່ຄິດວ່າຂ້ອຍຈະຖືພາ (ອີໂມຈິໄຫ້).
ຄົນຮູ້ຈັກຂອງ ຊເວຢອງອາ ອະທິບາຍບົດສົນທະນາສຸດທ້າຍວ່າ "ພວກເຂົາທັງສອງບໍ່ຄາດຄິດວ່າຈະມີການຖືພາ. ຢອງອາເອງກໍຍອມແພ້ແລ້ວ ໂດຍກ່າວວ່າ 'ຂ້ອຍຖືພາຍາກ'. ຍ້ອນແນວນັ້ນນາງຈຶ່ງບອກກັບ ຊອນໂຮ ວ່າ 'ຂ້ອຍບໍ່ຄິດວ່າຂ້ອຍຈະຖືພາ'"
ຄິມຊອນໂຮ: ຈາກນີ້ໄປ, ມາຄິດເລື່ອງຕັດສິນໃຈ ແລະ ຜ່ານມັນໄປນຳກັນ.
ຊເວຢອງອາ: ໂອເຄ, ຂ້ອຍຈະເຮັດແນວນັ້ນ. ໄວ້ໃຈໄດ້ອີ່ຫຼີ ຄູ່ຂອງຂ້ອຍ.
ຊເວຢອງອາ: ບໍ່ວ່າຈະເກີດຫຍັງຂຶ້ນ... ເຮົາຈະບໍ່ວອກແວກ, ເຈັບປວດ ຫຼື ທຳຮ້າຍກັນ.
ຄິມຊອນໂຮ: ຄວາມຮັກເປັນສິ່ງທີ່ຍິ່ງໃຫຍ່, ແຕ່
ຄິມຊອນໂຮ: ເຮົາຕ້ອງເບິ່ງແຍງສະຖານະການ ແລະ ຄອບຄົວຂອງເຮົານຳ.
ຄິມຊອນໂຮ: ທັງພໍ່ແມ່ຂ້ອຍ ແລະ ພໍ່ແມ່ເຈົ້າ. ມັນຈະເປັນໄປດ້ວຍດີ.
ຊເວຢອງອາ: ມັນຈະຈົບລົງດ້ວຍດີ. ແຕ່ເຮົາທັງສອງກະມັກເດັກນ້ອຍ (ອີໂມຈິໄຫ້).
ຄິມຊອນໂຮເສຍໃຈກ່ຽວກັບການຖືພາທີ່ເກີດຂຶ້ນແບບກະທັນຫັນ, ຕື່ນເຕັ້ນກ່ຽວກັບລູກ ແຕ່ກໍເປັນຫ່ວງແຟນສາວໄປພ້ອມໆກັນ.
ຄິມຊອນໂຮ: (ຂ້າມໄປ) ຂ້ອຍເສຍໃຈ.
ຄິມຊອນໂຮ: ແຕ່ກໍຕື່ນເຕັ້ນນຳ ຮາຮາ
ຄິມຊອນໂຮ: ເຈົ້າບໍ່ໄດ້ໄຫ້ອີກແມ່ນບໍ່?
ຄິມຊອນໂຮ: ຢູ່ບໍ່?
ຄິມຊອນໂຮ: ຂ້ອຍກຳລັງກຽມໂຕ ເພາະຝົນຕົກ.
ຊເວຢອງອາ: ຍັງຢູ່
ຄິມຊອນໂຮ: ເຈົ້າກຳລັງເສົ້າແມ່ນບໍ່?
ຊເວຢອງອາ: ມັນເປັນສິ່ງທີ່ຂ້ອຍຫາກະເຄີຍເຈິເປັນຄັ້ງທຳອິດຄືກັນ~
ຄິມຊອນໂຮ: ຮາຮາ
ຊເວຢອງອາ: ເໜືອກວ່າສິ່ງອື່ນ, ສິ່ງທີ່ຂ້ອຍກຳລັງຄິດແມ່ນຂ້ອຍບໍ່ຢາກໃຫ້ເລື່ອງນີ້ທຳຮ້າຍເຈົ້າ ຫຼື ຂັດຂວາງອະນາຄົດຂອງເຈົ້າ.
ຄິມຊອນໂຮ: ບໍ່ດອກ.
ໃນໂພສຂອງ ຊເວຢອງອາ ເມື່ອເດືອນຕຸລາ 2021, ລາວຂຽນວ່າ ຄິມຊອນໂຮ ໄດ້ບອກວ່າລາວຮູ້ສຶກຄືກັບວ່າ ນາງເປັນຄອບຄົວ ຫຼື ຄືກັບຄອບຄົວຂອງລາວ ເມື່ອຕອນຖືພາໄດ້ 6-7 ເດືອນ. ແຕ່ ຄິມຊອນໂຮ ໄດ້ເອີ້ນລາວວ່າລາວເປັນ 'ຄົນຂອງລາວ' ແລະ 'ຄອບຄົວຂອງລາວ' ຕັ້ງແຕ່ເດືອນກໍລະກົດ 2020.
ຂໍ້ຄວາມຕໍ່ໄປນີ້ແມ່ນມາຈາກເວລາ 19:58 ໂມງ ໃນວັນທີ 24 ເດືອນກໍລະກົດ 2020.
ຄິມຊອນໂຮ: ເຈົ້າອາດຈະຮູ້ສຶກໜັກໃຈຢູ່.
ຄິມຊອນໂຮ: ຂ້ອຍຮູ້ສຶກຄືກັບເຈົ້າເປັນຄົນຂອງຂ້ອຍ.
ຄິມຊອນໂຮ: ມັນຮູ້ສຶກແປກໆຢູ່. ຂ້ອຍອາດຈະຍັງບໍ່ທັນເປັນຜູ້ໃຫຍ່ເມື່ອ.
ຊເວຢອງອາ: ຮາຮາ, ບໍ່ດອກ. ຂ້ອຍກະຮູ້ສຶກຄືກັນ.
ຊເວຢອງອາ: ຂ້ອຍພຽງແຕ່ຮູ້ສຶກຢ້ານ ແລະ ກັງວົນເທົ່ານັ້ນ.
ຊອນໂຮ ເອີ້ນນາງວ່າເປັນ 'ຄອບຄົວ' ຂອງລາວ ໃນການສົນທະນາຕໍ່ມາເວລາ 20:08 ໂມງ.
ຊເວຢອງອາ: ຂ້ອຍຄວນຫາເງິນນຳໃນຕອນນີ້.
ຊເວຢອງອາ: ແຕ່ຂ້ອຍກໍບໍ່ໄດ້ຄາດຄິດເລື່ອງນີ້ເລີຍ ສະນັ້ນຄວາມຄິດທຳອິດຂອງຂ້ອຍແມ່ນ 'ຂ້ອຍຄວນເຮັດຫຍັງດີ?'
ຊເວຢອງອາ: ອົດຄິດແບບນັ້ນບໍ່ໄດ້ເລີຍ. ມັນບໍ່ແມ່ນເລື່ອງທີ່ບໍ່ດີ.
ຄິມຊອນໂຮ: ນັ້ນເປັນຄວາມຄິດທຳອິດຂອງຂ້ອຍຄືກັນ.
ຄິມຊອນໂຮ: ແຕ່ອີກຢ່າງໜຶ່ງ ຂ້ອຍກໍມີຄວາມສຸກຫຼາຍໃດ.
ຄິມຊອນໂຮ: ຮາຮາ ເຮົາເປັນຄອບຄົວແລ້ວແມ່ນບໍ່?
ຄິມຊອນໂຮ: ແຕ່ເວົ້າຕາມຕົງເດີທີ່ຮັກ ຂ້ອຍຢາກແຕ່ງດອງ.
ໃນໂພສຂອງຢອງອາ, ນາງໄດ້ຂຽນວ່າ "ລາວເວົ້າຄືກັບວ່າລາວເປັນເດັກນ້ອຍໃນຕອນນີ້, ລາວຈະຕ້ອງໄດ້ຈ່າຍເງິນ 900 ລ້ານວອນ (ປະມານ 764,850 ໂດລາສະຫະລັດ) ເປັນຄ່າເສຍຫາຍ ແລະ ລາວບໍ່ມີເງິນ 900 ລ້ານວອນໃນຕອນນັ້ນ. ລາວບີບບັງຄັບໃຫ້ຂ້ອຍໄປເອົາລູກອອກ ໂດຍຖາມວ່າ ຂ້ອຍຈະເຮັດແນວໃດຖ້າວ່າລາວເຮັດວຽກສະແດງບໍ່ໄດ້ເລີຍຍ້ອນລູກ ແລະ ຖ້ານັ້ນອາດຈະເຮັດໃຫ້ພໍ່ແມ່ຂອງລາວສູນເສຍເຮືອນໄປນຳ."
ສ່ວນຂອງ "ຄ່າເສຍຫາຍ" ໄດ້ຖືກກ່າວເຖິງແບບສັ້ນໆໃນບົດສົນທະນາຂອງພວກເຂົາ ແຕ່ ຄິມຊອນໂຮ ໄດ້ຖອນຄຳເວົ້າຄືນ.
ຄິມຊອນໂຮ: ຂ້ອຍບໍ່ໄດ້ເວົ້າເລື່ອງນີ້ ເພາະອາດຈະເບິ່ງຄືວ່າຂ້ອຍເປັນພວກຂີ້ນິນທາ ແຕ່
ຄິມຊອນໂຮ: ຂ້ອຍມີສັນຍາກັບຮູບເງົາເລື່ອງໜຶ່ງ ສະນັ້ນ
ຄິມຊອນໂຮ: ບັນຫາທາງດ້ານການເງິນຈາກການຍົກເລີກສັນຍາກໍຜຸດຂຶ້ນມາໃນຫົວກ່ອນໝູ່ເລີຍ ຮາຮາ
ຄິມຊອນໂຮ: ໜ້າສະຫຼົດໃຈ
ຊເວຢອງອາ: ບໍ່ດອກ. ເຈົ້າຕ້ອງເຮັດ.
ຄິມຊອນໂຮ: ແຕ່ຂ້ອຍຄິດວ່ານັ້ນເປັນສິ່ງທີ່ບໍ່ສຳຄັນດອກ.
ຄິມຊອນໂຮ: ນັ້ນເປັນເລື່ອງດຽວທີ່ກວນໃຈຂ້ອຍ.
ຄິມຊອນໂຮ: ພໍ່ແມ່ຂອງຂ້ອຍຈະປະຫຼາດໃຈ ແຕ່ພວກເຂົາກໍຈະເຂົ້າໃຈ.
ຄິມຊອນໂຮຍັງໄດ້ເລົ່າເຖິງຄວາມຈິງໃຈທີ່ລາວມີຕໍ່ການສະແດງ.
ຄິມຊອນໂຮ: ຖ້າຂ້ອຍຕ້ອງຈາກລາການສະແດງ,
ຄິມຊອນໂຮ: ນັ້ນຄົງເປັນເລື່ອງທີ່ຍາກ
ຊເວຢອງອາ: ນີ້ກໍຍັງຄົງເປັນເລື່ອງທີ່ຍາກ ເຖິງວ່າເລື່ອງນີ້ຈະເກີດຂຶ້ນຕອນທີ່ເຮົາພ້ອມແລ້ວກໍຕາມ.
ຊເວຢອງອາ: ຂ້ອຍກໍຄິດແບບນັ້ນ.
ຄິມຊອນໂຮ: ຂ້ອຍບໍ່ໄດ້ຄິດໄປໃນທາງລົບກ່ຽວກັບເລື່ອງນີ້.
ຄິມຊອນໂຮ: ຂ້ອຍພຽງແຕ່ບອກວ່າຖ້າເບິ່ງມັນຢ່າງບໍ່ມີອະຄະຕິ
ຊເວຢອງອາ: ແຕ່ງດອງກັນຍ້ອນຂ້ອຍຖືພາ ແລະກະ
ຊເວຢອງອາ: ເຫັນໜ້າກັນຍ້ອນນັ້ນເປັນເລື່ອງຂອງຄວາມຮັບຜິດຂອບ, ຂ້ອຍບໍ່ມັກເລີຍ
ຄິມຊອນໂຮ: ບໍ່ດອກ. ຂ້ອຍຮັກເຈົ້າຫຼາຍ ແຕ່ວ່າ
ຄິມຊອນໂຮ: ມັນຈະເປັນເລື່ອງທີ່ໜ້າເສົ້າ ເພາະຂ້ອຍຮັກການສະແດງຫຼາຍ.
ຄິມຊອນໂຮ: ສະນັ້ນ ຂ້ອຍກຳລັງບອກວ່າ ມາຕັດສິນໃຈຢ່າງລະມັດລະວັງ ເພື່ອບໍ່ໃຫ້ພວກເຮົາຕ້ອງເສຍໃຈ.
ຄິມຊອນໂຮ: ຂ້ອຍບໍ່ມີເວລາຫຼາຍທີ່ຈະສົ່ງຂໍ້ຄວາມໃນຕອນນີ້.
ໃນກາງເດືອນສິງຫາ, ຊເວຢອງອາ ໄດ້ຂໍໃຫ້ຄົນທີ່ຮູ້ຈັກເຝົ້າສັງເກດ ຄິມຊອນໂຮ ໃນລາຍການ “2 Days & 1 Night.”
ຄົນຮູ້ຈັກຂອງ ຊເວຢອງອາ ກ່າວວ່າ "ຊອນໂຮເວົ້າວ່າລາວບໍ່ສາມາດເບິ່ງ “2 Days & 1 Night” ໄດ້ໃນຕອນນັ້ນ. ຍ້ອນລາວຮູ້ສຶກຜິດທີ່ຕ້ອງຍິ້ມ ແລະ ຫົວ."
ຊເວຢອງອາ ໄດ້ຂຽນລົງໃນໂພສຂອງນາງວ່າ ຄິມຊອນໂຮ ໄດ້ "ປ່ຽນແປງໄປກະທັນຫັນຫຼັງຈາກທີ່ເອົາລູກອອກ".
ຂໍ້ຄວາມຕໍ່ໄປນີ້ແມ່ນມາຈາກວັນທີ 10 ສິງຫາ 2020.
ຄິມຊອນໂຮ: ຂ້ອຍມັກເຈົ້າຫຼາຍ.
ຄິມຊອນໂຮ: ຂ້ອຍຮັກເຈົ້າຫຼາຍ.
ຄິມຊອນໂຮ: ເຈົ້າເປັນເປົ້າໝາຍໜຶ່ງໃນຊີວິດຂອງຂ້ອຍ.
ຄິມຊອນໂຮ: ແລະ ຂ້ອຍຄິດວ່າເຈົ້າກໍເປັນຄອບຄົວຂອງຂ້ອຍໃນຕອນນີ້
ຄິມຊອນໂຮ: ຂໍໂທດທີ່ຂ້ອຍຮູ້ສຶກອ່ອນໄຫວໃນມື້ນີ້
ຄິມຊອນໂຮ: ຂ້ອຍຄວນເຂົ້າໃຈໃຫ້ຫຼາຍກວ່ານີ້ກ່ຽວກັບຄົນທີ່ຂ້ອຍຮັກ
ຊເວຢອງອາ: ຂອບໃຈທີ່ເວົ້າແບບນັ້ນ...
ຄິມຊອນໂຮ: ຂ້ອຍຍັງໜຸ່ມ ແລະ ມີຈິດໃຈທີ່ຄັບແຄບ.
ຄິມຊອນໂຮ: ມາຈັບມືຍ່າງໄປນຳກັນ ແລະ ເຕີບໃຫຍ່ໄປນຳກັນເທາະ.
ຄິມຊອນໂຮ: ຂ້ອຍຂໍໂທດ.
ພວກເຂົາສືບຕໍ່ສານສຳພັນທີ່ຫວານຊຶ້ງ. ຂໍ້ຄວາມລຸ່ມນີ້ພວກເຂົາສົ່ງຫາກັນຢ່າງສັ້ນໆກ່ອນຄຣິສມາສໃນປີ 2020.
ຊເວຢອງອາ: ອາກາດໜາວ ວ່າບໍ່?
ຄິມຊອນໂຮ: ຮາຮາ ໜາວໜ້ອຍໜຶ່ງ
ຄິມຊອນໂຮ: ທີ່ຮັກ, ເຈົ້າເປັນຄົນອົດທົນຫຼາຍ
ຊເວຢອງອາ: ທີ່ຮັກ, ເຈົ້າໄດ້ພັກຜ່ອນຢູ່ບໍອາທິດຜ່ານມາ? ເຈົ້າຕ້ອງເມື່ອຍຫຼາຍແຫລະ
ຊເວຢອງອາ: ຂ້ອຍມາເອົາກະເປົາເຄື່ອງຫຼັງຈາກອອກກຳລັງກາຍແລ້ວ
ຄິມຊອນໂຮ: ໃສໆ ເບິ່ງແດ່
ຊເວຢອງອາ: (ສົ່ງຮູບ)
ຊເວຢອງອາ: ມັນເປັນກະເປົາຊົງຄືກ່ອງເຂົ້າສວາຍ. ຂ້ອຍວ່າຈະສົ່ງໃຫ້ເຈົ້າເບິ່ງຢູ່ແລ້ວ.
ໃນປີ 2021, ພວກເຂົາໄດ້ເລີ່ມຫ່າງກັນ. ຊເວຢອງອາ ກ່າວໃນໂພສຕົ້ນສະບັບວ່າ "ຍ້ອນຄວາມອ່ອນໄຫວຂອງລາວ, ຂ້ອຍຈຶ່ງໄດ້ຍ້າຍອອກໄປແບບລັບໆ ໂດຍໄດ້ຈ່າຍຄ່າຍົກເລີກສັນຍາ, ປ່ຽນປ້າຍທະບຽນລົດ ແລະ ໄດ້ເຮັດທຸກຢ່າງເພື່ອໃຫ້ເໝາະກັບລາວ."
ກ່ຽວກັບເລື່ອງນີ້, ຄົນຮູ້ຈັກຂອງນາງມີຄວາມເຫັນວ່າ "ອືມ... ກໍບໍ່ໄດ້ຜິດທັງໝົດ ເພາະນາງໄດ້ປ່ຽນປ້າຍທະບຽນລົດ ແລະ ຍ້າຍອອກຈາກເຮືອນ. ແຕ່ຍ້ອນຄິມຊອນໂຮແມ່ນບໍ່? ບໍ່ແມ່ນເລີຍ. ນາງປ່ຽນປ້າຍທະບຽນລົດຍ້ອນນາງບອກວ່າມີແມ່ຍິງທີ່ກ່ຽວຂ້ອງກັບຜົວເກົ່າໄດ້ມາຄຸກຄາມຕົນເອງ. ນາງຍ້າຍອອກເພາະເຈົ້າຂອງເຮືອນຂໍເພີ່ມຄ່າເຊົ່າ..."
ມີມື້ໜຶ່ງ ຄິມຊອນໂຮພົບວິດີໂອ ແລະ ຄລິບສຽງຫຼາຍຮ້ອຍອັນທີ່ນາງໄດ້ບັນທຶກໄວ້ແບບລັບໆ. ຊເວຢອງອາບອກວ່າ "ເປັນເລື່ອງມ່ວນໆຊື່ໆ" ແລະ "ເອົາໄວ້ຮ້ອງຟ້ອງ".
ຄົນຮູ້ຈັກຂອງ ຊເວຢອງອາ ບອກອີກວ່າ "ຄິມຊອນໂຮ ຮູ້ຄວາມຈິງຊ້າຕະຫຼອດ. ນາງເຄີຍຢ່າຮ້າງມາກ່ອນ, ນາງຕົວະ ແລະ ຄົບຫາກັບຜູ້ຊາຍຄົນອື່ນ, ນາງກຳລັງຖືກຄຸກຄາມ, ນາງລັກຖ່າຍວິດີໂອ ແລະ ບັນທຶກສຽງ... ແລ້ວຄວາມສຳພັນຍັງຈະໄປຕໍ່ອີກບໍລະ?"
ບັນຫາເລີ່ມເກີດຂຶ້ນໃນວັນທີ 7 ກໍລະກົດ 2020. ນີ້ແມ່ນຂໍ້ຄວາມຈາກມື້ນັ້ນ.
ຄິມຊອນໂຮ: ມາຈົບເລື່ອງນີ້ກັນ. ມັນທຳຮ້າຍທັງຂ້ອຍ ແລະ ເຈົ້າ. ຂ້ອຍຄິດວ່າພວກເຮົາຄິດຕ່າງກັນ ແລະ ມີຄວາມເຫັນທີ່ບໍ່ຄືກັນກ່ຽວກັບນໍ້າໜັກຂອງຄຳເວົ້າຂອງເຮົາ.
ຊເວຢອງອາ: ຂ້ອຍຈະເຮັດໂຕໃຫ້ດີຂຶ້ນ ໃຫ້ເຈົ້າເຊື່ອຂ້ອຍ. ຂ້ອຍຈະບໍ່ຕົວະອີກ ແລະ ຈະເຮັດໃຫ້ໝັ້ນໃຈວ່າບໍ່ມີຫຍັງທີ່ຂ້ອຍປິດບັງ ຫຼື ບໍ່ບອກເຈົ້າ...
ຄິມຊອນໂຮ: ເຈົ້າເປັນຄົນດີ. ເຈົ້າຄວນເຈິຄົນທີ່ດີກວ່າ. ເຮົາເລີກກັນເທາະ. ຂ້ອຍບໍ່ຢາກເຫັນໜ້າເຈົ້າອີກແລ້ວ.
ຊເວຢອງອາ: ຂ້ອຍຂໍໂທດທີ່ເຮັດໃຫ້ເຈົ້າເສຍໃຈ
ຄິມຊອນໂຮ: ຂອບໃຈທີ່ເວົ້າອອກມາແບບນີ້. ຂ້ອຍເຂົ້າໃຈເຈົ້າ. ແຕ່ຂ້ອຍບໍ່ຢາກເຫັນເຈົ້າ.
ຊເວຢອງອາ: ຍ້ອນຂ້ອຍຢາກໃຫ້ເຈົ້າເຫັນຂ້ອຍໃນທາງບວກຫຼາຍຂຶ້ນ.. ໃນຂະນະທີ່ຂ້ອຍຮູ້ສຶກເສຍໃຈ.. ຂ້ອຍຄິດວ່າຂ້ອຍໄດ້ຊັ່ງຊາກັບໂຕເອງວ່າ ຂ້ອຍບໍ່ຄວນຕົວະແບບນັ້ນ ຂ້ອຍຄວນແກ້ໄຂ້ມັນ ຫຼື ຂ້ອຍຄວນຊື່ສັດ.
ຊເວຢອງອາ: ໃຫ້ໂອກາດຂ້ອຍອີກເທື່ອແດ່. ຂ້ອຍບໍ່ແມ່ນຄົນຂີ້ຕົວະ ທີ່ຈະຕົວະຢູ່ຕະຫຼອດເວລາ..
ຄິມຊອນໂຮ: ຂ້ອຍເສຍໃຈ ແລະ ເສົ້າໃຈ. ເຮົາຫາກໍຜິດກັນຍ້ອນຄວາມຂີ້ຕົວະ ແລະ ໃຫ້ສັນຍາກັນໄວ້. ເຈົ້າຈື່ໄດ້ບໍ່?
ຄິມຊອນໂຮ: ເຈົ້າຫາກໍຕົວະເລື່ອງເລັກນ້ອຍ.. ຂ້ອຍປ່ອຍມັນໄປເພາະມັນເປັນເລື່ອງນ້ອຍ ແຕ່... ຈັກເທື່ອແລ້ວທີ່ເຈົ້າໄປຢູ່ບາງບ່ອນກັບຜູ້ຊາຍຄົນອື່ນ ແລະ ຈັກເທື່ອແລ້ວທີ່ຂ້ອຍຕ້ອງທຳຄວາມເຂົ້າໃຈແຟນຂອງໂຕເອງທີ່ຕົວະເພື່ອຈະໄດ້ໄປ?
ຄິມຊອນໂຮ: ແລ້ວຂ້ອຍຈະເຊື່ອໃຈ ແລະ ຮັກຄົນທີ່ຕົວະໄດ້ກະທັ້ງຕອນທີ່ຮູ້ສຶກຜິດ ແລະ ບໍ່ເຮັດໃນກົດພື້ນຖານທີ່ຄົນຄົບຫາມັກຮັກກັນຄວນເຮັດໄດ້ແນວໃດ?
ຄິມຊອນໂຮ: ເປັນຕາອີ່ຕົນເນາະທີ່ຂ້ອຍຕ້ອງໄດ້ຍິນເລື່ອງລາວຈາກປາກຄົນອື່ນ... ຂ້ອຍເຖິງຂັ້ນເຮັດເປັນບໍ່ຮູ້ເລື່ອງ ແລະ ເວົ້າດີໆກ່ຽວກັບມັນ ແຕ່ເຈົ້າຊໍ້າພັດຕົວະອີກແລ້ວມື້ນີ້.
ຄິມຊອນໂຮ: ຂ້ອຍບອກເຈົ້າຕັ້ງແຕ່ເລີ່ມຄົບກັນແລ້ວບໍ່ແມ່ນບໍ່? ຂ້ອຍເຂົ້າໃຈຖ້າວ່າເຈົ້າຈະໄປຮ້ານເຫຼົ້າ ຫຼື ຢູ່ກັບຜູ້ຊາຍຄົນອື່ນ. ພຽງແຕ່ເຈົ້າບອກຂ້ອຍຕາມຄວາມຈິງ ແລະ ບອກຂ້ອຍເມື່ອກັບຮອດບ້ານ ມັນກໍບໍ່ມີຫຍັງແລ້ວ.
ຄິມຊອນໂຮ: ແຕ່ກັບຂ້ອຍ ຜູ້ທີ່ຄິດເລື່ອງອະນາຄົດກັບເຈົ້າ ເຈົ້າຊ່າງບໍ່ອາຍ.. ເຈົ້າຜິດຄຳສັນຍາ ແລະ ຕົວະອີກຄັ້ງ ໃນຂະນະທີ່ຍິ້ມຕໍ່ໜ້າຂ້ອຍ..
ຄິມຊອນໂຮ: ບໍ່ມີອີກແລ້ວອະນາຄົດ, ຢອງອາ.
ໃນເດືອນເມສາ 2021, ພວກເຂົາໄດ້ແຍກຈາກກັນຊົ່ວຄາວເພື່ອຢູ່ຫ່າງກັນຄາວໜຶ່ງ. ໃນເດືອນພຶດສະພາ, ຄິມຊອນໂຮ ໄດ້ເລີກກັບ ຊເວຢອງອາ.
ຊເວຢອງອາ ໄດ້ຂຽນບັນທຶກກ່ຽວກັບສິ່ງທີ່ລາວເວົ້າໃນລະຫວ່າງທີ່ລົມໂທລະສັບນຳກັນ ແລະ ເຜີຍແຜ່ບັນທຶກນັ້ນກັບຄົນຮູ້ຈັກຂອງນາງ.
"ເຈົ້າຄືກັບລະເບີດເວລາ. ເພາະມັນເກີດຂຶ້ນຊໍ້າໄປຊໍ້າມາ... ຄວາມຮູ້ສຶກຂອງຂ້ອຍທີ່ມີຕໍ່ເຈົ້າເລີ່ມຈາງຫາຍ. (ຂ້າມໄປ) ທີ່ລາວຊັງຂ້ອຍ... ທີ່ຄວາມຮູ້ສຶກຂອງລາວທີ່ມີຕໍ່ຂ້ອຍຫຼັງຈາກນັ້ນ... ເພາະຂ້ອຍເຮັດຜິດຊໍ້າແລ້ວຊໍ້າອີກ... ແລະ ລາວບອກວ່າເຈົ້າບໍ່ມີຄວາມຮັບຜິດຊອບຢູ່ຕະຫຼອດ ເມື່ອບາງຢ່າງເກີດຂຶ້ນ... ເຈົ້າເຮັດຄືກັບບໍ່ຮູ້ເລື່ອງ..."
ຊເວຢອງອາ ຍອມຮັບການເລີກລາບໍ່ໄດ້. ອີງຕາມຂໍ້ມູນຈາກຄົນຮູ້ຈັກຄົນໜຶ່ງຂອງນາງ, ນາງໄດ້ໄປວັດ, ໂບດ, ເບິ່ງດວງໄພ້ທາໂຣ່ ແລະ ອື່ນໆ. "ນາງເວົ້າວ່າ ນາງຈະລໍຖ້າຈົນກວ່າຈະຈົບການໄຫວ້ພະເຊົ້າ. ນາງເວົ້າວ່າຖ້າລາວບໍ່ກັບມາ, ນາງຈະບໍ່ປ່ອຍມັນໄປ... ນາງເວົ້າເວົ້າ ນາງໃຫ້ອະໄພບໍ່ໄດ້ທີ່ເຫັນລາວຍັງເຄື່ອນໄຫວຢູ່. ນາງເວົ້າວ່ານາງຈະທຳລາຍລາວ. ແຕ່ຂະນະດຽວກັນ ນາງກໍຍັງໄປຫາຜູ້ຊາຍຄົນອື່ນໆຢູ່."
ເມື່ອຖາມກ່ຽວກັບການລາຍງານເມື່ອວັນທີ 1 ພະຈິກ 2021 ນີ້, ສັງກັດ SALT Entertainment ຂອງ ຄິມຊອນໂຮໄດ້ມີຄວາມເຫັນສັ້ນໆວ່າ "ພວກເຮົາບໍ່ມີຫຍັງທີ່ຈະເວົ້າກ່ຽວກັບເລື່ອງນີ້. ຂໍໂທດເດີ."
ຂໍຂອບໃຈ
ຂໍ້ມູນ : soompi